ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​​ອົງ​ການພະ​ລັງ​ງ​ານ​ປະ​ລະ​ມາ​ນູ​ສາ​ກົນ ກ່າວ​ວ່າ ອີ​ຣ່ານ ​​ກັ່ນ​ຢູ​ເຣ​ນຽມພຽງ​ພໍ ​ສຳ​ລັບ​ອາ​ວຸດ​ນິວ​ເຄ​ລຍ​ຫລາຍ​ລູກ


ຮູບ​ພາບ​ເຜີຍ​ແຜ່​ໂດຍ​ອົງ​ການ​ປະ​ລະມາ​ນູ​ສາ​ກົນ ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍອີ​ຣ່ານ ໃກ້​ກັບ​ເມືອ​ງ​ອາ​ຣັກ 150 ໄມ​ ​ທາງພ​າ​ກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ນະ​ຄອນ​ຫລວງ​ເຕ​ຫະ​ຣ່ານ ປະ​ເທດ​ອີ​ຣ່ານ ໃນ​ທີ 23 ທັນ​ວາ 2019
ຮູບ​ພາບ​ເຜີຍ​ແຜ່​ໂດຍ​ອົງ​ການ​ປະ​ລະມາ​ນູ​ສາ​ກົນ ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍອີ​ຣ່ານ ໃກ້​ກັບ​ເມືອ​ງ​ອາ​ຣັກ 150 ໄມ​ ​ທາງພ​າ​ກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ນະ​ຄອນ​ຫລວງ​ເຕ​ຫະ​ຣ່ານ ປະ​ເທດ​ອີ​ຣ່ານ ໃນ​ທີ 23 ທັນ​ວາ 2019

ຫົວໜ້າ​ອົງ​ການຄຸ້ມ​ຄອງນິ​ວ​ເຄ​ລຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ທ່ານ​ຈະ​ເດີນ​ທາງ​ໄປ​ອີີ​ຣ່ານ​ເດືອນ​ໜ້າ​ນີ້ ໃນ​ຄວາມ​ຫວັງ​ທີ່​ຈະຟຶ້ນ​ຟູ​ຄືນ​ໃໝ່ຂໍ້​ຕົກລົງ​ ​ປີ 2015 ທີ່​ໄດ້​ແນ​ໃສ່​ຫຼຸດ​ຜ່ອນ​ກິດ​ຈະ​ການ​ນິວ​ເຄ​ລຍຕ່າງໆ​ຂອງ​ອີ​ຣ່ານ.

​ໃນ​ການກ່າວ​ທີ່​ນະ​ຄອນ​ບ​ຣັ​ສ​ເຊີ​ລ ຕໍ່​ໜ້າ​ບັນ​ດາ​ສະ​ມາ​ຊິກສະ​ພາຄວາມ​ໝັ້ນ​ຄົງ​ ​ຢູ​ໂຣບແລະ​ອະ​ນຸ​ກຳ​ມະ​ການ​ປ້ອງ​ກັນ​ປະ​ເທດ ທ່ານ​ຣາ​ຟາ​ແອ​ລ ໂກ​ຣ​ສ​ຊີ ຜູ້​ອຳ​ນວຍ​ການ​ທົ່ວ​ໄປ​ຂອງອົງ​ການພະ​ລັງ​ງານ​ປະ​ລະ​ມານູສາ​ກົນ ​(IAEA) ກ່າວ​ວ່າ ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ ​ກັ່ນທາດ​ຢູ​ເຣ​ນຽມ​ທີ່​ມີ​ຄວາມ​ບໍ​ລິ​ສຸດ​ 60 ເປີ​ເຊັນ ໄດ້ 70 ກິ​ໂລກ​ຣາມ ​ພ້ອ​ມ​ກັບອີກ 1,000 ກິ​ໂລກ​ຣາມ ທີ່​ມີ​ຄວາມ​ບໍ​ລິ​ສຸດ 20 ເປີ​ເຊັນ “​ຊຶ່ງເປັ​ນ​ວັດ​ຖຸ​ນິວ​ເຄລຍທີ່ພຽງ​ພໍ​ສຳ​ລັບເຮັດອາ​ວຸດ​ນິວ ​ເຄ​ລຍໄດ້ຫລາຍລູກຍັງ​ບໍ່ແມ່ນ​ໃນ​ຈຸດນີ້.”

ຈຸດ​ເລີ້ມຕົ້ນ​ສຳ​ລັບ​ການ​ເຮັດ​ອາ​ວຸດ​ນິວ​ເຄ​ລຍ ​ແມ່ນພິ​ຈາ​ລະ​ນາ​ກັນ​ວ່າໃນ​ລະ​ດັບ ​ຄວາມ​ບໍ​ລິ​ສຸດ 90 ເປີ​ເຊັນ. ​ແຕ່​ທ່ານ​ໂກ​ຣ​ສ​ຊີ ໄດ້​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ວ່າ ການ​ສະ​ສົມ​ຢ່າງ​ຫລວງ​ຫລາຍ​ຂອງ​ອີ​ຣ່ານ ​ກ່ຽວ​ກັບທາດ​ຢູ​ເຣ​ນຽມ​ທີ່​ກັ່ນ​ແລ້ວ ບໍ່​ໄດ້​ໝາຍ​ຄວາມ​ວ່າປະ​ເທດ​ດັ່ງ​ກ່າວມີ​ອາ​ວຸດ​ນິວ​ເຄ​ລຍ.

ທ່ານ​ໂກສ​ຊີ ຍັງ​ໄດ້​ກ່າວ​ຕໍ່​ອົງ​ການ​ IAEA ວ່າ ຕົນບໍ່​ໄດ້​ຕິດ​ຕາມເບິ່ງໂຄງ​ກາ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ​ອີກ​ຕໍ່​ໄປ​ ເພາະ​ວ່າ​ອຳ​ນາດ​ການ​ປົກ​ຄອງ ​ໄດ້ປິດ 27 ​ກ້ອງ​ຖ່າຍ​ພາບ​ຂອງ​ຕົນ​ ທີ່​ໄດ້​ຕິດ​ຕັ້ງ​ໄວ້​ຢູ່​ຕາມ​ສະ​ຖານ​ທີ່ນິວ​ເ​ຄລຍ ທີ່​ໄດ້​ປະ​ກາດ​ໄປ​ນັ້ນ.

ອີ​ຣ່ານ ແລະ​ຫົກ​ປະ​ເທດ​ມະ​ຫາ​ອຳ​ນາດ​ໂລກ ຮວມທັງ ອັງ​ກິດ ຈີນ ຝ​ຣັ່ງ ເຢ​ຍ​ຣະ​ມັນ ຣັດ​ເຊຍແລະ​ສະ​ຫະ​ລັດ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ແຜ​ນການ​ປະ​ຕິ​ບັດງານ ​ຮ່ວມ​ຮອບ​ດ້ານ ທີ່​ຈຳ​ກັດ​ໂຄງ​ການ​ນິວ​ເຄ​ລຍ​ຂອງອີ​ຣ່ານ ​ເພື່ອ​ເປັນ​ການ​ແລກ​ປ່ຽນ​ຕໍ່​ການ​ບັນ​ເທົາ ​ຕໍ່​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ແລະສາ​ກົນ.

​ສະ​ຫະ​ລັດ​ໄດ້​ຖອນໂຕຈາ​ກຂໍ້​ຕົກ​ລົງ​ໃນ​ປີ 2018 ພາຍ​ໃຕ້​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຜູ້​ທີ່​ໄດ້​ໂຕ້​ແຍ້ງ​ວ່າ ແຜນດັ່ງ​ກ່າວບໍ່​ໄດ້​ຜົນ ແລະ​ໄດ້​ວາງ​ມາດ​ຕະ​ການ ​ໃນອັນ​ທີ່​ຮ້ອງວ່າ “ກົດ​ດັນ​ຢ່າງ​ເຕັ​ມ​ອັດ​ຕາ” ​ໃນ​ການ​ປຸກ​ລະ​ດົມ​ຕ້ານ​ອີ​ຣ່ານ ຊຶ່ງ​ໄດ້​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ອີ​ຣ່ານ ທີ່​ຈະ​ຂາຍ​ນໍ້​າ​ມັນ​ ໃຫ້​ແກ່​ຕະ​ຫລາດ​ສາ​ກົນ.

​ບັນ​ດາ​ຜູ້​ລົງ​ນາມ​ໄດ້​ຈັດ​ກອງ​ປະ​ຊຸ​ມສົນ​ທະ​ນາໂຕະ​ມົນ​ຫ​ລາຍ​ຄັ້ງນັບ​ແຕ່​ປີ 2021 ເປັນ​ຕົ້ນ​ມາ ທີ່​ໄດ້​ແນ​ໃສ່​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ຕົ້ນ​ຕໍ.

The head of the United Nations’s nuclear monitoring agency says he will travel to Iran next month in hopes of reviving the 2015 accord aimed at curbing Tehran’s nuclear activities.

Speaking Tuesday in Brussels before members of the European Parliament’s security and defense subcommittee, Rafael Grossi, the director-general of the International Atomic Energy Agency, said the Islamic Republic has accumulated 70 kilograms of uranium enriched to 60% purity, with another 1,000 kilograms enriched to 20% purity, “enough nuclear material for several nuclear weapons — not one at this point.”

The threshold for making nuclear weapons is considered to be 90% purity. But Grossi told the panel that Iran’s huge stockpile of enriched uranium does not mean it has a nuclear weapon.

Grossi also said the IAEA is no longer monitoring Iran’s nuclear program because the regime has disconnected 27 of the agency’s cameras installed at its declared nuclear sites.

Iran and six world powers, including Britain, China, France, Germany, Russia and the United States, signed the Joint Comprehensive Plan of Action that restricted Iran’s nuclear program in exchange for relief from U.S. and international sanctions.

The U.S. withdrew from the agreement in 2018 under former President Donald Trump, who argued the plan was ineffective and imposed a so-called “maximum pressure” campaign on Iran, which restricted Iran’s ability to sell oil on international markets

The signatories have held several rounds of talks since 2021 aimed at reviving the original pact.

XS
SM
MD
LG