ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກ​ຮ້ອງ​ ໃຫ້​ມີ​ການ​ສະ​ໜັບ​ສະ​ໜຸນ ຕໍ່​ຢູ​ເຄ​ຣນ ທ່າມ​ກາງ ​ການ​ເຂົ້າ​ຮຸກ​ຮານ ​ຂອງ​ຣັດ​ເຊຍ


US Asks Europeans for More Support for Ukraine Amid Russian Aggression
please wait

No media source currently available

0:00 0:02:26 0:00

ໃນທ່າມ​ກາງ​ຄວາມ​ຕຶງ​ຄຽດ​ລະ​ຫວ່າງ​ຣັດ​ເຊຍ ກັບ​ຢູ​ເຄ​ຣນນັ້ນ, ກະ​ຊວງ​ການ​ຕ່າງ
​ປະ​ເທດ ໄດ້ປະ​ນາມ​ຄວາມປະພຶດ ທີ່ເປັນການ​ຮຸກຮານ​ຕໍ່​ຢູ​ເຄ​ຣນ ຂອງຣັດເຊຍ
ແລະກ່າວ​ວ່າ ສະ​ຫະ​ລັດ ສືບ​ຕໍ່ສະ​ໜັບ​ສະ​ໜຸນ​ຄວາມ​ເປັນ​ອະ​ທິ​ປະ​ໄຕ ຂອງເຂດນໍ້າ
ແດນດິນ​ຂອງ​ຢູ​ເຄ​ຣນ. ຊິນ​ດີ ເຊນຕ໌ ນັກຂ່າວແຫ່ງຊາດຂອງວີ​ໂອ​ເອ ມີ​ລາຍ​ງານ
ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງວັນ​ນະ​ສ​ອນ ຈະມີ​ລາຍ​ລະ​ອຽດ​ມາ​ສະ​ເໜີທ່ານ​ໃນອັນດັບ​ຕໍ່​ໄປ.

ຣັດ​ເຊຍ​ກ່າວ​ຫາ​ພວກ​ທະ​ຫານ​ເຮືອຢູ​ເຄ​ຣນວ່າ ​ລ່ວງລໍ້າເຂດ​ແດນເຂົ້າໄປ​ໃນນ່ານ​ນ້ຳ​
ຂອງ​ຣັດ​ເຊຍ ທັງ​ເມີນ​ເສີຍ​ຕໍ່​ການ​ເຕືອນ ຈາກ​ເຈົ້າ​ໜ້າ​ທີ່ຍາມ​ຝັ່ງຈຶ່ງ​ໄດ້​ຖືກຕັດສິນຄຸມ
ຂັງ​ພວກ​ເຂົາ​ເຈົ້າໄວ້ເປັນ​ເວ​ລາ 2 ເດືອນ. ການ​ຕັດສິນ​ດັ່ງ​ກ່າວ​ ໄດ້​ສ້າງຄວາມໂມໂຫ
​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານເປໂຕຣ ໂປໂຣເຊັງໂກ ຜູ້​ຊຶ່ງ ຮວມ​ຢູ່​ກັບ​ບັນ​ດາ​ຜູ້​ນຳ​
ຢູ​ໂຣບ ທີ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ລົງ​ໂທດ​ຈາກ​ພວກ​ຕາ​ເວັນ​ຕົກ ຕໍ່​ຣັດ​ເຊຍ​ເພີ້​ມຂຶ້ນ.

ທີ່​ວໍຊີງ​ຕັນ ໂຄສົກກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ນາງ​ແຮ​ເທີ​ຣ໌ ນາວ​ເອີ​ຣ໌ດ
ກໍ​ໄດ້​ກ່າວ​ປະ​ນາມ​ການ​ເອົາ​ບາດ​ກ້າວ​ຂອງ ມົສກູ ເຊັ່ນ​ກັນ.

ທ່ານ​ນາງ​ນາວ​ເອີ​ຣ໌ດ ກ່າວ​ວ່າ “ມັນ​ແມ່ນ​ການ​ເພີ້ມທະ​ວີ​ຂຶ້ນ​ທີ່​ເປັນອັນຕະລາຍ
ຂອງຣັດ​ເຊຍ ​ທີ່ມີນິ​ໄສຮຸກ​ຮານກ້າວ​ລ້າວ​ ຕໍ່​ຢູ​ເຄ​ຣນ. ສະ​ຫະ​ລັດ ແມ່ນ​ສືບ​ຕໍ່
ສະ​ໜັບ​ສະ​ໜຸນ​ຄວາມ​ເປັນ​ອະ​ທິ​ປະ​ໄຕ​ຂອງ​ຢູ​ເຄ​ຣນ. ​ທັງ ລັດ​ຖະ​ມົນ​ຕີ ແລະ​ປະ​ທາ
​ນາ​ທິ​ບໍ​ດີ ແມ່ນ​ມີ​ສາຍ​ພົວ​ພັນ​ຢ່າງ​ແໜ້ນ​ແກ່ນ​ກັບ​ລັດ​ຖະ​ບານ​ຂອງ​ຢູ​ເຄ​ຣນ
ໂດຍ​ສະ​ເພາະກັບ ປະທານາທິບໍດີໂປໂຣເຊັງໂກ.”

ທ່ານ​ນາງ​ນາວ​ເອີ​ຣ໌ດ ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌
ພອມ​ພຽວ ​ກຳ​ລັງ​ມຸ່ງ​ໜ້າ​ໄປ​ຍັງ​ບ​ຣັ​ສ​ໂຊ​ລ ໃນ​ສັບ​ປະ​ດາ​ໜ້າ ເພື່ອເຂົ້າຮ່ວມກອງ​
ປະ​ຊຸມ​ຂ​ອງ​ອົງ​ການ​ເນ​ໂຕ, ແລະ​ວ່າ ຢູ​ເຄຣນ ຈະ​ເປັນ​ຫົວ​ຂໍ້​ຫຼັກ​ ຂອງ​ການ​ໂອ້​ລົມ
​ສົນ​ທະ​ນາ​ກັນ. ທ່ານ​ນາງ ໄດ້​ຮຽກ​ຮ້ອງ​ໃຫ້​ຢູ​ໂຣບ​ກະ​ທຳ​ຫຼາຍຂຶ້ນ ໃນ​ການ​ຊ່ອຍ
​ເຫຼືອ​ ຄຽບ​ວ໌.

ນອກນັ້ນ ພວກ​ນັກ​ຊ່ຽວ​ຊານການ​ຕ່າງ​ປະ​ເທດ​ຈຳ​ນວນ​ບໍ່​ໜ້ອຍ ກໍຍັງ​ໄດ້​ກ່າວ​
ປະ​ນາມຣັດ​ເຊຍ ສຳ​ລັບ​ການ​ເພີ້ມ​ຄວາມ​ຕຶງ​ຄຽດ​ນີ້.

ທ່ານແຈນ ຊູ​ໂຣຕ໌ຈັກ (Jan Surotchak) ຈາກ​ສະ​ຖາ​ບັນ​ຣີ​ພັບ​ບ​ລີ​ກັນ ອິນ​ເຕີ​ແນ​
ເຊີນ​ເນິລ ກ່າວ​ວ່າ “ພວກ​ເຮົາ​ຊາບ​ດີ​ວ່າ ຣັດ​ເຊຍ​ແມ່ນ​ຜູ້​ທີ່​ມີ​ຄວາມ​ຜິດ​ໃນ​ທີ່​ນີ້.
ພວກ​ເຮົາ​ຮູ້​ດີ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ເອົາ​ຢູ​ເຄ​ຣນໄວ້​ ​ເປັນຕົວ​ປະ​ກັນຢູ່, ຊຶ່ງ​ມັນ​ກາຍ
​ເກີນຄຳເວົ້າ​ໃດໆ ທີ່ຈະ​ອະ​ທິ​ບາຍ​ເຖິງ ນິ​ໄສ​ໃຈ​ຄໍ​ທີ່​ຮັບ​ບໍ່ໄດ້ ​ຂອງ​ປະ​ເທດ​ທີ່​ຖືວ່າ​
ຈະ​ເລີນ​ຮຸ່ງ​ເຮືອງທີ່​ທັນ​ສະ​ໄໝ​ແລ້ວ​.”

ທ່ານຊູ​ໂຣຕ໌ຈັກ ກ່າວ​ວ່າ ມົ​ສ​ກູ ​ໄດ້​ພະ​ຍາ​ຍາມ ທີ່​ຈະ​ເຮັດ​ໃຫ້​ຢູ​ເຄ​ຣນ ບໍ່​ທຸ່ນທ່ຽງ
ບໍ່​ມີ​ສະ​ຖຽນ​ລະ​ພາບ ໃນ​ຮອບ 5 ປີ ຜ່ານ​ມາ.

ທ່ານ​ແຈນ ຊູ​ໂຣຕ໌ຈັກ ໄດ້ກ່າວຕື່ມ​ວ່າ “ປັດ​ຈຸ​ບັນ​ນີ້ ພວກ​ເຂົາ​ເຈົ້າສະ​ແດງ​ຕົວ​ຢ່າງ
ອອກມາ​ອີກ​ອັນ​ນຶ່ງ ທີ່​ວ່າ ຢູ​ເຄ​ຣນ​ບໍ່​ສາ​ມາດປົກ​ປ້ອງ​ຊາຍ​ແດນ​ຂອ​ງ​ຕົນເອງ
ທັງເປັນ​ລະ​ບອບ​ການ​ປົກ​ຄອງ​ທີ່​ບໍ່​ຖືກ​ຕ້ອງ​ຕມກົດໝາຍ, ເປັນ​ລັດ​ຖະ​ບານ​ທີ່​
ຖືກ​ຕ້ອງ​ຊອບ​ທຳ. ແລະ​ນັ້ນ ມັນ​ແ​ມ່ນ​ອີກເລື້ອງ​ນຶ່ງ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ນັ້ນ​ລະ
ມັນ​ເປັນ​ດິນ​ຈີ່ອີກ​ກ້ອນ​ນຶ່ງຂອງ​ຕຶກ. ແລະ​ຕາມ​ຄຳ​ອະ​ທິ​ບາຍ​ຂອງມົ​ສ​ກູ ກໍວ່າ​
ຢູ​ເຄ​ຣນ ເປັນນ​ປະ​ຊາ​ທິ​ປະ​ໄ​ຕ​ຢູ​ເຄ​ຣນ ທີ່​ບໍ່​ສາ​ມາດ​ອະ​ນຸ​ຍາດ​ໃຫ້​ຢູ່​ລອດ​ ​ແລະ​ມີ​
ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງໄດ້.”

ນັກ​ຊ່ຽວຊານ​ບາງ​ຄົນ ຍັງ​ເຕືອນ​ວ່າ ຄວາມ​ເຄັ່ງ​ຕຶງ​ທີ່ວ່າ​ນີ້ ອາດເພີ້ມ​ທະ​ວີ​ຄູນ
ແບບຈະຄວບ​ຄຸມ​ບໍ່​ໄດ້​.

ທ່ານ​ລຸ​ຄ ຄອ​ຟ​ຟີ ຈາກ​ມູນ​ນິ​ທິ​ມູນ​ເຊື້ອ ຫຼື Heritage Foundation ກ່າວ​ວ່າ
“ຖ້າ​ຫາກວ່າ ປະທານາທິບໍດີໂປໂຣເຊັງໂກ ຮູ້​ວ່າ ທ່ານຈະ​ມີ​ການ​ເລືອກ​ຕັ້ງ​
ໃນ​ຕໍ່​ໜ້າ​ນີ້, ຖ້າ​ ທ່ານ​ຄິດ​ວ່າ ມັນ​ຈະ​ເປັນ​ເລື້ອງ​ໄດ້ຮັບຄວາມ​ນິ​ຍົມ ໃນການ
ແກ້ແຄ້ນ​ຕ້ານຢັນ​ຄືນ ສະ​ນັ້ນສິ່ງ​ນຶ່ງ​ກໍອາດຈະ​ນຳ​ໄປ​ສູ່​ອີກ​ອັນ​ນຶ່ງ ກໍ​ຄື ພວກ​ເຮົາ​
ອາດ​ສາ​ມາດ​ມີ​ສົງ​ຄາມໃຫຽ່​ເກີດ​ຂຶ້ນ​ ກໍ​ເປັນ​ໄດ້.”

ທ່ານຄອ​ຟ​ຟີ ​ກ່າວ​ວ່າ ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ​ນີ້, ທຸກ​ຄົນ ມີ​ຄວາມ​ຈຳ​ເປັນ​ທີ່​
ຈະ​ຈົດ​ຈຳ​ໄວ້​ວ່າ ມັນ​ແມ່ນຣັດ​ເຊຍ ທີ່​ຮຸກ​ຮານ​ຢູ​ເຄ​ຣນ ໃນ​ປີ 2014 ແລະ​ຣັດ​ເຊຍ
ກໍ​ໄດ້​ເຂົ້າ​ຍຶດ​ຄອງ​ໄຄ​ຣ​ເມຍ. ທ່ານ​ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການ​ຕອບ​ໂຕ້​ຢ່າງ​ແຂງ​ແຮງ
ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Amid escalating tensions between Russia and Ukraine, the State Department condemned a 'dangerous escalation' of Russia's aggressive behavior toward Ukraine and said the United States continues to support Ukraine's territorial integrity. VOA's diplomatic correspondent Cindy Saine reports from the State Department.

Russia is accusing Ukrainian sailors of illegally crossing Russian waters and ignoring warnings from border guards and sentenced them to two months of detention.
The sentence has angered Ukrainian President Petro Poroshenko, who along with a growing number of European leaders is calling for additional Western sanctions on Russia.

In Washington, State Department spokesperson Heather Nauert also condemned Moscow's actions.

Heather Nauert, State Department Spokesperson
"It's a dangerous escalation on the part of Russia's continued aggressive behavior against Ukraine. The United States continues to support Ukraine's territorial integrity. The secretary and the president both have a very strong relationship with the government in Ukraine, President Poroshenko in particular."


Nauert said Secretary of State Mike Pompeo is heading to Brussels next week for NATO meetings, and that Ukraine will likely be a big topic of conversation. She called on Europe to do more to assist Kyiv.

A number of foreign policy experts also blamed Russia for the escalating tensions.

Jan Surotchak, International Republican Institute
"We know that the Russia is at fault here. We know that they're still holding Ukrainians essentially as hostages, which is beyond any definition of acceptable behavior by a modern civilized state."

Surotchak said Moscow has been trying to destabilize Ukraine for the past five years.

Jan Surotchak, International Republican Institute
"Now, they're trying to show another example of how Ukraine is unable to protect its borders and is an illegitimate regime or an illegitimate government. And it's just another, as I said, another building block. And Moscow's narrative that Ukraine — democratic Ukraine — cannot be allowed to survive and prosper."

Some experts warned the tensions could spiral out of control.

Luke Coffey, Heritage Foundation
"If President Poroshenko, knowing he has elections coming up, if he thinks it will be very popular to retaliate, then one thing could lead to another, and we could have a major war on our hands."

Coffey said in the current situation, everyone needs to remember it was Russia that invaded Ukraine in 2014, and it is Russia that occupies Crimea. He called for a strong response from President Donald Trump.

XS
SM
MD
LG