ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການອະນາໄມໂລກ ເວົ້າວ່າ ຊາວອາຟຣິກາ 44 ລ້ານຄົນ ມີຄວາມສ່ຽງຕິດ ໂຄວິດ-19


ຄົນໃສ່ຜ້າປິດປາກເພື່ອປ້ອງກັນໄວຣັສໂຄໂຣນາບໍ່ໃຫ້ແຜ່ຜາຍໄປນັ້ນ ຍ່າງຜ່ານຮູບພາບແຜ່ນໃຫຍ່ຕິດຢູ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນ Johannesburg ຂອງອາຟຣິກາໃຕ້ໃນວັນທີ 7 ພຶດສະພາ, 2020 ເມື່ອປະເທດດັ່ງກ່າວ ເລີ້ມຜ່ອນຜັນມາດຕະການປິດເມືອງຕ່າງໆໄວ້ແລ້ວ.
ຄົນໃສ່ຜ້າປິດປາກເພື່ອປ້ອງກັນໄວຣັສໂຄໂຣນາບໍ່ໃຫ້ແຜ່ຜາຍໄປນັ້ນ ຍ່າງຜ່ານຮູບພາບແຜ່ນໃຫຍ່ຕິດຢູ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນ Johannesburg ຂອງອາຟຣິກາໃຕ້ໃນວັນທີ 7 ພຶດສະພາ, 2020 ເມື່ອປະເທດດັ່ງກ່າວ ເລີ້ມຜ່ອນຜັນມາດຕະການປິດເມືອງຕ່າງໆໄວ້ແລ້ວ.

ມີຄົນຫລາຍເຖິງ 44 ລ້ານຄົນຢູ່ໃນທະວີບອາຟຣິກາ ທີ່ອາດຈະລົ້ມປ່ວຍຍ້ອນໄວຣັສ
ໂຄໂຣນາ ແລະ 190,000 ຄົນຈະເສຍຊີວິດຍ້ອນພະຍາດນີ້ ຖ້າໄວຣັສດັ່ງກ່າວບໍ່ສາ
ມາດຖືກສະກັດກັ້ນໄວ້ໄດ້, ອີງຕາມອົງການອະນາໄມໂລກ.

ລາຍງານໃໝ່ຂອງອົງການອະນາໄມໂລກກວດເບິ່ງ 47 ປະເທດຢູ່ໃນທະວີບອາຟຣິກາ.
ອົງການນີ້ເວົ້າວ່າ ເຖິງແມ່ນອັດຕາການຂອງການແຜ່ຜາຍຂອງໄວຣັສນີ້ ຢູ່ໃນທະວີບ
ອາຟຣິກາຈະຊ້າກວ່າຢູ່ໃນພາກສ່ວນອື່ຍຂອງໂລກຢູ່ໃນປີທໍາອິດຂອງການລະບາດ
ຢ່າງໃຫຍ່ຂອງພະຍາດນີ້ກໍຕາມ, ໂຄວິດ (COVID)-19 ຢູ່ໃນອາ ຟຣິກາສາມາດ
ທີ່ຈະ “ຕິດແປດໄປແບບຊ້າໆ” ຢູ່ໃນສິ່ງທີ່ບົດລາຍງານນີ້ເອີ້ນວ່າ ຈຸດຟົດເດືອດນັ້ນ
ໄປເປັນເວລາດົນນານ.

“ໂຄວິດ (COVID)-19 ອາດຈະກາຍເປັນສິ່ງທີ່ຢູ່ຄົງຕົວໃນຊີວິດຂອງພວກເຮົາໄປອີກ
ຫລາຍປີກໍເປັນໄດ້ ເວັ້ນເສຍແຕ່ວ່າ ຈະມີວິທີເຂົ້າຄວບຄຸມສະຖານະການ ໂດຍລັດຖະ
ບານຂອງຫລາຍປະເທດຢູ່ໃນຂົງເຂດດັ່ງກ່າວ,” ນັ້ນຄືຄໍາເວົ້າ ຂອງ ດຣ. ມັດຊີດິໂຊະ ໂມເອຕິ (Matshidiso Moeti), ຫົວໜ້າອົງການອະນາໄມ ໂລກ ປະຈໍາຂົງເຂດອາຟຣິກາ.

