ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ສະຫະປະຊາຊາດ ເລີ້ມຕົ້ນ ການເຈລະຈາກ່ຽວກັບ ສົນທິສັນຍາຄວບຄຸມ ການຄ້າອາວຸດທົ່ວໂລກ (ວີດິໂອ)


ສະຫະ​ປະຊາ​ຊາດ ເລີ້ມເຈລະຈາ ​​​​ວາງກົດ​ລະບຽບ​ຄວບ​ຄຸມການ​ຄ້າ​ອາວຸດທົ່ວໂລກ ທີ່​ມີ​ມູນ​ຄ່າ ຫລາຍ​ພັນ​ລ້ານ​ໂດ​ລາ.
ສະຫະ​ປະຊາ​ຊາດ ເລີ້ມເຈລະຈາ ​​​​ວາງກົດ​ລະບຽບ​ຄວບ​ຄຸມການ​ຄ້າ​ອາວຸດທົ່ວໂລກ ທີ່​ມີ​ມູນ​ຄ່າ ຫລາຍ​ພັນ​ລ້ານ​ໂດ​ລາ.
ການ​ເຈລະຈາໄດ້​ເລີ້ມ​ຂື້ນ​ອີກ​ອາທິດ​ນີ້ ​ເພື່ອພະຍາຍາມ​ໃຫ້​ບັນ
ລຸ​ຂໍ້ຕົກ ລົງ ກ່ຽວ​ກັບອັນ​ອາດ​ຈະ​ເປັນສົນທິສັນຍາທີ່​ສໍາຄັນ​ຂອງ
ສະຫະ​ປະຊາ​ຊາດ ​ເພື່ອ​ວາງກົດ​ລະບຽບ​ຄວບ​ຄຸມການ​ຄ້າ​ອາວຸດ
ທົ່ວໂລກ ທີ່​ມີ​ມູນ​ຄ່າ ຫລາຍ​ພັນ​ລ້ານ​ໂດ​ລາ.

ການ​ສົນທະນາ​ໄດ້ເລີ້ມຂຶ້ນ​ຄືນ​ໃນ​ວັນ​ຈັນ​ມື້​ນີ້ ທີ່ສໍານັກງານ​ໃຫຍ່
ຂອງ​ອົງການສະຫະ​ປະຊາ​ຊາດ ທີ່​ນະຄອນ​ນິວຢອກ. ການ​ສົນ
ທະນາ​ກັນ​ ເປັນ​ເວລາ​ຫລາຍ​ອາທິດ ​ໃນ​ເດືອນກໍລະກົດ ​ໄດ້ສີ້​ນ
ສຸດ​ລົງດ້ວຍ​ຄວາມລົ້​ມ​ແຫລວ ​ເວລາສະຫະລັດ ຣັດ​ເຊຍ ​ແລະ
​ຈີນ ໄດ້​ຂໍ​ເວລາ​ພິຈາລະ​ນະ​ຕື່ມ​ອີກ.

ບັນດາ​ຜູ້ສະໜັບສະໜຸນການ​ຄວບ​ຄຸມອາວຸດ ກ່າວ​ວ່າ ສົນ​ທິ
ສັນຍາແມ່ນ​ຈໍາ​ເປັນ​ ເພື່ອ​ປ້ອງ​ກັນບໍ່​ໃຫ້ການ​ຫລັ່ງ​ໄຫລຂອງ​
ອາວຸດ ​ທີ່​ບໍ່​ມີ​ກົດ​ລະບຽບຄວບ​ຄຸມ​ແລະ​ຜິດ​ກົດໝາຍ​ນັ້ນ ເຂົ້າ
ເຖິງ​ໄປ​ສູ່​ເຂດຕ່າງໆທີ່​ມີ​ການ​ຂັດ​ແຍ້​ງກັນ ຊຶ່ງ​ຈະ​ເປັນ​ການເພີ້​ມທະວີ​ສົງຄາມ ​ແລະ​ການ​ກໍ່
ຄວາມ​ໂຫດຮ້າຍ ຍິ່ງ​ຂຶ້ນ.

ສະຫະລັດ ຊຶ່ງເປັນ​ຜູ້ຜະລິດ​ອາວຸດ​ລາຍໃຫຍ່​ທີ່​ສຸດ​ໃນ​ໂລກ ​ໄດ້​ຢືນຢັນ​ຄືນ​ອີກໃນວັນ​ສຸກ​
ທີ່​ຜ່ານ​ມາ​ວ່າ ຕົນ​ຂັດ​ຄ້ານ​ຕໍ່ຂໍ້​ຕົກລົງ​ໃດໆ​ທີ່​ຮວມ​ເອົາລູກກະ​ສຸນປືນ​ເຂົ້າ​ນໍາ ​ຍ້ອນ​ພາລະ​
ແບກ​ຫາບ​ອັນ​ໜັກໜ່ວງ​ໃນ​ດ້ານ​ການ​ເງິນ ​ແລະ​ການ​ບໍລິຫານ ກ່ຽວ​ກັບ​ການກ​ວດກາ.

ເລ​ຂາ​ທິການ​ໃຫຍ່ ສະຫະ​ປ​ະຊາ​ຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ​ໃຫ້​ມີສົນທິ ສັນຍາ ທີ່​ຮວມ​ເອົາກະ​ສູນ​ປືນ ​ເຂົ້າ​ນໍາ.

ນອກ​ນັ້ນ ວໍ​ຊິງ​ຕັນຍັງ​ຄັດ​ຄ້ານຕໍ່ເນື້ອ​ໃນ​ໃດໆຂອງ​ສົນທິສັນຍາ ທີ່​ຂັດ​ກັນກັບຂໍ້ແກ້​ໄຂ
ລັດຖະທໍາ​ມະນູນສະຫະລັດ ຂໍ້​ທີ່​ສອງ ທີ່​ຄໍ້າປະກັນ ສິດທິ​ໃນ​ການຖື​ອາວຸດ ​ໃຫ້​ປະຊາຊົນ.

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ວ່າ ສະຫະລັດມີ
​ຄວາມ​ໝັ້ນໝາຍ​ຕໍ່ການ​ສະໜັບສະໜຸນ ສົນທິສັນຍາການ​ຄ້າ​ອາວຸດທີ່​ເຂ້​ມ​ແຂງ ​ແຕ່​ວ່າ
ຈະ​ຕົກ​ລົງ​ຮັບ​ເອົາ ​ສະ​ເພາະ​ແຕ່​ “ສົນທິສັນຍາ ທີ່​ຄວບຄຸມ​ເລື້ອງ​ການ​ຄ້າ​ອາວຸດ​ປະ​ເພດ​
ທໍາ​ມະ​ດາ​ລະຫວ່າງນາໆ​ຊາດ​ເທົ່າ​ນັ້ນ” ບໍ່​ແມ່ນ “ຄວບ​ຄຸມການ​ຄ້າ​ອາວຸດພາຍ​ໃນ​ປະ
ເທດ ຫລື​ບັນດາ​ຜູ້ສົ່ງ​ອອກອາວຸດຂອງ​ສະຫະລັດ.”

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

Possibility that UN Can Strike Arms Trade Deal Breeds Optimism
please wait

No media source currently available

0:00 0:03:03 0:00
ລິງໂດຍກົງ
XS
SM
MD
LG