ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ແລະບັງກລາແດັສ ເຊັນລົງນາມຮ່ວມ ເພື່ອຊ່ວຍເຫຼືອ ຜູ້ອົບພະຍົບໂຣຮິງຍາ ທີ່ອາໄສຢູ່ເທິງເກາະ


ແຟ້ມຮູບພາບ-ຊາວອົບພະຍົບໂຣຮິງຍາພາກັນມຸ້ງໜ້າໄປຍັງເກາະ ບາຊານ ຊາ ເພື່ອຕຽມຂຶ້ນເຮືອຂອງກອງທັບເຮືອ ຈາກເມືອງ ເຊັດໂຕຣາມ (Chattogram) ເມືອງທ່າທາງທິດຕາເວັນຕົກຂອງບັງກລາແດັສ.
ແຟ້ມຮູບພາບ-ຊາວອົບພະຍົບໂຣຮິງຍາພາກັນມຸ້ງໜ້າໄປຍັງເກາະ ບາຊານ ຊາ ເພື່ອຕຽມຂຶ້ນເຮືອຂອງກອງທັບເຮືອ ຈາກເມືອງ ເຊັດໂຕຣາມ (Chattogram) ເມືອງທ່າທາງທິດຕາເວັນຕົກຂອງບັງກລາແດັສ.

ອີງຕາມລາຍງານຂອງອົງການຂ່າວ AP ຈາກເມືອງດາກາ (Dhaka), ອົງການສະຫະປະຊາຊາດ ແລະລັດຖະບານຂອງບັງກລາແດັສໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນມື້ວັນເສົາທີ່ຜ່ານມາ ເພື່ອເຮັດວຽກຮ່ວມກັນໃນການໃຫ້ຄວາມຊ່ວຍເຫລືອດ້ານການຄຸ້ມຄອງ ແລະການຈັດການກັບຜູ້ອົບພະຍົບຊາວໂຣຮິງຍາ ຢູ່ເທິງເກາະໃນອ່າວເບັນກາລ (Bengal) ບ່ອນທີ່ຫລາຍພັນຄົນໄດ້ມາຕັ້ງຖິ່ນຖານໃໝ່ ຈາກສູນອົບພະຍົບທີ່ໜາແໜ້ນໃກ້ກັບຊາຍແດນມຽນມາ, ອີງຕາມການກ່າວຂອງອົງການສະຫະປະຊາຊາດຢູ່ໃນຖະແຫລງການ.

ຜູ້ອົບພະຍົບຊາວໂຣຮິງຍາຫລາຍກວ່າ 19,000 ຄົນໃນຈໍານວນ 1 ລ້ານ 1 ແສນຄົນໃນພາກໃຕ້ຂອງບັງກລາແດັສ ໄດ້ຖືກຍ້າຍໄປຢູ່ເກາະ ບາຊານ ຊາຣ໌ (Bhasan Char) ໂດຍລັດຖະບານ, ແລະອົງການສະຫະປະຊາຊາດກ່າວວ່າ ເຫດຜົນສໍາຄັນອັນນຶ່ງໃນການເຊັນບົດບັນທຶກດັ່ງກ່າວ ແມ່ນການເລີ້ມຕົ້ນເພື່ອຊ່ວຍເຫລືອປະຊາກອນເຫລົ່ານັ້ນ.

ລັດຖະບານໄດ້ກ່າວໃນກ່ອນໜ້ານີ້ວ່າ ມີແຜນທີ່ຈະຍົກຍ້າຍຜູ້ອົບພະຍົບຈໍານວນ 100,000 ຄົນໄປຢູ່ເກາະໂດຍແບ່ງເປັນໄລຍະ ຈາກສູນຕ່າງໆໃນເຂດເມືອງຄັອກ໌ສ ບາຊາ (Cox’s Bazar) ທາງພາກໃຕ້ຂອງບັງກລາແດັສ.

ຂໍ້ຕົກລົງໃໝ່ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງ. ອົງການສະຫະປະຊາຊາດ ແລະບັນດາກຸ່ມສິດທິມະນຸດຕ່າງໆ ໄດ້ຕ້ອງຕິເຖິງການຍົກຍ້າຍຖິ່ນຖານດັ່ງກ່າວ, ໂດຍກ່າວວ່າເກາະທີ່ມີອາຍຸ 30 ປີຢູ່ໃນເຂດໂນອາຄາລີ (Noakhali) ຂອງປະເທດ ແມ່ນບໍ່ພຽງພໍສໍາລັບຜູ້ຍົກຍ້າຍຖິ່ນຖານໃໝ່. ແຕ່ລັດຖະບານຂອງນາຍົກລັດຖະມົນຕີທ່ານນາງ ຊີກ ຮາຊີນາ (Sheikh Hasina) ໄດ້ໃຫ້ການຢືນຢັນວ່າ ເກາະດັ່ງກ່າວໄດ້ຮັບການພັດທະນາແລ້ວໂດຍໃຊ້ງົບປະມານຫລາຍກວ່າ 112 ລ້ານໂດລາ. ແຕ່ກ່ອນເກາະແຫ່ງນີ້ເຄີຍຖືກນໍ້າຖ້ວມເປັນປະຈໍາໃນລະດູຝົນ. ປັດຈຸບັນ, ເກາະດັ່ງກ່າວມີກໍາແພງກັນຄື້ນນໍ້າທະເລ, ໂຮງໝໍຕ່າງໆ, ໂຮງຮຽນ ແລະສະຖານທີ່ທາງສາສະໜາ, ທາງລັດຖະບານກ່າວ.

ຫລັງຈາກຂໍ້ຕົກລົງກັນໃນມື້ວັນເສົາທີ່ຜ່ານມາ, ທາງເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ອົບພະຍົບອີກ 81,000 ຄົນຈະຍົກຍ້າຍມາຢູ່ທີ່ເກາະແຫ່ງນີ້ໃນຊ່ວງສາມເດືອນຂ້າງໜ້າ.

ໃນຖະແຫລງການສະບັບນຶ່ງ, ຂ້າຫລວງໃຫຍ່ສໍາລັບຜູ້ລີ້ໄພແຫ່ງອົງການສະຫະປະຊາຊາດກ່າວວ່າ ຂໍ້ຕົກລົງໃໝ່ນີ້ ເປັນການສະແດງອອກເຖິງ “ຄວາມກະລຸນາ ແລະການສະໜັບສະໜຸນຂອງບັງກລາແດັສ ທີ່ມີຕໍ່ປະຊາຊົນຊາວໂຣຮິງຢາ ຈົນເຖິງເວລາທີ່ພວກເຂົາເຈົ້າສາມາດກັບຄືນໄປມຽນມາໄດ້ຢ່າງປອດໄພ ແລະດໍາລົງຊີວິດຢູ່ຢ່າງຖາວອນ.”

ໃນຂໍ້ຕົກລົງດັ່ງກ່າວ ຍັງອະນຸຍາດໃຫ້ມີການຮ່ວມມືຢ່າງໃກ້ຊິດລະຫວ່າງລັດຖະບານ ແລະອົງການສະຫະປະຊາຊາດ ສໍາລັບການບໍລິການ ແລະກິດຈະກໍາຕ່າງໆ ທີ່ເປັນປະໂຫຍດສໍາລັບການເພີ້ມຂຶ້ນຂອງຈໍານວນຊາວອົບພະຍົບໂຣຮິງຍາທີ່ອາໄສຢູ່ເທິງເກາະແຫ່ງນີ້ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG