ສິບເອກ ເຊີຮີ ດານີເລັຕສ໌ (Serhiy Danilets) ຂອງຢູເຄຣນ ຖືກລົດຖັງຂອງສັດຕູຍິງ ແລະແຂນຂວາຂອງລາວຖືກຕັດຂາດຈາກການຕໍ່ສູ້ກັບທະຫານຂອງ ຣັດເຊຍ ໃນປີ 2022. ເພື່ອຊ່ວຍຟື້ນຟູໃນການເຄື່ອນໄຫວຂອງລາວ, ໝໍຜ່າຕັດກະດູກທີ່ມີຊື່ສຽງຊາວສະວີເດັນ ດຣ. ຣິກເກີດ ແບຣັນມາກ (Rickard Brånemark) ໄດ້ເດີນທາງໄປຍັງນະຄອນຫຼວງກີຢິບ (Kyiv) ເພື່ອທໍາການຜ່າຕັດ.
ສິບເອກ ເຊີຮີ ດານີເລັຕສ໌ ກ່າວວ່າ:
“ນັ້ນແມ່ນວິທີທີ່ຜູ້ຊ່ຽວຊານດ້ານການຟື້ນຟູ ສາມາດພິສູດໃຫ້ເຈົ້າເຫັນວ່າ ເຈົ້າສະບາຍດີ, ພວກເຂົາພະຍາຍາມຊຸກຍູ້ໃຫ້ເຈົ້າເຮັດນໍ້າແກງ ໃນລົດຊາດທີ່ແທ້ຈິງຂອງຢູເຄຣນ!”
ພວກເຮົາໄດ້ພົບກັບ ສິບເອກ ເຊີຮີ ດານີເລັຕສ໌ ອາຍຸ 34 ປີ ຄັ້ງທໍາອິດ ໃນຊ່ວງລະດູຮ້ອນທີ່ຜ່ານມາ.
ລາວສູນເສຍແຂນຂວາ ຂອງລາວ ແລະປອດ ພ້ອມດ້ວຍກະດູກສັນຫຼັງຂອງລາວ ໄດ້ຮັບຄວາມເສຍຫາຍ ຢູ່ແນວໜ້າ ເມື່ອເດືອນ ເມສາ ປີ 2022.
ເຖິງແມ່ນວ່າ ໃນຕອນນັ້ນ, ລາວໄດ້ສາບານວ່າ ຈະກັບຄືນໄປແນວໜ້າອີກຄັ້ງນຶ່ງ ກໍຕາມ.
ສິບເອກ ເຊີຮີ ດານີເລັຕສ໌, ຈາກກອງກໍາລັງປະກອບອາວຸດຂອງ ຢູເຄຣນ ກ່າວວ່າ:
“ໃນລະດູໜາວຂອງປີ 2024, ໂດຍສະເພາະ ໃນເວລາທີ່ຂ້ອຍໄປໜ່ວຍປະຈໍາການຂອງຂ້ອຍໃນເມືອງ ບາລັກລິຢາ (Balakliya) ແລະໄດ້ຮັບຜ່ານໂດຍຄະນະກໍາມະການທາງການແພດຂອງທະຫານ ທີ່ໄດ້ປະກາດວ່າ ຂ້ອຍມີສະພາບເໝາະສົມທີ່ຈະໄດ້ຮັບໃຊ້ວຽກງານດ້ານການທະຫານໃນບາງສ່ວນ.”
ຫົກເດືອນຕໍ່ມາ, ລາວຍັງຄົງເຮັດທຸກຢ່າງທີ່ລາວສາມາດເຮັດໄດ້ ເພື່ອຢູ່ສູ້ຕໍ່ໄປ.
ສິບເອກ ເຊີຮີ ດານີເລັຕສ໌ , ຈາກກອງກໍາລັງປະກອບອາວຸດຂອງ ຢູເຄຣນ (UKR) ກ່າວວ່າ:
“ຂ້ອຍບອກຕົນເອງວ່າ ຖ້າຫາກວ່າຂ້ອຍມີຄວາມເຂັ້ມແຂງພໍ, ແລະຖ້າບໍ່ມີຫຍັງຮ້າຍແຮງກວ່າເກົ່າ, ຂ້ອຍຈະກັບຄືນໄປ. ແລະຂ້ອຍກໍຢູ່ນີ້, ຂ້ອຍກັບມາແລ້ວ!”
ປັດຈຸບັນ, ລາວມີແຂນທຽມທີ່ຮ້ອງວ່າ osseointegrated, ເຊິ່ງເປັນແຂນທຽມທີ່ຕິດກັບກະດູກໂດຍກົງ ແລະຍົກລະດັບຄວາມສາມາດຂອງການເຄື່ອນໄຫວ, ພ້ອມກັນນັ້ນ ມັນຍັງມີຄວາມຮູ້ສຶກແບບທໍາມະຊາດຫຼາຍອີກດ້ວຍ.
ໝໍຜ່າຕັດກະດູກທີ່ມີຊື່ສຽງ ດຣ. ຣິກເກີດ ແບຣັນມາກ (Rickard Brånemark), ຈາກມະຫາວິທະຍາໄລແຫ່ງຊາດ Gothenburg ຂອງ ສະວີເດັນ ກ່າວຜ່ານ Zoom ວ່າ:
“ການຕັດແຂນຂາ ເຄີຍເປັນຈຸດສິ້ນສຸດຂອງການເດີນທາງ. ແຕ່ໃນປັດຈຸບັນ, ມັນເປັນຈຸດເລີ້ມຕົ້ນຂອງການເດີນທາງຄັ້ງໃໝ່!”
ດຣ. ຣິກເກີດ ແບຣັນມາກ ເດີນທາງມາຮອດ ຢູເຄຣນ ຕາມຄໍາເຊື້ອເຊີນຂອງ ທ່ານ ວີຢາເຊັສລາບວ໌ ຊາໂປໂຣເຊັດສ໌ (Vyacheslav Zaporozhets), ຜູ້ອໍານວຍການກອງທຶນການກຸສົນທີ່ຮ້ອງວ່າ Center for Complex Endoprosthetics, Osseointegration, ແລະ Bionics.
ທ່ານ ວີຢາເຊັສລາບວ໌ ຊາໂປໂຣເຊັດສ໌, ຈາກກອງທຶນ Complex Endoprosthetics, Ossteointegration, ແລະ Bionics (UKR) ກ່າວຜ່ານ Zoom ວ່າ:
“ມາຮອດປັດຈຸບັນ, ພວກເຮົາສໍາເລັດການຜ່າຕັດແຂນຂາທຽມຕິດກັບກະດູກໂດຍກົງໄດ້ 57 ຄັ້ງແລ້ວ, ໃນນັ້ນ ປະມານ 36 ຄັ້ງ ສໍາລັບແຂນຂາສ່ວນເທິງ ແລະ 21 ຄັ້ງ ສໍາລັບແຂນຂາສ່ວນລຸ່ມ. ຂ້າພະເຈົ້າຕ້ອງເວົ້າວ່າ ບໍ່ມີສູນກາງອື່ນໃດໃນໂລກ ທີ່ທໍາການເຊື່ອມໂຍງແຂນຂາທຽມຕໍ່ກັບກະດູກໂດຍກົງ ແບບສະລັບສັບຊ້ອນຫຼາຍຄືແນວນີ້ ພາຍໃນນຶ່ງປີ.”
ດຣ. ແບຣັນມາກ ໄດ້ທໍາການຜ່າຕັດແບບບໍ່ເສຍຄ່າໃດ ມາຫຼາຍກວ່າ 20 ຄັ້ງ ລະຫວ່າງການເດີນທາງຢ້ຽມຢາມ ຢູເຄຣນ ສາມຄັ້ງແຕກຕ່າງກັນ. ນອກນັ້ນ, ທ່ານຍັງໄດ້ແບ່ງປັນຄວາມຊໍານານຂອງທ່ານ ກັບໝໍຜ່າຕັດຊາວຢູເຄຣນຄົນອື່ນໆ ນໍາອີກດ້ວຍ.
ດຣ. ຣິກເກີດ ແບຣັນມາກ, ຈາກມະຫາວິທະຍາໄລແຫ່ງຊາດ Gothenburg ຂອງ ສະວີເດັນ ກ່າວຜ່ານ Zoom ວ່າ:
“ຂໍ້ມູນໃນເບື້ອງຕົ້ນນັ້ນ, ເຊິ່ງປັດຈຸບັນນີ້ ມີອາຍຸຮອດ 30 ປີແລ້ວ, ຊີ້ໃຫ້ພວກເຮົາເຫັນວ່າ ຖ້າເຈົ້າປະຕິບັດຕາມວິທີການທີ່ເຂັ້ມງວດ, ອັດຕາຜົນສໍາເລັດຈະສູງຂຶ້ນຫຼາຍ, ຂ້າພະເຈົ້າສາມາດເວົ້າໄດ້ວ່າ ອາດຈະສູງກວ່າ 90 ເປີເຊັນ. ຍິ່ງມີທີມແພດທີ່ດີກວ່າຫຼາຍເທົ່າໃດ… ເຈົ້າຮູ້ບໍ, ມີໝໍຜ່າຕັດທີ່ດີ, ມີທີມຟື້ນຟູທີ່ດີ ແລະແຂນຂາທຽມທີ່ດີ ແລະມີຄົນເຈັບທີ່ດີ, ຕໍ່ຈາກນັ້ນ ອັດຕາການຜ່າຕັດຍິ່ງຈະປະສົບຜົນສໍາເລັດສູງຂຶ້ນເທົ່ານັ້ນ!”
ໃນຂະນະນີ້, ສິບເອກ ດານີເລັຕສ໌ ກ່າວວ່າ ຄວາມສາມາດໃນການເຄື່ອນໄຫວຂອງແຂນລາວນັ້ນ ເພີ້ມຂຶ້ນປະມານ 45 ເປີເຊັນແລ້ວ.
ສິບເອກ ເຊີຮີ ດານີເລັຕສ໌, ຈາກກອງກໍາລັງປະກອບອາວຸດຂອງ ຢູເຄຣນ (UKR) ກ່າວວ່າ:
“ຂ້ອຍສາມາດຍົກ ຫຼື ເອົາແຂນທຽມຂອງຂ້ອຍລົງໄດ້ງ່າຍແລ້ວ ແລະສາມາດໃຊ້ມັນໄດ້ຕາມທີ່ຂ້ອຍຕ້ອງການ ໂດຍບໍ່ມີບັນຫາໃດໆ.”
ປັດຈຸບັນ, ຫຼັງຈາກການຟື້ນຟູເປັນເວລາເກືອບສອງປີ, ສິບເອກ ການີເລັຕສ໌ ໄດ້ເຂົ້າຮ່ວມສູ້ລົບກັບໝູ່ເພື່ອນຂອງລາວ ຢູ່ແນວໜ້າອີກຄັ້ງແລ້ວ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
Ukrainian Sergeant Serhiy Danilets was struck by enemy tank fire and lost his right arm fighting Russian troops in 2022. To help restore his mobility, world-renowned Swedish orthopedic surgeon Rickard Brånemark traveled to Kyiv to perform the surgery. Anna Kosstutschenko has the story.
Serhiy Danilets
“That's how rehabilitation specialists make you prove you’re doing well – they force you to make authentic Ukrainian borscht"
We first met 34-year-old Sergeant Serhiy Danilets last summer.
He had lost his right arm and damaged his lung and spine on the frontlines in April of 2022.
Even then, he was vowing to get back to the frontlines.
Sgt. Serhiy Danilets, Armed Forces of Ukraine (UKR)
In the winter of 2024, I specifically went to my Unit Station in the city of Balakliya and passed a military medical commission which proclaimed I was partially fit for military service...”
Six months later, he’s still doing everything he can to stay in the fight.
Sgt. Serhiy Danilets, Armed Forces of Ukraine (UKR)
“I told myself that if I had enough strength, and if things didn’t get worse, I would return. And here I am, I’m back!"
He now has what is called an osseointegrated prosthetic. That’s an artificial limb that attaches directly to the bone and improves mobility. It also has a more natural feel.
A renowned orthopedic surgeon - Rickard Brånemark - performed the surgery.
Rickard Brånemark, University of Gothenburg Sweden, Zoom.
“Amputation used to be the end of the journey. But now it's actually a beginning of a new journey!”
Rickard Brånemark arrived in Ukraine at the invitation of Vyacheslav Zaporozhets, director of the charity foundation called Center for Complex Endoprosthetics, Osseointegration, and Bionics.
Vyacheslav Zaporozhets, Center for Complex Endoprosthetics, Ossteointegration, and Bionics (UKR), Zoom.
“So far, we have completed 57 osseointegration surgeries – about 36 for upper limbs and 21 for lower limbs. I must say, no other center in the world has performed so many complex ossteointegrations in one year...”
Brånemark performed more than 20 free surgeries during three separate visits to Ukraine. He also shared his expertise with Ukrainian surgeons.
Rickard Brånemark, University of Gothenburg Sweden, Zoom.
“The early data, which is now 30 years old, indicates that if you follow a strict protocol, the success rate can be very high – I would say above 90%. The better the team you have… You know, good surgeons, but also good rehabilitation team and good prosthetists and good patients, then the success rate will be even higher!”
For now, Danilets’s says his arm mobility has risen to about 45%.
Sgt. Serhiy Danilets, Armed Forces of Ukraine (UKR)
“I can easily raise or lower the prosthesis and use it however I want, without any issues.”
Now, after nearly two years of rehabilitation, Danilets has rejoined his comrades on the frontlines.
ຟໍຣັມສະແດງຄວາມຄິດເຫັນ