ພວກເຂົາເຈົ້າມີວຽກເຮັດງານທໍາປະຈໍາວັນ, ມີລູກໆ ແລະຕ້ອງປະ ເຊີນກັບຄວາມເຄັ່ງຕຶງຈາກການເຮັດວຽກ. ແມ່ຍິງຈໍານວນນຶ່ງຈາກເມືອງຕ່າງໆໃນພາກພື້ນນະຄອນຫຼວງກີຢິບຂອງ ຢູເຄຣນ ໄດ້ເຂົ້າເປັນອາສາສະໝັກຢູ່ໃນກອງທັບ ເພື່ອຮຽນຮູ້ວິທີປົກປ້ອງຄຸ້ມຄອງຄອບຄົວຂອງພວກເຂົາເຈົ້າ. ລີເຊຍ ບາກາເລັດສ໌ (Lesia Bakalets) ມີລາຍງານເພີ້ມເຕີມ ກ່ຽວກັບ ວິທີການເຮັດວຽກຂອງໜ່ວຍງານດັ່ງກ່າວນີ້.
ໂລກຂອງໂຕເລກ ແລະລະຫັດ ແມ່ນວຽກປະຈໍາວັນຂອງນາງ ອິນນາ (Inna). ນາງເປັນຄູສອນວິຊາຄະນິດສາດ ແລະ ວິທະຍາສາດຄອມພິວເຕີ ຢູ່ໂຮງຮຽນ ໃນພາກພື້ນ ກີຢິບ.
ແຕ່ນັ້ນ, ມັນບໍ່ແມ່ນວຽກດຽວເທົ່ານັ້ນທີ່ນາງມີ. ທຸກໆ 3 ມື້, ນາງ ອິນນາ ເປັນອາສາສະໝັກຢູ່ໃນໜ່ວຍງານທະຫານທ້ອງຖິ່ນ. ນາງເອົາເຄື່ອງແບບໄວ້ໃນລົດຂອງນາງ, ເຊິ່ງ ນາງ ອິນນາ ຮ້ອງຂໍບໍ່ໃຫ້ພວກເຮົາໃຊ້ນາມສະກຸນ ຂອງນາງ.
ນາງ ອິນນາ, ທະຫານອາສາສະໝັກ UKR ກ່າວວ່າ:
“ມັນບໍ່ມີເວລາກັບເມືອເຮືອນເລີຍ. ເສື້ອຫຸ້ມເກາະແມ່ນເບີກໃຫ້ຢູ່ໃນໜ່ວຍ ທະຫານແລ້ວ.”
ນາງ ອິນນາ ໄດ້ເຂົ້າຮ່ວມໜ່ວຍງານອາສາສະໝັກໃນເວລາທີ່ຍາມພັກຮ້ອນຂອງໂຮງຮຽນເລີ້ມຕົ້ນຂຶ້ນ. ນາງ ໄດ້ອາສາເປັນພົນລະເຮືອນໃນເວລາທີ່ ຣັດເຊຍ ຮຸກຮານເຂົ້າ ຢູເຄຣນ, ແຕ່ຮູ້ສຶກສະເໝີວ່າ ນາງສາມາດເຮັດໄດ້ຫຼາຍ ກວ່ານັ້ນ.
ນາງ ອິນນາ, ທະຫານອາສາສະໝັກ UKR ກ່າວວ່າ:
“ຂ້ອຍໄດ້ເຫັນການໂຄສະນາວ່າ ມີຄວາມຕ້ອງການອາສາສະໝັກທີ່ເປັນແມ່ຍິງ. ຂ້ອຍມີຄວາມກັງວົນໃຈກ່ຽວກັບອາຍຸ ເນື່ອງຈາກຂ້ອຍມີອາຍຸ 51 ປີແລ້ວ, ແຕ່ຕັດສິນ ໃຈທີ່ຈະພະຍາຍາມລອງເບິ່ງ. ຂ້ອຍມີລູກ 3 ຄົນ ແລະຢາກປົກປ້ອງພວກເຂົາເຈົ້າ.”
ພັນເອກ ແອນດຣີ ເວີລາທີ (Colonel Andrii Verlatyi) ຄິດຢາກເປັນອາສາ ສະໝັກດ້ວຍຄວາມຄິດທີ່ຈະເລີ້ມເຂົ້າໜ່ວຍງານອາສາສະໝັກຂອງແມ່ຍິງ.
ພັນເອກ ແອນດຣີ ເວີລາທີ, ເສນາທິການທະຫານບົກ ຂອງອົງການສ້າງຕັ້ງອາສາສະໝັກແຫ່ງເມືອງ ບູຊາ (Bucha) ກ່າວວ່າ:
“ຈົນເຖິງວັນທີ 1 ເດືອນເມສາ, ໜ່ວຍງານສ່ວນໃຫຍ່ຂອງພວກຂ້ອຍແມ່ນ ຜູ້ຊາຍ. ແຕ່ຕໍ່ຈາກນັ້ນ, ມີຄຳສັ່ງອອກມາໃຫ້ເພີ້ມທະວີມາດຕະການລະດົມພົນ. ແລະ ທະຫານຂອງຂ້ອຍ ກໍໄດ້ເຂົ້າຮ່ວມກັບຂະແໜງຕ່າງໆຂອງກອງທັບດ້ວຍຄວາມສະໝັກໃຈ.”
ພັນເອກ ແອນດຣີ ເວີລາທີ ອະທິບາຍພຽງແຕ່ວ່າ ມີພຽງຜູ້ທີ່ບໍ່ສາມາດຮັບລາດ ຊະການປະຈໍາເທົ່ານັ້ນ ທີ່ສາມາດເຂົ້າຮ່ວມການຝຶກອາສາສະໝັກປະຈໍາໄດ້ເຊັ່ນ ທະຫານທີ່ປົດປະຈໍາການ ຫຼື ທະຫານທີ່ກະສຽນແລ້ວເທົ່ານັ້ນ, ບັນດາຜູ້ຄົນທີ່ ອາຍຸບໍ່ເໝາະສົມສໍາລັບການເກນທະຫານ, ແລະພວກແມ່ຍິງ. ພັນເອກ ແອນດຣີ ເວີລາທີ, ເສນາທິການທະຫານບົກ ຂອງອົງການສ້າງຕັ້ງອາສາສະໝັກແຫ່ງເມືອງ ບູຊາ ກ່າວວ່າ:
“ໃນວັນທີ 1 ກັນຍານີ້, ຈາກ 120 ຄົນຂອງຈຳນວນອາສາສະໝັກທັງໝົດ, ມີແມ່ຍິງ 94 ຄົນ. ບັນດາແມ່ຍິງເຫຼົ່ານັ້ນເຮັດທຸກຢ່າງໃຫ້ດີທີ່ສຸດ, ພວກເຂົາເຈົ້າມີຄວາມຮັບຜິດຊອບຫຼາຍຂຶ້ນ ແລະມີແຮງຈູງໃຈທີ່ເຂັ້ມແຂງທີ່ສຸດ.”
ບັນດາແມ່ຍິງຈະທໍາການລາດຕະເວນໂຕເມືອງກັບເຈົ້າໜ້າທີ່ຕໍາຫຼວດ ພ້ອມທັງ ເຮັດວຽກເປັນກອງປ້ອງກັນກຽດຕິຍົດ. ພວກເຂົາເຈົ້າທັງຫມົດ ຝຶກອົບຮົມເພື່ອເຮັດວຽກຢູ່ໃນໜ່ວຍງານປ້ອງກັນທາງອາກາດເຊັ່ນກັນ.
ນາງ ອາລີນາ (Alina), ທະຫານອາສາສະໝັກ UKR ກ່າວວ່າ:
“ປັດຈຸບັນ, ພວກເຮົາກໍາລັງພາກັນຝຶກຊ້ອມຢູ່. ຜູ້ບັນຊາການ ດໍາເນີນການຕິດ ຕາມກວດກາໂດຣນຂອງ ຣັດເຊຍ ຢູ່ໃນແທັບເລັດ. ພວກເຮົາເຂົ້າໄປຖືກຈຸດ, ໝາຍຈຸດທີ່ໂດຣນຢູ່, ຕິດຕັ້ງປືນກົນ ແລະຍິງໃສ່ເປົ້າໝາຍ.”
ແມ່ຍິງທັງໝົດ ແມ່ນມາຈາກສ່ວນນຶ່ງຂອງພາກພື້ນ ກີຢິບ ເຊິ່ງຖືກຍຶດຄອງໃນຕອນຕົ້ນຂອງສົງຄາມ.
ໃນຊີວິດຈິງຂອງພົນລະເຮືອນ, ນາງ ອາລີນາ ແມ່ນຜູ້ປະກອບການ. ເພື່ອນ ຮ່ວມງານຂອງນາງທີ່ມີຊື່ຫຼິ້ນວ່າ ລິໂລ (Lilo), ເຮັດໜ້າທີ່ເປັນຜູ້ຊົງກາເຟ.
ນາງ ອາລີນາ (Alina), ທະຫານອາສາສະໝັກ UKR ກ່າວວ່າ:
“ຂ້ອຍຢູ່ເມືອງ ບູຊາ, ຕັ້ງແຕ່ເລີ້ມຕົ້ນປະກອບອາຊີບນີ້ຈົນເຖິງວັນທີ 11 ມີນາ ທີ່ຜ່ານມາ. ໝູ່ຂອງຂ້ອຍເສຍຊີວິດໃນຂະນະທີ່ປະກອບອາຊີບນີ້ຢູ່.”
ນາງ ອິນນາ ທົບທວນຄວາມຈໍາຕອນທີ່ນາງອອກຈາກເມືອງກັບລູກໆຂອງນາງ ແລະກ່າວວ່າ ນາງບໍ່ຕ້ອງການມີຄວາມຮູ້ສຶກວ່າ ໝົດຫວັງອີກຄັ້ງ.
ນາງ ອິນນາ, ທະຫານອາສາສະໝັກ UKR ກ່າວວ່າ:
“ຂ້ອຍສາມາດຈັບອາວຸດໄດ້ແລ້ວ, ເຖິງແມ່ນດ້ວຍມືດຽວກໍຕາມ. ດ້ານຮ່າງກາຍກໍແຂງແຮງເຊັ່ນກັນ. ພວກເຮົາບໍ່ຄວນປ່ອຍໃຫ້ ຣັດເຊຍ ເຂົ້າໄປໃນພາກພື້ນ ກີຢິບ ອີກເທື່ອນຶ່ງ. ຂ້ອຍບໍ່ຢາກໃຊ້ອາວຸດ, ແຕ່ຂ້ອຍຕ້ອງກຽມພ້ອມ.”
ນາງ ອິນນາ ຍັງຄົງສືບຕໍ່ດໍາເນີນວຽກງານດ້ານການທະຫານ ແລະການສິດ ສອນຂອງນາງໄປພ້ອມກັນ ເຊິ່ງທາງໂຮງຮຽນຍັງຂາດເຂີນຄູສອນ. ໃນເບື້ອງ ຕົ້ນ ຄອບຄົວຂອງນາງຕົກໃຈກັບການຕັດສິນໃຈຂອງນາງຫຼາຍ. ແຕ່ຕອນນີ້ ພວກເຂົາເຈົ້າເວົ້າວ່າ ພວກເຂົາມີຄວາມພາກພູມໃຈ ແລະລໍຖ້າທີ່ຈະກັບຄືນເມືອເຮືອນ ລຸນຫຼັງການປະຕິບັດງານປະຈໍາວັນຂອງນາງ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
They have daily jobs, children and occupation trauma. Some women from the cities in Ukraine’s Kyiv region volunteer in a military unit to learn how to protect their families. Lesia Bakalets has more on how this unit works.
The world of numbers and codes is Inna's daily job. She is a mathematics and computer science teacher in a school in the Kyiv region.
But it’s not her only job. Every three days, Inna volunteers in a local military unit. She puts on her uniform inside the car. Inna asked that we not use her last name.
Inna, Military Volunteer, UKR.
“There is simply no time to go home. Armor is issued in the military unit.”
Inna joined the volunteer unit when school summer vacations started. She volunteered as a civilian when Russia invaded Ukraine, but always felt she could do more.
Inna, Military Volunteer, UKR.
“I saw an advertisement that women volunteers were needed. I was hesitant about age – I am 51, but decided to try. I have three children and want to protect them.”
Colonel Andrii Verlatyi came up with the idea to start a women's volunteer unit.
Col. Andrii Verlatyi, Chief of Staff of the Bucha Volunteer Formation, UKR.
“Until April 1st, my unit mainly consisted of men. But then, the order to increase mobilization measures was issued. And my soldiers voluntarily joined different divisions of the Armed Forces.”
Colonel Verlatyi explains only those who cannot serve in regular service may join the volunteer formation – demobilized and retired military, those who don't meet the conscription age, and women.
Col. Andrii Verlatyi, Chief of Staff of the Bucha Volunteer Formation, UKR.
“On September 1, from 120 of the total number of volunteers, 94 were women. Women do everything to be the best; they are more responsible and have a strong motivation.”
Women patrol the city with the police and work as guards of honor. They all train to work in mobile air defense units too.
Alina, Military Volunteer, UKR.
“We are practicing now. The commander monitors the Russian drone on the tablet. We go to the point, mark drone coordinates, install machine guns and meet the target.”
All women are from the part of the Kyiv region that was occupied at the beginning of the war.
In civilian life, Alina is an entrepreneur. Her colleague, with the callsign Lilo, is a barista.
Alina, Military Volunteer, UKR.
“I was in Bucha from the beginning of the occupation until March 11. My friends died under occupation.”
Inna recalls leaving the city with her children and says she does not want to feel that helpless again.
Inna, Military Volunteer, UKR.
“I can already hold a weapon, even with one hand. The physical form has become better. We mustn’t let the Russians into the Kyiv region again. I do not want to use weapons, but I have to be ready.”
Inna continues to combine both her military work and teaching – the school also lacks teachers. Her family was initially shocked by her decision. Now they say they’re proud and look forward to her coming home after her daily shifts.
ຟໍຣັມສະແດງຄວາມຄິດເຫັນ