ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ເລີ້​ມການ​ສືບ​ສວນ​ ​ການ​ຍິງ​ຜູ້​ຊາຍ​ຄົນ​ນຶ່ງ ທີ່​ກ່າວ​ວ່າ​ ເປັ​ນ​ຊະ​ເລີຍ​ເສິກ


ປະ​ທາ​ນາ​ທິບ​ໍດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ຈາ​ນະ​​ຄອນ​ກິ​ຢິບ ປະ​ເທດ​ຢູ​ເຄ​ຣນ ວັນ​ທີ 22 ເມ​ສາ 2022
ປະ​ທາ​ນາ​ທິບ​ໍດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ຈາ​ນະ​​ຄອນ​ກິ​ຢິບ ປະ​ເທດ​ຢູ​ເຄ​ຣນ ວັນ​ທີ 22 ເມ​ສາ 2022

ໄອຍະ​ການ​ສູງ​ສຸດ​ຂອງ​ຢູ​ເຄ​ຣນ ກ່າວ​ໃນ​ວັ​ນຈັນ​ວ​ານ​ນີ້​ວ່າ ການ​ສືບ​ສວນທາງ​ດ້ານ​ອາ​ຍາໄດ້​ເລີ້ມ​ຂຶ້​ນ ໃນ​ອັນ​ທີ່​ທ່ານ​ຮ້ອງວ່າ “​ການ​ຍິງ​ສັງ​ຫານແບບໂຫດ​ຮ້າຍແລະ​ໄຮ້​ຢາງ​ ອາຍຕໍ່​ຄົນ​ທີ່​ບໍ່​ມີ​ອາ​ວຸດ” ​ທີ່​ສະ​ແດງ​ໃຫ້​ເຫັນ​ຢູ່ວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່ຢູ່​ໃນ​ສື່​ສັງ​ຄົມ ແລະ​ໄດ້​ກ່າວ​ຫາ​ຣັດ​ເຊຍ​ວ່າ ບໍ່ເອົາ​ຫົວ​ຊາ​ຕໍ່​ກົດ​ໝາຍ​ສົງ​ຄາມ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອ​ຍ​ເຕີ​.

ວີ​ດີ​ໂອ 12 ວິ​ນາ​ທີ​ ​ທີ່ນຳ​ເຜີຍ​ແຜ່​ອອກ​ໄປ​ຢູ່​ໃນ​ທວິດ​ເຕີ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ບໍ່​ມີ​ອາ​ວຸດ ​ຢູ່​ໃນ​ເຄື່ອ​ງ​ແບບ​ພ້ອມ​ຕິດທຸງ​ຢູ​ເຄ​ຣນ​ຢູ່​ແຂນ​ຂອງ​ລາວ ຢືນ​ສູບ​ຢາຢູ່ໃນເຂດປ່າ. ຜູ້​ຊາຍ​ຄົນ​ນັ້ນ​ກ່າວ​ວ່າ “ໄຊ​ຊະ​ນະ​ຈົ່ງ​ເປັນ​ຂອງ​ຢູ​ເຄ​ຣນ.” ສຽງ​ປືນ​ຍິງ​ຫລາຍ​ລູກ​ໄດ້​ຍິນ​ມາ​ຈາກມື​ປືນ​ທີ່​ບໍ່​ເຫັນ ແລະ​ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ລົ້ມ​ລົງ​ດິນ ໃນ​ຂະ​ນະ​ທີ່​ປາ​ກົດ​ວ່າ ​ລູກ​ປືນ​ໄດ້​ຕຳ​ເຂົ້າ​ໃສ່​ຮ່າງ​ກາຍ​ຂອງ​ລາວ. ​ສຽງ​ເວົ້າ​ໄດ້​ຍິນ​ອອກ​ມາ​ວ່າ “ຕາຍ​ສະ ຊາດ​ຊົ່ວ” ເປັນ​ພາ​ສາ​ຣັດ​ເຊຍ.

ອົງ​ການ​ຂ່າວ​ຣອຍ​ເຕີ ບໍ່​ສາ​ມາດຢັ້ງ​ຢືນໄດ້​ໃນທັນ​ທີ​ເຖິງ​ຄວາມ​ເ​ທັດ​ຈິງ ວັນ​ທີ ແລະ​ສະ​ຖານ​ທີ່​ຂອງວີ​ດີ​ໂອ ຊຶ່ງຄຸນ​ນະ​ພາບ​ບໍ່​ແຈ້ງ. ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ​ບໍ່​ໄດ້ຕອບໂດຍ​ທັນ​ທີ ຕໍ່​ການ​ສອບ​ຖາມ​ກ່ຽວ​ກັບວີ​ດີ​ໂອ. ​ພວກ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນບໍ່​ໄດ້​ກ່າວ​ວ່າ ຢູ່​ບ່ອນ​ໃດ ແລະ​ເວ​ລາ​ໃດ ​ທີ່​ການ​ຍິງ​ດັ່ງ​ກ່າວໄດ້​ເກີດ​ຂຶ້ນ.

​ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊເລນ​ສ​ກີ ໄດ້​ໃຫ້​ຂໍ້​ສັງ​ເກດ​ພຽງ​ແຕ່​ວ່າ ວີ​ດີ​ໂອ ໄດ້​ປ​າ​ກົດ​ອອກ​ມາ​ໃນ​ວັນ​ຈັນ ໄດ້​ກ່າວ​ວ່າ​ສະ​ແດງ​ໃຫ້​ເຫັນ​ຊາວ​ຣັດ​ເຊຍ​ຜູ້​ຮຸກ​ຮານ ສັງ​ຫານທະ​ຫານ​ຄົນ​ນຶ່ງ​ຢ່າງ​ໂຫດ​ຮ້າຍ.

ທ່ານ​ໄດ້​ກ່າວ​ເພີ້ມ​ວ່າ “ຂ້​າ​ພະ​ເຈົ້າ​ຕ້ອງ​ການໃຫ້​ພວກ​ເຮົາ​ທັງ​ໝົດ​ຢູ່​ໃນ​ຄວາມ​ພ້ອມ​ພຽງ​ສາ​ມັກ​ຄີ​ກັນ ເພື່ອຕ້ອນ​ຮັບ​ຄຳ​ເວົ້າ​ຂອງ​ລາວ ໄຊ​ຊະ​ນະ​ແກ່​ວິ​ຣະ​ຊົນ. ​ໄຊ​ຊະ​ນະ​ແກ່​ບັນ​ດາ​ວິ​ຣະ​ຊົນ. ​ໄຊ​ຊະ​ນະ​ແກ່​ຢູ​ເຄ​ຣນ ແລະ​ພວກ​ເຮົາ​ຈະ​ຊອກ​ຫາ​ ພວກຄາດ​ຕະ​ກອນ.”

ຫົວ​ໜ້າ​ຫ້ອງ​ການ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຢູ​ເຄ​ຣນ ທ່ານ​ແອນດ​ຣີ ເຢີ​ມາກ ກ່າວ​ວ່າ ຜູ້​ຊາຍ​ຄົນ​ນັ້ນ​ແມ່ນ​ຊະ​ເລີຍ​ເສີກຢູ​ເຄ​ຣນ ແລະ​ເຫດ​ການ​ແມ່ນເປັນ​ພ​າກ​ສ່ວນ​ນຶ່ງ​ຂອງ “ຄວາມ​ຕັ້ງ​ໃຈຂອງນະ​ໂຍ​ບາຍ​ກໍ່​ການ​ຮ້າຍ” ​ໂດຍ​ຣັດ​ເຊຍ.

ການ​ສັງ​ຫານ​ຜູ້​ທີ່​ຖືກ​ຈັບ​ເປັນ​ການ​ກໍ່​ອາດ​ຊະ​ຍາ​ກຳ​ສົງ​ຄາມ​ທີ່​ຫລ້າ​ສຸດຂອງ​ຣັດ​ເຊຍ” ​ທີ່​ທ່ານ​ເຢີ​ມາກ ໄດ້​ຂ​ຽນ​ຢູ່​ໃນ​ທວິດເຕີ້. “​ສຳ​ລັບ​ແຕ່​ລະອາດຊະ​ຍາ​ກຳສົງ​ຄາມຈະ​ມີການ​ລົງ​ໂທດ​ຕິດ​ຕາມ​ມາ.”

ຊາວ​ຢູ​ເຄ​ຣນ ແລະ​ພວກ​ເຈົ້າ​ໜ້າ​ທີ່​ຕາ​ເວັນ​ຕົກ​ກ່າວ​ວ່າ ມີ​ຫລັກ​ຖານ​ຫລາຍ​ພັນ​ອັນ​ໃນການ​ກໍ່ອາດ​ຊະ​ຍາ​ກຳ​ສົງ​ຄາມທີ່​ໄດ້​ກະ​ທຳ​ຢູ່​ໃນ​ຢູ​ເຄ​ຣນ ນັບ​ແຕ່​ຣັດ​ເຊຍ​ໄດ້​ຮຸກ​ຮານ​ໃນ​ເດືອນກຸມ​ພາ ປີ 2022. ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ກຳ​ລັງ​ຂອງ​ຕົນ​ບໍ່ໄດ້ກໍ່​ໂທດ​ກຳ ຫລື​ໂຈມ​ຕີ​ພົນ​ລະ​ເຮືອນ ​ຢູ່​ໃນ​ຢູ​ເຄ​ຣນ.

Ukraine's top prosecutor said on Monday that a criminal investigation had been launched into what he called the "brutal and brazen shooting of an unarmed person" depicted in a video shared on social media, and he accused Russia of ignoring the laws of war.

A 12-second video widely shared on Twitter shows an apparently unarmed man in uniform with a Ukrainian flag insignia on his arm standing smoking in a wooded area. The man says, "Glory to Ukraine." Multiple shots are heard coming from an unseen shooter or shooters, and the man slumps to the ground as bullets appear to hit his body. A voice is heard taunting him in Russian.

Reuters was not immediately able to verify the authenticity, date or location of the video, which is of poor quality. Russia's Defense Ministry did not immediately respond to a query about the video. Ukrainian authorities did not say where or when the shooting occurred.

President Volodymyr Zelenskyy, noting only that the video had appeared on Monday, said it showed Russian occupiers brutally killing a soldier.

He added, "I want us all in unity to respond to his words, 'Glory to the hero. Glory to the heroes. Glory to Ukraine.' And we will find the murderers."

The head of Ukraine's presidential office, Andriy Yermak, said the man was a Ukrainian prisoner of war and that the incident was part of a "deliberate policy of terror" by Russia.

"The murder of a captive is the latest Russian war crime," Yermak wrote in a tweet. "For every such war crime there will be retribution."

Ukrainian and Western authorities say there is evidence for thousands of war crimes committed in Ukraine since Russia invaded in February 2022. Russia has repeatedly denied that its forces have committed atrocities or attacked civilians in Ukraine.

XS
SM
MD
LG