ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູ​ເຄ​ຣນ ຮຽກ​ຮ້ອງ​ໃຫ້ອີ​ຢູ ລົງ​ໂທດ​ການ​ຜະ​ລິດ ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ


ພວກເຈົ້າ​ໜ້າ​ທີ່ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ສະ​ແດງ​ໃຫ້ເຫັນ ລູກ​ສອນ​ໄຟ​ນຳ​ວິ​ຖີ 9M729 ຂອງ​ຣັດ​ເຊຍ ຢູ່​​ທີ່ຄ້າຍ​ທະ​ຫານ Patriot Park ວັນ​ທີ 23 ມັງ​ກອນ 2019
ພວກເຈົ້າ​ໜ້າ​ທີ່ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ສະ​ແດງ​ໃຫ້ເຫັນ ລູກ​ສອນ​ໄຟ​ນຳ​ວິ​ຖີ 9M729 ຂອງ​ຣັດ​ເຊຍ ຢູ່​​ທີ່ຄ້າຍ​ທະ​ຫານ Patriot Park ວັນ​ທີ 23 ມັງ​ກອນ 2019

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດີ​ມີ​ໂຕ​ຣ ກູ​ລີ​ບາ ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ທ່ານ​ໄດ້​ຮ​ຽກ​ຮ້ອງ​ໃຫ້​ສະ​ຫະ​ພາບ​ຢູ​ໂຣບ ລົງ​ໂທດ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ.

ທ່ານ​ກູ​ລີ​ບາ ໄດ້​ຂຽນ​ຂໍ້​ຄວາມລົງທາງ​ທວິດ​ວ່າ ​ຜູ້ຜະ​ລິດ​ຕະ​ພັນ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ “ຕ້ອງໄດ້​ຢຸດ​ເຊົາ.” ທ່ານ​ກ່າວ​ວ່າ ທ່ານ​ໄດ້ສົ່ງສານ​ຢູ່​ໃນ​ກອງ​ປະ​ຊຸມກັບ ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບຢູ​ໂຣບ ທ່ານໂຈ​ເຊັບ ບໍ​ແຣ​ລ ແລະ​ຍັງ​ໄດ້​ຂອບ​ໃຈ​ສະ​ຫະ​ພາບ​ຢູ​ໂຣບ ​ໃນ​ໄດ້​ໃຫ້ການຊ່ວຍ​ເຫລືອ​ໃນ​ດ້ານ​ປ້ອງ​ກັນປະ​ເທດໃຫ້​ແກ່​ຢູ​ເຄ​ຣນ.

ຣັດ​ເຊຍ​ໄດ້​ນຳ​ໃຊ້​ການ​ໂ​ຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ຕໍ່​ບັນ​ດາເມືອງ​ຕ່າງໆ​ຂອງ​ຢູ​ເຄ​ຣນ ຮວ​ມ​ທັງພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ຫ​ລາຍ​ແຫ່ງ ​ທີ່​ເປັນ​ພາກ​ສ່ວນ​ພະ​ລັງ​ງ​ານ​ໄຟ​ຟ້າ​ຂອງ​ປະ​ເທດ.

ກອງ​ທັບ​ຂອງຢູ​ເຄ​ຣນກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ກຳ​ລັງ​ຣັດ​ເຊຍ​ໄດ້​ຍິງ​ຖະ​ຫລົ່​ມ​ໃສ່​ເມືອງ​ຕ່າງໆ ​ຢູ່​ຂົງ​ເຂດ​ໂດ​ແນັດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ຮວມ​ທັງ​ ບາ​ມຸດ ໂຊ​ລິ​ດາແລະ​ໂອ​ພິດ​ນີ. ຄະ​ນະ​ເສ​ນາ​ທິ​ການ​ຂອງກອງ​ທັບ​ຢູເຄ​ຣນ ຍັງ​ໄດ້​ກ່າວ​ວ່າ ຣັດ​ເຊຍ​ໄດ້​ໃຊ້​ລົດ​ຖັງ ແລະ​ປືນ​ໃຫຍ່ໂຈ​ມ​ຕີເປົ້າ​ໝາຍ​ຕ່າງໆ​ຂອງ​ຢູ​ເຄ​ຣນ ໃນ​ເມືອງ​ເຄີ​ຊອນ ຢູ່​ທາງ​ພາກ​ໃຕ້ປະ​ເທດ.

ສະ​ຫະ​ລັດ​ກ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ເປັນ​ເວ​ລາ​ນານ​ນຶ່ງ​ອາ​ທິດ ​ທີ່ແນ​ເປົ້າ​ໝາຍໃສ່​ພື້ນ​ຖານໂຄງລ່າງ​ໃນ​ການ​ເຮັດ​ຄວາມ​ຮ້ອນ ໄຟ​ຟ້າ ແລະ​ນ້ຳ​ທີ່​ສຳ​ຄັນ​ຂອງ​ຢູ​ເຄ​ຣນນັ້ນ ຈະ​ບໍ່​ເຮັດ​ໃຫ້​ຄວາມ​ຕັ້ງ​ໃຈ​ຂອງ​ປະ​ເທດ​ຕາ​ເວັນ​ຕົກຫລຸດ​ນ້ອຍ​ລົງ​ໃນ​ການໃຫ້​ການສະ​ໜັບສະ​ໜູນ​ແກ່ກິ​ຢິບ ໃນ​ເກົ້າ​ເດືອນ​ຂອງ​ການ​ສູ້​ລົບ​ຕ້ານ​ການ​ຮຸກ​ຮານ​ຂອງ​ມົ​ສ​ກູ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ຄັນ ຫລັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ເນ​ໂຕ​ສອງວັນ ​ຢູ່​ນະ​ຄອນ​ບູຄາ​ແຣັ​ສ ​ປະ​ເທດໂຣ​ມາ​ເນຍ ໄດ້​ກ່າວ​ຢູ່ກອງ​ປະ​ຊຸ​ມນັກ​ຂ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາດີ​ເມຍ ປູ​ຕິນ ໄດ້​ເນັ້ນ​ໜັກ​ແນ​ໃສ່ “ການ​ຍິງ​ຖະ​ຫລົ່ມ ແລະ​ກໍ່​ກວນ” ​ຕໍ່ປະ​ຊາ​ຊົນ​ຢູ​ເຄ​ຣນ​ໃນ​ຂະ​ນະ​ທີ່​ຊຸມເດືອນລະ​ດູໜາວ​ຈັດ​ກ້າວ​ເຂົ້າ​ມາ.

"​ຄວາມ​ຮ້ອນ ນ້ຳ ໄຟ​ຟ້າ ນີ້​ແມ່ນ​ບັນ​ດາ​ເປົ້າ​ໝາຍ​ໃໝ່ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ. ​ທ່ານ​ໄດ້​ໂຈມ​ຕີ​ເຂົາ​ເຈົ້າ​ຢ່າງ​ແຮງ. ການ​ທໍ​ລະ​ມານ​ແກ່​ປະ​ຊາ​ຊົນ​ຢູ​ເຄ​ຣນ​ເປັນ​ເລື້ອງ​ປ່າ​ເຖື່ອນ” ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານບ​ລິງ​ຄັນໄດ້​ກ່າວ.

ນັກ​ການ​ທູດ​ສູງ​ສຸດ​ສະ​ຫະ​ລັດ ໄດ້​ກ່າວ​ຫາທ່ານ​ປູ​ຕິນ ​ທີ່​ຄວາມ​ພະ​ຍາ​ຍາມຈະ​ແບ່ງ​ແຍກຄວາມ​ສາ​ມັກ​ຄີ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໃນ​ການໃຫ້​ຄວາມສະ​ໜັບ​ສະ​ໜູນ​ແກ່ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ລາ​ຄາ​ພະ​ລັງ​ງານໂລກ​ສູງ​ຂຶ້ນ ທີ່​ຊາວຢູ​ເຄ​ຣນກຳ​ລັງ​ປະ​ເຊີນ​ໜ້າ ຍ້ອນໄຟ​ຟ້າ​ມອດ​ຢູ່​ເປັນ​ປະ​ຈຳ.

ທ່ານບ​ລິງ​ຄັນ ກ່າວ​ວ່າ “ຍຸດ​ທະ​ສາດ​ດັ່ງ​ກ່າວ​ຍັງ​ບໍ່​ໄດ້ ແລະ​ຈ​ະ​ບໍ່​ໄດ້​ຜົນ. ​ພວກ​ເຮົາ​ຈະ​ສືບ​ຕໍ່​ພິ​ສູດ​ໃຫ້​ເຫັນ​ວ່າ ​ລາວ​ຜິດ. ​ນັ້ນ​ແມ່ນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ ຢ່າງ​ໂດງ​ດັງ ແລະຈະ​ແຈ້ງຈາກ​ທຸກໆ​ປະ​ເທດ​ ​ໃນທີ່​ນີ້ ​ຢູ່ບູຄາ​ແຣັ​ສ.”

Ukrainian Foreign Minister Dmytro Kuleba said Thursday he had called on the European Union to sanction Russia’s missile production industry.

Kuleba tweeted that Russia’s missile production “must be put to a halt.” He said he communicated the message in a meeting with EU foreign policy chief Josep Borrell and also thanked the EU for defense aid it has provided to Ukraine.

Russia has used missiles to carry out attacks on Ukrainian cities, including striking key infrastructure sites such as parts of the country’s electrical grid.

Ukraine’s military said Thursday that Russian forces were shelling several towns in the Donetsk region of eastern Ukraine, including Bakhmut, Soledar and Opytne. The General Staff of the Ukrainian Armed Forces also said Russia was using tanks and artillery to target Ukrainian positions in the southern city of Kherson.

The United States said Wednesday that Russia’s weekslong campaign targeting attacks on Ukraine’s vital heating, electrical and water infrastructure would not diminish Western resolve to support Kyiv in its nine-month fight against Moscow’s invasion.

U.S. Secretary of State Antony Blinken, following a two-day NATO summit in Bucharest, Romania, said at a news conference that Russian President Vladimir Putin had focused his “fire and ire” against the Ukrainian civilian population as the brutally cold winter months settle in.

“Heat, water, electricity — these are President Putin’s new targets. He’s hitting them hard. This brutalization of Ukraine’s people is barbaric,” Blinken said.

The top U.S. diplomat accused Putin of trying to divide the Western coalition supporting Ukraine as world energy prices spike while Ukrainians face routine, widespread electrical blackouts.

“This strategy has not, and will not, work,” Blinken said. “We will continue to prove him wrong. That’s what I heard loudly and clearly from every country here in Bucharest.”

XS
SM
MD
LG