ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ບໍ່ໃຫ້ ຖານະພິເສດ ແກ່ກຸ່ມ CPJ ທີ່ ສະໜັບສະໜູນ ນັກຂ່າວ


ຕຶກສຳນັກງານໃຫຍ່ ສປຊ​ ຖ່າຍຜ່ານປະຕູປ່ອງຢ້ຽມ ທີ່ມີເຄື່ອງໝາຍຂອງ ສປຊ ຕິດຢູ່.
ຕຶກສຳນັກງານໃຫຍ່ ສປຊ​ ຖ່າຍຜ່ານປະຕູປ່ອງຢ້ຽມ ທີ່ມີເຄື່ອງໝາຍຂອງ ສປຊ ຕິດຢູ່.

ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະຕິ​ເສດ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ກຸ່ມ​ສະໜັບ ສະ​ໜຸນ​ພວກ​ນັກ​ຂ່າວ​ທີ່​ບໍ່​ຫວັງຜົນ​ກຳ​ໄລທີ່​ຢາກ​ໄດ້​ຮັບ​ຖານະ​ທີ່​ປຶກສາ ​ຊຶ່ງຈະ​ອຳນວຍ​ໃຫ້​ກຸ່ມ​ດັ່ງກ່າວ​ສາມາດ​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງໆ​ຂອງ​ສະຫະ​ປະຊາຊາດ​ໄດ້​ຫຼາຍຂຶ້ນ.

ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ ​ຫລື CPJ ຊຶ່ງ​ເຮັດ​ວຽກ ​ເພື່ອຕໍ່ສູ້​ໃຫ້​ພວກ​ນັກ​ຂ່າວ​ສາ ມາດ​ລາຍ​ງານ​ຂ່າວ​ຕ່າງໆ ​ໂດຍ​ປາສະຈາກ​ຄວາມ​ຢ້ານ​ກົວ​ນັ້ນ ​ການຕັດສິນ​ໃຈ​ດັ່ງກ່າວ​ນີ້​ແມ່ນ​ເບິ່ງ​ກັນ​ວ່າ​ ເປັນ​ການ​ຕຳ​ໜິຂອງລັດຖະບານປະເທດ​ຕ່າງໆ ​ທີ່​ຄັດຄ້ານ​ ຕໍ່​ການ​ປະຕິ ບັດ​ງານ​ຂອງ​ພວກເຂົາ​ເຈົ້າ.

​ໃນ​ຖະ​ແຫຼ​ງການ​ທີ່​ນຳ​ອອກ​ເຜີຍ​ແຜ່ນັ້ນຜູ້ອຳນວຍການ​ບໍລິຫານ​ຂອງ​ອົງການ CPJ ທ່ານ Joel Simon ກ່າວ​ວ່າ ​ເປັນ​ທີ່​ໜ້າ​ເສຍ​ໃຈທີ່​ອົງການ​ສະຫະ​ປະຊາຊາດ​ຊຶ່ງ​ໄດ້ພິຈາລະນາ​ນຳເອົາບັນຫາສິດ​ເສລີພາບ​ໃນ​ດ້ານ​ການ​ຂ່າວ​ ຂຶ້ນສູ່​ສະພາ​ຄວາມ​ໝັ້ນຄົງ​ແລະສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ຢູ່​ໃນ​ມະຕິ​ຕ່າງໆ ​ແລະ​ໂດຍ​ຜ່ານ​ການ​ຮັບຮອງ​ເອົາ​ແຜນ ປະຕິບັດ​ງານ​ສະຫະ​ປະຊາ​ຊາດ ​ໄດ້​ປະຕິ​ເສດ​ບໍ່ຍອມ​ໃຫ້​ອະນຸຍາດແກ່​ອົງການ CPJ ຊຶ່ງ​ ມີ​ຄວາມ​ຮູ້​ຢ່າງ​ເລິກ​ເຊິ່ງ ແລະເປັນ​ປະ​ໂຫຍ​ດ ທີ່​ຈະ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຕັດສິນ​ໃຈ.

ຖານະ​ທີ່​ປຶກສານີ້ຈະ​ໃຫ້ການ​ຄ້ຳປະກັນແກ່​ຄວາມ​ສາມາດ​ຂອງ​ອົງການ CPJ ຕໍ່​ການ​ເຂົ້າ​ເຖິງ​ອົງການ​ຕ່າງໆ​ ແລະ​ຂັ້ນຕອນ​ຂອງ​ສະຫະ​ປະຊາ​ຊາດ​ ແລະ​ອະນຸຍາດ​ໃຫ້ CPJ ​ເປັນ​ເຈົ້າພາບ​ຈັດ​ປະຊຸມ​ນັກ​ຂ່າວ​ອິດສະຫຼະ​ແລະ​ອົງການຕ່າງໆ​ຢູ່​ທີ່​ສະຫະ​ປະຊາ​ຊາດ.​ ​ເວລາ​ນີ້ມີ​ຫລາຍ​ກວ່າ 4,000 ອົງການ​ຈັດຕັ້ງທີ່​ບໍ່ຂຶ້ນກັບ​ລັດຖະບານ​ໄດ້ຮັບ​ຖານະ​ທີ່​ປຶກສາ​ ອີງ​ຕາມ​ອົງການ​ສະຫະ​ປະຊາ​ຊາດ. ​ແຕ່​ແນວ​ໃດ​ກໍ​ຕາມ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ເຊັ່ນ ອົງ ການ Freedom House ​ແລະ​ອົງການ​ອື່ນໆ​ແມ່ນ​ໄດ້​ຖືກ​ກ່າວ​ຫາ​ໂດຍ​ສະມາຊິກ​ຂອງ​ອົງ ການ​ສະຫະ​ປະຊາຊາດ​ວ່າ ມີ​ແຜນການ​ທາງ​ດ້ານ​ການ​ເມືອງ​ຈຶ່ງ​ເຮັດ​ໃຫ້​ກຸ່ມ​ເຫຼົ່ານີ້ບໍ່​ໄດ້​ຮັບ ຖານະ​ດັ່ງກ່າວ.

ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຄວາມ​ພະຍາຍາມ​ຂອງ​ອົງການ CPJ ​ໂດຍ​ຜູ້ຕາງໜ້າ 19 ຄົນ​ຢູ່​ໃນ​ຄະນະ​ກຳມະການ ແມ່ນ 10 ຄົນ​ຄັດຄ້ານ​ຕໍ່​ການ​ຂໍ​ຖານະ​ໂດຍອົງການ CPJ 6 ຄົນ​ເຫັນ​ພ້ອມ ​ແລະ 3 ຄົນ​ບໍ່​ຍອມ​ອອກສຽງ.

Dr. Courtney C. Radsch ຜູ້ອຳນວຍການຂອງອົງການ CPJ ກ່າວ​ວ່າ ​ເປັນ​ທີ່​ຈະ​ແຈ້ງ ພວກ​ເຮົາ​ຮູ້ສຶກ​ເສຍ​ໃຈ ​ແຕ່​ກໍ​ບໍ່​ໄດ້​ແປກ​ໃຈ​ຫຍັງ​ເລີຍ. ມັນ​ເປັນເລື້ອງ​ທີ່​ໜ້າ​ດີ​ໃຈ ທີ່​ໄດ້​ເຫັນ ຫລາຍໆ​ອົງການ ພວກ​ຜູ້ນຳ ​ແລະ​ພວກ​ນັກ​ຂ່າວ ​ໄດ້ອອກ​ມາ​ກ່າວ​ ໃນ​ນາມ​ຂອງ​ພວກ​ເຮົາ ຮວມທັງ​ທ່ານ Ban Ki-Moon ຊຶ່ງ​ເປັນເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG