ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູຕິນ ສັ່ງໃຫ້ກອງກຳລັງຍັບຢັ້ງອາວຸດນິວເຄລຍ ຢູ່ໃນທ່າກຽມພ້ອມສູງ


ຂະບວນລົດທະຫານຈອດຢູ່ເມືອງ ມີໂຄລາອິຟກາ (Mikolaivka), ພາກພື້ນ ໂດເນັດສ໌ ທາງພາກຕາເວັນອອກຂອງ ຢູເຄຣນ, ເຂດແດນທີ່ຖືກຄວບຄຸມໂດຍພວກທະຫານບ້ານທີ່ສະໜັບສະໜູນ ຣັດເຊຍ. 27 ກຸມພາ, 2022.
ຂະບວນລົດທະຫານຈອດຢູ່ເມືອງ ມີໂຄລາອິຟກາ (Mikolaivka), ພາກພື້ນ ໂດເນັດສ໌ ທາງພາກຕາເວັນອອກຂອງ ຢູເຄຣນ, ເຂດແດນທີ່ຖືກຄວບຄຸມໂດຍພວກທະຫານບ້ານທີ່ສະໜັບສະໜູນ ຣັດເຊຍ. 27 ກຸມພາ, 2022.

ກອງກຳລັງຍັບຢັ້ງອາວຸດນິວເຄລຍຂອງ ຣັດເຊຍ ແມ່ນໄດ້ຢູ່ໃນຄວາມພ້ອມສູງກ່ອນກອງປະຊຸມສຸກເສີນຮອບພິເສດຂອງ ສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນຈັນມື້ນີ້ ເພື່ອຂະຫຍາຍການກົດດັນທາງການທູດຕໍ່ ມົສກູ ກ່ຽວກັບ ການບຸກລຸກ ຢູເຄຣນ ຂອງເຂົາເຈົ້າ.

ປະທານາທິບໍດີ ທ່ານ ວລາດິເມຍ ປູຕິນ ໄດ້ບອກລັດຖະມົນຕີປ້ອງກັນປະເທດ ຣັດເຊຍ ໃຫ້ເອົາກອງກຳລັງນິວເຄລຍເຂົ້າໃນ “ພາລະກິດການຕໍ່ສູ້ພິເສດຂອງລະບອບການປົກຄອງ” ໃນວັນອາທິດວານນີ້ິ້, ໂດຍເວົ້າວ່າຜູ້ມີອຳນາດນຳໜ້າຂອງອົງການ NATO ໄດ້ໃຊ້ “ຄຳເວົ້າທີ່ດຸຮ້າຍ” ແລະ ໄດ້ວາງມາດຕະການລົງໂທດດ້ານການເງິນ ກ່ຽວກັບ ການບຸກລຸກ ຢູເຄຣນ ຂອງເຂົາເຈົ້າ.

ລຸນຫຼັງການລົງຄະແນນສຽງສຳລັບກອງປະຊຸມພິເສດສະຫະປະຊາດທີ່ດົນໆມີຂຶ້ນເທື່ອນຶ່ງນັ້ນ, ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ລິນດາ ທອມມາສ ກຣີນຟີລດ໌ (Linda Thomas Greenfield) ໄດ້ກ່າວວ່າ “ຣັດເຊຍ ບໍ່ໄດ້ຢູ່ພາຍໃຕ້ການຂົ່ມຂູ່ ຈາກອົງການ NATO, ເຊິ່ງແມ່ນພັນທະມິດປ້ອງກັນປະເທດທີ່ຈະບໍ່ຕໍ່ສູ້ໃນ ຢູເຄຣນ. ນີ້ແມ່ນການເຮັດໃຫ້ບັນຫາບານປາຍ ແລະ ບາດກ້າວທີ່ບໍ່ຈຳເປັນທີ່ໄດ້ເປັນໄພຂົ່ມຂູ່ຕໍ່ພວກເຮົາທັງໝົດ. ພວກເຮົາຂໍຮຽກຮ້ອງໃຫ້ ຣັດເຊຍ ຫຼຸດຜ່ອນຄຳເວົ້າທີ່ອັນຕະລາຍຂອງເຂົາເຈົ້າ ກ່ຽວກັບ ອາວຸດນິວເຄລຍ.”

ເຈົ້າໜ້າທີ່ອະວຸໂສປ້ອງກັນປະເທດ ສະຫະລັດ ທ່ານນຶ່ງໄດ້ກ່າວຕໍ່ບັນດານັກຂ່າວວ່າ ການຕັດສິນໃຈຂອງ ຣັດເຊຍ ທີ່ຈະແຈ້ງເຕືອນ ກ່ຽວກັບ ການຍັບຢັ້ງອາວຸດນິວເຄລຍໃນລະດັບສູງຂອງເຂົາເຈົ້າແມ່ນ “ບໍ່ຈຳເປັນ” ແລະ “ເພີິ່ມທະວີຄວາມຮຸນແຮງຂຶ້ນ.”

“ພວກເຮົາໝັ້ນໃຈວ່າພວກເຮົາມີຄວາມສາມາດທີ່ຈະປ້ອງກັນບ້ານເກີດ ແລະ ປ້ອງກັນພັນທະມິດ ແລະ ຄູ່ຮ່ວມຂອງພວກເຮົາ, ແລະ ນັ້ນຈະລວມມີ ການຍັບຢັ້ງຜ່ານທາງຍຸດທະສາດ,” ອີງຕາມການກ່າວຂອງເຈົ້າໜ້າທີ່ຄົນດັ່ງກ່າວ ໃນຂະນະທີ່ໄດ້ປະຕິເສດທີ່ຈະເວົ້າເຖິງການຍັບຢັ້ງອາວຸດນິວເຄລຍຂອງ ສະຫະລັດ ຕໍ່ໄປ.

ຣັດເຊຍ ໄດ້ລົງຄະແນນສຽງຄັດຄ້ານກອງປະຊຸມພິເສດຂອງສະມັດຊາໃຫຍ່ສະຫະປະຊາຊາດທີ່ມີສະມາຊິກ 193 ປະເທດໃນວັນຈັນມື້ນີ້ ແຕ່ບໍ່ສາມາດທີ່ຈະໃຊ້ອຳນາດຍັບຢັ້ງໃນການລົງຄະແນນສຽງທີ່ເປັນຂັ້ນຕອນດັ່ງກ່າວ. ຈີນ, ສະຫະ ລັດ ອາຣັບ ເອມີເຣັສ ແລະ ອິນເດຍ ໄດ້ງົດອອກສຽງ.

ໃນການອະທິບາຍເຖິງການງົດອອກສຽງຂອງ ຈີນ ນັ້ນ, ເອກອັກຄະລັດຖະທູດປະຈຳສະຫະປະຊາ ຊາດ ທ່ານ ສາງ ຈຸນ ໄດ້ກ່າວວ່າ ຈີນ ເຊື່ອວ່າ ບູລິມະສິດສູງສຸດໃນເວລານີ້ແມ່ນໃຫ້ທຸກຝ່າຍປະຕິ ບັດການຍັບຢັ້ງທີ່ຈຳເປັນ ເພື່ອປ້ອງກັນບໍ່ໃຫ້ສະຖານະການຮ້າຍແຮງຂຶ້ນກວ່າເກົ່າ.

ທ່ານ ສາງ ໄດ້ກ່າວວ່າ “ການດຳເນີນການຕ່າງໆໂດຍ ສະຫະປະຊາຊາດ ຄວນຊ່ວຍເຫຼືອໃນການເຮັດໃຫ້ສະຖານະການເຢັນລົງ ແລະ ອຳນວຍຄວາມສະດວກໃນການແກ້ໄຂບັນຫາທາງການທູດ ແລະ ຫຼຸດຜ່ອນ ຄວາມເຄັ່ງຕຶງທີ່ກຳລັງຮຸນແຮງຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG