ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ວຍເຫຼືອ ອິສຣາແອລ ແລະ ຢູເຄຣນ ກະທົບຮອດສະພາຕໍ່າ ໃນຂະນະທີ່ມີການແຍກຮ່າງກົດໝາຍ ອອກຕ່າງຫາກ ໄວໆນີ້


ແຟ້ມຮູບ-ປະທານສະພາຕໍ່າ ທ່ານໄມຄ໌ ຈອນສັນ, ປາກົດໂຕຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ກຸມພາ 2024.
ແຟ້ມຮູບ-ປະທານສະພາຕໍ່າ ທ່ານໄມຄ໌ ຈອນສັນ, ປາກົດໂຕຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ກຸມພາ 2024.

ສະພາ​ຕ່ຳ​ສະຫະລັດ, ໃນວັນທີ 15 ເມສາ ໄດ້ມີການ​ພິຈາລະນາ​ການ​ຊ່ວຍ​ເຫຼືອໃຫ້​ແກ່ ​ອິສຣາ​ແອລ ​ແລະ ​ຢູເຄຣນ ​ອັນເປັນຮ່າງກົດໝາຍ​ແຍກ​ອອກຕ່າງຫາກ ​ໃນ​ອາທິດ​ນີ້, ອີງຕາມການກ່າວຂອງປະທານ​ສະພາ​ຕໍ່າຈາກ​ພັກຣີພັບ​ບລີ​ກັນ ທ່ານໄມຄ໌ ຈອນສັນ ໃນວັນຈັນວານນີ້, ເຊິ່ງ​ເປັນ​ເວລາ​ຫຼາຍ​ກວ່າ​ ສອງ​ເດືອນລຸນ​ຫຼັງສະພາ​ສູງ​ໄດ້​ຜ່ານ​ຮ່າງ​ກົດໝາຍ​ທີ່​ປະກອບ​ເຂົ້າກັນຂອງທັງສອງຂໍ້ດັ່ງກ່າວ.

ຫຼັງຈາກອອກຈາກກອງປະຊຸມຂອງພັກຣີພັບບລີກັນ ໃນຕອນແລງຂອງວັນຈັນວານນີ້, ທ່ານ ຈອນສັນ ກ່າວວ່າ ຂໍ້ຈໍາກັດທີ່ໄດ້ແບ່ງແຍກສະພາຢ່າງວຸດວິດນັ້ນ ຈະພິຈາລະນາຮ່າງກົດໝາຍ 4 ສະບັບ ລວມທັງການໃຫ້ການຊ່ວຍເຫຼືອແກ່ ໄຕ້ຫວັນ, ເຊິ່ງເປັນພັນທະມິດຂອງສະຫະລັດຢູ່ໃນບໍລິເວນຂົງເຂດ ອິນໂດ-ປາຊີຟິກ ແລະບູລິມະສິດດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.

ທ່ານ ຈອນສັນ ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາຮູ້ວ່າ ທົ່ວໂລກກໍາລັງເບິ່ງພວກເຮົາ ເພື່ອມອງວ່າ ພວກເຮົາຈະດໍາເນີນການແບບໃດ, ພວກເຂົາກຳລັງເບິ່ງພວກເຮົາ ເພື່ອມອງວ່າ ອາເມຣິກາຈະຢືນຂື້ນເພື່ອພັນທະມິດຂອງຕົນ ແລະເພື່ອຜົນປະໂຫຍດຂອງພວກຕົນຢູ່ໃນທົ່ວໂລກ.”

ການ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ລັດ ​ໄດ້ເລື່ອນເວລາ ​ຍ້ອນ​ຄວາມ​ບໍ່​ເຕັມ​ໃຈ​ຂອງ ​ທ່ານ ຈອນສັນ ທີ່​ຈະ​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍຂອງສອງຝ່າຍມູນຄ່າຈໍານວນ 95 ຕື້​ໂດ​ລາ ທີ່​ສະ​ພາ​ສູງ​ໄດ້​ຮັບ​ຜ່ານ​ໃນ​ເດືອນ​ກຸມ​ພາທີ່ຜ່ານມາ, ລວມ​ທັງເງິນ 14 ຕື້​ໂດ​ລາ​ສໍາລັບອິສຣາແອລ ​ແລະ 60 ຕື້​ໂດ​ລາ ​ສໍາ​ລັບ​ຢູ​ເຄ​ຣນ.

ໃນ​ນັ້ນ​ລວມມີ​ຫຼາຍ​ພັນ​ລ້ານ​ໂດລາ ​ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດ​ພັນທະ​ມິດ​ໃນບໍລິເວນ ​ອິນ​ໂດ​ປາ​ຊີ​ຟິກ, ເຊິ່ງເປັນຂົງເຂດ​ທີ່ ​ຈີນ ​ມີການຮຸກຮານ​ຫຼາຍ​ຂຶ້ນ, ​ແລະເພື່ອ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ສາກົນ.

ທ່ານຈອນສັນ ກ່າວ​ວ່າ ຮ່າງ​ກົດໝາຍສະບັບ​ໃໝ່​ຂອງ​ສະພາ​ຕ່ຳ​ ຈະໃຫ້​ການ​ຊ່ວຍ​ເຫລືອແກ່​ຕ່າງປະ​ເທດທີ່ມີຂະໜາດ​ປະມານ​ເທົ່າ​ກັບ​ຮ່າງ​ກົດໝາຍ​ຂອງ​ສະພາ​ສູງ ​ແຕ່​ຈະລວມ​ມີ​ຄວາມ​ແຕກ​ຕ່າງ​ກັນ ​ໂດຍລວມທັງ​ການ​ຊ່ວຍ​ເຫລືອ​ບາງ​ຢ່າງ ​ໃນ​ລັກສະນະຂອງ​ເງິນ​ກູ້ຢືມ.

ພັກຣີພັບບລີກັນ ມີເປົ້າໝາຍທີ່ຈະເປີດເຜີຍຮ່າງກົດໝາຍໃນຕອນເຊົ້າຂອງວັນອັງຄານມື້ນີ້ ແຕ່ຈະໃຊ້ເວລາໃນການທົບທວນຈໍານວນ 72 ຊົ່ວໂມງ ກ່ອນການລົງຄະແນນສຽງ. ທ່ານ ຈອນສັນ ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງໃນທິດທາງດັ່ງກ່າວ ຈະມີຂຶ້ນໃນ​ຕອນ​ແລງຂອງມື້​ວັນ​ສຸກທີ່ຈະມາເຖິງນີ້.

ການ​ຜັກດັນ​ເພື່ອໃຫ້ຜ່ານການ​ຊ່ວຍ​ເຫລືອ​ດັ່ງກ່າວ ​ໄດ້​ເຮັດໃຫ້ມີຄວາມ​ຮີບ​ດ່ວນຂຶ້ນ ລຸນ​ຫລັງການ​ໂຈມ​ຕີໃສ່ ອິສຣາແອລ ດ້ວຍ​ລູກ​ສອນ​ໄຟ ​ແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ ອີຣ່ານ ​ໃນ​ທ້າຍ​ອາທິດທີ່​ຜ່ານ​ມາ​ ​ເຖິງ​ແມ່ນ​ຈະມີ​ການ​ຄັດຄ້ານ​ກັນຢ່າງ​ຮຸນ​ແຮງຢູ່​ໃນ​ສະພາ​ທີ່​ແບ່ງ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງນັ້ນ ກໍຕາມ.

3 ໃນ 4 ຮ່າງ​ກົດໝາຍ​ທີ່ ທ່ານ ຈອນສັນ ໄດ້ສະເໜີອອກມາ​ ​ຈະ​ລວມມີ ຢູ​ເຄຣນ, ອິສຣາ​ແອລ ແລະ ອິນ​ໂດ​ປາ​ຊີ​ຟິກ. ສ່ວນຮ່າງກົດໝາຍທີ 4 ແມ່ນຍັງບໍ່ທັນໄດ້ອອກມາຢ່າງແຈ່ມແຈ້ງໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG