ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍ້ອນສົງຄາມໃນຢູເຄຣນ ແລະເປົ້າໝາຍດ້ານສະພາບອາກາດ ຊຸກຍູ້ໃຫ້ຢູໂຣບບາງສ່ວນ ພິຈາລະນາຄືນ ພະລັງ​ງານນິວເຄ​ລຍ


ວີດີໂອ ລາຍງານຍ້ອນສົງຄາມໃນຢູເຄຣນ ແລະເປົ້າໝາຍດ້ານສະພາບອາກາດ ຊຸກຍູ້ໃຫ້ຢູໂຣບບາງສ່ວນ ພິຈາລະນາຄືນ ພະລັງງານນິວເຄລຍ

ມີຄວາມສົນໃຈຄືນໃໝ່ອີກຄັ້ງນຶ່ງ ກ່ຽວກັບພະລັງງານນິວເຄຼຍ ໃນທະວີບ ຢູໂຣບ ສ່ວນນຶ່ງແມ່ນຖືກຊຸກຍູ້ໂດຍເປົ້າໝາຍຕ່າງໆດ້ານດິນຟ້າອາກາດ ແຕ່ຍັງອີກດ້ານນຶ່ງ ກໍຍ້ອນສົງຄາມໃນຢູເຄຣນໂດຍສະເພາະຢ່າງຍິ່ງໃນຂະນະທີ່ສະຫະ ພາບຢູໂຣບ ກຳລັງເຄື່ອນໄຫວທີ່ຈະຕັດສາຍສຳພັນດ້ານພະລັງງານທັງໝົດ ກັບ ຣັດເຊຍ. ນັກຂ່າວວີໂອເອ ລີຊາ ບລາຍແອນຕ໌ ພິຈາລະນາເບິ່ງການໂຕ້ແຍ້ງຈາກນະຄອນປາຣີ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອບໍ່ດົນຜ່ານມານີ້ ເຕົາປະຕິກອນນິວເຄຼຍເກົ່າແກ່ທັງຫຼາຍຂອງຝຣັ່ງ ປາກົດວ່າ ໃກ້ຈະເຖິງເວລາຂອງການຢຸດໃຊ້ງານແລ້ວ.

ປະທານາທິບໍດີເອັມແມນູແອລ ມາກຣົງ ໄດ້ຮຽກຮ້ອງໃຫ້ປິດເຕົາປະຕິກອນນິວເຄຼຍຂອງປະເທດ ຫຼາຍກວ່າ 12 ແຫ່ງ ໃນຈຳນວນທັງໝົດ 56 ເຕົາ ພາຍໃນປີ 2035 ແລະຫລຸດຜ່ອນສ່ວນແບ່ງຂອງນິວເຄຼຍໃນດ້ານພະລັງໄຟຟ້າທີ່ປະສົມປະສານກັນ.

ແຕ່ໃນຕົ້ນປີນີ້ ສິ່ງດັ່ງກ່າວນັ້ນ ໄດ້ຖືກປ່ຽນແປງໄປ.

ປະທານາທິບໍດີຝຣັ່ງ ເອັມແມນູແອລ ມາກຣົງ ກ່າວວ່າ “ສິ່ງທີ່ປະເທດຂອງພວກເຮົາຕ້ອງການ ແລະເງື່ອນໄຂທັງຫຼາຍແມ່ນຢູ່ທີ່ນັ້ນ ຊຶ່ງເປັນການເກີດໃໝ່ຂອງອຸດສະຫະກຳນິວເຄຼຍຂອງຝຣັ່ງ.”

ບັດນີ້ ດ້ວຍການສົ່ງເສີມພະລັງງານສີຂຽວໄປພ້ອມໆກັນ ທ່ານມາກຣົງ ຢາກຈະກໍ່ສ້າງ ໂຮງງານໄຟ້ຟ້າພະລັງນິວເຄຼຍ 14 ແຫ່ງ ໃນບໍ່ເທົ່າໃດທົດສະວັດຈະມາເຖິງນີ້.....ແລະທ່ານບໍ່ພຽງແຕ່ເປັນຄົນດຽວເທົ່ານັ້ນ.

ແບລຈ້ຽມ ເມື່ອມໍ່ໆມານີ້ ກໍໄດ້ຕັດສິນໃຈທີ່ຈະຕໍ່ອາຍຸ ເຕົາປະຕິກອນນິວເຄຼຍ ສອງແຫ່ງຂອງຕົນ ພາຍໃນສິບປີຂ້າງໜ້າ-ຊຶ່ງເຮັດໃຫ້ແຜນການທີ່ຈະອອກຈາກພະລັງນິວເຄຼຍຢ່າງເຕັມສ່ວນນັ້ນ ຫຼ້າຊ້າ.

ໂປແລນ ແລະໂຣມາເນຍ ກຳລັງຈ້ອງມອງເບິ່ງເຕົາປະຕິກອນນິວເຄຼຍຂະໜາດນ້ອຍກວ່າ ທັນສະໄໝ ທີ່ກໍ່ສ້າງໄດ້ໄວຂຶ້ນ ແລະຖືກກວ່າ ເຕົາປະຕິກອ່ນນິວເຄຼຍແບບດັ່ງເດີມ.

ສ່ວນອັງກິດ ຍັງວາງແຜນທີ່ຈະກໍ່ສ້າງໂຮງງານນິວເຄຼຍໃໝ່ຫຼາຍແຫ່ງ - ເຖິງແມ່ນວ່າ ຕົນຈະຢຸດຕິການໃຊ້ງານພວກເຕົາປະຕິກອນນິວເຄຼຍທີ່ເກົ່າແກ່ ໂດຍສ່ວນໃຫຍ່ຂອງຕົນ ໃນບໍ່ເທົ່າປີຈະມາເຖິງນີ້ ກໍຕາມ.

​ທ່ານເບຣນຕ໌ ວານເນີ ປະຈຳອົງການພະລັງງານສາກົນ ເວົ້າວ່າ “ແນ່ນອນ ສະຖານະການດ້ານພະລັງງານທົ່ວໂລກໃນປັດຈຸບັນ ກໍຄືສົງຄາມຂອງຣັດເຊຍໃນຢູເຄຣນນັ້ນ ເປັນແຮງຂັບດັນຄວາມສົນໃຈ - ແທ້ຈິງແລ້ວ ເຮັດໃຫ້ປະເທດທັງຫຼາຍທົບທວນຄືນແຜນການຕ່າງໆຂອງເຂົາເຈົ້າເອງ ເພື່ອຫາວິທີທີ່ພວກເຂົາຈະສາມາດເຄື່ອນຕົວອອກໄປຈາກພາຍນອກ ຫຼືນຳເຂົ້າແຫຼ່ງພະລັງງານໄດ້ແນວໃດ.”

ທົ່ວໂລກ ອົງການພະລັງງານສາກົນ ກ່າວວ່າ ອຸດສາຫະກຳດ້ານນິວເຄຼຍ ຕ້ອງເພີ້ມຂະໜາດຂຶ້ນ ເກືອບສອງເທົ່າ ທີ່ຈະຕອບສະໜອງຄວາມຕ້ອງການໄດ້ ພ້ອມກັນນັ້ນ ສະພາບອາກາດໂລກ ກໍປ່ຽນແປງເປົ້າໝາຍຕ່າງໆ. ໂດຍສະ ເພາະຢ່າງຍິ່ງ ສະຫະພາບຢູໂຣບ ແມ່ນຢູ່ພາຍໃຕ້ການກົດດັນໃຫ້ຊອກຫາທາງເລືອກໃໝ່ທີ່ມີສານຄາຣບອນຕ່ຳ ແທນນ້ຳມັນແລະແກັສຂອງຣັດເຊຍ.

ຝຣັ່ງເປັນປະເທດຜະລິດພະລັງງານນິວເຄຼຍທີ່ໃຫຍ່ທີ່ສຸດຂອງສະຫະພາບຢູໂຣບ ໄດ້ນຳໜ້າໝູ່ຊັກຊວນໃຫ້ເອົານິວເຄຼຍໃສ່ໃນບັນຊີຂອງບຣັສເຊີລສ໌ ກ່ຽວກັບແຫລ່ງພະລັງງານທີ່ເປັນມິດຕໍ່ສະພາບອາກາດ.

ນິວເຄຼຍ ຄວນຖືກມອງເຫັນວ່າ ເປັນສ່ວນນຶ່ງຂອງພະລັງງານທີ່ໃຫຍ່ກວ່າປະສົມປະສານກັນ ເພື່ອຊ່ອຍໃຫ້ຢູໂຣບຫັນປ່ຽນໄປສູ່ການປອດຄາຣບອນໃນອະນາຄົດໄດ້ ທ່ານວອນເນີ ຈາກອົງການ IEA ກ່າວ.

ທ່ານວານເນີ ເວົ້າວ່າ “ພວກເຮົາຕ້ອງການຊຸດເທັກໂນໂລຈີການປ່ອຍມົນລະພິດຕ່ຳທີ່ກວ້າງຂວາງຫຼາຍຂຶ້ນກວ່າເກົ່າ. ພະລັງງານໝຸນວຽນຈະເປັນ ຈະນຳໜ້າໝູ່ຢ່າງແນ່ນອນ. ພະລັງງານຈາກລົມ ແລະແສງຕາເວັນ ຫຼື PV ດຽວນີ້ ສອງແນວທີ່ເປັນທາງເລືອກຖືກທີ່ສຸດ ສຳລັບພະລັງງານໄຟຟ້າໃໝ່ ແຫລ່ງໃໝ່ຂອງໄຟຟ້າ.”

ສຳລັບບາງປະເທດແລ້ວ ເຖິງແມ່ນວ່າ ພະລັງນິວເຄຼຍ ບໍ່ແມ່ນທາງເລືອກ. ເຢຍຣະມັນ ກາງຕໍ່ພະລັງຂອງຣັດເຊຍ ຢ່າງຍິ່ງ ກໍຍັງວາງແຜນທີ່ຈະປິດໂຮງງານນິວເຄຼຍຂອງຕົນສາມແຫ່ງທີ່ຍັງເຫຼືອຢູ່ນັ້ນ ພາຍໃນທ້າຍປີນີ້.

ບັນດານັກເຄື່ອນໄຫວດ້ານສະພາບແວດລ້ອມ ກ່າວວ່າ ປະເທດທັງຫຼາຍ ເຊັ່ນວ່າ ຝຣັ່ງ ຄວນເຮັດແບບດຽວກັນ.

ທ່ານນາງຊີລີ ວິກເຕີ ຈາກເຄືອຂ່າຍປະຕິບັດງານດ້ານສະພາບອາກາດຝຣັ່ງ ກ່າວວ່າ “ມັນມີທາງເລືອກອື່ນແທນພະລັງງານນິວເຄຼຍ. ແລະອັນນັ້ນເປັນສາ ເຫດທີ່ພວກເຮົາຈຳເປັນທີ່ຈະລົງທຶນໃສ່ອັນນີ້ 100 ເປີເຊັນໃນພະລັງງານໝຸຸນ ວຽນປະສົມປະສານກັນ, ໄຟຟ້າ ແລະພະລັງງານ. ເພາະວ່າ ສຳລັບພວກເຮົາແລ້ວ ນິວເຄຼຍບໍ່ແມ່ນພະລັງທີ່ປອດໄພ.

ນັບຕັ້ງແຕ່ເກີດອຸບັດຕິເຫດຢູ່ທີ່ຟູກູຊີມາຂອງຍີ່ປຸ່ນ ເມື່ອຫຼາຍກວ່ານຶ່ງທົດສະວັດຜ່ານມາ ບັນດານັກຊ່ຽວຊານ ກ່າວວ່າ ອຸດສາຫະກຳນິວເຄລຍ ໄດ້ຖືກສະໜັບສະໜຸນວ່າ ປອດໄພ.

ສິ່ງທີ່ບໍ່ຈະແຈ້ງ ແມ່ນວ່າ ເຕົາປະຕິກອນນິວເຄຼຍທັງຫຼາຍ ສາມາດທົນທານໄດ້ຕໍ່ການໂຈມຕີທາງການທະຫານໄດ້ຫຼາຍຊ່ຳໃດ ຄືຢູ່ໃນຢູເຄຣນ.

ຢູໂຣບຍັງຕ້ອງການພະລັງງານຢູ່ດຽວນີ້. ໃນຂະນະທີ່ ລຸ້ນໃໝ່ກວ່າເກົ່າ ມີໄລຍະເວລາ ການກໍ່ສ້າງທີ່ສັ້ນລົງ ແຕ່ພວກເຂົາຍັງໃຊ້ເວລາຫຼາຍປີໃນການກໍ່ສ້າງຢູ່.

ການຊອກຫາທາງແກ້ໄຂໄລຍະຍາວ ສຳລັບສິ່ງເສດເຫຼືອຈາກນິວເຄຼຍຂອງຢູໂຣບ ແມ່ນບັນຫານຶ່ງອີກ.

ທ່ານວານເນີ ເວົ້າວ່າ “ມີພຽງປະເທດດຽວເທົ່ານັ້ນ ທີ່ກຳລັງກໍ່ສ້າງສະຖານທີ່ເກັບສິ່ງເສດເຫຼືອຈາກນິວເຄຼຍ ແລະອີກສອງປະເທດພວມຫາທາງສ້າງມັນໃນໄວໆນີ້....ແຕ່ອັນນັ້ນເປັນເລື້ອງທີ່ທ້າທາຍແທ້ໆ.”

ແຕ່ດ້ວຍການຜະລິດທີ່ຈຳກັດແຕ່ ແສງຕາເວັນ ແລະລົມເທົ່ານັ້ນ ແລະທາງເລືອກອື່ນໆ ຄືກັບໄຮໂດຣເຈັນ ທີ່ຫາກໍເລີ້ມຂຶ້ນຢູ່ - ນິວເຄຼຍ ແມ່ນເປັນໄປໄດ້ສູງທີ່ຍັງຄົງມີ ຢູ່ໃນຢູໂຣບ ທີ່ປະສົມປະສານກັນໄປກັບພະລັງງານນິວເຄຼຍເປັນເວລາຫຼາຍປີ....ແລະຫຼາຍທົດສະວັດ....ຈະມາເຖິງນີ້.

ອ່ານລາຍງານນີ້ ເປັນພາສາອັງກິດ

There is renewed interest nuclear energy in Europe driven in part by climate goals but also the war in Ukraine – especially as the European Union moves to cut all energy ties with Russia. But tapping nuclear power remains expensive, time consuming and deeply controversial. For VOA, Lisa Bryant takes a look at the debate from Paris.


Not so long ago, France’s aging nuclear reactors seemed headed for retirement.

President Emmanuel Macron had called for closing more than a dozen of the country’s 56 reactors by 2035, and sharply reducing nuclear’s share in the country’s electricity mix.

But earlier this year, that changed.


(Emmanuel Macron, French President)

"What our country needs, and the conditions are there, is the rebirth of France's nuclear industry.”


Now, along with boosting green energy, Macron wants to build up to 14 nuclear plants in the coming decades….and he’s not alone.


Belgium recently decided to extend the life of its two nuclear reactors by a decade—delaying plans to fully exit nuclear energy.


Poland and Romania are eyeing smaller, cutting-edge reactors that are quicker and cheaper to build than traditional ones.

Britain also plans to build new plants — even as it retires most of its aging fleet in the coming years.


(Brent Wanner, International Energy Agency)

“Certainly, the current global energy situations, Russia’s war on Ukraine, are driving interest — really making countries review their own plans for how they can then move away from external or imported sources of energy.”


Worldwide, the International Energy Agency says the nuclear industry must nearly double in size to help meet demand as well as global climate change goals. The European Union is especially under pressure to find low-carbon alternatives to Russian oil and gas.


France, the EU’s largest nuclear energy producer, led the lobby to put nuclear on Brussels’ list of climate-friendly sources.


Nuclear should be seen as part of a larger energy mix to help Europe transition to a carbon-free future, says the IEA’sWanner.


(Brent Wanner, International Energy Agency)

“We need a very broad suite of low-emission technologies. Renewables will definitely lead the way. Wind and solar PV (Photovoltaic) are now two of the cheapest options for new electricity, new sources of electricity.”

For some countries, however, nuclear energy is not an option. Germany, highly dependent on Russian energy, still plans to shut its three remaining nuclear plants by the year’s end.


Environmental activists say countries like France should do the same.


(Zelie Victor, Climate Action Network France)

“There is an alternative to nuclear energy. And that’s why we need to invest on this 100 percent renewable mix, electricity and energy. Because for us, nuclear is not a safe energy.”


Since Japan’s Fukushima accident, more than a decade ago, experts say the nuclear industry has shored up safety.

Less clear is how well reactors can sustain military offensives — like in Ukraine.


Europe also needs energy now. While newer models have shorter construction timelines, they still take years to build.


Finding long-term solutions for Europe’s nuclear waste is another problem.


(Brent Wanner, International Energy Agency)

“There’s only one country that’s constructing a nuclear waste facility, and two others that are pursuing it very soon…. ...But that’s a real challenge.”


But with current production limits to solar and wind — and other options like hydrogen still nascent — nuclear is likely to remain in Europe’s energy mix for the years…and decades…to come.

XS
SM
MD
LG