ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ລາຍງານວ່າ ການຜະລິດ ຝິ່ນ ໃນອັຟການິສຖານ ຫຼຸດລົງ 48 ເປີເຊັນ


ໃນພາບຖ່າຍເມື່ອ ວັນທີ 10 ພຶດສະພາ 2013, ພວກກະເສດຕະກອນ ອັຟການິສຖານ ເກັບກ່ຽວ ຝິ່ນດິບ ໃນຂະນະທີ່ ທຳງານໃນສວນຝິ່ນ ຢູ່ເຂດ Khogyani ຂອງເມືອງ Jalalabad ທາງພາກຕາເວັນອອກ ຂອງນະຄອນຫຼວງກາບູລ, ປະເທດອັຟການິສຖານ.
ໃນພາບຖ່າຍເມື່ອ ວັນທີ 10 ພຶດສະພາ 2013, ພວກກະເສດຕະກອນ ອັຟການິສຖານ ເກັບກ່ຽວ ຝິ່ນດິບ ໃນຂະນະທີ່ ທຳງານໃນສວນຝິ່ນ ຢູ່ເຂດ Khogyani ຂອງເມືອງ Jalalabad ທາງພາກຕາເວັນອອກ ຂອງນະຄອນຫຼວງກາບູລ, ປະເທດອັຟການິສຖານ.

ຫ້ອງການຄວບຄຸມຢາ​ເສບ​ຕິດ ​ແລະ ອາ​ຊະ​ຍາ​ກຳ ຂອງອົງການ​
ສະຫະ​ປະຊາ​ຊາດ ຫຼື UNODC ​ໄດ້​ລາຍ​ງານ ​ໃນ​ວັນ​ພຸດ​ມື້​ນີ້
ວ່າ ຈຳນວນ​ຂອງ​ຝິ່ນ ທີ່​ໄດ້​ຜະລິດ ຢູ່​ໃນ​ອັຟກາ​ນິສຖານ ​ໃນ​ປີ​ນີ້
ໄດ້ຫລຸດ​ລົງ​ 48 ​ເປີ​ເຊັນ.

ທ່ານ Andrey Avetisyan ຜູ້ຕາງໜ້າ​ປະຈຳ​ຂົງ​ເຂດ ຂອງ
ອົງການ UNODC ​ໄດ້​ກ່າວຖະ​ແຫລ​ງຕໍ່​ບັນດາ​ນັກ​ຂ່າວ ຢູ່​ໃນ
ນະຄອນຫຼວງກາ​ບູລ ​ໃນ​ຂະນະ​ທີ່ ​ເປີດ​ເຜີຍ​ການ​ຄົ້ນພົບ ໃນ
​ການສຳຫຼວດຝິ່ນ ຂອງ​ອັຟກາ​ນິສຖານຄັ້ງຫຼ້າສຸດ ໂດຍ​ເວົ້າ​ວ່າ
“ພວກ​ເຮົາພົບວ່າ ມີການຜະລິດຝິ່ນ 3,300 ​ໂຕນ ​ໃນ​ປີ​ນີ້
​ເມື່ອ​ປຽບທຽບ​ໃສ່ 6,400 ​ໂຕນ ໃນ​ປີ​ກາຍ​ນີ້.”

ອົງການ UNODC ​ໄດ້​ໃຫ້​ເຫດຜົນ​ກ່ຽວກັບ​ການ​ຫລຸດລົງ ​ຢ່າງຫຼວງຫຼາຍນັ້ນວ່າ ​ເປັນ
ຍ້ອນ​ການ​ຮ່ວມ​ມື ທີ່​ດີ​ຂຶ້ນ ລະຫວ່າງ ອົງການພິທັກ​ກົດໝາຍ​ຕ່າງໆ ​ແລະບັນດາ​ເຈົ້າໜ້າ​ທີ່
ຜູ້ອອກ​ນະ​ໂຍບາຍ​ອັຟກາ​ນິສ ຖານ​. ການ​ຫລຸດ​ລົງ ​ແມ່ນ​ມີ​ຄວາມ​ສຳຄັນ​ ຫລັງ​ຈາກຫຼາຍປີ
ທີ່​ມີ​ການ​ເພີ້​ມຂຶ້ນ ຢ່າງ​ຕໍ່​ເນື່ອງ ​ໃນ​ການ​ປູກຝັງ ​ແລະ ການ​ຜະລິດຝິ່ນ​ໃນ​ປະ​ເທດດັ່ງກ່າວ.

ທ່ານ Avetisyan ​ໄດ້​ກ່າວ​ຕື່ມ​ອີກ​ວ່າ ການ​ປູກຝັງ​ຝິ່ນ ​ໃນ​ປີ 2015 ຍັງ​ໄດ້​ຫລຸດ​ລົງ ​ໃນ​
ອັດຕາສະ​ເລ່ຍ 19 ​ເປີ​ເຊັນ ທົ່ວ​ປະ​ເທດ ​ແຕ່​ຫາກ​ວ່າ ມັນ​ໄດ້​ເພີ້​ມຂຶ້ນ ຢູ່​ທາງ​ພາກ​ເໜືອ​
ຂອງ​ອັຟກາ​ນິສຖານ ​ເພາະ​ເປັນ ຍ້ອນ​ສະພາບຄວາມ​ໝັ້ນຄົງ​ ຢູ່​ໃນ​ບໍລິ​ເວນດັ່ງກ່າວ
ຊຸດໂຊມລົງ.

​ແຂວງ Helmand ຍັງ​ຄົງ​ເປັນ​ເຂດ​ທີ່​ຜະລິດຝິ່ນໃຫຍ່​ທີ່​ສຸດ ​ແຕ່ກໍ​ໄດ້​ ​ຫລຸດ​ລົງຢ່າງເປັນ
ປະຫວັດການ ​ໃນ​ອັດຕາສະ​ເລ່ຍ 16 ​ເປີ​ເຊັນ ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ. ຍັງ​ມີ ການ​
ຫລຸດ​ລົງ ຢູ່​ໃນ​ແ​ຂວງ Kandahar Kapisa, Zabul, Farah, Nimoroz, Herat,
Nangarhar, Laghman ​ແລະ Badkhashan ອີກດ້ວຍ.

ທ່ານ Avetisyan ​ໄດ້​ເນັ້ນວ່າ ບັນຫາຢາ​ເສບ​ຕິດ​ຂອງອັຟການິສຖານ ຍັງ​ຄົງ​ເປັນບັນຫາ
ທີ່ໃຫຍ່​ຢູ່ ​ແລະ ຜົນສຳ​ເລັດ​ໃນ​ການ​ຕໍ່ຕ້ານ​ມັນ​ນັ້ນ ສາມາດ​ບັນລຸ​ໄດ້ ພຽງ​ຢ່າງ​ດຽວ ​ດ້ວຍ​
ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ ລະຫວ່າງ ລັດຖະບານ ​ແລະ ປະຊາຄົມນາໆ​ຊາດ.

XS
SM
MD
LG