ຖ້າຫາກມີການດໍາເນີນການພຽງໜ້ອຍດຽວ ຫລືບໍ່ມີເລີຍ, ດຣ. ໂມເອຕິເວົ້າວ່າ ຄວາມສາມາດທາງການແພດຢູ່ທົ່ວທະວີບອາຟຣິກາຈະ “ຮັບມືບໍ່ໄຫວ” ແລະກໍ ເວົ້າວ່າ ການເຮັດໃຫ້ການລະບາດໃນວົງກວ້າງກວ່ານີ້ຫລຸດລົງ ກໍຈະເຮັດໃຫ້ມີ ຄ່າໃຊ້ຈ່າຍ ຫລາຍກວ່າການໃຊ້ມາດຕະການປ້ອງກັນ ທີ່ລັດຖະບານຂອງປະ ເທດຕ່າງໆ ກໍາລັງດໍາເນີນໄປຢູ່ນີ້ຕັ້ງຫລາຍ ເພື່ອສະກັດກັ້ນການແຜ່ລະບາດ ຂອງໄວຣັສນີ້.

ທ່ານ ແອນໂຕນິໂອ ກູເຕເຣັສ (Antonio Guterres), ເລຂາທິການໃຫຍ່ຂອງ ອົງການສະຫະປະຊາຊາດ ເວົ້າວ່າ ອົງການສະຫະປະຊາຊາດ ກໍາລັງເພີ້ມການ ຮ້ອງຂໍເອົາການຊ່ວຍເຫລືອໃຫ້ແກ່ບັນດາປະເທດທີ່ທຸກຈົນທີ່ສຸດຈໍານວນນຶ່ງ ໃນ ການຕໍ່ສູ້ກັບໄວຣັສໂຄໂຣນານີ້ ໂດຍໃຊ້ເງິນຫລາຍຕື້ໂດລາ, ໂດຍທີ່ທ່ານກ່າວ ໃນວັນພະຫັດວານນີ້ວ່າ ຕ້ອງໄດ້ໃຊ້ເງິນ 6.7 ຕື້ໂດລາ.

ໃນວັນພະຫັດວານນີ້ ທະນາຄານໂລກໄດ້ອະນຸມັດເງິນ 506 ລ້ານໂດລາ ໃຫ້ ເປັນເງິນກູ້ໃນຍາມສຸກເສີນແກ່ເອກົວດໍ ທີ່ກໍາລັງດີ້ນຮົນຕໍ່ສູ້ກັບການລະບາດທີ່ ຮ້າຍແຮງທີ່ສຸດອັນນຶ່ງຂອງຂົງເຂດອາເມຣິກາລາຕິນຢູ່ໃນເວລານີ້. ການອະນຸມັດ ເງິນດັ່ງກ່າວໄດ້ມີຂຶ້ນພຽງບໍ່ພໍເທົ່າໃດມື້ ພາຍຫລັງທີ່ມີກອງທຶນສາກົນໄດ້ໃຫ້ເງິນ ສະໜັບສະໜຸນທະນາຄານດັ່ງກ່າວ 643 ລ້ານໂດລາ ເພື່ອຊ່ວຍເອກົວດໍ.

ຫົວໜ້າສະຖາບັນການແພດແຫ່ງຊາດຂອງສະຫະລັດ ກ່າວຕໍ່ກໍາມາທິການຂອງ ສະພາສູງໃນວັນພະຫັດວານນີ້ວ່າ ອົງການດັ່ງກ່າວໄດ້ຕັ້ງທີມງານປະຕິບັດການ ຮ່ວມກັບພາກເອກະຊົນເພື່ອສ້າງເທັກໂນໂລຈີໃນການແຈກຢາຍ ທີ່ເພິ່ນເວົ້າວ່າ ສາມາດກວດຄົນເປັນຫລາຍໆລ້ານຄົນ ຕໍ່ອາທິດໄດ້ ໃນທ້າຍລະດູຮ້ອນ ປີນີ້ ກ່ອນລະດູໄຂ້ຫວັດໃຫຍ່ຈະເລີ້ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG