ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງ​ຄາມ ຢູ​ເຄ​ຣນ ສ້າງ​ຄວາມ​ເປັນ​ຫ່ວງ​ໃນກອງປະຊຸມສະຫະປະຊາຊາດ ກ່ຽວ​ກັບ ມູນ​ເຊື້ອຂອງສົນທິສັນຍາດ້ານນິວເຄລຍ


ທຸງຊາດຂອງບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດ ຕິດຕັ້ງຢູ່ດ້ານນອກຕຶກ ຂອງສຳນັກງານໃຫຍ່ອົງການສະຫະປະຊາຊາດ ໃນລັດນິວຢອກ ຂອງສະຫະລັດ, ວັນທີ 28 ກັນຍາ 2019.
ທຸງຊາດຂອງບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດ ຕິດຕັ້ງຢູ່ດ້ານນອກຕຶກ ຂອງສຳນັກງານໃຫຍ່ອົງການສະຫະປະຊາຊາດ ໃນລັດນິວຢອກ ຂອງສະຫະລັດ, ວັນທີ 28 ກັນຍາ 2019.

ມັນ​ໄດ້ມີບັນຫາຢ່າງຫຼວງຫຼາຍທີ່​ຈະ​ເຈ​ລະ​ຈາຢູ່ແລ້ວ ເວລາທີ່ກອງປະຊຸມ ທີ່ເປັນຂີດໝາຍສຳ​ຄັນຂອງອົງ​ການສະຫະປະຊາຊາດ ກ່ຽວກັບ ສົນທິສັນຍາ ປ້ອງ​ກັນ​ການ​ແຜ່​ຂະ​ຫຍາຍອາວຸດນິວເຄລຍ ທີ່​ຄວນ​ຈະ​ເລີ່ມ​ຂຶ້ນ ໃນປີ 2020 ທີ່​ຜ່ານ​ມາ ອີງຕາມລາຍງານຂອງອົງການຂ່າວເອພີ.

ໃນປັດຈຸບັນນີ້ກອງ​ປະ​ຊຸມ​ທີ່​ຖືກ​ເລື່ອນ​ເວ​ລາ ​ຍ້ອນ​ໂຣກ​ລະ​ບາດ ຈະ​ເລີ່ມ​ຂຶ້ນ​ແລ້ວ​ໃນ​ວັນ​ຈັນ​ມື້ນີ້ ໃນ​ຂະ​ນະ​ທີ່​ສົງ​ຄາມ​ຂອງ ຣັດ​ເຊຍ ໃນຢູເຄຣນ ໄດ້ຟື້ນ​ຟູ​ຄວາມ​ຢ້ານ​ກົວ​ອີກຄັ້ງນຶ່ງ ກ່ຽວ​ກັບ ການປະເຊີນໜ້າກັນດ້ານນິວເຄລຍ ແລະ ຂະ​ຫຍາຍ​ຄວາມພະຍາຍາມເພື່ອ​ບັງ​ຄັງ​ໃຊ້​ສົນທິສັນຍາ ທີ່ມີອາຍຸ 50 ປີດັ່ງ​ກ່າວ.

“ມັນເປັນຊ່ວງເວລາທີ່ຍາກລຳບາກແທ້ໆເລີຍ” ທ່ານນາງ ບີທຣິສ ຟິນ (Beatrice Fihn) ຜູ້ອຳນວຍການໃຫຍ່ໂຄງການລົບລ້າງອາວຸດນິວເຄລຍ ສາກົນ ທີ່ໄດ້ຮັບລາງວັນໂນແບລ ຂະ​ແໜງສັນຕິພາບໄດ້ກ່າວ.

ການບຸກລຸກຂອງຣັດເຊຍ ພ້ອມກັນກັບການກ່າວອ້າງເຖິງອາວຸດນິວເຄລຍ ຂອງຕົນທີ່ເປັນລາງຮ້າຍນັ້ນ “ແມ່ນສຳຄັນຫຼາຍສຳລັບສົນທິສັນຍານີ້ ແລະ ຈະ​ສ້າງ​ຄວາມ​ກົດດັນຢ່າງຫຼວງຫຼາຍຕໍ່​ບັນ​ຫານີ້” ທ່ານນາງຟິນ ໄດ້ກ່າວ ແລະ ກ່າວອີກວ່າ “ລັດຖະບານຕ່າງໆຈະມີປະຕິກິລິຍາແນວໃດຕໍ່ສະຖານະການນັ້ນ ແມ່ນຈະກຳນົດນະໂຍບາຍນິວເຄລຍໃນອະນາຄົດ.”

ກອງປະຊຸມສີ່ອາທິດ ຈະແນເປົ້າໝາຍໃສ່ເພື່ອສ້າງຄວາມເຫັນດີເຫັນພ້ອມກັນ ກ່ຽວກັບບາດກ້າວຕໍ່ໄປ ແຕ່ຄວາມຄາດຫວັງສຳລັບຂໍ້​ຕົກ​ລົງ​ທີ່​ເປັນ​ຕົວ​ຕົນນັ້ນ ແມ່ນຕ່ຳ - ຖ້າວ່າມີຂໍ້ຕົກລົງໃດໆ.

ແຕ່​ວ່າ, ປະທານາທິບໍດີຂອງ ສະວິດເຊີແລນ ທ່ານ ອິກນາຊີໂອ ຄາສສິສ (Ignazio Cassis), ນາຍົກລັດຖະມົນຕີ ທ່ານຟູມີໂອະ ຄິຊີດະ ຂອງຍີ່ປຸ່ນ ແລະທ່ານ ແຟຣັງ ບາຍນີມາຣາມາ (Frank Bainimarama) ຂອງຟີຈີ ແລະລັດຖະມົນຕີການຕ່າງປະເທດຂອງຫຼາຍກວ່າສິບປະເທດ ແມ່ນຄາດກັນວ່າ ຈະລວມຢູ່ໃນບັນດາຜູ້ເຂົ້າຮ່ວມຈາກຢ່າງໜ້ອຍ 116 ປະເທດ ອີງຕາມເຈົ້າໜ້າ ທີ່ຂອງສະຫະປະຊາຊາດທ່ານນຶ່ງ ຜູ້ທີ່ໄດ້ກ່າວໂດຍຂໍບໍ່ອອກນາມ ຍ້ອນວ່າ ທ່ານບໍ່ໄດ້ຮັບການອະນຸຍາດໃຫ້ເວົ້າໄດ້ຢ່າງເປີດເຜີຍກ່ອນໜ້າກອງປະຊຸມ.

ສົນທິສັນຍາປ້ອງ​ກັນ​ການ​ແຜ່​ຂະ​ຫຍາຍອາວຸດນິວເຄລຍ ໄດ້ຖືກບັງຄັບໃຊ້ ນັບຕັ້ງແຕ່ປີ 1970, ມັນ​ໄດ້ຖືກຍຶດ​ໝັ້ນຢ່າງກວ້າງຂວາງກວ່າຂໍ້ຕົກລົງໃນ ການຄວບຄຸມອາວຸດໃດໆ. ຊຶ່ງປະມານ 191 ປະເທດໄດ້ເຂົ້າຮ່ວມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG