ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມັງກອນ ໒໐໒໕

ສະຫະປະຊາຊາດ ຮຽກຮ້ອງໃຫ້ຢຸດທຸກການປະຫານຊີວິດ ຢູ່ໃນອີຣ່ານ ຂະນະທີ່ຈຳນວນ ເພີ້ມສູງຂຶ້ນເລື້ອຍໆ


ມີປະຊາຊົນຢ່າງໜ້ອຍ 901 ຄົນ ທີ່ມີລາຍງານວ່າ ໄດ້ຖືກປະຫານຊີວິດ ໃນປີ 2024 ທີ່ລວມທັງຈຳນວນ 40 ຄົນ ພາຍໃນອາທິດນຶ່ງ ໃນເດືອນທັນວາຜ່ານມານີ້.
ມີປະຊາຊົນຢ່າງໜ້ອຍ 901 ຄົນ ທີ່ມີລາຍງານວ່າ ໄດ້ຖືກປະຫານຊີວິດ ໃນປີ 2024 ທີ່ລວມທັງຈຳນວນ 40 ຄົນ ພາຍໃນອາທິດນຶ່ງ ໃນເດືອນທັນວາຜ່ານມານີ້.

ຫົວໜ້າດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານ ໂວລເກີ ເທີກຄ໌ ໄດ້ສະແດງຄວາມວິຕົກກັງວົນ ໃນວັນອັງຄານວານນີ້ ເຖິງການປະຫານຊີວິດທີ່ເພີ້ມສູງຂຶ້ນຫຼາຍຢູ່ໃນອີຣ່ານ ແລະຮຽກຮ້ອງຕໍ່ສາທາລະນະລັດແຫ່ງອິສລາມ ໃຫ້ຢຸດທຸກການປະຫານຊີວິດປະຊາຊົນຜູ້ທີ່ປະເຊີນກັບໂທດປະຫານ ສຳລັບອາຊະຍາກຳທີ່ຫຼາກຫຼາຍປະເພດ ອີງຕາມລາຍງານຂອງອົງການຂ່າວເອພີ.

“ມັນເປັນເລື້ອງທີ່ໜ້າສະເທືອນໃຈຢ່າງເລິກເຊິ່ງທີ່ພວກເຮົາເຫັນອີກເທື່ອນຶ່ງ ຈຳນວນຜູ້ຖືກລົງໂທດປະຫານຊີວິດທີ່ເພີ້ມຂຶ້ນໃນແຕ່ລະປີ” ທ່ານເທີກຄ໌ ໄດ້ກ່າວໃນຖະແຫລງການ ແລະກ່າວອີກວ່າ “ມັນເປັນເວລາທີ່ຈະເຮັດບາງສິ່ງບາງຢ່າງທີ່ຄວນເຮັດກ່ອນໜ້ານີ້ ຕໍ່ອີຣ່ານ ເຊິ່ງເປັນຜົນມາຈາກການປະຫານຊີວິດທີີ່ເພີ້ມຂຶ້ນຢ່າງຫຼວງຫຼາຍເກີນໄປ.”

ອີງຕາມສຳນັກງານຂອງຂ້າຫຼວງໃຫຍ່ສະຫະປະຊາຊາດ ມີປະຊາຊົນຢ່າງໜ້ອຍ 901 ຄົນ ທີ່ມີລາຍງານວ່າ ໄດ້ຖືກປະຫານຊີວິດ ໃນປີ 2024 ທີ່ລວມທັງຈຳນວນ 40 ຄົນພາຍໃນອາທິດນຶ່ງ ໃນເດືອນທັນວາຜ່ານມານີ້.

ສຳນັກງານນີ້ ກ່າວວ່າ ຈຳນວນຂອງການປະຫານຊີວິດແມ່ນສູງທີ່ສຸດໃນບໍ່ເທົ່າໃດທົດສະວັດທີ່ຜ່ານມານີ້ ເຊິ່ງໄດ້ບັນລຸໃນປີ 2015 ເມື່ອມີບຸກຄົນຢ່າງໜ້ອຍ 972 ຄົນ ທີ່ໄດ້ຖືກປະຫານຊີວິດ ຢູ່ໃນອີຣ່ານ. ຫຼັງຈາກນັ້ນ ຈຳນວນຂອງການປະຫານຊີວິດ ກໍໄດ້ຫລຸດລົງ, ຕົນໃຫ້ຂໍ້ສັງເກດວ່າ ຈຳນວນໄດ້ເພີ້ມສູງຂຶ້ນເລື້ອຍນັບຕັ້ງແຕ່ປີ 2022.

“ປະຊາຊົນຢ່າງໜ້ອຍ 853 ຄົນໄດ້ຖືກປະຫານຊີວິດໃນປີ 2023” ທ່ານນາງ ລີດຊ໌ ທຣັອສແຊລ (Liz Throssell) ໂຄສົກສຳລັບຂ້າຫຼວງໃຫຍ່ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວໃນນະຄອນເຈນີວາ, ເຊິ່ງທ່ານນາງ ກ່າວຕື່ມວ່າ ຈຳນວນຂອງການປະຫານຊີວິດໃນປີ 2024 ຄື 901 ຄົນ “ແມ່ນໜ້າວິຕົກກັງວົນ, ສູງຢ່າງໜ້າຕື່ນຕົກໃຈ.”

ສຳນັກງານສິດທິມະນຸດ ລາຍງານວ່າ ການປະຫານຊີວິດສ່ວນໃຫຍ່ໃນປີກາຍນີ້ ແມ່ນສຳລັບຂໍ້ຫາທີ່ກ່ຽວຂ້ອງກັບຢາເສບຕິດ ແຕ່ວ່າ “ພວກຄົນທີ່ຄັດຄ້ານທັງຫຼາຍ ແລະປະຊາຊົນ ຜູ້ທີ່ເຊື່ອມໂຍງກັບການປະທ້ວງໃນປີ 2022 ກໍຍັງຖືກປະຫານຊີວິດ.”

ອັນນັ້ນ ເປັນການປະທ້ວງທົ່ວປະເທດເພື່ອໃຫ້ລົງປະຊາມະຕິ ທີ່ໄດ້ລະເບີດຂຶ້ນ ພາຍຫຼັງຈາກ ການເສຍຊີວິດ ຂອງນາງ ມາຊາ ອາມີນີ ທີ່ຢູ່ໃນການຄວບຄຸມໂດຍຕຳຫຼວດ ໃນວັນທີ 16 ກັນຍາ ຜູ້ທີ່ໄດ້ຖືກຈັບກຸມ ໂດຍອັນທີີ່ເອີ້ນວ່າ ຕຳຫຼວດສິນທຳ ສຳລັບຂໍ້ກ່າວຫາວ່າ ໃສ່ຜ້າຄຸມຫົວທີ່ເອີ້ນວ່າ ຮີຈາບ ບໍ່ຖືກຕ້ອງ.

ຄະນະກຳມາທິການເພື່ອຫາຄວາມແທ້ຈິງສາກົນກ່ຽວກັບອີຣ່ານ ເຊິ່ງໄດ້ນຳສະເໜີບົດລາຍງານສະບັບນຶ່ງຕໍ່ ສະພາສິດທິມະນຸດຂອງສະຫະປະຊາຊາດ ໃນເດືອນມີນາ 2024 ທີ່ໄດ້ພົບເຫັນວ່າ “ມີຈຳນວນທີ່ເຊື່ອຖືໄດ້” ຂອງການເສຍຊີວິດສູງເຖິງ 551 ຄົນ, ໂດຍລວມມີແມ່ຍິ່ງແລະເດັກນ້ອຍຢ່າງໜ້ອຍ 49 ຄົນ ແລະ 69 ຄົນ ທີ່ໄດ້ “ເກີດຂຶ້ນຢູ່ໃນ 26 ຈາກທັງໝົດ 31 ແຂວງຂອງອີຣ່ານ ຕະຫຼອດໄລຍະຫຼາຍເດືອນ.”

ອ່ານຂ່າວນີ້ໃນພາສາອັງກິດ

U.N. human rights chief Volker Türk expressed alarm Tuesday at the sharp increase in executions in Iran and called on the Islamic Republic to halt all further executions of people facing the death penalty for a range of crimes.

“It is deeply disturbing that yet again we see an increase in the number of people subjected to the death penalty in Iran year-on-year,” Türk said in a statement. “It is high time Iran stemmed this ever-swelling tide of executions.”

According to the high commissioner’s office, at least 901 people reportedly were executed in 2024, including some 40 in one week in December.

It says the highest number of executions in recent decades was reached in 2015 when at least 972 individuals were executed in Iran. After a decline in the number of executions, it notes that the numbers have risen sharply since 2022.

“At least 853 people were executed in 2023,” Liz Throssell, spokesperson for the high commissioner, told journalists at a briefing in Geneva, adding that the 2024 number of 901 executions “is alarmingly, shockingly high.”

The human rights office reports that most of the executions last year were for drug-related offenses, but that “dissidents and people connected to the 2022 protests also were executed.”

That’s a reference to the nationwide protests that erupted following the September 16, 2022 death in police custody of Mahsa Amini, who was arrested by the so-called morality police for the alleged improper wearing of the hijab.

The International Fact-Finding Mission on Iran, which presented a report to the U.N. human rights council in March 2024 found “credible figures” of up to 551 deaths, including at least 49 women and 68 children had “occurred in 26 out of the 31 provinces of Iran over multiple months.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG