ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ປະ​ຊາ​ຊາດ ຈັດກອງປະຊຸມ ສະ​ມັດ​ຊາ​ໃຫຍ່ ນັດ​ພິ​ເສດ ກ່ຽວກັບຢູເຄຣນ


ຄົນຍ່າງຢູ່ໃກ້ລົດທີ່ຖືກທຳລາຍຈາກການຖິ້ມລະເບີດ ຫວ່າງມໍ່ໆມານີ້ ຢູ່ນອກນະຄອນກິຢິບ ວັນທີ 28 ກຸມພາ 2022.
ຄົນຍ່າງຢູ່ໃກ້ລົດທີ່ຖືກທຳລາຍຈາກການຖິ້ມລະເບີດ ຫວ່າງມໍ່ໆມານີ້ ຢູ່ນອກນະຄອນກິຢິບ ວັນທີ 28 ກຸມພາ 2022.

ຢູເຄຣນ ແລະບັນດາປະເທດຕາເວັນຕົກ ໄດ້ຮຽກຮ້ອງ​ຕໍ່ປະຊາຄົນນາໆຊາດໃນວັນຈັນວານນີ້ ເພື່ອ​ໃຫ້ສະໜັບສະໜູນຮ່າ​ງ​ຍັດ​ຕິ ຢູ່ທີ່ກອງປະຊຸມ​ສະ​ມັດ​ຊາ​ໃຫຍ່ສະຫະປະຊາຊາດ ປະນາມການຮຸກຮານ​ຂອງຣັດເຊຍຕໍ່ຢູເຄຣນ ແລະຮຽກຮ້ອງໃຫ້ຢຸດຍິງ​ໃນທັນທີ ໃນຂະນະທີ່ ກຳລັງ​ທະ​ຫານ​ຂອງມົສກູ ເພີ້ມກາ​ນ​ຍິງ​ຖະ​ຫຼົ່ມ​ເຂົ້າໃສ່​ເມືອງຄາຣກີບ ຫົວເມືອງໃຫຍ່​ອັນ​ດັບສອງ​ຂອງປະເທດ.

“ມື້ນີ້ພວກເຮົາຢູ່ໃນອັນຕະລາຍ ແລະຢູ່ໃນຊ່ວງເວລາ​ຂອງປະວັດສາດ” ເອກອັກ ຄະລັດຖະທູດ
ສະຫະພາຢູໂຣບ ທ່ານໂອລອຟ ສະກຸກ ໄດ້ກ່າວຕໍ່ບັນດາປະ​ເທດສະມາຊິກປະເທດ ຕາງໜ້າ​ໃຫ້ 27 ​ປະ​ເທດ ​ສະ​ຫະ​ພາບຢູໂຣບ. “ຫຼາຍໆເທື່ອທີ່ຜ່ານມາ ປະຊາຄົມນາໆຊາດ ໄດ້ເຮັດຕາບອດ ຫຼືຊັກຊ້າ​ໂພດໃນການພົບເຫັນໂສກນາດຕະກຳ. ບັນດາຄົນທັງໝົດ​ທຸກໆ​ຮຸ້ນ ຢູ່ໃນຫຼາຍໆແຫ່ງທົ່ວໂລກທີ່ໄດ້ຮັບເຄາະຮ້າຍ ແລະຍັງຮັບເຄາະ ຕໍ່ການບໍ່​ກະທຳຫຍັງ​ເລີຍ. ພວກເຮົາບໍ່ສາ ມາດເຮັດຄວາມຜິດແບບເກົ່າອີກ. ພວກ​ເຮົາ​ຕ້ອງ​ໄດ້ເອົາບົດບາດ.”

ປະເທດຕາເວັນຕົກ ແລະຢູເຄຣນ ໄດ້ກ່າວ​ເຖິງວິກິດການ ຕໍ່ໜ້າສະຫະປະຊາຊາດວ່າ ເປັນ​ໄພຂົ່ມຂູ່ຢ່າງ​ຮ້າຍ​ແຮງຕໍ່​ຫຼັກ​ການຂອງສະຫະປະຊາຊາດ ​ຕໍ່ກົດບັດທີ່ອົງ​ການ​ດັ່ງ​ກ່າວ​ໄດ້​ກໍ່​ຕັ້ງ​ຂຶ້ນໃນປີ 1945 ແລະພື້ນຖານຄວາມເປັນກົດລະ ບຽບຮຽບຮ້ອຍສາກົນ.

“ບັດນີ້ ເຖິງເວລາແລ້ວ ທີ່ຈະປະຕິບັດ ເຖິງເວລາຊ່ວຍຢູເຄຣນ ທີ່ກຳລັງໄດ້ຮັບເຄາະຮ້າຍທີ່ສຸດຕໍ່ອິດສະຫລະພາບ ແລະຄວາມປອດໄພຂອງຕົນເອງ ແລະຂອງໂລກ” ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຢູ​ເຄ​ຣນ ທ່ານເຊີຣກີ ກິສລາຍສະຢາ ກ່າວວ່າ “ຖ້າຫາກຢູເຄຣນ ບໍ່ລອດຊີ​ວິດ ສັນຕິພາບສາກົນ​ກໍຈະບໍ່ລອດຊີ​ວິດ. ຖ້າຫາກຢູເຄຣນບໍ່ລອດຊີວິດ ສະຫະປະຊາຊາດ​ກໍຈະບໍ່ລອດຊີວິດ ​ຈົ່ງ​ຢ່າ​ໄດ້
ມີ​ການ​ເຂົ້າ​ໃຈ​ຜິດ. ຖ້າຫາກຢູ່ເຄຣນບໍ່ລອດຊີວິດ ພວກເຮົາບໍ່ສາມາດຕື່ນຕົກໃຈ ຖ້າຫາກປະຊາທິປະໄຕ​ຈະ​ປະ​ສົບ​ກັບ​ຄວາມລົ້ມແຫຼວ​ໃນ​ຂັ້ນຕໍ່ໄປ.”

ສະມັດຊາໃຫຍ່​ສະ​ຫະ​ປະ​ຊາ​ຊາດ ກຳລັງປະຊຸມ​ ພາຍໃຕ້ອັນທີ່ຮູ້ກັນວ່າ ​ຍັດ​ຕິ​ສາ​ມັກຄີເພື່ອສັນຕິພາບ ຊຶ່ງ​ຈະອະນຸຍາດໃຫ້ສະຊາຊິກທັງໝົດ​ປະ​ຊຸ​ມ​ກັນ ໃນ​ເມື່ອສະພາຄວາມໝັ້ນຄົງສະຫະປະຊາຊາດ ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ​ກ່ຽວ​ກັບ ບັນ​ຫານີ້ ແລະບໍ່ສາມາດປະຕິບັດ​ສິດ​ອຳ​ນາດ
ເພື່ອຮັກສາຫຼື​ຟື້ນ​ຟູສັນຕິພາບ​ແລະ ຄວາມ​ໝັ້ນ​ຄົງ​ຂອງສາກົນ ໃນກໍລະນີນີ້ ເພາະວ່າຣັດເຊຍໃຊ້
​ສິດຢັບຢັ້ງ.

ເຖິງແມ່ນວ່າສະພາຄວາມໝັ້ນຄົງ ໃນໂຕ​ຈິງແລ້ວ ໄດ້ມີ​ການແບ່ງແຍກ​ຢູ່​ໃນຫຼາຍໆບັນຫາ ​ແຕ່​ການ​ສາ​ມັກ​ຄີ​ກັນເພື່ອສັນຕິພາບໄດ້ມີ​ຂຶ້ນ​ຫຼາຍກວ່າສິບເທື່ອ ນັບແຕ່ໄດ້​ມີ​ການ​ສ້າງ​ຕັ້ງ​ມາໃນປີ 1950 ອີງຕາມລາຍງານສະພາຄວາມໝັ້ນຄົງ ທີ່ຕິດຕາມກອງປະຊຸມສະຫະປະຊາຊາດ. ເທື່ອຫລ້າສຸດແມ່ນ​ເມື່ອ 40 ປີກ່ອນ ໃນປີ 1982 ທີ່ພົວພັນກັບອິສຣາແອລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG