ປະຊາຊົນຫຼາຍສິບລ້ານຄົນ ທີ່ອາໄສຢູ່ໃນກຸ່ມປະເທດພວມພັດ
ທະນາ ບໍ່ໄດ້ຈົດທະທຽນ ການເກີດ ຊຶ່ງໝາຍເຖິງວ່າ ບໍ່ມີການຮັບ ຮູ້ທາງຕົວບົດກົດໝາຍຂອງສະຖານະພາບປະຊາກອນຂອງ
ພວກເຂົາເຈົ້າ. ອົງການສະຫະປະຊາຊາດເວົ້າວ່າ ພວກປະຊາ ຊົນທີ່ບໍ່ໄດ້ຈົດທະບຽນການເກີດດັ່ງກ່າວນັ້ນ ບໍ່ພຽງແຕ່ຈະບໍ່ມີສິດ ໄດ້ຮັບການຮັກສາສຸຂະພາບ ແລະເຂົ້າໂຮງຮຽນເທົ່ານັ້ນ ແຕ່ຍັງ
ຕົກຢູ່ໃນສະພາບທີ່ຖືກລະເມີດສິດທິຫລາຍກ່ວາພວກທີ່ໄດ້ຈົດ
ທະບຽນ. Ron Corben ຜູ້ສື່ຂ່າວວີໂອເອລາຍງານວ່າ ກອງປະ
ຊຸມບັ້ນນຶ່ງທີ່ອົງການ ສະຫະປະຊາຊາດເປັນຜູ້ອຸບປະຖໍາຈັດຂຶ້ນ
ຢູ່ບາງກອກ ເມື່ອຕົ້ນອາທິດນີ້ ໄດ້ປຶກສາຫາລືກັນ ກ່ຽວກັບວິທີ ການແກ້ໄຂບັນຫາດັ່ງກ່າວນີ້.
ກອງປະຊຸມສອງວັນທີ່ອຸບປະຖໍາໂດຍສະຫະປະຊາຊາດ ໄດ້ນໍາ
ເອົາບັນດານັກສະຖິຕິ ແລະນັກເສດຖະສາດ ຈາກ 50 ປະເທດ ຈາກອົງການອະນາໄມໂລກ
ຫຼື WHO ແລະ ອົງການອື່ນໆຂອງສະຫະປະຊາຊາດ ພ້ອມທັງ ກຸ່ມຈັດຕັ້ງຂອງພົນລະເມືອງ ມາສົນທະນາຫາລືກັນ ໃນຄວາມພະຍາຍາມ ເພື່ອຈະເພີ່ມອັດຕາການລົງທະບຽນພົນລະ
ເມືອງ.
ທ່ານນາງ Noeleen Heyzer ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວວ່າ ການຈົດທະບຽນດັ່ງກ່າວນີ້ແມ່ນຈໍາເປັນທີ່ສຸດເພື່ອຄຸ້ມກັນ ສິດທິມະນຸດຂັ້ນພື້ນຖານ ແລະ
ວັດແທກຄວາມມີປະສິດທິພາບຂອງນະໂຍ ບາຍສາທາລະນະ.
ທ່ານນາງ Heyzer ເວົ້າວ່າ: “ພວກປະຊາຊົນຈະບໍ່ໄດ້ຮັບ
ການພິຈາລະນາເຂົ້າໃນນະໂຍບາຍຕ່າງໆຂອງລັດຖະ
ບານ ເວ້ນເສຍແຕ່ວ່າເຂົາເຈົ້າຈະມີສະຖານະພາບທາງ
ກົດໝາຍ. ພວກເຂົາເຈົ້າບໍ່ໄດ້ຖືກນັບພວກເຂົາເຈົ້າຈະ
ຖືກແຍກອອກ ແລະ ກາຍເປັນຄົນໄຮ້ປະເທດ. ໜ້າເສຍ
ໃຈສໍາລັບພວກຄົນ ທີ່ບໍ່ມີເອກະສານຄົບຖ້ວນ ນັ້ນ ກໍແມ່ນບໍ່ມີສິດທິມະນຸດຕາມຫຼັກການຂອງ ລັດຖະບານ
ທີ່ຖືວ່າເຂົາເຈົ້າກໍ່ບໍ່ມີ ສ່ວນຮັບຜິດຊອບໃດໆ. ໂດຍ
ການເຮັດໃຫ້ ເປັນທີ່ແນ່ໃຈວ່າ ຜູ້ຄົນໄດ້ຮັບການ ຈົດ
ທະບຽນການເກີດ ແລະໄດ້ຮັບການດູແລຈາກລັດຖະ
ບານນັ້ນ ກໍແມ່ນວ່າຫາງ ສຽງຂອງພວກເຂົາເຈົ້າໄດ້ຮັບການຮັບຟັງ ແລະຖືເປັນ
ສໍາຄັນ.”
