ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ລາຍງານວ່າ ຣັດເຊຍ ໂຈມຕີດ້ວຍໂດຣນ 20 ລຳ ຕໍ່ຢູເຄຣນ


ພວກພະນັກງານສຸກເສີນ ກຳລັງພາກັນພະຍາຍາມດັບໄຟ ຫຼັງຈາກການໂຈມຕີດ້ວຍໂດຣນ ທ່າມກາງການໂຈມຕີຂອງຣັດເຊຍ, ໃນເມືອງຄາກີບ ຂອງຢູເຄຣນ ຢູ່ໃນພາບທີ່ເອົາມາຈາກຈໍພາບ ຂອງວີດີໂອທີ່ໄດ້ຖືກເປີດເຜີຍ ເມື່ອວັນທີ 31 ມັງກອນ 2024.
ພວກພະນັກງານສຸກເສີນ ກຳລັງພາກັນພະຍາຍາມດັບໄຟ ຫຼັງຈາກການໂຈມຕີດ້ວຍໂດຣນ ທ່າມກາງການໂຈມຕີຂອງຣັດເຊຍ, ໃນເມືອງຄາກີບ ຂອງຢູເຄຣນ ຢູ່ໃນພາບທີ່ເອົາມາຈາກຈໍພາບ ຂອງວີດີໂອທີ່ໄດ້ຖືກເປີດເຜີຍ ເມື່ອວັນທີ 31 ມັງກອນ 2024.

ກອງທັບຂອງຢູເຄຣນ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ການໂຈມຕີເມື່ອຕອນຂ້າມຄືນຈາກຣັດເຊຍ ລວມມີ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ 20 ລຳ ແລະ ລູກສອນໄຟຂີປະນາວຸດສາມລູກ ທີ່ແນເປົ້າໝາຍໃສ່ເຂດຕ່າງໆຫຼາຍແຫ່ງຂອງຢູເຄຣນ.

ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງອາກາດຂອງປະເທດ ໄດ້ທຳລາຍໂດຣນ 14 ລຳ ໂດຍມີການສະກັດກັ້ນເກີດຂຶ້ນຢູ່ເໜືອນ່ານຟ້າຂົງເຂດເມືອງ ມີໂກໄລ, ຊາໂປຣິສເຊຍ, ເດີນິໂປຣເປໂທຣບຄ໌ ແລະຄາກິບ.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສ໌ກີ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ກອງກຳລັງຂອງຣັດເຊຍ ໄດ້ສົ່ງໂດຣນລົບ 600 ລຳ ແລະຍິງລູກສອນໄຟຫຼາຍກວ່າ 330 ລູກ ໃສ່ຢູເຄຣນ ນັບຕັ້ງແຕ່ເລີ້ມຕົ້ນຂອງປີນີ້ ເປັນ​ຕົ້ນ​ມາ.

ທ່ານເຊເລັນສ໌ກີ ໄດ້ເນັ້ນຢ້ຳເຖິງການຮຽກຮ້ອງຂອງທ່ານສຳລັບຢູເຄຣນ ເພື່ອໃຫ້ມີ “ການຄຸ້ມກັນທາງອາກາດ” ຢ່າງພຽງພໍ ທີ່ຈະປົກປ້ອງປະເທດຂອງທ່ານໄດ້.

ທ່ານເວົ້າວ່າ “ພວກເຮົາຕ້ອງຮັບປະກັນການຄວບຄຸມນ່ານຟ້າຂອງຢູເຄຣນ ຊຶ່ງຍັງເປັນສິ່ງທີ່ສຳຄັນຍິ່ງເພື່ອຮັບປະກັນຄວາມປອດໄພຢູ່ພາກພື້ນດິນ-ຈາກຖານທີ່ໝັ້ນໃນສະໜາມລົບ ຕະຫຼອດທັງໂຮງໝໍ ແລະໂຮງຮຽນທັງຫຼາຍ ທີ່ຢູ່ແນວຫຼັງ.”

Ukraine’s military said Wednesday that overnight attacks from Russia included 20 drones and three ballistic missiles targeting multiple parts of Ukraine.

The Ukrainian air force said the country’s air defenses destroyed 14 of the drones, with intercepts taking place over the Mykolaiv, Zaporizhzhia, Dnipropetrovsk and Kharkiv regions.

Ukrainian President Volodymyr Zelenskyy said Tuesday that Russian forces had launched 600 combat drones and more than 330 missiles at Ukraine since the start of the year.

Zelenskyy reiterated his calls for Ukraine to have an adequate “air shield” to protect his country.

“We must ensure Ukraine's control over its skies, which is also critical to ensuring security on the ground — from frontline positions to hospitals and schools in the rear,” he said.

FILE - CIA Director William Burns, left, testifies during a Senate Intelligence Committee hearing on worldwide threats in Washington, March 8, 2023.
FILE - CIA Director William Burns, left, testifies during a Senate Intelligence Committee hearing on worldwide threats in Washington, March 8, 2023.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG