ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຫານ​ປະ​ເພດ​ເມັດ​ຂອງ​ຢູ​ເຄ​ຣນ ທີ່ມຸ້ງ​ໜ້າ​ໄປ​​ເລ​ບາ​ນອນ ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ທີ່​ຢູ່​ໃນສະ​ພາບ​ສົງ​ຄາມ ເກີດຊັກຊ້າ


ກຳ​ປັ່ນ​ Razoni ທີ່​ຂົນ​ສົ່ງ​ສິນ​ຄ້າ​ເຫັນ​ໄປ​ຜ່ານຊ່ອງ​ແຄບ Bosphorus ນອກ​ຝັ່ງ​ທ​ະ​ເລ​​ອິ​ສ​ຕານ​ບູ​ລ ຂອງ​ເທີ​ກີ, ວັນ​ທີ 3 ສິງ​ຫາ, 2022. ມັນ​ເປັນ​ກຳ​ປັ່ນ​ລຳ​ທຳ​ອິດ​ທີ່​ອອກ​ຈາກ​ຢູ​ເຄ​ຣນ ນັບ​ແຕ່​ມີ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ ຊຶ່ງຕອນ​ນັ້ນ ​ມັນກຳ​ລັງ​ມຸ້ງ​ໜ້າ​ໄປ​ຫາເລ​ບາ​ນອນ.
ກຳ​ປັ່ນ​ Razoni ທີ່​ຂົນ​ສົ່ງ​ສິນ​ຄ້າ​ເຫັນ​ໄປ​ຜ່ານຊ່ອງ​ແຄບ Bosphorus ນອກ​ຝັ່ງ​ທ​ະ​ເລ​​ອິ​ສ​ຕານ​ບູ​ລ ຂອງ​ເທີ​ກີ, ວັນ​ທີ 3 ສິງ​ຫາ, 2022. ມັນ​ເປັນ​ກຳ​ປັ່ນ​ລຳ​ທຳ​ອິດ​ທີ່​ອອກ​ຈາກ​ຢູ​ເຄ​ຣນ ນັບ​ແຕ່​ມີ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ ຊຶ່ງຕອນ​ນັ້ນ ​ມັນກຳ​ລັງ​ມຸ້ງ​ໜ້າ​ໄປ​ຫາເລ​ບາ​ນອນ.

ເຈົ້າ​ໜ້າ​ທີ່ໃນຄະນະ​ລັດຖະບານ​ເລ​ບາ​ນອນ ​ແລະ ສະຖານທູດ​ຢູ​ເຄຣນ ກ່າວ​ວ່າ ​ກຳ​ປັ່ນຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ອອກ​ຈາກ​ຢູ​ເຄຣນ​ລຳ​ທຳ​ອິດ ​ທີ່​ມີ​ກຳ​ນົດ​ຈະ​ໄປ​ຮອດໃນ​ວັນ​ອາ​ທິດວານ​ນີ້​ແລະ​ຂ້າມ​ທະ​ເລ​ດຳ​ພາຍ​ໃຕ້​ຂໍ້​ຕົກລົງ​ຂະ​ນະ​ທີ່ມີ​ສົງຄາມຢູ່​ນັ້ນ​ ໄດ້​ຖືກ​ຊັກ​ຊ້າ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ສາເຫດຂອງການຊັກຊ້າ ແມ່ນບໍ່ຊັດເຈນໃນທັນທີທັນ​ໃດ​ເທື່ອ ແລະອົງ​ການຈາ ລະຈອນທາງທະເລ ຫລື Marine Traffic ຊຶ່ງຕິດຕາມການສັນຈອນຂອງ ກຳ​ປັ່ນ ແລະສະຖານທີ່ຂອງກຳ​ປັ່ນຢູ່ໃນທະເລ, ສະແດງໃຫ້ເຫັນວ່າ ກຳ​ປັ່ນຣາ​ໂຊ​ນີ (Razoni) ທີ່​ຕິດ​ທຸງຊີ​ແອ​ຣາ​ລີ​ອອນແມ່ນ​ຈອດຢູ່ໃນທະເລເມດິເຕີເຣ​ນຽນ ໃກ້ ກັບເທີກີ.

ລັດຖະມົນຕີກະ​ຊວງຂົນສົ່ງຂອງເລບານອນ, ທ່ານ​ອາ​ລີ ຮາ​ມີ (Ali Hamie) ຂຽນ​ລົງ​ໃນ​ມ​ວີດ​ເຕີວ່າ ກຳ​ປັ່ນ "ອີງຕາມສິ່ງທີ່ມີຂ່າວລືກັນແລ້ວ ແມ່ນຄວນ​ຈະ​ໄປເຖິງທ່າເຮືອທ​ຣີ​ໂປ​ລີໃນເລບານອນແລ້ວ" ກັບປ່ຽນສະຖານະພາບຂອງມັນ ໄປ. ທ່ານ​ຮາ​ມີ ປະຕິເສດທີ່ຈະໃຫ້ຄວາມເຫັນເພີ້ມ​ອີກ ເມື່ອອົງ​ການ​ຂ່າວ​ເອພີ (AP) ຕິດ​ຕໍ່​ຫາ.

ກຳ​ປັ່ນ​ລຳ​ນີ້​ໄດ້​ອອກ​ຈາກ​ທ່າ​ເຮືອໂອ​ແດ​ສ​ຊາ​ໃນ​ວັນ​ຈັນ​ແລ້ວນີ້ ໂດຍ​ບັນທຸກ​ສາລີ​ຂອງ​ຢູ​ເຄຣນ ​ແລະ​ຕໍ່​ມາ​ໄດ້​ຜ່ານ​ການ​ກວດກາ​ຢູ່​ເທີກີ. ມັນຄາດ​ວ່າ​ຈະ​ໄປ​ຮອດ​ທ່າ​ກຳ​ປັ່ນ​ພາກ​ເໜືອ​ຂອງ​ນະຄອນຫຼວງທ​ຣີ​ໂປ​ລີ ​ໃນ​ເວລາ​ປະມານ 10 ​ໂມງ​ເຊົ້າຂອງ​ວັນ​ອາທິດວານນີ້. ອີງຕາມອົງການ Marine Trafficແລ້ວ ກຳ​ປັ່ນ ລຳ​ນີ້ ໃນວັນເສົາຜ່ານ​ມາໄດ້ປ່ຽນສະຖານະພາບຂອງມັນເປັນ "ລໍ​ຖ້າການສັ່ງຊື້" ຊຶ່ງຫມາຍຄວາມວ່າ ກຳ​ປັ່ນກໍາລັງລໍຖ້າຄົນທີ່ຈະຊື້ສາລີ.

ສະຖານເອກ​ອັກ​ຄະ​ລັດ​ຖະທູດຢູເຄຣນໃນ​ເບ​ຣຸດ ກ່າວວ່າ ກຳ​ນົດເວ​ລາ​ໄປເຖິງ ຂອງກຳ​ປັ່ນໄດ້ຖືກເລື່ອນອອກໄປ ໂດຍກ່າວຕື່ມວ່າ "ຈະ​ມີຂໍ້​ມູນ​ໃໝ່ສໍາລັບພິທີ ດັ່ງກ່າວໃນ​ພາຍ​ຫລັງເມື່ອພວກເຮົາໄດ້ຮັບຂໍ້ມູນກ່ຽວກັບວັນແລະເວລາທີ່ແນ່ນອນ ຂອງກາໄປຮອດຂອງກຳ​ປັ່ນ."
ການ​ຂົນ​ສົ່ງ​ທີ່​ຄາດ​ວ່າ​ຈະ​ໄປ​ຮອດ​ເລ​ບາ​ນອນ​ແມ່ນ​ມີ​ຂຶ້ນ​ໃນ​ເວລາ​ທີ່​ປະ​ເທດ​ນ້ອຍໆ​ ໃນ​ເຂດ​ທະ​ເລເມ​ດີ​ແຕເຣ​ນຽນກຳລັງ​ປະສົບ​ກັບ​ວິ​ກິດ​ການ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ໂດຍ​ອັດຕາ​ໄພເງິນ​ເຟີ້ເພີ່ມ​ຂຶ້ນ, ຂາດ​ແຄນ​ເຂົ້າ​ເບ​ລ ​ແລະ​ເຂົ້າ​ຈີ່. ກຳ​ປັ່ນ​ລຳ​ນີ້​ບັນທຸກ​ສາລີ​ປະມານ 26,000 ​ໂຕນ​ເພື່ອ​ເປັນອາຫານ​ໄກ່.

ການ​ຜ່ານ​ຂອງ​ກຳ​ປັ່ນ​ລຳ​ນີ້​ເປັນ​ຄັ້ງ​ທຳ​ອິດ​ພາຍ​ໃຕ້​ຂໍ້​ຕົກ​ລົງທີ່​ຊ່ວຍ​ເຈ​ລະ​ຈາ​ໃຫ້​ສຳ​ເລັດໂດຍ​ເທ​ກີ​ແລະອົງ​ການ​ສະ​ຫະ​ປະ​ຊາ​ຊາດທີ່ເຊັນກັນ​ກັບ​ຣັດ​ເຊຍ​ແລະ​ຢູ​ເຄ​ຣນ . ສອງ​ຝ່າຍ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ໃນ​ເດືອນ​ແລ້ວ​ນີ້ ​ເພື່ອ​ສ້າງ​ແລວ​ທາງ​ຂົນ​ສົ່ງຢູ່​ໃນ​ທະ​ເລ​ດຳ​ທີ່​ປອດ​ໄພ ​ເພື່ອ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດຂອງ​ຢູ​ເຄຣນ ​ທີ່ມີ​ຄວາມ​ຕ້ອງການ​ສູງ​ທີ່​ສຸດ​ ​ໃນ​ຂະນະ​ທີ່​ສົງຄາມ​ຂອງຣັດ​ເຊຍຕໍ່​ປະ​ເທດ​ເພື່ອນ​ບ້ານ​ໄດ້​ເກີດ​ຂຶ້ນ.

ວິກິດການເສດຖະກິດທີ່ຮ້າຍແຮງທີ່ສຸດຂອງເລບານອນໃນປະຫວັດສາດຍຸກ​ໃໝ່ທີ່ເລີ່ມຕົ້ນຂຶ້ນໃນທ້າຍປີ 2019 ໄດ້ເຮັດໃຫ້ສາມສ່ວນສີ່ຂອງປະຊາກອນ ຂອງຕົນຢູ່ໃນຄວາມທຸກຍາກ ໃນຂະນະທີ່ເງິນປອນຂອງເລບານອນໄດ້ອ​ອ່ນ​ຄ່າລົງຫຼາຍກ່ວາ 90 ເປີ​ເຊັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG