ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູການດາ ເພີ່ມການຮັກສາ ຄວາມປອດໄພ ຢ່າງເຂັ້ມງວດ ຫຼັງຄໍາເຕືອນຈາກສະຫະລັດ (ວີດີໂອ)


Uganda Security
please wait
Embed

No media source currently available

0:00 0:01:02 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ເມືອງຫຼວງ Kampala ຂອງ​ປະ​ເທດ​ Uganda ​ໄດ້​ເຂັ້ມ​ງວດ​ຫຼາຍຂຶ້ນ ຫຼັງຈາກ​ສະຖານທູດ​ສະຫະລັດ​ໄດ້​ອອກ ຄໍາ​ເຕືອນໃຫ້ລະວັງ​ໄພ ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ​ທີ່​ອາດ ​ເປັນ​ໄປ​ໄດ້​ນັ້ນ.

ທ່ານ Edin Senkumbi ​ໂຄສົກ​ຂອງ​ຕໍາຫຼວດ​ Uganda ເວົ້າ​ວ່າ:

“ການ​ອອກ​ຄໍາ​ເຕືອນໃຫ້ລະວັງໄພໂດຍ​ສະຫະລັດ​ນັ້ນ ແມ່ນເປັນ​ການຢືນຢັນ
​ຕໍ່ຂໍ້​ມູນ​ທີ່​ພວກ​ເຮົາ​ໄດ້​ຮັບ​ແລ້ວ ວ່າ​ຈະ​ມີ​ແຜນການ​ການ​ໂຈມ​ຕີ​ພວກເຮົາ​ໂດຍ
​ພວກ​ກໍ່​ການ​ຮ້າຍ ​ໂດຍ​ສະ​ເພາະ​ກຸ່ມ​ຫົວ​ຮຸນ​ແຮງ al-Shabab. ສະ​ນັ້ນ ພວກ​
ເຮົາ​ໄດ້​ຕຽມ​ການ​ຮັບ​ມື​ກັບ​ເລຶ່ອງນີ້​ຢ່າງ​ຈິງ​ຈັງ ​ແລະ​ພວກ​ເຮົາ ກໍ​ຍົກ​ລະດັບ​ການ​
ລະວັງ​ໄພຂຶ້ນ​ເປັນ​ລະດັບ​ສູງ​ສຸດ​ໃນເຂດ​ໃຈກາງ​ເມືອງ ​ແລະ​ເຂດ​ອ້ອມ​ແອ້ມ.”


ບັນດາ​ເຈົ້າໜ້າ​ທີ່​ຕໍາຫຼວດ ​ພ້ອມ​ກັບ​ໝາ​ດົມ​ກິ່ນ ຖືກ​ສົ່ງ​ໄປ​ປະຕິບັດ​ການ ຢູ່​ທີ່ສູນ​ການ​ຄ້າ​ໃຫຍ່ໆ​ທັງຫຼາຍ ເພື່ອ​ທໍາ​ການ​ກວດ​ຄົ້ນ​ລົດ ​ແລະ​ພົນລະ​ເຮືອນ​ ​ເວລາພວກ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ສູນ​ການ​ຄ້າ​ເພື່ອ​ຫາ​ເລາະ​ຊື້ເຄຶ່ອງ ຂອງນັ້ນ​.

ຂະນະ​ດຽວ​ກັນ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ Uganda ກໍກໍາລັງ​ຂຸ້ນຂ້ຽວ​ທໍາ​ການສື​ບ ສວນ ​ເພື່ອເບິ່ງວ່າ ພວກທີ່​ຈະ​ທໍາ​ການໂຈມ​ຕີນັ້ນ ​ແມ່ນ​ຢູ່​ໃນ​ປະ​ເທດ​ແລ້ວຫຼືບໍ່ ​ແລະ​ບ່ອນ​ໃດ​ແດ່​ທີ່​ພວກ​ເຂົາຈະ​ທໍາການ​ໂຈມ​ຕີ​ນັ້ນ.

​ໄດ້​ເກີດ​ເຫດ​ລະ​ເບີດ ຢູ່ຮ້ານ​ອາຫານ​ແຫ່ງ​ນຶ່ງ​ໃນ​ເມືອງຫຼວງ ກໍາ​ປາລາ ​ ​ໃນ​ປີ 2010 ທີ່​ຍັງ​ຜົນ​ໃຫ້ມີ​ພວກ​ຄົນ​ລົ້ມ​ຕາຍ​ໄປ ຫຼາຍກວ່າ 70 ຄົນ ​ໃນ ​ລະຫວ່າງການ​ໂຈມ​ຕີຄັ້ງນັ້ນ.


Security in the Ugandan capital, Kampala, has been heightened after the U.S. embassy put out an alert about a possible terror attack.

Edin Senkumbi, Uganda police spokesperson:

"The terror alert by the U.S. was simply a corroboration of the information we already had that there was a plan for an attack at us by terrorists of especially al-Shabab. So we've taken it very seriously and we have moved our alertness to an extraordinary alertness level in the city center and the surrounding."

Armed policemen with sniffer dogs were at major shopping malls searching cars and civilians as they go in for shopping.

Ugandan security forces were investigating whether the potential attackers were already in the country and where they might carry out the attack.

A restaurant in Kampala was the scene of an explosion in 2010. More than 70 people died during that attack
XS
SM
MD
LG