ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດ ປະຈຳ ສປຊ 22 ທ່ານ ປະນາມ ການປະພຶດຂອງຈີນ ຕໍ່ຊົນເຜົ່າ ວີເກີ


ພວກຊົນເຜົ່າວີເກີ ນັ່ງຢູ່ໃກ້ ຮູບປັ້ນ ຂອງມື້ລາງ ປະທານປະເທດ ເໝົາ ເຈີຕຸງ ໃນເມືອງຄາສກາຣ ເຂດຊິນຈຽງທີ່ຊາວວີເກີປົກຄອງຕົນເອງ, ຂອງຈີນ, ວັນທີ 23 ມີນາ 2017.
ພວກຊົນເຜົ່າວີເກີ ນັ່ງຢູ່ໃກ້ ຮູບປັ້ນ ຂອງມື້ລາງ ປະທານປະເທດ ເໝົາ ເຈີຕຸງ ໃນເມືອງຄາສກາຣ ເຂດຊິນຈຽງທີ່ຊາວວີເກີປົກຄອງຕົນເອງ, ຂອງຈີນ, ວັນທີ 23 ມີນາ 2017.

ເອກອັກຄະລັດຖະທູດ​ຂອງ​ປະ​ເທດ​ຕ່າງໆ ປະຈຳສະຫະປະຊາຊາດ ຫຼາຍກວ່າ 20
ທ່ານ ໄດ້ສົ່ງໜັງສືສະບັບນຶ່ງໄປຫາສະພາສິດທິມະນຸດ ທີ່ນະຄອນເຈນີວາ ເພື່ອ
ປະນາມການປະພຶດຂອງຈີນ ຕໍ່ຊາວວີເກີ ແລະຊາວມຸສລິມ​ອື່ນໆ ຢູ່ໃນເຂດຊິນຈຽງ.

ບັນດານັກການທູດປະຈຳສະຫະປະຊາຊາດ ຈາກ 22 ປະເທດ ໂດຍສ່ວນໃຫຍ່
ແມ່ນມາຈາກປະເທດໃນທະວີບຢູໂຣບ ພ້ອມດ້ວຍປະເທດອອສເຕຣເລຍ ການາດາ
ຍີ່ປຸ່ນແລະນິວຊີແລນ ໄດ້ລົງນາມໃນໜັງສືສະບັບດັ່ງກ່າວ. ສ່ວນສະຫະລັດ ນັ້ນ
ຍັງບໍ່ທັນໄດ້ລົງນາມເທື່ອ.

ບັນດານັກການທູດທັງຫຼາຍ ໄດ້ສະແດງຄວາມເປັນຫ່ວງ ຕໍ່ “ລາຍງານທີ່ເຊື່ອຖືໄດ້
ກ່ຽວ​ກັບການຄຸມຂັງໂດຍ​ພາ​ລະ​ການ...ພ້ອມດ້ວຍການສອດແນມແລະການວາງ
ຂໍ້ຈຳກັດ ທີ່ເກີດຂຶ້ນຢ່າງກວ້າງຂວາງ ໂດຍສະເພາະແລ້ວ ແນເປົ້າໝາຍໃສ່ ຊາວ
ວີເກີ ແລະພວກຊົນເຜົ່າກຸ່ມນ້ອຍຕ່າງໆ ຢູ່ໃນເຂດຊິນຈຽງ.”

ບັນດາເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ຈີນຢຸດເຊົາ ການກັກໂຕພວກຊົນເຜົ່າ
ກຸ່ມນ້ອຍ ແລະອະນຸຍາດໃຫ້ພວກເຂົາເຈົ້າ “ໄປມາໄດ້ຢ່າງອິດສະຫລະ” ພາຍໃນ
ຊຸມຊົນຂອງພວກເຂົາເຈົ້າ.

ພວກເພິ່ນ ໄດ້ຍົກເອົາຄວາມເປັນຫ່ວງທັງຫຼາຍຂຶ້ນມາ ໃນໜັງສືສະບັບດັ່ງກ່າວ
ແທນທີ່ວ່າ ຈະລົງມະຕິກັນ ຊຶ່ງເປັນທີ່ແນ່ນອນແລ້ວວ່າ ຈີນ ກໍຕ້ອງບໍ່ເຫັນດີນຳ.

ທ່ານຈອນ ຟິສເຊີ ຜູ້ອຳນວຍການ ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights
Watch ທີ່ນະຄອນເຈນີວາ ໄດ້ກ່າວໃນວັນພຸດວານນີ້ວ່າ “ຖະແຫລງການຮ່ວມ ແມ່ນ
ມີຄວາມສຳຄັນ ບໍ່ພຽງແຕ່ສຳລັບປະຊາຊົນຂອງຊິນຈຽງເທົ່ານັ້ນ ແຕ່ຍັງສຳລັບປະຊາ
ຊົນຢູ່ໃນທົ່ວໂລກນຳ​ດ້ວຍ ຜູ້ທີ່ກາງຕໍ່ການນຳພາ ຂອງອົງການຈັດຕັ້ງ ເພື່ອສິດທິ
ມະ​ນຸດຂອງສະຫະປະຊາຊາດ ໃຫ້ນຳເອົາພວກປະເທດ ທີ່ມີອຳນາດທີ່ສຸດ ມາຮັບ
ຜິດຊອບ”

ຈີນ ກໍໄດ້ປະຕິເສດ ຕໍ່ການຄຸມຂັງຊາວວີເກີ ແລະພວກຊົນເຜົ່າອື່ນໆ ໃນອັນທີ່ບັນດາ
ກຸ່ມປົກປ້ອງສິດທິມະນຸດ ແລະອະດີດພວກທີ່ຖືກຄຸມຂັງ ເອີ້ນວ່າ “ສູນກັກຂັງທັງຫຼາຍ”
ຊຶ່ງເປັນການແນໃສ່ເພື່ອກົດດັນ ໃຫ້ພວກເຂົາເຈົ້າເຂົ້າຮ່ວມກັບສັງຄົມ ແລະວັດທະນະ
ທຳຂອງຈີນ ແລະກົດຂີ່ວັດທະນະທຳ ແລະສາສະໜາ ຂອງພວກເຂົາເຈົ້າ.

ຈີນ ເອີ້ນພວກສູນດັ່ງກ່າວນັ້ນ ວ່າ “ສູນສຶກສາອົບຮົມວິຊາຊີບ” ຕັ້ງຂຶ້ນເພື່ອຝຶກໃຫ້
ປະຊາຊົນ ສາ​ມາດ​ເຮັດວຽກ ແລະຫັນພວກເຂົາເຈົ້າໄປຈາກຂໍ້ກ່າວອ້າງ ຂອງຄວາມ
ຮຸນແຮງ ແລະໄພຂົ່ມຂູ່ດ້ານການກໍ່ການຮ້າຍ.

ຜູ້ອຳນວຍການ ຂອງອົງການສິ້ງຊອມສິດທິມະນຸດ ປະຈຳສະຫະປະຊາຊາດ ທ່ານລູ
ຊາຣບົງໂນ ກ່າວຕໍ່ວີໂອເອ ວ່າ ທ່ານເສຍໃຈ ໃນເວລາເລຂາທິການ ໃຫຍ່ຂອງສະຫະ ປະຊາຊາດ ທ່ານແອນໂຕນີໂອ ກູແຕເຣັສ ໄດ້ສົງບັນດາເຈົ້າໜ້າທີ່ຂັ້ນສູງ ຕໍ່ຕ້ານການ
ກໍ່ການຮ້າຍໄປຢ້ຽມຢາມສູນທັງຫຼາຍທີ່ກ່າວນັ້ນ ແທນ ທີ່ຈະສົ່ງທ່ານນາງ ມິແຊລ
ບາຊາເລັດ ຫົວໜ້າສິດທິມະນຸດຂອງທ່ານໄປທີ່ນັ້ນ.

ທ່ານຊາຣບົງໂນກ່າວວ່າ ອັນນັ້ນ ເປັນການຢືນຢັນ ເຖິງການກ່າວອ້າງຂອງຈີນ ທີ່ວ່າ
ຕົນກຳລັງຕໍ່ສູ້ກັບການການກໍ່ການຮ້າຍ ແທນທີ່ຈະເປັນການລະເມີດສິດທິ ຂອງ
ພວກຊາວມຸສລິມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG