ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອູ​ການ​ດາ ສົ່ງ​ກອງ​ທັບ ໄປ​ປາບ​ ການ​ບຸກ​ລຸກ​ ຂອງ​ຝູງ​ຕັກ​ແຕນ


ຝູງ​ຕັກ​ແຕນ​ກຳ​ລັງ​ກິນ​ໃບ​ຕົ້ນ​ເຊຍ, ເຊິ່ງ​ແມ່ນ​ແຫຼ່ງ​ອາ​ຫານ ແລະ ລາຍ​ໄດ້​ທີ່​ໃຫຍ່​ສຳ​ລັບ​ຊາວ​ນາ​ໃນ​ທ້ອງ​ຖິ່ນ, ບ້ານ ໂອ​ຕູ​ເກ, ອູ​ການ​ດາ. 17 ກຸມ​ພາ, 2020.
ຝູງ​ຕັກ​ແຕນ​ກຳ​ລັງ​ກິນ​ໃບ​ຕົ້ນ​ເຊຍ, ເຊິ່ງ​ແມ່ນ​ແຫຼ່ງ​ອາ​ຫານ ແລະ ລາຍ​ໄດ້​ທີ່​ໃຫຍ່​ສຳ​ລັບ​ຊາວ​ນາ​ໃນ​ທ້ອງ​ຖິ່ນ, ບ້ານ ໂອ​ຕູ​ເກ, ອູ​ການ​ດາ. 17 ກຸມ​ພາ, 2020.

ໃນ​ຂະ​ນະ​ທີ່​ຕັກ​ແຕນ​ທະ​ເລ​ຊາຍ​ໄດ້​ແຜ່​ລາມ​ໄປ​ທົ່ວ​ເຂດ ອາ​ຟ​ຣິ​ກາ ຕາ​ເວັນ​ອອກ​, ປະ​ເທດ ອູ​ການ​ດາ ກໍ​ໄດ້​ສົ່ງ​ກອງ​ທັບ​ຂອງ​ເຂົາ​ເຈົ້າ​ໄປ​ຕໍ່​ສູ້​ກັບ​ຝູງ​ຕັກ​ແຕນ​ທີ່​ກິນ​ໝົດ​ທຸກ​ຢ່າງ​ນັ້ນ. ສັດ​ຕູ​ພືດ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ວາງ​ໄຂ່​ຈຳ​ນວນຫຼວງ ຫຼາຍ​ທີ່​ຄາດ​ວ່າ​ຈະ​ເບາະ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ນີ້, ເຊິ່ງ​ໄດ້​ກໍ່​ໃຫ້​ບັນ​ດາ​ຊາວ​ນາ​ຊາວ​ສວນ​ມີ​ຄວາມ​ເປັນ​ຫ່ວງວ່າ ຈະ​ມີ​ສິ່ງ​ຮ້າຍ​ແຮງ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ. ນັກ​ຂ່າວ​ວີ​ໂອ​ເອ ຮາ​ລີ​ມາ ອາ​ຕູ​ມາ​ນີ ມີ​ລາຍ​ງານ​ຈາກ​ເມືອງ ໂອ​ຕູ​ເກ, ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ອູ​ການ​ດາ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ອູ​ການ​ດາ ແມ່ນ​ປະ​ເທດ​ທີ່​ຕັ້ງ​ຢູ່ ອາ​ຟ​ຣິ​ກາ ຕ​າ​ເວັນ​ອອກ​ປະ​ເທດຫຼ້າ​ສຸດ​ທີ່​ກຳ​ລັງ​ຕໍ່​ສູ້​ກັບ​ການ​ຮຸກ​ຮານ​ຂອງ​ຕັກ​ແຕນ​ທະ​ເລ​ຊາຍຫຼາຍ​ລ້ານ​ໂຕ ຫຼັງ​ຈາກ​ສັດ​ຕູ​ພືດ​ດັ່ງ​ກ່າວ​ໄດ້​ຂ້າມ​ເຂດ​ຊາຍ​ແດນປະ​ເທດ ເຄັນ​ຢາ ເຂົ້າ​ໄປ​ ໃນ​ເດືອນ​ນີ້.