ເຖິງແມ່ນຈະມີເທັກໂນໂລຈີທີ່ທັນສະໄໝ ທີ່ຊ່ວຍເຮັດໃຫ້ຂັ້ນຕອນການຈົດທະບຽນແລະ
ຕິດ ຕາມເບິ່ງນັ້ນງ່າຍຂຶ້ນກວ່າເກົ່າກໍຕາມ ແຕ່ກອງທຶນເດັກຂອງອົງການສະຫະປະຊາຊາດ
ໃນປີ 2011 ນັ້ນ ມີການຈົດທະບຽນການເກີດ ບໍ່ຮອດເຄິ່ງນຶ່ງຂອງຈໍານວນທັງໝົດດ້ວຍຊໍ້າ
ຢູ່ໃນທົ່ວເອເຊຍ ຍົກເວ້ນປະເທດຈີນ.
ທ່ານນາງ Haishan Fu ຜູ້ອໍານວຍການພະແນກສະຖິຕິຂອງຄະນະກໍາມາທິການເສດຖະ
ກິດແລະສັງຄົມແຫ່ງຂົງເຂດເອເຊຍແລະປາຊິຟິກ ຂອງອົງການສະຫະປະຊາຊາດ ເວົ້າວ່າ ຄວາມຫາໄດ້ຍາກຂອງຖານຂໍ້ມູນທີ່ເຊື່ອຖື ໄດ້ ກໍເປັນບັນຫາທ້າທາຍຢ່າງນຶ່ງສໍາລັບພວກ
ຮ່າງນະໂຍບາຍໃນຂົງເຂດ.
ທ່ານນາງ ຝັນ ເວົ້າວ່າ: “ການປະເມີນບາງອັນຢູ່ໃນຂົງເຂດ ເວົ້າວ່າ ປະມານນຶ່ງ ຫາ ສອງສ່ວນສາມ ຂອງຈໍານວນເດັກນ້ອຍທັງໝົດໃນ ຂົງເຂດ ບໍ່ໄດ້ຈົດທະບຽນ ການເກີດຢ່າງຖືກຕ້ອງ. ສະນັ້ນ ເປັນທີ່ ແຈ້ງຂາວວ່າ ສໍາລັບພວກເດັກເຫຼົ່ານີ້ ທີ່ຈະມີໂອກາດ ໄດ້ເຂົ້າໂຮງຮໍ່າ ໂຮງຮຽນນັ້ນ ແມ່ນເປັນບັນຫາໃຫຍ່. ແລະ ພວກປະຊາຊົນທີ່ບໍ່ມີເອກກະ ສານຖືກຕ້ອງຕາມກົດໝາຍ ແທ້ໆນັ້ນ ກໍຄວນໄປ ຈົດທະບຽນຮູບປະພັນ ສັນຖານຂອງພວກເຂົາເຈົ້າໄວ້ ເພື່ອວ່າພວກເຂົາເຈົ້າ ຈະສາມາດມີວຽກ ເຮັດງານທໍາທີ່ຖາວອນໄດ້.”
ສໍາລັບ ຢູເອັນ ແລ້ວ ບັນຫາການຂາດເຂີນຂໍ້ມູນທີ່ຄົບຖ້ວນສົມບູນກ່ຽວກັບປະຊາກອນນັ້ນ ແມ່ນຈະແຕະຕ້ອງຄວາມໜ້າເຊື່ອຖືຂອງການບັນລຸເປົ້າໝາຍການພັດທະນາສະຫັດສະ
ຫວັດປີ 2015 ໄດ້. ເປົ້າໝາຍເຫຼົ່ານັ້ນມີຮວມທັງການກໍາຈັດຖອນຮາກຄວາມຍາກຈົນ
ທີ່ສຸດ ຄວາມບໍ່ສະເໝີພາບ ທາງເພດ ການເສຍຊີວິດຂອງເດັກ ສຸຂະພາບຂອງແມ່ ການປາບປາມ ເຊື້ອເອັຈໄອວີ-ເອດສ໌ ແລະພະຍາດອື່ນໆ ຕະຫຼອດທັງຄວາມຍືນຍົງດ້ານ ສະພາບແວດລ້ອມ ຊຶ່ງທັງໝົດນັ້ນແມ່ນຂື້ນຢູ່ກັບການມີສະຖິຕິປະຊາກອນ ທີ່ຖືກຕ້ອງ.
ກອງປະຊຸມທີ່ບາງກອກ ຈະຮ່າງແຜນຍຸດທະສາດຂຶ້ນມາ ເພື່ອນໍາສະເໜີຕໍ່ບັນດາປະເທດສະມາຊິກ ໃນການດໍາເນີນຄວາມພະຍາຍາມເພີ້ມຕື່ມເພື່ອແກ້ໄຂຄວາມຂາດຕົກບົກຜ່ອງຕ່າງໆ ທີ່ມີຈາກການມີສະຖິຕິຫລືຂໍ້ມູນທີ່ບໍ່ຖືກຕ້ອງ ຫລືບໍ່ຄົບຖ້ວນສົມບູນນັ້ນ.