ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ແລະຣັດເຊຍ ເຈລະຈາກັນ ເປັນມື້ທີສອງ ກ່ຽວກັບເລື້ອງ ແກສທຳມະຊາດ (ວີດີໂອ)


ທ່ານ Yuri Prodan ລັດຖະມົນຕີພະລັງງານຢູເຄຣນ ກ່າວຕໍ່ ບັນດານັກຂ່າວ ເວລາທ່ານເດີນທາງໄປພົບປະກັບຜູ້ຕາງໜ້າ ຂອງຣັດເຊຍ ແລະຫົວໜ້າພະລັງງານຂອງສະຫະພາບຢູໂຣບ ທ່ານ Guenther Oettinger ທີ່ນະຄອນ Kyiv, ວັນທີ 14 ມິຖຸນາ 2014.
ທ່ານ Yuri Prodan ລັດຖະມົນຕີພະລັງງານຢູເຄຣນ ກ່າວຕໍ່ ບັນດານັກຂ່າວ ເວລາທ່ານເດີນທາງໄປພົບປະກັບຜູ້ຕາງໜ້າ ຂອງຣັດເຊຍ ແລະຫົວໜ້າພະລັງງານຂອງສະຫະພາບຢູໂຣບ ທ່ານ Guenther Oettinger ທີ່ນະຄອນ Kyiv, ວັນທີ 14 ມິຖຸນາ 2014.
ຢູ​ເຄຣນ​ແລະຣັດ​ເຊຍ​ກຳລັງ​ພົບ​ປະກັນ​ເປັນ​ມື້​ທີ​ສອງ​ໃນ​ວັນ
​ອາທິດ​ມື້​ນີ້ ທີ່​ນະຄອນຫລວງ Kiev ​ໃນ​ຄວາມ​ພະຍາຍາມ
​ເພື່ອ​ເຈລະຈາ​ກັນ ຫາ​ທາງ​ຍຸດຕິ​ບັນຫາ​ຂັດ​ແຍ້​ງທີ່ຂົມ​ຂື່ນ
ລະຫວ່າງກັນ ​ເລື້ອງ​ແກ​ສທຳ​ມະ​ຊາດນັ້ນ.

ສອງ​ຝ່າຍ​ໄດ້​ພົບ​ປະກັນ​ໃນ​ນະຄອນ Kiev ​ໃນ​ວັນ​ເສົາ​ວານ​ນີ້
​ໂດຍ​ບໍ່​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ໃດໆ. ຖ້າ​ບໍ່​ມີ​ການ​ບັນລຸ​ຂໍ້​ຕົກລົງ​
ກັນ ຢູ​ເຄຣນຈະ​ສ່ຽງ​ຕໍ່​ການ​ຖືກ​ຕັດ​ການ​ສົ່ງ​ແກ​ສທຳ​ມະ​ຊາດ​ທີ່
​ຕົນຕ້ອງການ​ຈາກຣັດ​ເຊຍ ໃນ​ວັນ​ຈັນ​ມື້​ອື່ນ​ນີ້​ກໍ​ເປັນ​ໄດ້. ລັດຖະ
ມົນຕີ​ພະລັງງານ​ຂອງ​ຢູ​ເຄຣນ ກ່າວ​ວ່າ ທ່ານ​ກຳລັງ​ຊອກ​ຫາ
​ການ​ຜ່ອນຜັນ​ລົງ ​ຈາກຣັດ​ເຊຍ​ໃນ​ການ​ແກ້​ໄຂ ບັນຫາ​ຂັດ​ແຍ້​ງ
ກັນ​ນີ້ ຊຶ່ງ​ກ່າວ​ຕື່ມ​ວ່າ:

“ຝ່າຍ​ຢູ​ເຄຣນຍາມ​ໃດ​ກໍ​ຄາດ​ວ່າ​ ຈະ​ມີ​ການ​ເຈລະຈາ​ກັນ​ໃນ​ທາງ​ເສີມ​ສ້າງ.
ຄວາມ​ປະພຶດ​ຂອງ​ພວກ​ເຮົາ​ໃນ​ການ​ດຳ​ເນີນ​ຂັ້ນ​ຕອນ​ດັ່ງກ່າວ​ແມ່ນ​ອະນຸ​
ໂລມ​ຜ່ອນຜັນ​ໄດ້ ​ແຕ່​ຖ້າເວົ້າເຖິງຄວາມຄາດ​ຫວັງ​ຕ່າງໆແລ້ວ ພວກ​ເຮົາ
ຮູ້​ວ່າ ຝ່າຍຣັດ​ເຊຍກໍ​ສາມາດປ່ຽນ​ແປງທ່າ​ທີຂອງ​ຕົນ​ກ່ຽວ​ກັບ​ເລື້ອງ​ນີ້​ໄດ້.”

ukrainerussiagas15june14
please wait

No media source currently available

0:00 0:01:34 0:00

ລຸນ​ຫຼັງ​ການໂອ້​ລົມ​ສົນທະນາ​ກັນ ​ພາຍ​ໃຕ້​ການ​ໄກ່​ເກ່ຍຂອງ​ສະຫະພາບ​ຢູ​ໂຣບທີ່​
ປະ​ສົບຄວາມ​ລົ້ມ​ແຫຼວຢູ່​ນະຄອນ Brussels ​ຫວ່າງ​ໄວໆມາ​ນີ້ ຣັດ​ເຊຍ​ໄດ້​ເຕືອນ​
ຢູ​ເຄຣນ ຕໍ່​ການ​ບໍ່​ຍອມຮັບ​ເອົາ​ຂໍ້​ສະ​ເໜີຂອງ​ຝ່າຍມົສກູ ທີ່​ຈະ​ຕັດ​ຄ່າ​ແກ​ສລົງໃຫ້
​ປະມານ 20 ເປີ​ເຊັນນັ້ນ.

ຢູ​ເຄຣນກ່າວ​ວ່າ ຕົນ​ຢາກ​ໃຫ້ຣັດ​ເຊຍ​ລົດລົງ​ໃຫ້​ຕື່ມ ຫລາຍ​ກ່ວາ​ນັ້ນ​ອີກ.

ຢູ ​ເຄຣນຍັງ​ເປັນເສ້ນທາງສົ່ງຜ່ານ ສຳລັບປະມານ 15 ​ເປີ​ເຊັນຂອງ ແກ​ສທີ່​ໃຊ້​ຢູ່​ໃນ​ສະຫະພາບຢູ​ໂຣບ ເຊັ່ນ​ກັນ. ການ​ຢຸດ​ສົ່ງ​ແກ​ສຜ່ານ​ຢູ​ເຄຣນ ສາມາດ​ສົ່ງ​ຜົນ​ກະທົບ​
ຕໍ່​ສະບຽງແກ​ສ ຢູ່​ໃນຫຼາຍເຂດ​ຂອງ​ຢູ​ໂຣບ​ໄດ້.
XS
SM
MD
LG