ບັນ​ດາ​ຊາວ​ນາເຊັ່ນ​ທ່ານ ທັອມ​ມັ​ສ ອອນ​ຢາງ​ໂກ, ໃນ​ບ້ານ ໂອ​ຣິງ​ໂກ-ໂອ​ລ​ເຢັ​ຈ໌, ໄດ້​ຕື່ນ​ຂຶ້ນ​ມາ​ໃນ​ຕອນ​ເຊົ້າ​ມື້​ນຶ່ງ ແລະ ພົບ​ເຫັນ​ວ່າ​ສວນ​ຂອງ​ລາວ​ແມ່ນ​ກຳ​ລັງ​ຖື​ກ​ກິນ.

ທ່ານ ທັອມ​ມັ​ສ ອອນ​ຢາງ​ໂກ ໄດ້​ກ່າວ​ວ່າ “ເຄິ່ງ​ນຶ່ງ​ຂອງ​ສວນ, ຕົ້ນ​ມັນ​ຕົ້ນ​ແມ່ນບໍ່​ມີ​ໃບ. ເວ​ລາ​ເຈົ້າ​ກວດ​ເບິ່ງ​ໝາກ​ຖົ່ວແປບ, ໃບ​ຂອງ​ມັນ​ແມ່ນ​ໄດ້​ຫາຍ​ໄປ​ໝົດ, ແມ່ນ​ກະ​ທັ້ງ​ໝາກ​ໄມ້​ທີ່​ຂ້າ​ພະ​ເຈົ້າ​ຄາດ​ວ່າ​ຈະ​ເກັບ​ກ່ຽວ, ຕອນນີ້​ມັນ​ກອງ​ຢູ່​ພື້ນ​ດິນ​ໝົດ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ປະ​ມານ 20 ເມືອງ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ອູ​ການ​ດາ ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ໃນ​ປັດ​ຈຸ​ບັນ​ນີ້.

ເພື່ອ​ສູ້​ກັບ​ບັນ​ຫາ​ຄືນ​ນັ້ນ, ອູ​ການ​ດາ ໄດ້​ສົ່ງ​ກອງ​ກຳ​ລັງຕິດ​ອຸ​ປະ​ກອນ​ປາບ​ສັດ​ຕູ​ພືດ 2,000 ຄົນ​ອອ​ກ​ໄປ.

ແຕ່​ນາຍ​ພົນ ແຊມ ຄາ​ວູ​ມາ ໄດ້​ກ່າວ​ວ່າ ພວກ​ຕັກແຕນ​ແມ່ນ​ມີ​ທັກ​ສະ​ໃນ​ການຫຼົບ​ຫຼີກ​ການ​ຕອບ​ໂຕ້​ຄືນ.

ນາຍ​ພົນ ແຊມ ຄາ​ວູ​ມາ, ຜູ້​ປະ​ສານ​ງານ​ການ​ສີດ​ຢາ, ຈາກກອງ​ກຳ​ລັງ​ປ້ອງ​ກັນ​ປະ​ຊາ​ຊົນ ອູ​ການ​ດາ ໄດ້​ກ່າວ​ວ່າ “ສິ່ງ​ທ້າ​ທາຍ​ນຶ່ງ, ເຊິ່ງ​ໄດ້​ຖືກ​ແກ້​ໄຂ​ແລ້ວ, ນັ້ນ​ກໍ​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ທາງ​ອາ​ກາດ ​ເພື່ອ​ສີດ​ຢາຈາກ​ອາ​ກາດ. ເພາະ​ວ່າ, ສຳ​ລັບ​ພວກ​ເຮົາ ພວກ​ເຮົາ​ຮັບ​ມື​ກັບ​ພວກ​ທີ່​ວ່າ​ຢູ່​ພື້ນ​ດິນເປັນ​ສ່ວນຫຼາຍ​. ແລະ ເວ​ລາ​ພວກ​ເຮົາ​ຂ້າ​ມັນ, ຫຼື​ໃນ​ລະ​ຫວ່າງ​ການ​ສີດ​ຢາ​ນັ້ນ, ມັນ​ຈະ​ເຕັ້ນຂຶ້ນ ແລະ ຂຶ້ນ​ໄປ​ຢູ່​ປາຍ​ຕົ້ນ​ໄມ້ພຸ້ນ ບ່ອນ​ທີ່​ປ້ຳ​ສີດ​ຂອງ​ພວກ​ເຮົາ​ໄປ​ບໍ່​ຮອດ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ອູ​ການ​ດາ ເວົ້າ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ເອົາ ເຮ​ລິ​ຄັອບ​ເຕີ​ມາສີດ​ຢາ​ທາງ​ອາ​ກາດ.

ໃນ​ຂະ​ນະ​ດຽວ​ກັນ, ກອ​ງ​ທັບ​ບົກແມ່ນ​ໄດ້​ຂະ​ຫຍາຍ​ອອກ​ໄປ ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄລ່​ຝູງ​ສັດ​ຕູ​ພືດ​ທີ່​ເຄື່ອ​ນ​ຍ້າຍ​ຢ່າງ​ເປັນ​ປະ​ຈຳ ແລະ ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ກໍ​ມີ​ແຕ່​ໃຊ້​ເຄື່ອງ​ມື​ຂອງ​ເຂົາ​ເຈົ້າ​ເອງ​ເພື່ອ​ໄລ່​ແມງ​ໄມ້​ພວກ​ນັ້ນ​ໜີ.

ນາງ ຊາ​ຣາ ອາ​ແຄ​ລ​ໂລ ຜູ້​ອາ​ໄສ​ຢູ່​ບ້ານ ໂອ​ຕູ​ເກ ໄດ້​ກ່າວ​ວ່າ “ຕັກແຕນ​ດັ່ງ​ກ່າວ​ມັນ​ກິນ​ຫຍ້າ ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ລ້ຽງ​ສັດ​ຂອງ​ຂ້າ​ພະ​ເຈົ້າ, ແບ້, ງົວ ແລະ ອື່ນໆ.”

ບັນ​ດາ​ຜູ້​ຊ່ຽວ​ຊານ ກ່ຽວ​ກັບ ຕັກ​ກະ​ແຕນ ເວົ້າ​ວ່າ ຖ້າ​ຝູງ​ຕັກແຕນ​ນັ້ນ​ບໍ່​ຖືກ​ຢຸດ, ໄຂ່​ທີ່​ມັນ​ວາງ​ອອກ​ນັ້ນ ​ກໍ​ຈະ​ເບາະ​ພາຍ​ໃນ​ສອງ​ອາ​ທິດ ແລະ ຈຳ​ນວນ​ການ​ບຸກ​ລຸກ​ນັ້ນ​ກໍ​ຈະ​ເພີ່ມ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ.

ທ່ານ ຈອນ ບາ​ຮາ​ນາ, ຜູ້​ຊ່ຽວ​ຊານ ກ່ຽວ​ກັບ ຕັກ​ແຕນ ຢູ່​ກະ​ຊວງ​ກະ​ສິ​ກຳ ອູ​ການ​ດາ ໄດ້​ກ່າວ​ວ່າ “ຄວາມ​ໝາຍ​ຂອງ​ມັນ​ກໍ​ແມ່ນ​ວ່າ ຖ້າ​ໄຂ່​ຖືກວາງ​ອອກ ແລະ ເບາະ​ດ້ວຍ​ຄວາມ​ສຳ​ເລັດ, ແລ້ວ​ພວກ​ເຮົາ​ກໍ​ຈະ​ປະ​ເຊີນ​ກັບ​ອີກ​ລຸ້ນ​ນຶ່ງ ແລະ ລຸ້ນ​ນັ້ນ​ຈະ​ຄູນ​ຂຶ້ນ​ເປັນ​ສີ່​ເທົ່າ, ຫ້າ​ເທົ່າ​ຂອງ​ຈຳ​ນວນ​ປະ​ຊາ​ກອນ​ດັ້ງ​ເດີມ. ສະ​ນັ້ນ ມັນ​ຈະ​ເປັນ​ການ​ເພີ່ມ​ຂຶ້ນ​ຢ່າງ​ໃຫຍ່ຫຼວງ. ມັນ​ແມ່ນ​ການ​ເພີ່ມ​ຂຶ້ນ​ທີ່​ອາດ​ເປັນ​ຕາ​ຢ້ານ.”

ບັນ​ດາ​ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ອາ​ກາດ​ອົບ​ອຸ່ນ ແລະ ຝົນ​ຕົກ​ໜັກ​ຢູ່​ອ້ອມ​ຊາຍ​ຝັ່ງ​ທະ​ເລ​ແດງ ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ແຜ່​ພັນ​ຂອງ​ຕັກແຕນ​ໃນ​ປະ​ເທດ ຈີ​ບູ​ຕີ, ເອ​ຣິ​ເທ​ຣຍ ແລະ ຊູ​ດານ.

ພວກ​ສັດ​ຕູ​ພືດ​ໄດ້​ກິນ​ພືດ​ພັນ​ຕ່າງໆ​ໃນ​ປ​ະ​ເທດ ເອ​ທິ​ໂອ​ເປຍ, ໂຊ​ມາ​ເລຍ, ແທນ​ຊາ​ເນຍ, ແລະ ອູ​ການ​ດາ ໃນ​ການຄຸກ​ຄາມ​ຂອງ​ຝູງ​ຕັກແຕນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບຫຼາຍ​ທົດ​ສະ​ວັດ.

ຖ້າ​ມັນ​ບໍ່​ຖືກ​ຄວບ​ຄຸມ, ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ຕັກແຕນ​ທະ​ເລ​ຊາຍ ອາດ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ​ໃນ​ທົ່ວ​ພາກ​ພື້ນ.

As desert locusts spread across East Africa, Uganda has deployed its army to battle the all-consuming horde. The pests are laying countless eggs that are expected to hatch within weeks, raising concerns among farmers that the worst is yet to come.

Uganda is the latest East African country battling an invasion of millions of desert locusts after the pests this month crossed the Kenya border.

Thomas Onyango, a farmer in Oringo-Olyech village, woke one morning to find his garden being consumed.

“Half of the garden, there are no leaves on the cassava. When you check on the pigeon peas, all the leaves are gone, even the fruits that I was expecting to harvest, now they are all down on the ground," said the farmer.

Authorities say about 20 districts in northeast Uganda so far are affected.

To fight back, Uganda deployed 2,000 troops armed with pesticide.

But Major General Sam Kavuma, the spraying coordinator for the Uganda People’s Defense Force, said the locusts are skilled in evading their counterattacks.

“One challenge, which is being solved, that is aerial support to spray them, you know from air. Because, for us we deal much with those which are on the ground. And when we kill them, or during the spray, then they jump and go on top of the trees where our pumps cannot reach,” he said.

Ugandan authorities say they are working to secure helicopters for aerial spraying.

Meanwhile, the army is stretched as it chases the constantly moving swarms. Locals are left to their own devices to try to scare away the bugs, mostly by banging on pots and making noise.

Sarah Akello, a resident of Otuke, was one who gave the pests a chase.

“For me am fearing them. That locusts they are eating grass where I raise my animals, goat, cows and others,” said Akello.

Locust experts say if the swarms are not stopped, the eggs they are laying now will hatch within two weeks and the invading numbers will skyrocket. John Bahana is a locust expert with the Uganda Ministry of Agriculture.

“What it means is that if the eggs are laid and successfully hatch, then we are going into another generation and that generation will have multiplied up to four, five times the original population. So, it’s a huge increase. It’s an increase that can be frightening,” he said.

Ranger Gabriel Lesoipa is surrounded by desert locusts as he and a ground team relay the coordinates of the swarm to a plane spraying pesticides, in Nasuulu Conservancy, northern Kenya, Feb. 1, 2020.

Experts say warm weather and heavy rains around the Red Sea Coast triggered massive locust breeding in Djibouti, Eritrea, and Sudan.

The pests have been devouring crops in Ethiopia, Kenya, Somalia, Tanzania, and Uganda in the worst swarms seen in decades.

If not brought under control, authorities say the desert locusts could soon threaten food security across the region.

XS
SM
MD
LG