ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສປຊ ຮ້ອງຂໍທຶນຊ່ອຍເຫຼືອ ສຳລັບປະເທດທີ່ທຸກຍາກທີ່ສຸດ ຫຼາຍພັນລ້ານໂດລາ ເພື່ອຮັບມືກັບ ໄວຣັສໂຄໂຣນາ


ພວກແມ່ຍິງຢືນຖ້າຮັບເອົາອາຫານຟຣີ ສຳລັບພວກຊາວມຸສລິມ ທີ່ອົດກິນອາຫານ ໃນເດືອນ Ramadan, ໃນລະຫວ່າງທີ່ລັດຖະບານບັງຄັບໃຊ້ມາດຕະການປິດເມືອງທົ່ວປະເທດ ເພື່ອຊ່ອຍຄວບຄຸມການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່, ໃນເມືອງເປສຊາວາຣ ຂອງປາກິສຖາ, ເມື່ອວວັນອັງຄານ ທີ 5 ພຶດສະພາ 2020. (AP Photo/Muhammad Sajjad)
ພວກແມ່ຍິງຢືນຖ້າຮັບເອົາອາຫານຟຣີ ສຳລັບພວກຊາວມຸສລິມ ທີ່ອົດກິນອາຫານ ໃນເດືອນ Ramadan, ໃນລະຫວ່າງທີ່ລັດຖະບານບັງຄັບໃຊ້ມາດຕະການປິດເມືອງທົ່ວປະເທດ ເພື່ອຊ່ອຍຄວບຄຸມການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່, ໃນເມືອງເປສຊາວາຣ ຂອງປາກິສຖາ, ເມື່ອວວັນອັງຄານ ທີ 5 ພຶດສະພາ 2020. (AP Photo/Muhammad Sajjad)

ອົງການສະຫະປະຊາຊາດ ຫຼື UN ພວມຮຽກຮ້ອງລະດົມທຶນຊ່ອຍເຫຼືອເພີ້ມອີກ ມູນຄ່າຫຼາຍພັນລ້ານໂດລາສຳລັບໄວຣັສໂຄໂຣນາ ໂດຍກ່າວວ່າ ເງິນຈຳນວນນີ້ ແມ່ນຈຳເປັນເພື່ອ “ທີ່ຈະປົກປ້ອງຊີວິດຂອງຫຼາຍລ້ານຄົນ” ແລະຊ່ອຍຢຸດຢັ້ງການແຜ່ລະບາດຂອງໄວຣັສຢູ່ໃນ “ພວກປະເທດທີ່ບອບບາງທັງຫຼາຍ.”

ຫ້ອງການມະນຸດສະທຳຂອງ UN ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ພວກປະເທດທີ່ທຸກຍາກຂອງໂລກ ຄາດວ່າ ຍັງບໍ່ທັນປະສົບກັບການຕິດແປດ COVID-19 ເຖິງລະດັບສູງສຸດເທື່ອ ຈົນກວ່າໃນອີກ 3 ຫາ 6 ເດືອນຂ້າງໜ້ານີ້ ແຕ່ວ່າ ໃນບາງພື້ນທີ່ເຫຼົ່ານັ້ນ ກຳລັງເຫັນການສູນເສຍວຽກງານແລະລາຍໄດ້ຢູ່ແລ້ວ ພ້ອມ ດ້ວຍມີການຄວບຄຸມສະບຽງອາຫານຫຼາຍຂຶ້ນ ແລະພວກເດັກນ້ອຍບໍ່ໄດ້ຮັບການສັກຢາກັນພະຍາດຕ່າງໆ.

ການຮຽກຮ້ອງຂໍທຶນໄປແລ້ວກ່ອນໜ້ານີ້ ໃນຈຳນວນ 2 ພັນລ້ານໂດລາ ແລະອົງການນີ້ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ຕົນຕ້ອງການທຶນທັງໝົດ 6 ພັນ 7 ຮ້ອຍລ້ານໂດລາ.

“ຖ້າພວກເຮົາບໍ່ສະໜັບສະໜູນປະຊາຊົນທີ່ທຸກຍາກທີ່ສຸດ ໂດຍສະເພາະ ພວກແມ່ຍິງ ແລະເດັກຍິງ ແລະພວກຸ່ມທີ່ມີຄວາມສ່ຽງອື່ນໆ ໃນຂະນະທີ່ພວກເຂົາສູ້ຊົນກັບໂຣກລະບາດແລະຜົນກະທົບຕ່າງໆຂອງພາວະທົດຖອຍດ້ານເສດຖະກິດ ຂອງໂລກຢູ່ນັ້ນ ພວກເຮົາທັງໝົດກໍຈະຕ້ອງໄດ້ຮັບມືກັບຜົນກະທົບທີ່ກະຈາຍໄປທົ່ວໂລກ ເປັນເວລາຫຼາຍປີຂ້າງໜ້າ. ອັນນັ້ນ ຈະພິສູດໃຫ້ເຫັນວ່າ ຍິ່ງຈະເຈັບປວດຫຼາຍເທົ່າ ແລະຈະແພງຫຼາຍກວ່ານັ້ນອີກສຳບັບໝົດທຸກຄົນ” ຫົວໜ້າພະແນກມະນຸດສະທຳຂອງອົງການສະປະຊາຊາດ ທ່ານ ມາກ ໂລຄັອກ ໄດ້ກ່າວໄປ.

ການຮຽກຮ້ອງຂໍທຶນເພີ້ມຂຶ້ນນັ້ນ ປະກອບດ້ວຍການເພີ້ມເຂົ້າໃນບັນຊີຂອງ 9 ປະເທດທີ່ມີຄວາມສ່ຽງຫຼາຍທີ່ສຸດ ກໍຄືປະເທດ ເບນິນ ຈິບູຕີ ໄລບີເລຍ ໂມຊຳບິກ ປາກິສຖານ ຟີລິບປິນ ຊີແອຣາເລອອນ ໂຕໂກ ແລະຊິມບັບເວ.

ປະເທດທັງຫຼາຍທີ່ກ່າວມານັ້ນ ຈຳນວນນຶ່ງແມ່ນກຳລັງເລີ້ມຍົກເລີກຂໍ້ຈຳກັດໃຫ້ຢູ່ໃນເຮືອນຢ່າງເຂັ້ມງວດຕ່າງໆ ທີ່ໄດ້ນຳໃຊ້ເພື່ອຢຸດຢັ້ງການແຜ່ລະບາດ ຂອງໄວ ຣັສ ໃນລະຫວ່າງບໍ່ເທົ່າໃດເດືອນຜ່ານມານີ້ ໃນຂະນະທີ່ບັນດາເຈົ້າໜ້າທີ່ໄດ້ສະ ແດງຄວາມຮູ້ສຶກໃນທາງບວກທີ່ວ່າຄວາມຮ້າຍແຮງໄດ້ຜ່ານພົ້ນໄປແລ້ວຢູ່ໃນປະ ເທດຂອງພວກເຂົາເຈົ້າ.

ແຕ່ວ່າ ບັນດານັກຊ່ຽວຊານທັງຫຼາຍ ເຕືອນວ່າ ເປັນໄປໄດ້ສູງທີ່ການຕິດແປດຈະເກີດຂຶ້ນອີກຖ້າຫາກຂໍ້ຈຳກັດຕ່າງໆ ແມ່ນຖືກຍົກເລີກໄວເກີນໄປ. ທ່ານໝໍ ອຽນ ລິບກິນ ຈາກມະຫາວິທະຍາໄລ ໂຄລຳເບຍ ໃນລັດນິວຢອກ ໄດ້ກ່າວວ່າ “ພວກເຮົາກໍາລັງຈະສ່ຽງຕໍ່ການຖອຍຫລັງກັບຄືນໄປທີ່ອາດຈະບໍ່ສາມາດຮັບເອົາໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG