ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານກອງໜຸນ ຮັກສາດິນແດນ ແຫ່ງປະເທດຢູເຄຣນ ແມ່ນເສັ້ນແນວຕໍ່ສູ້ ເສັ້ນສຸດທ້າຍ


ແຟ້ມຮູບ-ທະຫານກອງໜຸນ ຈາກກອງກໍາລັງປ້ອງກັນດິນແດນຢູເຄຣນ ຮ້ອງເພງຊາດຢູ່ທີ່ສະໜາມຝຶກແບບທະຫານ ນອກເຂກນະຄອນຫຼວງກີຢິບ, ເມື່ອວັນທີ 2 ຕຸລາ 2021. ປັດຈຸບັນນີ້ ທະຫານກອງໜຸນ ເປັນກອງກໍາລັງຕໍ່ສູ້ທີ່ສໍາຄັນຂອງ ຢູເຄຣນ ໃນການຕໍ່ສູ້ຕ້ານການຮຸກຮານຂອງ ຣັດເຊຍ.
ແຟ້ມຮູບ-ທະຫານກອງໜຸນ ຈາກກອງກໍາລັງປ້ອງກັນດິນແດນຢູເຄຣນ ຮ້ອງເພງຊາດຢູ່ທີ່ສະໜາມຝຶກແບບທະຫານ ນອກເຂກນະຄອນຫຼວງກີຢິບ, ເມື່ອວັນທີ 2 ຕຸລາ 2021. ປັດຈຸບັນນີ້ ທະຫານກອງໜຸນ ເປັນກອງກໍາລັງຕໍ່ສູ້ທີ່ສໍາຄັນຂອງ ຢູເຄຣນ ໃນການຕໍ່ສູ້ຕ້ານການຮຸກຮານຂອງ ຣັດເຊຍ.

ຢູ່​ຕາມຈຸດກວດ ແລະການລາດ​ຕະ​ເວນຢູ່ຕາມເມືອງນ້ອຍໃຫຍ່, ທະຫານກອງ​ໜຸນຮັກ​ສາດິນແດນແຫ່ງປະເທດຢູເຄຣນ ແມ່ນເສັ້ນແນວຕໍ່ສູ້​ເສັ້ນສຸດທ້າຍ ທີ່ຢືນຢູ່ ລະຫວ່າງພົນລະເຮືອນທໍາມະດາ ແລະກອງທະຫານຣັດເຊຍ.

ດ້ວຍຄວາມສູງ 2.07 ແມັດ ແລະໃສ່ຊຸດລາຍ​ທະ​ຫານ ທີ່ສາ​ມາດເຫັນແຕ່ຕາຢູ່ພາຍໃຕ້ໝວກນັ້ນ, ທ້າວ ບັຟຟາໂລ (Buffalo) ລາອອກຈາກວຽກການກໍ່ສ້າງຂອງລາວ ແລະມາສະໝັກເຂົ້າກອງທະຫານ ເມື່ອ ຣັດເຊຍ ບຸກ​ລຸກເຂົ້າມາ ໃນ ຢູເຄຣນ.

ຊາຍໜຸ່ມທີ່ມີຄວາມຕື່ນເຕັ້ນ ໃນໄວລະຫວ່າງ 20 ປີ, ລາວຄືນຶ່ງໃນຈໍານວນຫຼາຍແສນຄົນທີ່ຕອບສະໜອງຕໍ່ຄໍາຮຽກຮ້ອງເຂົ້າເປັນທະຫານກອງໜຸນຂອງປະທານາທິບໍດີເຊເລັນສກີ.

ລາວຖືກສົ່ງໄປທີ່ ສເວຍໂຕໂກສກ໌ (Svyatogorsk) ອັນເປັນໝູ່ບ້ານທີ່ຢູ່ຫ່າງ ຄຣາມາຕອສກ໌ (Kramatorsk) ໄປທາງທິດເໜືອປະມານ 30 ກິໂລແມັດ, ເຊິ່ງເປັນເມືອງຫຼວງຂອງຂົງເຂດ ດອນບາສ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງປະເທດ.

ກອງກໍາລັງແນວໜ້າ ຢູ່ຫ່າງພຽງແຕ່ 10 ກິໂລແມັດ ໄປທາງທິດເໜືອແລະທິດ ຕາເວັນຕົກສຽງເໜືອ, ບ່ອນທີ່ສາມາດໄດ້ຍິນສຽງການຍິງຕໍ່ສູ້ຢ່າງດຸເດືອດ ແລະການລະດົມຍິງດ້ວຍປືນໃຫຍ່ຢ່າງຮຸນແຮງ ໃນແຕ່ລະວັນ.

ການຕໍ່ສູ້ ເປັນໄປຢ່າງຮຸນແຮງທີ່ສຸດ ໂດຍສະເພາະຢ່າງຍິ່ງ ຢູ່ແຖວເມືອງໃຫຍ່ຂອງ ອິ​ຊຳ (Izyum). ຖ້າກອງກໍາລັງຂອງ ຣັດເຊຍ ໄດ້ຮັບໄຊຊະນະຢູ່ທີ່ນັ້ນ ຈະຕ້ອງເປັນການເປີດທາງເຂົ້າ ສູ່ເມືອງ ຄຣາມາຕອສກ໌ ໄດ້.

“ຂ້ອຍໝັ້ນໃຈວ່າ ພວກເຈົ້າກໍ່ສາມາດໄດ້ຍິນສຽງປືນໃຫຍ່ນັ້ນເຊັ່ນກັນ,” ທ້າວ ບັຟຟາໂລ ກ່າວກັບນັກຂ່າວຂອງ AFP. “ແລະໝູ່ບ້ານຂອງພວກເຮົາໄດ້ລຶບໄປຈາກໜ້າຂອງໜ່ວຍໂລກແນວໃດ.”

ລາວໄດ້ຍັງມີຄວາມພາກພູມໃຈນໍາເອົາພາບວີດີໂອ ຢູ່ໂທລະສັບມືຖືຂອງລາວອອກມາໃຫ້ເບິ່ງ ເຊິ່ງໄດ້ເປີດເຜີຍໃຫ້ເຫັນລາວ ແລະໝູ່ເພື່ອນຂອງລາວຫຼາຍໆຄົນ ເຂົ້າຮ່ວມການຕໍ່ສູ້ໃນຊ່ວງຫິມະຕົກ, ໂດຍ​ມີ​ປືນຄາລາສນິກອບ ​ຢູ່​ໃນ​ມື​ຂອງ​ລາວ.

ແຕ່ພາລະກິດຂອງລາວ ຍັງລວມເຖິງການປົກປ້ອງ ແລະຊ່ວຍເຫຼືອບັນດາພົນລະເຮືອນ ຢູ່ໃນທ້ອງຖິ່ນນໍາອີກດ້ວຍ.

“ພວກພົນລະເຮືອນທັງຫຼາຍໄດ້ຮຽນຮູ້ວ່າ ສົງຄາມແມ່ນຫຍັງ,” ທ້າວບັຟຟາໂລ ກ່າວ. “ພວກເຂົາເຈົ້າພາກັນອາໄສຢູ່ໃນຫ້ອງໃຕ້ດິນ ແລະສິ່ງທີ່ພວກເຂົາເຈົ້າເຮັດໄດ້ກໍຄື ຕ້ອງມີຊີວິດລອດໃຫ້ໄດ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG