ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສົງ​ຄາມ​ໃນ​ຢູ​ເຄ​ຣນ ​ສາ​ມາດ​ເຮັດ​ໃຫ້​ການ​ຜະ​ລິດ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ ​ເຕີບ​ໂຕ​ຂຶ້ນ​ໄດ້


ພາບ​ຂອງ​ສຳ​ນັກ​ງານ​ໃຫຍ່ອ​ົງ​ການ​ສະ​ຫະ​ປະ​ຊາດ​ຊາດ ​ຖ່າຍ​ຈາກ​ຂ້າງ​ໃນ​ຂອງຫໍ​ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ໃນ​ວັນ​ທີ 21 ກັນ​ຍາ, 2021. ຫ້ອງການ​ຕ້ານການຢາເສບຕິດ ແລະອາດຊະຍາກໍາຂອງສະຫະປະຊາຊາດ ກ່າວ​ວ່າ ສົງ​ຄາມ​ໃນ​ຢູ​ເຄ​ຣນ​ສາ​ມາດ​ເຮັດ​ໃຫ້​ການ​ຜະ​ລິດ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ​ເຕີບ​ໂຕ​ຂຶ້ນ​ໄດ້
ພາບ​ຂອງ​ສຳ​ນັກ​ງານ​ໃຫຍ່ອ​ົງ​ການ​ສະ​ຫະ​ປະ​ຊາດ​ຊາດ ​ຖ່າຍ​ຈາກ​ຂ້າງ​ໃນ​ຂອງຫໍ​ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ໃນ​ວັນ​ທີ 21 ກັນ​ຍາ, 2021. ຫ້ອງການ​ຕ້ານການຢາເສບຕິດ ແລະອາດຊະຍາກໍາຂອງສະຫະປະຊາຊາດ ກ່າວ​ວ່າ ສົງ​ຄາມ​ໃນ​ຢູ​ເຄ​ຣນ​ສາ​ມາດ​ເຮັດ​ໃຫ້​ການ​ຜະ​ລິດ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ​ເຕີບ​ໂຕ​ຂຶ້ນ​ໄດ້

ສົງ​ຄາມ​ໃນ​ຢູ​ເຄ​ຣນ​ສາ​ມາດ​ເຮັດ​ໃຫ້​ການ​ຜະ​ລິດ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ​ເຕີບ​ໂຕ​ຂຶ້ນ​ໄດ້ ໃນ​ຂະ​ນະ​ທີ່ອະ​ນາ​ຄົດ​ຂອງ​ຕະ​ຫຼາດ​ຝິ່ນ​ຍັງ​ຂຶ້ນ​ຢູ່ກັບ​ຊະ​ຕາ​ກຳ​ຂອງ ​ ອັ​ຟ​ກາ​ນິ​ສ​ຖານຊຶ່ງ​ເປັນ​ປະ​ເທດຖືກ​ທຳ​ລາຍ​ໂດຍວິ​ກິດ​ການ, ນັ້ນ​ຄື​ຄຳ​ເຕືອນ​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ທີ່ກ່າວເຕືອນ ໃນ​ວັນ​ຈັນ​ມື້​ນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ເອັ​ຟ​ພີ (AFP).

ປະສົບການທີ່ຜ່ານມາຈາກພາກຕາເວັນອອກກາງ ແລະເອ​ເຊຍ​ຕາເວັນອອກ ສຽງໃຕ້ຊີ້ໃຫ້ເຫັນວ່າ ເຂດທີ່​ມີ​ການຂັດແຍ້ງກັນສາມາດເຮັດຫນ້າທີ່ເປັນ "ແມ່ເຫຼັກດຶງ​ດູດ" ສໍາລັບການຜະລິດຢາສັງເຄາະ, ເຊິ່ງສາມາດຜະລິດໄດ້ຢູ່ທຸກບ່ອນ, ອີງ​ຕາມຫ້ອງການ​ຕ້ານການຢາເສບຕິດ ແລະອາດຊະຍາກໍາຂອງສະຫະປະຊາຊາດ ຫລື UNODC ກ່າວໃນບົດລາຍງານປະຈໍາປີຂອງຕົນ. "ຜົນກະທົບນີ້ອາດຈະໃຫຍ່ຫລວງຂຶ້ນ ເມື່ອພື້ນທີ່ທີ່​ມີ​ການຂັດແຍ້ງກັນ ຢູ່ໃກ້ກັບຕະຫຼາດ ຜູ້ບໍລິໂພກຂະຫນາດໃຫຍ່."

ອົງການ UNODC ກ່າວ​ວ່າ ຈຳນວນ​ຫ້ອງ​ທົດ​ລອງ​ຢາ​ເສບ​ຕິດ​ທີ່​ຖືກ​ທຳລາຍ​ໃນ​ຢູ​ເຄຣນ​ໄດ້​ເພີ່ມ​ຂຶ້ນ​ຈາກ 17 ​ແຫ່ງ​ໃນ​ປີ 2019 ຂຶ້ນ​ເປັນ 79 ​ແຫ່ງ​ໃນ​ປີ 2020, ​ຊຶ່ງເປັນ​ຈຳນວນ​ຫ້ອງ​ທົດ​ລອງ​ທີ່​ຖືກ​ຍຶດ​ໄດ້​ສູງ​ທີ່​ສຸດ ​ທີ່​ເຄີຍ​ຖືກ​ລາຍ​ງານ ມາ ຊຶ່ງບໍ່​ມີ​ຢູ່​ປະ​ເທດ​ໃດ​ເລີຍ ໃນ​ປີ 2020.

ອົງ​ການນີ້ ກ່າວຕື່ມອີກວ່າ ຄວາມສາມາດຂອງຢູເຄຣນໃນການຜະລິດຢາສັງເຄາະອາດຈະຂະຫຍາຍຕົວຂຶ້ນ ໃນຂະນະທີ່ສົງຄາມຍັງສືບຕໍ່ດຳ​ເນີນ​ໄປ​ຢູ່ນີ້.

ທ່ານນາງ​ແອນ​ຈີ​ລາ ມີ (Angela Me), ຜູ້ຊ່ຽວຊານຂອງອົງ​ການ UNODC ກ່າວຕໍ່ AFP ວ່າ "ທ່ານບໍ່ມີຕໍາຫຼວດໄປກວດ​ເບິ່ງ ແລະຢຸດການ​ດຳ​ເນີນ​ງານ​ຂອງຫ້ອງທົດລອງ" ຢູ່ໃນເຂດທີ່​ມີ​ການຂັດແຍ້ງກັນ.

ບົດ​ລາຍ​ງານນີ້​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ປະ​ທະ​ກັນ​ອາດ​ຈະ​ປ່ຽນ​ແປງ ​ແລະ ລົບ​ກວນ​ເສັ້ນທາງ​ການ​ຄ້າ​ຢາ​ເສບ​ຕິດ ​ໂດຍ​ມີ​ສິ່ງ​ສະ​ແດງ​ໃຫ້​ເຫັນ​ເໜີ​ວ່າ ການລັກ​ລອບຂົນ​ສົ່ງ​ຢາ​ເສບ​ຕິດ​ຢູ່​ຢູ​ເຄຣນ ​ໄດ້​ຫຼຸດ​ລົງ​ນັບ​ແຕ່​ຕົ້ນ​ປີ 2022 ​ເປັນ​ຕົ້ນ​ມາ.

ບົດ​ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ຕື່ມ​ວ່າ ສະຖານະ​ການ​ໃນ​ອັຟກາ​ນີສຖານ​ທີ່​ຜະລິດ​ຝິ່ນ​ 86 ເປີ​ເຊັນຂອງ​ໂລກ​ໃນ​ປີ 2021 ຈະ​ມີ​ຜົນ​ສະ​ທ້ອນຕໍ່ການ​ພັດທະນາ​ຕະຫຼາດ​ຝິ່ນ.

ບົດລາຍ​ງານນີ້ ຍັງ​ກ່າວອີກວ່າ ວິກິດການດ້ານມະນຸດສະທໍາຂອງປະເທດສາ ມາດກະຕຸ້ນໃຫ້ມີການປູກຝິ່ນທີ່ຜິດກົດຫມາຍ ໃຫ້​ຂະ​ຫຍາຍ​ໂຕ​ຂຶ້ນ ເຖິງແມ່ນ ວ່າ ຫຼັງຈາກເຈົ້າຫນ້າທີ່ຕາລີບານໄດ້ຫ້າມການປະຕິບັດແບບນີ້ໃນເດືອນເມສາ ຜ່ານ​ມາ​ແລ້ວ​ກໍ​ຕາ​ມ.

ອ່າ​ນ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG