ການເດີນທາງໄປເອເຊຍ ຂອງປະທານາທິບໍດີ Barack
Obama ໃນອາທິດນີ້ ແມ່ນມີຂຶ້ນ ໃນທ່າມກາງຄວາມກັງ
ວົນທີ່ເພີ້ມທະວີຂຶ້ນກ່ຽວກັບຄວາມທະເຍີທະຍານ ຢາກໄດ້
ດິນແດນຂອງປັກກິ່ງ. ຄວາມກັງວົນເຫລົ່ານັ້ນໄດ້ທະວີຂຶ້ນ
ຍ້ອນການກະທຳເມື່ອໄວໆມານີ້ຂອງຣັດເຊຍຢູ່ໃນຢູເຄຣນ
ແລະຄວາມອາດສາມາດເປັນໄປໄດ້ ທີ່ວ່າ ນັກຍຸດທະສາດ
ຈີນທັງຫຼາຍ ອາດກຳລັງມອງເຫັນໄຄຣເມຍ ວ່າ ເປັນແບບ
ຢ່າງສຳລັບການຂັດແຍ້ງເລື້ອງດິນແດນຂອງຕົນ ກັບບັນດາ
ປະເທດເພື່ອນບ້ານ. ຜູ້ສື່ຂ່າວວີໂອເອ Bill Ide ມີລາຍງານ
ຈາກປັກກິ່ງ ຊຶ່ງໄຊຈະເຣີນສຸກ ຈະນຳມາສະເໜີທ່ານໃນອັນ
ດັບຕໍ່ໄປ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ຢູເຄຣນນັ້ນ ອາດຈະເບິ່ງຄືວ່າ ຢູ່ຫ່າງໄກຫຼາຍ ຈາກເຫດການທີ່ກຳລັງ ຜັນຂະຫຍາຍ
ອອກ ຢູ່ໃນຂົງເຂດນຶ່ງທີ່ມີການປ່ຽນແປງຫຼາຍທີ່ສຸດໃນໂລກ ກໍຄືຂົງເຂດເອເຊຍນັ້ນ
ແຕ່ເປັນທີ່ຊັດເຈນວ່າ ຢູເຄຣນຍັງຢູ່ໃນ ຈິດໃຈຂອງບັນດາເຈົ້າໜ້າທີ່ສະຫະລັດ.
ຜູ້ບັນຊາການກອງທັບເຮືອສະຫະລັດ ປະຈຳເຂດມະຫາສະມຸດປາຊິຟິກ ໄດ້ຕັກເຕືອນ
ເຖິງຄວາມຈຳເປັນທີ່ຈະຕ້ອງຫຼີກເວັ້ນ ສະຖານະການ ແບບໄຄຣເມຍ ຢູ່ໃນຂົງເຂດ
ປາຊິຟິກນັ້ນ ແລະເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງ ຂອງກະຊວງການຕ່າງປະເທດສະຫະລັດ ກໍໄດ້ກ່າວຕໍ່ບັນດາສະມາຊິກລັດຖະສະພາ ເມື່ອຕົ້ນເດືອນນີ້ວ່າ ການລົງໂທດທີ່ຣັດເຊຍ
ຜະເຊີນໜ້າຢູ່ນັ້ນ ຄວນມີຜົນສ້າງຄວາມຢ້ານກົວ ໃຫ້ແກ່ຜູ້ໃດກໍຕາມຢູ່ໃນປະເທດຈີນ
ທີ່ອາດກຳລັງພິຈາລະນາຢາກຈະ ເອົາການປະຕິບັດຂອງມົສກູ ມາເປັນແບບຢ່າງ.
ໃນຂະນະທີ່ ແສນຍານຸພາບທາງທະຫານ ແລະຄວາມໝັ້ນໃຈຂອງຈີນ ເພີ້ມທະວີຂຶ້ນນັ້ນ
ຈີນກໍພົບວ່າ ຕົນເອງໄດ້ເຂົ້າໄປພົວພັນໃນຂໍ້ຂັດແຍ້ງ ເລື້ອງດິນແດນຫຼາຍຂຶ້ນ ບໍ່ວ່າຈະ
ເປັນຂໍ້ຂັດແຍ້ງເລື້ອງເກາະ ດອນ ໃນທະເລຈີນຕາເວັນອອກ ກັບຍີ່ປຸນ ຫຼື ກັບຟີລິປິນ
ແລະ ປະເທດອື່ນໆ ໃນເຂດທະເລຈີນໃຕ້.
ນັກລັດຖະສາດການເມືອງ ຈາກມະຫາວິທະຍາໄລໂບດສາສະໜາ Baptist ຢູ່ຮົງກົງ
ທ່ານ Jean-Pierre Cabestan ກ່າວວ່າ ມີສິ່ງລໍ້ໃຈ ທີ່ເຫັນໄດ້ຢ່າງຈະແຈ້ງ ສຳລັບ
ປັກກິ່ງ ທີ່ຈະພະຍາຍາມປັບ ປ່ຽນສະຖານະພາບ ທີ່ເປັນຢູ່ໃນປັດຈຸບັນ ແຕ່ທ່ານກໍກ່າວ
ວ່າ ມີຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງ ລະຫວ່າງຂໍ້ຂັດແຍ້ງຂອງຈີນຢູ່ໃນເອເຊຍ ກັບ
ເຫດການທີ່ເກີດຂຶ້ນ ຢູ່ແຫຼມໄຄຣເມຍ.
ທ່ານ Cabestan ເວົ້າວ່າ:
“ປະການໜຶ່ງ ກໍຄືທ່ານຮູ້ຫັ້ນແຫຼະ ຍີ່ປຸນແມ່ນພັນທະ
ມິດຂອງສະຫະລັດ ມີສົນທິສັນຍາດ້ານຄວາມໝັ້ນຄົງ
ລະຫວ່າງສອງປະເທດ ຊຶ່ງບັງຄັບໃຫ້ ສະຫະລັດຕ້ອງ
ເຂົ້າໄປແຊກແຊງ. ຈີນກະຮູ້ດີ ຂ້າພະເຈົ້າຄິດວ່າ ຮູ້ດີ
ຫຼາຍກ່ວາເກົ່າຊ້ຳ ໃນເວລານີ້ ຍ້ອນລັດຖະບານຂອງ
ທ່ານໂອບາມາ ໄດ້ສົ່ງສັນຍານຫຼາຍໆຢ່າງ ທີ່ຈະແຈ້ງ
ໄປໃຫ້ຈີນ ແລະກໍເປັນສັນຍານ ທີ່ແຈ້ງຂຶ້ນເລື້ອຍໆ
ບອກໃຫ້ຮູ້ວ່າ ສະຫະລັດຈະເຂົ້າໄປພົວພັນໃນທຸກໆ ກໍລະນີທີ່ມີການໃຊ້ກຳລັງທະຫານຢູ່ໃນບໍລິເວນໝູ່
ເກາະ Senkaku ນັ້ນ.”
ຍີ່ປຸນ ຈະເປັນບ່ອນຢຸດແວ່ແຫ່ງທຳອິດ ໃນການຢ້ຽມຢາມ 4 ປະເທດ ໃນຂົງເຂດນັ້ນ ຂອງປະທານາທິບໍດີ ໂອບາມາ ຊຶ່ງລວມທັງການຢ້ຽມຢາມ ເກົາຫຼີໃຕ້ ແລະອີກ 2 ປະເທດ
ໃນເອເຊຍຕາເວັນອອກສຽງໃຕ້ ທີ່ມີຂໍ້ຂັດແຍ້ງກັບຈີນ ຢູ່ໃນເຂດທະເລຈີນໃຕ້ ກໍຄື ຟີລິປິນກັບມາເລເຊຍ. ສະຫະລັດກ່າວວ່າ ຕົນບໍ່ເຂົ້າຂ້າງກັບຝ່າຍໃດຝ່າຍນຶ່ງ ໃນ
ບັນຫາຂໍ້ຂັດແຍ້ງເຫຼົ່ານັ້ນ ແຕ່ວ່າ ການທີ່ວໍຊິງຕັນ ພະຍາຍາມ ທີ່ຈະປັບຄວາມສົມດຸນ
ຄືນໃໝ່ ຢູ່ໃນຂົງເຂດເອເຊຍ ໂດຍການເຂົ້າໄປມີໜ້າທາງທະຫານ ໃນຂົງເຂດນັ້ນ
ຫຼາຍຂຶ້ນ ໄດ້ເຮັດໃຫ້ຈີນເກີດຄວາມກັງວົນເຊັ່ນກັນ.
ນັກລັດຖະສາດການເມືອງ ຈາກມະຫາວິທະຍາໄລ ປັກກິ່ງວ່າດ້ວຍ ການສຶກສາຕ່າງ
ປະເທດ ທ່ານ Xie Tao ກ່າວວ່າ ປັກກິ່ງຈະຕິດຕາມ ເບິງຢ່າງໃກ້ຊິດວ່າ ທ່ານໂອບາມາ
ຈະເຮັດແນວໃດ ເພື່ອສ້າງຄວາມ ໝັ້ນໃຈໃຫ້ແກ່ພັນທະມິດທັງຫຼາຍ ໃນຂົງເຂດນັ້ນ ຄືວ່າ
ທ່ານຈະຫລິ້ນບົດບາດ ຂອງຜູ້ສ້າງສັນຕິພາບ ດ້ວຍການສົ່ງເສີມ ສະຖຽນລະພາບຢູ່
ໃນຂົງເຂດ ຫຼື ຊຸກຍູ້ສົ່ງເສີມແນວຄິດໃນທາງລົບ ກ່ຽວກັບຈີນ.
ທ່ານ XIE TAO ເວົ້າວ່າ:
“ຂ້າພະເຈົ້າຫວັງວ່າ ທ່ານໂອບາມາ ຈະເຮັດແນວໃດແນວນຶ່ງ ເພື່ອ ລະງັບ
ຄວາມລະແວງຂອງຈີນ ແລະວ່າ ທ່ານບໍ່ໄດ້ມາທີ່ນີ້ ເພື່ອທີ່ຈະ ຍັບຍັ້ງຈີນ.”
ມີບາງກຸ່ມໃນຈີນເຫັນວ່າ ການສ້າງຄວາມກ້ຳເກິ່ງກັນຄືນໃໝ່ ໃນເອເຊຍ ຫຼືການ
“ຫັນໄປຍັງເອເຊຍ ກໍຄື pivot to Asia” ຂອງສະຫະລັດ ຕາມທີ່ເອີ້ນກັນນັ້ນ
ເປັນຄວາມພະຍາຍາມ ເພື່ອຍັບຍັ້ງການໂຜ່ໂຕຂຶ້ນມາມີອຳນາດຂອງຈີນ. ກຸ່ມດັ່ງກ່ວາ
ໂຕ້ແຍ້ງວ່າ ການກະທຳຕ່າງໆ ຂອງວໍຊິງຕັນ ກຳລັງເຮັດໃຫ້ພັນທະມິດ ທັງຫຼາຍ ໃນ
ຂົງເຂດນັ້ນ ມີຄວາມເກ່ງກ້າຂຶ້ນ ຊຶ່ງເປັນການເພີ້ມຄວາມເຄັ່ງຕຶງຂຶ້ນ.