ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຂໍ​ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ $33 ​ພັນ​ລ້ານ​ໂດ​ລາ ໃຫ້​ແກ່​ຢູ​ເຄ​ຣນ


​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ຕໍ່​ພວກ​ເຈົ້າ​ຂອງ​ທຸ​ລະ​ກິດ​ຂ​ະ​ໜາດ​ນ້ອຍ ທີ່ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 28 ເມ​ສາ 2022.
​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ຕໍ່​ພວກ​ເຈົ້າ​ຂອງ​ທຸ​ລະ​ກິດ​ຂ​ະ​ໜາດ​ນ້ອຍ ທີ່ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 28 ເມ​ສາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ຮ້ອງຂໍ​ຕໍ່​ລັດ​ຖະ​ສະ​ພາ ໃຫ້​ອະ​ນຸ​ມັດ​ເງິນ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ 33 ​ພັນ​ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ​ຢູ​ເຄ​ຣນ​ຕ້ານ​ຢັນ​ການ​ຮຸກ​ຮານ​ຂອງ​ກຳ​ລັງ​ທະ​ຫານ​ລັດ​ເຊຍ ໃນ​ໄລ​ຍະ 5 ເດືອນ​ຕໍ່​ໜ້າ. ສະ​ພາ​ຕ່ຳ​ໄດ້​ໃຫ້​ການ​ອະ​ນຸ​ມັດ​ດ້ວຍ​ຄະ​ແນນ​ສຽງ​ອັນ​ຖ້ວມ​ລົ້ນ ຕໍ່​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ທີ່​ແນ​ໃສ່​ເພື່ອ​ກຳ​ຈັດ​ອຸບ​ປະ​ສັກ​ຕ່າງໆ ​ທີ່​ເຮັດ​ໃຫ້​ການ​ຈັດ​ສົ່ງ​ຄວາມ​ຊ່ວຍ​ເຫຼືອ​ໄປ​ໃຫ້​ຢູ​ເຄ​ຣນ​ມີ​ການ​ຊັກ​ຊ້າ.

ການ​ເຄື່ອນ​ໄຫວ​ທັງ​ສອງ​ຢ່າງ​ຈະ​ອະ​ນຸ​ຍາດ​ໃຫ້​ສະ​ຫະ​ລັດ​ມີ​ຄວາມ​ສຳ​ຄັນ​ເພີ້ມ​ຂຶ້ນ​ທັງ​ໃນດ້ານ​ປະ​ລິ​ມານ​ແລະ​ຄວາມ​ໄວ​ເພື່ອ​ສົ່ງ​ອາ​ວຸດ​ໄປ​ໃຫ້​ຢູ​ເຄ​ຣນ.

ທ່ານ​ໄບ​ເດັນ​ກ່າວ​ໃນ​ຄຳ​ປາ​ໄສ ທີ່​ທຳ​ນຽບ​ຂາວ​ວ່າ “ການ​ລົງ​ທຶນ​ໃນ​ອິດ​ສະ​ຫຼະ​ພາບ​ຂອງ​ຢູ​ເຄ​ຣນ ແມ່ນ​ລາ​ຄາ​ນ້ອຍໆ​ທີ່​ຈະ​ຕ້ອງ​ໄດ້​ຈ່າຍ. ພວກ​ເຮົາ​ບໍ່​ໄດ້​ໂຈມ​ຕີ​ຣັ​ດ​ເຊຍ. ພວກ​ເຮົາ​ຊ່ວຍ​ເຫຼືອ​ຢູ​ເຄ​ຣນ​ປ້ອງ​ກັນ​ໂຕ​.”

ທຳ​ນຽບ​ຂາວ​ກ່າວ​ວ່າ ແຜນ​ການ​ໃຊ້​ຈ່າຍ​ເງິນ​ກ້ອນ​ໃໝ່ 33 ພັນ​ລ້ານ​ໂດ​ລາ​ແມ່ນ​ຈະ​ຮວມ​ທັງ​ອາ​ວຸດ​ຊະ​ນິດ​ໃໝ່​ ແລະ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ໃນ​ມູນ​ຄ່າ​ຫຼາຍ ກວ່າ 20 ພັນ​ລ້ານ​ໂດ​ລາ ການ​ຊ່ວຍ​ເຫຼືອ​ທາ​ງ​ດ້ານ​ເສດ​ຖະ​ກິດ 8 ພັນ 500 ລ້ານ​ໂດ​ລາ ສຳ​ລັບ​ປະ​ເທດ​ຢູ​ເຄ​ຣນ. ທຳ​ນຽບ​ຂາວ​ກ່າວ​ວ່າ ສຳ​ລັບ​ເງິນ​ທີ່​ເຫຼືອນັ້ນ ຈະ​ນຳ​ໄປ​ໃຊ້​ໃນ​ການ​ຊ່ວຍ​ເຫຼືອເພື່​ອ​ການ​ຜະ​ລິດ​ອາ​ຫານການ​ກິນ ຊຶ່ງ​ຈະ​ອະ​ນຸ​ຍາດ​ໃຫ້​ມີ​ການ​ນຳ​ໃຊ້ ​ກົດ​ໝາຍ​ການ​ຜະ​ລິດ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ເພື່ອ​ຂະ​ຫຍາຍ​ການ​ຜະ​ລິດພາຍ​ໃນ​ປະ​ເທດ​ດ້ານ​ອື່ນໆ ທີ່​ຖືກ​ລົບ​ກວນ​ຈາກ​ບັນ​ຫາ​ຂັດ​ແຍ້ງ ແລະ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ລົງ​ໂທດ.

ຂໍ້​ສະ​ເໜີ​ຂອງ​ທ່ານ​ໄບ​ເດັນ ແມ່ນ​ຫຼາຍກວ່າ 2 ເທົ່າ​ຂອງ​ຈຳ​ນວນ​ເງິນ 13 ພັນ 600 ລ້ານ​ໂດ​ລາ ທີ່​ລັດ​ຖະ​ສະ​ພາ​ໄດ້​ໃຫ້​ການ​ອະ​ນຸ​ມັດ​ກ່ອນ​ໜ້ານີ້ ຊຶ່ງ​ຈຳ​ນວນ​ທັງ​ໝົດ ສ່ວນ​ໃຫຍ່​ໃນ​ເວ​ລານີ້ແມ່ນ​ໃຊ້​ເກືອບ​ໝົດ​ແລ້ວ ໃນ​ການ​ຈັດ​ສົ່ງອາ​ວຸດໄປ​ໃຫ້​ຢູ​ເຄ​ຣນ ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້.

ທ່ານ​ໄບ​ເດັນ​ກ່າວ​ວ່າ “ໂດຍ​ພື້ນ​ຖານ​ແລ້ວ ພວກ​ເຮົາ​ໝົດ​ເງິນ​ຈ່າຍ​ແລ້ວ.”

ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ເຈັນ ຊາ​ກິ ກ່າວ​ວ່າ ລັດ​ຖະ​ບານ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ລັດ​ຖະ​ສະ​ພາ​ທີ່​ມີ​ການ​ແບ່ງ​ແຍກ​ທາງ​ດ້ານ​ການ​ເມືອງ ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດ​ແກ່​ປະ​ເທດ​ຢູ​ເຄ​ຣນ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ແນ່ນອນ ມັນ​ມີ​ຄວາມ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ເພື່ອ​ໃຫ້​ເງິນ​ກ້ອນນີ້​ໄດ້​ຮັບ​ການ​ອະ​ນຸ​ມັດ. ຜ່ານ​ມາ ມັນ​ໄດ້​ມີ​ການ​ສະ​ໜັບ​ສະ​ໜຸນ​ ຈາກ​ທັງ​ສອງ​ພັກ​ການ​ເມືອງ ແລະ​ພວກ​ເຮົາ​ແນ່ນອນ​ກໍ​ຫວັງ​ເປັນ​ຢ່າງ​ຍິ່ງວ່າ ຈະ​ໄດ້​ເຮັດ​ວຽກ​ກັບ​ພວກ​ເຂົາ​ເຈົ້າ ເພື່ອ​ເຮັດ​ໃຫ້​ເລື້ອງ​ດັ່ງ​ກ່າວ​ລຸ​ລ່ວງ​ໄປ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG