ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ ອັງ​ກິດ ທ. ​ບໍ​ຣິ​ສ ຈອນ​ສັນ ຂໍ​ໃຫ້ ອີ​ຢູ ​ຕໍ່​ອາ​ຍຸ ໃນ​ການ​ຖອນ​ຕົວ ​ຫາກແຕ່​ຄັດ​ຄ້ານ ຕໍ່​ການ​ຊັກ​ຊ້າ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ກ່າວ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຮ່ວມ​ກັບ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ​ຊອນ-ຄ​ລອດ ​ຈັງ​ເກີ ຫຼັງ​ຈາກ​​ຕົກ​ລົງ​ໃນ​ການ​ຖອນ​ຕົວ, ວັນ​ທີ 17 ຕຸ​ລາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ກ່າວ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຮ່ວມ​ກັບ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ​ຊອນ-ຄ​ລອດ ​ຈັງ​ເກີ ຫຼັງ​ຈາກ​​ຕົກ​ລົງ​ໃນ​ການ​ຖອນ​ຕົວ, ວັນ​ທີ 17 ຕຸ​ລາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ​ ໄດ້ຂໍ​ຮ້ອງສະ​ຫະ​ພາບ​ຢູ​ໂຣບ ດ້ວຍ​ຄວາມບໍ່​ພໍ​ໃຈ ໃນ​ວັນ​ເສົາ​ວານນີ້ ເພື່ອ​ໃຫ້ຕໍ່​ອາ​ຍຸ ໃນ​ການ​ຖອນ​ຕົວອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ຫຼື​ເອີ້ນ​ກັນ​ວ່າ ແບ​ຣັກ​ຊິດ ນັ້ນ ຫຼັງ​ຈາກ​ທີ່ ສະ​ພາ​ແຫ່ງ​ຊາດ​ອັງ​ກິດ ໄດ້ເລື່ອນ​ເວ​ລາ​ຂອງ​ການ​ຕັດ​ສິນ​ໃຈ ກ່ຽວ​ກັບ​ວ່າ ຈະ​ສະ​ໜັບ​ສະ​ໜຸນ ຂໍ້​ຕົກ​ລົງ​ການ​ຖອນ​ຕົວ​ຂອງ​ທ່ານ​ຈອນ​ສັນ ຫຼື​ບໍ່. ແຕ່​ທ່ານ​ຈອນ​ສັນ ຜູ້​ທີ່ຂັດ​ຂືນ​ຕໍ່​ຂໍ້​ຕົກ​ລົງ ຍັງ​ໄດ້​ປະ​ກາດ​ຢ່າງ​ຊັດ​ເຈນ​ວ່າ ​ໂດຍ​ສ່ວນ​ຕົວ​ແລ້ວ ທ່ານຄັດ​ຄ້ານຕໍ່​ການ​ເລື່ອນ​ເວ​ລາ​ໃນການ​ຖອນ​ຕົວຂອງ​ອັງ​ກິດ ຊຶ່ງ​ໄດ້​ກຳ​ນົດ​ໃສ່​ວັນ​ທີ 31 ຕຸ​ລານີ້.

ກົດ​ໝາຍ​ສະ​ບັບ​ນຶ່ງ​ທີ່​ໄດ້​ຮັບ​ຜ່ານ​ໂດຍ​ສະ​ພາ ເມື່ອ​ເດືອນ​ແລ້ວນີ້ ທີ່​ໄດ້​ກຳ​ນົດ​ວັນ​ເສັ້ນ​ຕາຍ​ ໃນ​ຕອນ​ກາງ​ຄືນ ເພື່ອໃຫ້​ລັດ​ຖະ​ບານ ສົ່ງ​ໜັງ​ສື​ໄປ​ຂໍ​ໃຫ້​ສະ​ຫະ​ພາບ​ຢູ​ໂຣບ ​ເລື່ອນ​ເວ​ລາ​ອອກ​ໄປ​ 3 ເດືອນ, ຖ້າ​ຫາກ ບັນ​ດາ​ສະ​ມາ​ຊິກ​ສະ​ພາ ຍັງ​ບໍ່​ຮັ​ບ​ຮອງ​ຂໍ້​ຕົກ​ລົງ​ໃນ​ການ​ຖອນ​ຕົວ​ອອກ​ຈາກ​ກຸ່ມ ສະ​ຫະ​ພາບ​ຢູ​ໂຣບ ພາຍ​ໃນ​ວັນ​ເສົາ​ຜານນີ້. ໃນ​ເວ​ລາ​ນຶ່ງ​ຊົ່ວ​ໂມງ​ກ່ອນ​ເສັ້ນ​ຕາຍ ປະ​ທານ​ສະ​ພາ​ຂອງ​ຢູ​ໂຣບ ທ່ານ​ດໍ​ໂນ​ລ ທັ​ສ​ຄ໌ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ທວີດ​ເຕີ້​ວ່າ “ການ​ຂໍ​ຮ້ອງ​ໃຫ້​ເລື່ອນ​ເວ​ລານັ້ນ ຫາ​ກໍ​ມາ​ຮອດ. ​ບັດ​ນີ້ ຂ້າ​ພະ​ເຈົ້າ​ຈະເລີ້ມ​ປຶກ​ສາ​ຫາ​ລື ກັ​ບ​ບັນ​ດາ​ຜູ້​ນຳ​ໃນ​ສະ​ຫະ​ພາບ​ຢູ​ໂຣບ ​ເບິ່ງວ່າ ຈະ​ມີ​ປະ​ຕິ​ກິ​ຍາ​ແນວ​ໃດ.”

ທ່ານ​ຈອນ​ສັນ ໄດ້​ປະ​ກາດ​ຢ່າງ​ຈະ​ແຈ້ງວ່າ ທ່ານ​ໄດ້​ຂໍ​ຮ້ອງ​ໄປ​ຍັງ​ສະ​ຫະ​ພາບ​ຢູ​ໂຣບ ​ພາຍ​ໃຕ້ການບີບ​ບັງ​ຄັບ. ໜັງ​ສື​ຂໍ​ຮ້ອງ​ໃຫ້​ຕໍ່​ເວ​ລາ​ ກໍ​ບໍ່​ໄດ້​ຖືກ​ລົງ​ນາມ​ເລີຍ. ມັນ​ໄດ້​ຖືກ​ສົງ​ໄປ​ພ້ອມ​ກັບ​ໜັງ​ສື​ສະ​ບັບ​ທີ​ສອງ ທີ່​ໄດ້ລົງ​ນາມ​ໂດຍ​ທ່ານ​ຈອນ​ສັນ ທີ່​ໂຕ້​ແຍ້ງວ່າ ການ​ເລື່ອນ​ເວ​ລາ​ອອກ​ໄປ ຈະ “ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ອັງ​ກິດ ແລະ ບັນ​ດາຄູ່​ພາ​ຄີ​ຢູ່​ໃນ​ສະ​ຫະ​ພາບ​ຢູ​ໂຣບ​ຂອງ​ພວກ​ເຮົາ.​

ເມື່ອ​ຕອນ​ເຊົ້າ​ໃນ​ມື້​ດຽວ​ກັນ ທ່ານ​ຈອນ​ສັນ ໄດ້​ກ່າວ​ຕໍ່ ບັນ​ດາ​ສະ​ມາ​ຊິກ​ສະ​ພາ ວ່າ “ການ​ເລື່ອນ​ເວ​ລາ​ອອກ​ໄປ​ຕື່ມນັ້ນ ຈະ​ບໍ່​ເປັນ​ການ​ດີ​ເລີຍຕໍ່​ປະ​ເທດ​ຊາດ ບໍ່​ດີ​ສຳ​ບັບ ສະ​ຫະ​ພາບ​ຢູ​ໂຣບ ແລະ ບໍ່​ດີ​ສຳ​ລັບ ປະ​ຊາ​ທິ​ປະ​ໄຕ.”

ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ​ເອັມ​ແມນ​ນູ​ແອ​ລ ມາ​ກຣົງ ປາ​ກົດ​ວ່າ ເຫັນ​ພ້ອມ​ກັບ​ທ່ານ​ຈອນ​ສັນ. ​ຫ້ອງ​ການ​ຂອງ​ທ່ານ​ມາກ​ຣົງ ໄດ້​ກ່າວ​ວ່າ ທ່ານ​ມາກ​ຣົງ​ໄດ້​ໂອ້​ລົມ​ທາງ​ໂທລະ​ສັບກັບ ທ່ານ​ຈອນສັນ ແລະ​ໄດ້​ຢືນ​ຢັນເຖິງ​ຄວາມ​ຈຳ​ເປັນ​ທີ່ຕ້ອງ ໃຫ້ “​ຄວາມ​ກະ​ຈ່າງ​ແຈ້ງ​ເຖິງ​ທ່າ​ທີຂອງອັງ​ກິດ ​ກ່ຽວ​ກັບ​ຂໍ້​ຕົກ​ລົງຢ່າງວ່ອງ​ໄວ.” ຫ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຍັງ​ໄດ້​ກ່າວ​ອີກວ່າ ທ່ານ​ມາກ​ຣົງ ໄດ້​ບອກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ວ່າ “ການ​ຊັກ​ຊ້າ​ ຈະ​ບໍ່​ເປັນ​ຜົນ​ປະ​ໂຫຍດ​ແກ່​ຜູ້​ໃດ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Prime Minister Boris Johnson grudgingly asked the European Union late Saturday to delay Brexit after the British Parliament postponed a decision on whether to back his divorce deal. But the defiant Johnson also made clear that he personally opposed delaying the U.K.'s exit, scheduled for Oct. 31.

Alaw passed by Parliament last month set a late-night deadline for the government to send a letter asking the EU for a three-month postponement if lawmakers had not approved an agreement with the bloc by Saturday. An hour before the deadline, European Council President Donald Tusk tweeted: "The extension request has just arrived. I will now start consulting EU leaders on how to react.''

Johnson made clear he was making the request under duress. The letter requesting an extension was not signed. It was accompanied by a second letter, signed by Johnson, arguing that delay would "damage the interests of the U.K. and our EU partners.''

Earlier in the day, Johnson told lawmakers that ``further delay would be bad for this country, bad for the European Union and bad for democracy.''

French President Emmanuel Macron seemed to agree. Macron's office said he spoke to Johnson by phone and insisted on the need for "quick clarification of the British position on the accord.'' The president's office said Macron indicated to the British prime minister that "a delay would be in no one's interest.''

XS
SM
MD
LG