ລິ້ງ ສຳຫລັບເຂົ້າຫາ

 
ຜົນສໍາຫຼວດສະແດງໃຫ້ເຫັນວ່າ ປະຊາຊົນຊາວຢູເຄຣນ ຕໍ່ສູ້ກັບຄວາມອິດເມື່ອຍ ແລະຄວາມບໍ່ແນ່ນອນ ແຕ່ກໍຍັງມີຄວາມຫວັງ
ວັນອັງຄານ, ໐໑ ເມສາ ໒໐໒໕

ຜົນສໍາຫຼວດສະແດງໃຫ້ເຫັນວ່າ ປະຊາຊົນຊາວຢູເຄຣນ ຕໍ່ສູ້ກັບຄວາມອິດເມື່ອຍ ແລະຄວາມບໍ່ແນ່ນອນ ແຕ່ກໍຍັງມີຄວາມຫວັງ


ປະຊາຊົນຊາວຢູເຄຣນ ຕໍ່ສູ້ກັບຄວາມອິດເມື່ອຍ ແລະຄວາມບໍ່ແນ່ນອນ.

ເຖິງແມ່ນຈະມີຄວາມບໍ່ແນ່ນອນເພີ້ມຂຶ້ນກ່ຽວກັບການສະໜັບສະໜູນທີ່ຫຼຸດລົງຂອງ ສະຫະລັດ, ມັນ​ໄດ້ມີຄໍາຖາມກ່ຽວກັບການມີຢູ່ ແລະຄວາມກ້າວໜ້າຢ່າງຕໍ່ ເນື່ອງຂອງ ຣັດເຊຍ ເພີ້ມຂຶ້ນ, ແຕ່ການສໍາຫຼວດພົບວ່າ ປະຊາຊົນຊາວ ຢູເຄຣນ ທົ່ວໄປ ຍັງມີຄວາມຫວັງໂດຍລວມ ກ່ຽວກັບ ອະນາຄົດຂອງພວກ ເຂົາເຈົ້າ.

ພາກສ່ວນ​ນີ້​ຂອງ​ຈະຕຸລັດແຫ່ງ​ອິດສະຫຼະ​ພາບ ທີ່ຕັ້ງຢູ່​ໃຈກາງ​ນະຄອນຫຼວງ ກີຢິບ ​ຖືກໃຊ້​ສໍາລັບ​ປູກ​ດອກ​ໄມ້ ຈົນ​ຮອດ​ປີ 2022.

ເມື່ອ​ການ​ຮຸກຮານ​ເລີ້ມຕົ້ນ​ຂຶ້ນ, ປະຊາຊົນກໍ​ເລີ້ມພາກັນ​ນຳ​ເອົາ​ທຸງ​ຊາດ ​ຢູ​ເຄ​ຣນ​ມາໄວ້​ທີ່​ນີ້ ເພື່ອ​ລະ​ນຶກ​ເຖິງ​ບັນ​ດາ​ທະ​ຫານ​ທີ່ເສຍຊີວິດ.

ໃນໄລຍະເວລາສາມປີ, ຈໍານວນທຸງກໍເພີ້ມຂຶ້ນຫຼາຍຮ້ອຍຜືນ.

ນາງ ໂພລີນາ (Polina), ປະຊາຊົນທີ່ອາໄສໃນນະຄອນຫຼວງກີຢິບ (UKR) ກ່າວວ່າ:

“ພວກເຮົາໄດ້ເອົາທຸງມາໄວ້ຢູ່ນີ້ ເພື່ອລະນຶກເຖິງລຸງຂອງພວກເຮົາ.”

ມີຄົນມາອະນຸສອນສະຖານແຫ່ງນີ້ຢູ່ຕະຫຼອດ​ເວ​ລາ.

ຫຼັງຈາກສາມປີຂອງການຮຸກຮານໂດຍ ຣັດເຊຍ, ຄວາມ​ຮູ້​ສຶກ​ຂອງ​ປະ​ຊາ​ຊົນ​ແມ່ນ​ມີຫຼາກຫຼາຍ.

ນາງ ດາເຣຍ (Daria), ປະຊາຊົນທີ່ອາໄສໃນນະຄອນຫຼວງກີຢິບ (UKR) ກ່າວວ່າ:

“ຢ່າຖາມຂ້ອຍວ່າ ຂ້ອຍຮູ້ສຶກແນວໃດໃນປີທີສາມຂອງສົງຄາມ. ຂ້ອຍສູນ ເສຍຜົວຂອງຂ້ອຍ, ເຊິ່ງລາວຖືກປະຈໍາການຢູ່ໃນກອງທັບ.”

ນາງ ລູດມີລາ (Liudmyla), ປະຊາຊົນທີ່ອາໄສໃນນະຄອນຫຼວງກີຢິບ (UKR) ກ່າວວ່າ:

“ຮ່າງກາຍຂ້ອຍຮູ້ສຶກສິ້ນຫວັງ, ຮູ້ສຶກຄຽດແຄ້ນຢູ່ໃນຫົວ ແລະຂ້ອຍກໍຕ້ອງການ ຜົວຂອງຂ້ອຍຄືນມາ. ລາວຫາຍ​ສາບ​ສູນ​ຢູ່ໃນ​ແນວໜ້າໃນຊ່ວງ​ສາມ​ເດືອນ​ທີ່ຜ່ານມາ.”

ນາງ ລິນາ (Lina), ປະຊາຊົນທີ່ອາໄສໃນນະຄອນຫຼວງກີຢິບ (UKR) ກ່າວວ່າ:

“ຂ້ອຍບໍ່ໄດ້ຄິດຫຍັງກ່ຽວກັບການເມືອງ, ຂ້ອຍ​ພຽງຕ້ອງ​ການ​ໃຫ້​ທຸກ​ຄົນ​ມີ​ຊີ​ວິດ​ຢູ່ເທົ່ານັ້ນ​, ດັ່ງ​ນັ້ນສົງ​ຄາມຄວນ​ສິ້ນ​ສຸດໄດ້ແລ້ວ​. ສະນັ້ນ ພວກ​ເຮົາຈຶ່ງ​ສາມາດດໍາລົງ​ຊີວິດ​ຢູ່​ພາຍ​ໃຕ້​ທ້ອງຟ້າ​ທີ່​ສະຫງົບ​ສຸກ.”

ສະຖາບັນສາກົນຂອງກີຢິບທີ່ບໍ່ຂຶ້ນກັບລັດຖະບານ ເຊິ່ງເປັນສະຖາບັນ ກ່ຽວກັບ ສັງຄົມວິທະຍາ ໄດ້ປະຕິບັດວຽກງານຢູ່ໃນ ຢູເຄຣນ ມາເປັນເວລາຫຼາຍກວ່າ 30 ປີ. ການສໍາຫຼວດຂອງພວກເຂົາເຈົ້າໃນທ້າຍປີ 2024 ສະແດງໃຫ້ເຫັນວ່າ ປະຊາຊົນຊາວຢູເຄຣນ ສ່ວນໃຫຍ່ ຍັງຄົງເບິ່ງໂລກໃນແງ່ດີ.

ທ່ານ ແອນຕັນ ເຮີຣູສຊັສກີ (Anton Hrushetskyi, UKR), ຈາກສະຖາບັນ ສັງຄົມວິທະຍາສາກົນ ກີຢິບ ກ່າວວ່າ:

“ປະຊາຊົນຫຼາຍ​ກວ່າ 80 ເປີເຊັນ ຍັງຄົງ​ເຊື່ອ​ວ່າ ຢູ​ເຄຣນ ຈະສາມາດ​ບັນລຸ​ຄວາມ​ສຳ​ເລັດ​ໃນ​ສົງຄາມ ຖ້າບັນດາ​ພັນທະມິດຕາ​ເວັນ​ຕົກ ຫາກໃຫ້ການ​ສະໜັບສະໜູນ​ມັນ​ຢ່າງ​ເໝາະ​ສົມ.”

ຜົນການສຶກສາທີ່ຄ້າຍຄືກັນ ເຊິ່ງດໍາເນີນງານໂດຍສະຖາບັນ ຣີ​ພັບ​ບ​ລີ​ກັນ ສາກົນໃນປີແລ້ວນີ້ພົບວ່າ 88 ເປີເຊັນ ຂອງພົນລະເມືອງຊາວຢູເຄຣນ ທີ່ໄດ້ ຮັບການສໍາຫຼວດເຊື່ອວ່າ ມີຄວາມເປັນໄປໄດ້ທີ່ຈະໄດ້ຮັບໄຊຊະນະ.

ແຕ່ຄວາມກະຕືລືລົ້ນ ແມ່ນບໍ່ສູງເທົ່າກັບຕອນທີ່ມັນເກີດຂຶ້ນໃນຊ່ວງເລີ້ມຕົ້ນ ຂອງການຮຸກຮານຢ່າງເຕັມອັດຕາໃນປີ 2022.

ທ່ານ ອາເຕັມ ແຊກຄາເຊັງໂກ (Artem Zakharchenko), ຫົວໜ້າທີມວິ ເຄາະດ້ານການສື່ສານທີ່ບໍ່ຫວັງຜົນກໍາໄລ, ເຊິ່ງໄດ້ຕິດຕາມທັດສະນະຄະຕິຂອງ ຊາວຢູເຄຣນໃນເຄືອຂ່າຍສື່ສັງຄົມ ນັບຕັ້ງແຕ່ມື້ທໍາອິດໃນຊ່ວງສົງຄາມ ກ່າວວ່າ ສິ່ງນີ້ ແມ່ນຖືກຄາດການໄວ້ແລ້ວ.

ທ່ານ ອາເຕັມ ແຊກຄາເຊັງໂກ, ທີມງານດ້ານວິເຄາະການສື່ສານ (UKR) ກ່າວວ່າ:

“ສິ່ງ​ທີ່​ຍາກ​ທີ່​ສຸດ​ໃນ​ປັດ​ຈຸ​ບັນນີ້​ແມ່ນ ​ປະ​ຊາ​ຊົນ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຫຼາຍສິ່ງດີຂຶ້ນກ​ວ່າເກົ່າ. ເວລານີ້, ເປົ້າໝາຍຫຼາຍໆຢ່າງແມ່ນແນໃສ່ ທ່ານ ທຣໍາ ແລະຄວາມຄາດຫວັງກ່ຽວກັບສິ່ງທີ່ທ່ານຈະເຮັດໃນປັດຈຸບັນນີ້.”

ນັກສັງຄົມວິທະຍາຍັງພົບກັບຄວາມຜິດຫວັງ, ຄວາມອິດເມື່ອຍ ແລະຄວາມ ຄຽດແຄ້ນສູງ ໃນບັນດາປະຊາຊົນຊາວຢູເຄຣນ, ຄວາມຮູ້ສຶກຫຼາຍຢ່າງທີ່ ເຮັດໃຫ້ປະຊາຊົນຈໍານວນນຶ່ງ ຕໍ່ຕ້ານການເຈລະຈາ.

ທ່ານ ແອນຕັນ ເຮີຣູສຊັສກີ (UKR), ຈາກສະຖາບັນສັງຄົມວິທະຍາສາກົນ ກີຢິບ ກ່າວວ່າ:

“ມັນມີຄວາມເມື່ອຍລ້າ, ມີຄວາມອ່ອນ​ເພຍຢ່າງຮຸນແຮງ, ແຕ່ຍັງມີຄວາມເຂົ້າ ໃຈວ່າ ຣັດເຊຍ ແມ່ນສັດຕູທີ່ແທ້ຈິງ, ເຊິ່ງພື້ນທີ່ສໍາລັບການປະນີປະນອມນັ້ນ ໜ້ອຍທີ່ສຸດ.”

ໃນ​ຂະນະດຽວກັນ, ຜົນການສໍາຫຼວດລະບຸ​ວ່າ ​ປະຊາຊົນຍັງຄົງສືບຕໍ່ເຊື່ອໝັ້ນ​ໃນ​ກອງທັບ​ຢູ​ເຄຣນ ​ສູງຮອດ 90 ເປີເຊັນ.

ການສໍາຫຼວດໂດຍສະຖາບັນສັງຄົມວິທະຍາແຫ່ງລັດຂອງ ຢູເຄຣນ ທີ່ໄດ້ຮັບທຶນ ຈາກການສະໜັບສະໜູນຂອງສະຫະລັດ ລະບຸໃຫ້ເຫັນວ່າ ຄວາມຮັກຊາດ ເຮັດໃຫ້ປະຊາຊົນຊາວຢູເຄຣນມີຄວາມສາມັກຄີກັນໃນຊ່ວງບໍ່ເທົ່າໃດປີມານີ້. ແຕ່ຄໍາຖາມທີ່ແຕກຕ່າງກັນກໍຄື ປະເທດຊາດ ຈະພົ້ນເດັ່ນຂື້ນໃນດ້ານການ ເມືອງໄດ້ແນວໃດ.

ທ່ານ ເຊີຮີ ເດັມບິສກີ (Serhiy Dembitskyi, UKR) ຈາກສະຖາບັນສັງຄົມ ວິທະຍາ ກ່າວຜ່ານ Zoom ວ່າ:

“ການ​ເສຍ​ສະ​ຫຼະ​ດັ່ງ​ກ່າວ ​ແມ່ນ​ໂຕ​ຊີ້​ວັດ​ຂອງ​ວຸດທິ, ຄວາມ​ອົດທົນ, ແລະ​ການ ​ອຸ​ທິດ​ຕົນ. ແຕ່ເມື່ອສົງຄາມສິ້ນສຸດລົງ, ແລະພວກເຮົາກັບຄືນສູ່ຂັ້ນຕອນທາງ ການເມືອງຂອງພວກເຮົາ, ຈາກນັ້ນ ພວກເຮົາກໍຈະເຫັນວ່າ ສັງຄົມໄດ້ເຕີບ ໃຫຍ່ຂະຫຍາຍໂຕ ຫຼືບໍ່.”

ໃນ​ຂະ​ນະ​ດຽວ​ກັນ, ຢູ່​ໃກ້​ກັບ​ອະນຸສອນສະຖານ, ນັກ​ດົນ​ຕີ​ແຄມ​ຖະ​ໜົນ​ ກໍາລັງ​ຮ້ອງ​ເພງ​ຣັອກຍອດ​ນິ​ຍົມ​ຂອງ​ຢູເຄຣນ, ເພງນີ້ມີເນື້ອໃນວ່າ ທຸກຢ່າງຈະດີຂຶ້ນ ສໍາລັບທຸກຄົນ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

Despite rising uncertainty over waning U.S. support, growing existential questions and ongoing Russian advances, polls find Ukrainians remain generally optimistic about their future. Lesia Bakalets reports from Kyiv.

This part of Independence Square in the center of Kyiv used to be a flowerbed until 2022.

When the invasion began, people started bringing Ukrainian flags here in memory of fallen soldiers.

Over three years, the number of flags has increased by the hundreds.

Polina, Kyiv Resident – FEMALE, UKR

“We brought a flag in memory of our uncle.”

There is always someone at the memorial.

After three years of Russia’s invasion, feelings are mixed.

Daria, Kyiv Resident – FEMALE, UKR

“Don’t ask me how I feel in the third year of the war. I lost my husband; he was in the military.”

Liudmyla, Kyiv Resident – FEMALE, UKR

“I feel despair in my body, anger in my head – and I want my husband back. He went missing from the front three months ago.”

((Lina, Kyiv Resident – FEMALE, UKR))

“I don't think about politics; I just want everyone to stay alive, so this [war can be] over. So that we [can] live under a peaceful sky.”

The non-governmental Kyiv International Institute of Sociology has been working in Ukraine for more than 30 years. Its survey at the end of 2024 suggests most Ukrainians still remain optimistic.

Anton Hrushetskyi, Kyiv International Institute of Sociology – MALE, UKR

“More than 80% still believe that Ukraine is capable of achieving success in the war if Western partners properly support it.”

A similar study conducted last year by the International Republican Institute finds 88% of Ukrainian citizens surveyed believe victory is possible.

But enthusiasm is not as high as it was at the start of the full-scale invasion in 2022.

This was to be expected, says Artem Zakharchenko, head of the nonprofit Communication Analysis Team, which has monitored Ukrainians’ attitudes on social networks since the first days of the war.

Artem Zakharchenko, Communication Analysis Team – MALE. UKR

“The most difficult thing now is that people don't know what to do to make things better. Right now, a lot of focus is on Trump and on expectations of what he will do now.”

Sociologists also find disappointment, fatigue and anger are high among Ukrainians, sentiments that are causing some to oppose negotiations.

Anton Hrushetskyi, Kyiv International Institute of Sociology – MALE, UKR

“There is fatigue, there is exhaustion, but there is also an understanding that Russia is an existential enemy, and this creates very little room for compromise.”

At the same time, polls say people’s trust in the Armed Forces of Ukraine is consistently high, at 90%.

A U.S.-funded survey by the state Institute of Sociology of Ukraine suggests that patriotism has united Ukrainians during these years. How the country emerges politically is a different question.

Serhiy Dembitskyi, Institute of Sociology – MALE, UKR, Zoom

“Such sacrifices that were made are an indicator of maturity, resilience, and dedication. But when the war is over, and we return to our political process, then we will see whether society has grown or not.”

Meanwhile, near the memorial, a street musician sings a popular Ukrainian rock band song. It says everything will be fine, for each and every one.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG