ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ.Turchynov ເວົ້າວ່າ ກຳລັງ ຢູເຄຣນ ທຳລາຍ ຖານທັບ ພວກກະບົດ 2 ແຫ່ງ (ສະໄລດ໌/ວີດີໂອ)


ປະທານາທິບໍດີຮັກສາການຊົ່ວຄາວຂອງຢູເຄຣນ ທ່ານ Oleksandr Turchynov
ປະທານາທິບໍດີຮັກສາການຊົ່ວຄາວຂອງຢູເຄຣນ ທ່ານ Oleksandr Turchynov
ປະທານາທິບໍດີ​ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນ ກ່າວ​ວ່າ ກອງ
ທັບ​ໄດ້​ທຳລາຍ​ຖານ​ທັບ 2 ​ແຫ່ງ​ຂອງ​ພວກ​ກະບົດ​ນິຍົມຣັດ​ເຊຍ.

ທ່ານ Oleksandr Turchynov ກ່າວ​ຕໍ່​ສະພາ​ຢູ​ເຄຣນ​ໃນ​ວັນ​ພະ
ຫັດ​ມື້​ນີ້​ວ່າ ພວກ​ທະຫານ​ຂອງ​ລັດຖະບານໄດ້​ທຳລາຍ​ຖານ​ທັບ
​ແຫ່ງ​ນຶ່ງ​ ຂອງ​ພວກ​ກະບົດ ​ຢູ່​ນອກ​ເມືອງ Kramatorsk ​ໃນພາກ
​ຕາ​ເວັນ​ອອກ​ຂອງ​ປະ​ເທດໃນ​ການ​ອອກ​ປະຕິບັດ​ງານ​ໃນ​ຄືນ​ຜ່ານ​ມາ​ນີ້. ​ໃນ​ອີກ​ແຫ່ງ​ນຶ່ງ​ພວກ ​ທະຫານ​ຂອງ​ຕົນ​ ໄດ້​ທຳລາຍ​ຖານ​ທັບ​ຂອງ​ພວກ​ຫົວ​ແບ່ງ​ແຍກ​ໃນ​ເມືອງ Slovyansk ຢູ່​ໃກ້ໆ​ກັນ​ນັ້ນ. ທ່ານ Turchynov ກ່າວ​ວ່າ ພວກ​ທະຫານ​ຂອງ​ຕົນ ​ຍັງ​ໄດ້​ຄວບ​ຄຸມ ຫໍຄອຍ​ໂທລະ ພາບ​ແຫ່ງ​ນຶ່ງ​ໃນ​ເມືອງ Slovyansk ນຳດ້ວຍ.

ພວກ​ກະບົດ​ໄດ້​ຍຶດ​ເອົາ​ຕຶກໂຮງການ​ຕ່າງໆ​ຂອງ​ລັດຖະບານ​ໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ ​ເຄຣນ ທຳ​ການ​ຕໍ່ສູ້​ກັບ​ພວກ​ກອງທັບ​ຢູ​ເຄຣນ ​ແລະ​ປະກາດ “ອະທິປະ​ໄຕ” ​ໃນ​ສອງ​ເຂດ ​ໃນ​ພາກ​ຕາເວັນ​ອອກ​ຂອງ​ປະ​ເທດ.

ຢູ​ເຄຣນ ​ໄດ້​ເປີ​ດການ​ໂອ້​ລົມ​ສົນທະນາ​ກັນ ​ໃນ​ວັນ​ພຸດ​ວານ​ນີ້ ວ່າ​ດ້ວຍຄວາມ​ສາມັກຄີ​ຊາດ ​ໂດຍ​ບໍ່​ມີ​ພວກ​ຫົວ​ແບ່ງ​ແຍກ​ນິມົມຣັດ​ເຊຍ​ເຂົ້າ​ຮ່ວມ​ນຳ ທີ່​ກຳລັງ​ພະຍາຍາມ​ຫາ​ທາງ​ປົກຄອງ​ຕົນ​ເອງ​ ຈາກ​ລັດຖະບານ​ນະຄອນ Kiev ​ໃນ​ພາກ​ຕາ​ເວັນ​ອອກ ​ແລະ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດ​ນັ້ນ.

ການ​ໂອ້​ລົມ​ສົນທະນາ​ກັນ​ດັ່ງກ່າວ ຊຶ່ງ​ໄຂ​ຂຶ້ນ 11 ມື້ກ່ອນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຂອງ ​ຢູ​ເຄຣນ ແມ່ນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ແຜນການ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ ຈາກ​ອົງການ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ໄມ້​ຮ່ວມມື​ໃນ​ຢູ​ໂຣບ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ບໍ່​ມາ​ປະກອບສ່ວນ​ໂດຍ​ເຈດ​ຕະນາ​ຂອງ​ພວກ​ຫົວ​ແບ່ງ​ ແຍກ​ ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ນີ້ ພາ​ໃຫ້​ມີ​ການ​ຕັ້ງ​ຄວາມ​ສົງ​ໄສ​ຂຶ້ນ​ມາ​ກ່ຽວ​ກັບ​ວ່າ ການ​ພົບ​ປະ​ຫາລື​ກັນດັ່ງກ່າວ​ນີ້ ຈະ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ດ້ານ​ຊົນຊາດຊົນເຜົ່າ ລົງໄດ້​ຫຼື​ບໍ ຊຶ່ງ​ກຳ​ລັງ​ຂົ່ມ ຂູ່​ຈະແບ່ງ​ແຍກ​ປະ​ເທດ​ອອກຈາກ ກັນຢູ່ເວລາ​ນີ້.
UKRAINE VO
please wait
Embed

No media source currently available

0:00 0:00:56 0:00

Ukraine's acting president says the army has destroyed two military bases of pro-Russian insurgents.

Oleksandr Turchynov told Ukraine's parliament Thursday troops destroyed an insurgent military base outside the eastern town of Kramatorsk in one overnight operation. In another, troops obliterated a separatist base in the nearby town of Slovyansk. Turchynov said troops also had control of a television tower in Slovyansk.

Insurgents have seized government buildings across eastern Ukraine, fought the Ukrainian military and declared "sovereignty" in two eastern regions.

Ukraine launched talks Wednesday on national unity without the participation of the pro-Russian separatists who are seeking autonomy from Kyiv in the country's east and southeast.

The talks, which opened 11 days ahead of Ukrainian presidential elections, are part of a "road map" plan backed by the Organization for Security and Cooperation in Europe. Analysts say the deliberate omission of separatists from the discussions raises doubts about whether the meetings will ease ethnic tensions threatening to rip the country apart.

Separatists have dismissed the Kyiv talks.

After Sunday's "sovereignty" votes in the Donetsk and Luhansk regions, separatist leaders asked Moscow to consider formally "absorbing" the territories into the Russian Federation. The Kremlin has not yet responded.

Russian Foreign Minister Sergei Lavrov said Wednesday Ukraine was "as close to civil war as you can get" and that a solution must be found that satisfies all of its regions.

He said Ukraine's May 25 presidential polls cannot be legitimate if they are impeded by fighting.
XS
SM
MD
LG