ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໜັບສະໜູນ ຢູເຄຣນ ມີຫຼາຍກວ່າ ຜູ້ສະໜັບສະໜູນ ຣັດເຊຍ ໃນການປະທ້ວງຢູ່ ເຢຍຣະມັນ


ປະຊາຊົນດ້ວຍທຸງຊາດຢູເຄຣນປະທ້ວງຕ້ານກັບພວກສະໜັບສະໜູນຣັດເຊຍໃນເມືອງ ແຟຣງເຝີດ, ທາງພາກຕາເວັນຕົກຂອງເຢຍຣະມັນ, 10 ເມສາ, 2022.
ປະຊາຊົນດ້ວຍທຸງຊາດຢູເຄຣນປະທ້ວງຕ້ານກັບພວກສະໜັບສະໜູນຣັດເຊຍໃນເມືອງ ແຟຣງເຝີດ, ທາງພາກຕາເວັນຕົກຂອງເຢຍຣະມັນ, 10 ເມສາ, 2022.

ພວກສະໜັບສະໜູນ ຣັດເຊຍ ໃນວັນອາທິດວານນີ້ໄດ້ຈັດການປະທ້ວງໃນເມືອງ ແຟຣັງເຝີດ ແລະ ຮາໂນເວີຂອງເຢຍຣະມັນ, ເຊິ່ງພວກເຂົາມີຈຳນວນນ້ອຍກວ່າຜູ້ທີ່ສະໜັບສະໜູນຢູເຄຣນ, ອີງຕາມການກ່າວຂອງຕຳຫຼວດໃນທ້ອງຖິ່ນ.

ພວກປະທ້ວງສະໜັບສະໜູນຣັດເຊຍ ປະມານ 600 ຄົນ ໃນຂະບວນລົດ 400 ຄັນໄດ້ປັກທຸງຣັດເຊຍແລະຂັບຜ່ານເມືອງ ຮາໂນເວີທາງພາກເໜືອຂອງປະເທດເຢຍຣະມັນ, ໃນຂະນະທີ່ຜູ້ສະໜັບສະໜູນຢູເຄຣນປະມານ 3,500 ຄົນໄດ້ເຕົ້າ ໂຮມກັນ ໃນໃຈກາງເມືອງນັ້ນ, ອີງຕາມການກ່າວຂອງຕຳຫຼວດ.

ເຂົາເຈົ້າກ່າວວ່າ, ຮົ້ວຕ່າງໆແມ່ນໄດ້ຖືກຕັ້ງຂຶ້ນເພື່ອແຍກພວກປະທ້ວງທີ່ສະໜັບສະໜູນຣັດເຊຍ ຈາກຄູ່ແຂ່ງການປະທ້ວງ, ພ້ອມກັນນັ້ນບັນຍາກາດແມ່ນໄດ້ຮຸນແຮງຂຶ້ນເປັນບາງຄັ້ງບາງຄາວ, ແຕ່ຜູ້ປະທ້ວງຈາກທັງສອງຝ່າຍແມ່ນສະຫງົບດີເປັນສ່ວນໃຫຍ່.

ປະຊາຊົນຣັດເຊຍປະມານ 235,000 ຄົນ ແມ່ນອາໄສຢູ່ໃນເຢຍຣະມັນ, ອີງຕາມສະຖິຕິຂອງລັດຖະບານ ຈາກທ້າຍປີ 2020. ຊາວຢູເຄຣນປະມານ 135,000 ຄົນໄດ້ອາໄສຢູ່ໃນເຢຍຣະມັນກ່ອນການບຸກລຸກຂອງຣັດເຊຍ, ອີງຕາມສະຖິຕິດັ່ງກ່າວ, ແຕ່ມີ​ຊາວ​ຢູ​ເຄ​ຣນປະມານ 300,000 ຄົນໄດ້ເດີນທາງຮອດ ນັບຕັ້ງແຕ່ຣັດເຊຍໄດ້ບຸກລຸກຢູເຄຣນ ໃນວັນທີ 24 ກຸມພາທີ່ຜ່ານມາ.

ໃນເມືອງແຟຣັງເຝີດ, ພວກປະທ້ວງທີ່ສະໜັບສະໜູນຣັດເຊຍ ປະມານ 800 ຄົນໄດ້ເຕົ້າໂຮມກັນສຳລັບການເດີນຂະບວນຜ່ານໃຈກາງເມືອງຫຼັງຈາກບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ປະຕິເສດທີ່ຈະອະນຸຍາດໃຫ້ຂະບວນລົດຜ່ານ, ດ້ວຍບາງຄົນຮ້ອງຄຳວ່າ “ຣັດເຊຍ” ແລະ ຖືປ້າຍທີ່ອ່ານວ່າ “ຄວາມຈິງ ແລະ ຄວາມຫຼາກຫຼາຍ ແທນທີ່ຈະເປັນການໂຄສະນາຊວນເຊື່ອ.”

ຜູ້ປະທ້ວງສະໜັບສະໜູນຢູເຄຣນ ປະມານ 2,500 ຄົນໄດ້ເຕົ້າໂຮມກັນໃນອີກສອງສະຖານທີ່ໃນເມືອງແຟຣງເຝີດ, ໂດຍຖືປ້າຍທີ່ຂຽນວ່າ “ຢຸດສົງຄາມ” ແລະ ແຕ້ມທຸງຊາດຢູເຄຣນ ໃສ່ໜ້າຂອງເຂົາເຈົ້າ.

ກ່ອນການຊຸມນຸມຂອງວັນອາທິດວານນີ້, ບັນດາເຈົ້າໜ້າທີ່ໄດ້ກ່າວວ່າພວກປະທ້ວງມີສິດທີ່ຈະເຕົ້າໂຮມກັນ, ແຕ່ການໂຄສະນາຊວນເຊື່ອ ກ່ຽວກັບສົງຄາມຂອງຣັດເຊຍ ຫຼື ການເຫັນດ້ວຍກັບການບຸກລຸກຂອງຣັດເຊຍແມ່ນຈະບໍ່ໄດ້ຮັບການຜ່ອນຜັນ, ອີງຕາມການລາຍງານຂອງຊື່ມວນຊົນໃນທ້ອງຖິ່ນ.

ຕຳຫຼວດໄດ້ຄວບຄຸມຕົວຜູ້ປະທ້ວງບາງຄົນໃນເມືອງແຟຣງເຝີດສຳລັບການຮ້ອງຄຳວ່າ “ພາກພື້ນດອນບາສ ເປັນຂອງຣັດເຊຍ,” ເຊິ່ງເປັນການອ້າງເຖິງພາກຕາເວັນອອກຂອງຢູເຄຣນ ທີ່ມີຊາຍແດນຕິດກັບຣັດເຊຍ.”

ປະທານາທິບໍດີຣັດເຊຍທ່ານວລາດິເມຍ ປູຕິນ ໄດ້ສົ່ງກອງທະຫານຂອງທ່ານເຂົ້າໄປໃນຢູເຄຣນ ໃນສິ່ງທີ່ທ່ານເອີ້ນວ່າ “ການປະຕິບັດການທະຫານພິເສດ” ເພື່ອປົດທະຫານ ແລະ “ກຳຈັດອິດທິພົນ” ຂອງຢູເຄຣນ. ຢູເຄຣນ ແລະ ປະ ເທດຕາເວັນຕົກເວົ້າວ່າ ທ່ານປູຕິນໄດ້ເປີດສົງຄາມ ທີ່ບໍ່ໄດ້ຖືກຍຸແຍ່.

Pro-Russians on Sunday staged demonstrations in the German cities of Frankfurt and Hanover, where they were far outnumbered by supporters of Ukraine, local police said.

Around 600 pro-Russian protesters in a motorcade of 400 cars flying Russian flags drove through Hanover in northern Germany, while around 3,500 Ukraine supporters gathered in the city center, the police said.

Fences were put up to separate the pro-Russian protesters from the rival demonstration, they said, adding that the atmosphere was heated at times, but both protests were broadly peaceful.

Around 235,000 Russian citizens live in Germany, according to government statistics from late 2020. About 135,000 Ukrainians lived in Germany before Russia's invasion, based on the statistics, but around an additional 300,000 have arrived since Russia invaded Ukraine on Feb. 24.

In Frankfurt, around 800 pro-Russian protesters gathered for a march through the city center after local authorities refused to allow a motorcade, with some chanting "Russia" and holding a banner reading: "Truth and diversity instead of propaganda."

Around 2,500 pro-Ukrainian demonstrators assembled in two other locations in Frankfurt, holding "Stop War" banners and with Ukrainian flags painted on their faces.

Ahead of Sunday's rallies, authorities had said protesters had a right to assemble, but Russian war propaganda or endorsements of Russian aggression would not be tolerated, local media reported.

Police reprimanded some protesters in Frankfurt for chanting "Donbas belongs to Russia," referring to the eastern part of Ukraine that borders Russia.

Russian President Vladimir Putin sent his troops into Ukraine on what he calls a "special military operation" to demilitarize and "denazify" Ukraine. Ukraine and the West say Putin launched an unprovoked war of aggression.

XS
SM
MD
LG