ໃນຂະນະທີ່ການສະເໜີຊື່ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງ ອູການດາ ກຳລັງຫຍັບໃກ້ເຂົ້ານັ້ນ, ນັກການເມືອງຝ່າຍຄ້ານ ທ່ານ ໂຣເບີດ ເຄຍກູລານຍີ, ເຊິ່ງເປັນທີ່ຮູ້ຈັກກັນດີໃນນາມນັກດົນຕີຊື່ວ່າ ໂບບີ ໄວນ໌, ໄດ້ປະຕິຍານວ່າຈະສ້າງຄວາມສະໜັ່ນຫວັ່ນໄຫວຢູ່ການໂຄສະນາຫາສຽງ ເພື່ອການລົງແຂ່ງຂັນ ເອົາຕຳແໜ່ງສູງສຸດ. ທ່ານ ໄວນ໌ ໄດ້ອະທິບາຍການກຳອຳນາດ ດົນ 33 ປີ ຂອງປະທານາທິບໍດີ ໂຢເວຣີ ມູເຊເວນີ ເປັນຜູ້ຜະເດັດການ. ໃນຂະນະດຽວກັນທ່ານ ມູເຊເວນີ ກໍໄດ້ກ່າວອະທິບາຍເຖິງທ່ານ ໄວນ໌ ນັ້ນວ່າ ເປັນສັດຕູຂອງຄວາມຈະເລີນຮັ່ງມີ, ແລະ ໃນເດືອນພະຈິກທີ່ຜ່ານມາໄດ້ຮຽກຮ້ອງຕຳຫຼວດປາບປາມຈະລາຈົນເພີ່ມເຕີມ ເພື່ອມາຮັບມືກັບຄູ່ແຂ່ງຂອງທ່ານ. ນັກຂ່າວວີໂອເອ ຮາລິມາ ອາທູມານີ ມີລາຍງານຈາກນະຄອນຫຼວງ ກຳປາລາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ນັກດົນຕີທີ່ໄດ້ກາຍເປັນນັກການເມືອງຊາວ ອູການດາ ທ່ານ ໂບບີ ໄວນ໌ ຄັ້ງນຶ່ງເຄີຍເປັນທີ່ຮູ້ຈັກກັນໃນຊື່ “ປະທານາທິບໍດີແຫ່ງເຂດທຸກຍາກແອອັດ” ສຳລັບການສະໜັບສະໜູນທີ່ໝັ້ນຂອງທ່ານ ໃນເຂດຊຸມຊົນແອອັດ ຫຼື ສະລຳຢູ່ໃນຕົວເມືອງ.
ແຕ່ປີ 2019 ໄດ້ກາຍເປັນປີທີ່ທ່ານ ໄວນ໌ ໄດ້ປະກາດການພະຍາຍາມທີ່ຈະທ້າຊິງເອົາຕຳແໜ່ງສູງສຸດຂອງປະທານາທິບໍດີ ໂຢເວຣີ ມູເຊເວນີ.
ໃນການສຳພາດພິເສດກັບ ວີໂອເອ ນັ້ນ, ທ່ານ ໄວນ໌ ກ່າວວ່າ ທ່ານໄດ້ຕັດສິນໃຈ ທີ່ຈະລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຍ້ອນວ່າທ່ານ ມູເຊເວນີ ໄດ້ສູນເສຍຄວາມສົນໃຈກັບຊາວໜຸ່ມ ອູການດາ.
ທ່ານ ໂບບີ ໄວນ໌ ຜູ້ນຳພັກຝ່າຍຄ້ານໄດ້ກ່າວວ່າ “ລາວເຊື່ອວ່າ ວິທີທີ່ຈະຮັບມືກັບລຸ້ນຄົນຂອງພວກເຮົາ ແມ່ນຕ້ອງຮັບມືກັບພວກຊາຍໜຸ່ມທີ່ເປັນຕົວແທນໃຫ້ເຂົາເຈົ້າ, ນັ້ນກໍແມ່ນທ່ານ ໂບບີ ໄວນ໌. ການກີດກັ້ນລາຍການເພງຂອງຂ້າພະເຈົ້າ, ກີດກັ້ນຂ້າພະເຈົ້າຈາກການພົວພັນກັບສາທາລະນະ. ການພະຍາຍາມທີ່ຈະສ້າງຄວາມຫຍຸ້ງຍາກໃຫ້ຂ້າພະເຈົ້າທີ່ຈະເວົ້າຕໍ່ປະຊາຊົນທີ່ຢູ່ຂ້າງນອກນັ້ນ. ໃນຄວາມຄິດຂອງຂ້າພະເຈົ້າແລ້ວ, ລາວເບິ່ງຄືວ່າກຳລັງຕໍ່ສູ້ກັບຜີທີ່ລາວບໍ່ສາມາດແຕະຕ້ອງໄດ້.”
ທ່ານ ໄວນ໌ ແລະ ຜູ້ສະໜັບສະໜູນຂອງທ່ານ ໄດ້ອະທິບາຍເຖິງທ່ານ ມູເຊເວນີ, ຜູ້ທີ່ໄດ້ເປັນປະທານາທິບໍດີນັບຕັ້ງປີ 1986 ເປັນຕົ້ນມານັ້ນວ່າ ເປັນຈອມຜະເດັດການ. ສຳລັບທ່ານນັ້ນ, ທ່ານ ມູເຊເວນີ ໄດ້ເອີ້ນທ່ານ ໄວນ໌ ວ່າເປັນສັດຕູຂອງຄວາມກ້າວໜ້າ ເພາະວ່າ ທ່ານໄດ້ຂໍຕ່າງປະເທດບໍ່ໃຫ້ທຳການລົງທຶນໃນ ອູການດາ ຈົນກວ່າມັນຈະມີການປ່ຽນແປງຜູ້ນຳ.
ລັດຖະບານໄດ້ໃຊ້ຕຳຫຼວດ ທຸບຕີ ແລະ ສະເປໝາກເຜັດ, ທີ່ຮູ້ກັນ ໃນຊື່ ຄາມູລາລີ, ເພື່ອປິດຄອນເສີດຂອງທ່ານ ໄວນ໌ ແລະ ທັບມ້າງການປະທ້ວງໂດຍຜູ້ສະໜັບສະໜູນຂອງທ່ານ.
ທ່ານ ມູເຊເວນີ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ຕ້ອງໄດ້ໃຊ້ກຳລັງຫຼາຍຂຶ້ນ.
ທ່ານ ໂຢເວຣີ ມູເຊເວນີ ປະທານາທິບໍດີຂອງ ອູການດາ ໄດ້ກ່າວວ່າ “ຕອນນີ້ພວກເຮົາຕ້ອງການກຳລັງຄົນ ສຳລັບຕຳຫຼວດປາບປາມຈະລາຈົນ ເພື່ອຮັບມືກັບລູກຄ້າຂອງພວກເຮົາບາງຄົນ ຢູ່ທີ່ນີ້ ໃນເມືອງ. ເພາະວ່າພວກເຮົາຢາກໃຊ້ພຽງ ຄາມູລາລີ ຫຼື ສະເປໝາກເຜັດ ໂດຍປາສະຈາກການເຂັ່ນຂ້າຄົນຜູ້ໃດ.”
ແຕ່ທ່ານ ມູເຊເວນີ ກໍໄດ້ພະຍາຍາມທີ່ຈະເຊືື່ອມຕໍ່ກັບປະຊາຊົນໄວໜຸ່ມ ແລະ ຜູ້ທີ່ອາໄສຢູ່ໃນເຂດສະລຳເຊັ່ນກັນ, ເຊິ່ງເປັນເຂດເລືອກຕັ້ງທີ່ບັນດານັກວິຈານເວົ້າວ່າທ່ານບໍ່ໄດ້ຫົວຊາ.
ໃນເດືອນຕຸລາທີ່ຜ່ານມາ, ທ່ານໄດ້ແຕ່ງຕັ້ງເພື່ອນນັກດົນຕີຂອງທ່ານ ໄວນ໌, ທ່ານ ມາກ ບູເກັມເບ, ເຊິ່ງເປັນທີ່ຮູ້ກັນໃນຊື່ ບູຈາແມນ, ເປັນທີ່ປຶກສາປະທານາທິບໍດີຂອງທ່ານ ກ່ຽວກັບບັນຫາຊຸມຊົນແອອັດ.
ທ່ານ ບູຈາແມນ, ຜູ້ທີ່ໄດ້ຮັບເອົາຕຳແໜ່ງປະທານາທິບໍດີເຂດທຸກຍາກແອອັດທີ່ບໍ່ເປັນທາງການ ເມື່ອທ່ານ ໄວນ໌ ໄດ້ກາຍເປັນສະມາຊິກສະພານັ້ນ, ໄດ້ປະຕິເສດນັກວິຈານທັງຫຼາຍຜູ້ທີ່ເວົ້າວ່າ ທ່ານ ມູເຊເວນີ ແມ່ນກຳລັງໃຊ້ທ່ານ.
ທ່ານ ມາກ ມູຈາແມນ ບູເກັມເບ ທີ່ປຶກສາປະທານາທິບໍດີ ກ່ຽວກັບ ບັດຫາເຂດທຸກຍາກ ກ່າວວ່າ “ສະນັ້ນ, ປະທານາທິບໍດີເຂດທຸກຍາກແອອັດ ແມ່ນບໍ່ມີພັກການເມືອງ, ການພັດທະນາແມ່ນບໍ່ມີສີ. ມັນແມ່ນສຳລັບຊາວ ອູການດາ ທຸກຄົນ. ຂ້າພະເຈົ້າໄດ້ລຸກຂຶ້ນເພື່ອຊ່ວຍເຫຼືອ ອູການດາ. ແມ່ນແລ້ວ, ຂ້າພະເຈົ້າຢູ່ທີ່ນັ້ນ ເພື່ອເຊື່ອມຕໍ່ລັດຖະບານກັບປະຊາຊົນທີ່ທຸກຍາກເທົ່ານັ້ນ.”
ບັນດານັກວິເຄາະເວົ້າວ່າ ການເຕີບໂຕຢ່າງວ່ອງໄວໃນວົງການການເມືອງຂອງທ່ານ ໂບບີ ໄວນ໌ ແມ່ນຍ້ອນປະຊາຊົນໄວໜຸ່ມທີ່ເມື່ອຍກັບການໃຫ້ຄຳສັນຍາທີ່ບໍ່ເປັນຄວາມຈິງ.
ທ່ານ ໂຕລິດ ຊາລສ໌ ອາທິຢາ, ຈາກສະຖາບັນເພື່ອການສະທ້ອນນະໂຍບາຍ ແລະ ການສຶກສາ ກ່ຽວກັບ ຄວາມປອດໄພໄດ້ກ່າວວ່າ “ສະນັ້ນ, ຄື້ນທີ່ພວກເຮົາກຳລັງເຫັນຢູ່ນີ້ແມ່ນຄຳເວົ້າທີ່ໜັກແໜ້ນຈາກບັນດາຄົນໄວໜຸ່ມ. ນັ້ນກໍໝາຍຄວາມວ່າ, ມັນມີຂໍ້ຕົກລົງໃໝ່. ມັນມີຂໍ້ຕົກລົງໃໝ່ຢູ່ໃນນີ້, ເຈົ້າກຳລັງບອກພວກເຮົາ. ແລະ ຂ້າພະເຈົ້າຄິດວ່າ, ພວກເຮົາຈະປະເຊີນໜ້າກັບມັນ.
ຄະນະກຳມາທິການການເລືອກຕັ້ງຂອງ ອູການດາ ໄດ້ມີກຳນົດທີ່ຈະສະເໜີຊື່ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີໃນເດືອນສິງຫາ ປີໜ້ານີ້, ໂດຍມີທ່ານ ໄວນ໌ ແລະ ທ່ານ ມູເຊເວນີ ຄາດວ່າຈະເປັນຜູ້ຕາງໜ້າຂອງພັກຂອງພວກເພິ່ນ ສຳລັບການເລືອກຕັ້ງທົ່ວໄປໃນປີ 2021.
As Uganda's presidential nominations draw closer, opposition politician Robert Kyagulanyi, better known as the musician Bobi Wine, has vowed to rock the halls of power with a run for the top job. Wine describes President Yoweri Museveni's 33 years in power as a dictatorship. Museveni, meanwhile, has described Wine as an enemy of prosperity, and in November called for more riot police to deal with his opponent. Halima Athumani reports from Kampala.
Ugandan musician-turned-lawmaker Bobi Wine was once known as the "ghetto president" for his support base in city slums.
But 2019 became the year Wine announced a bid to challenge President Yoweri Museveni for the actual top office.
In an exclusive interview with VOA, Wine says he decided to run for president because Museveni has lost touch with young Ugandans.
"He believes that the way to deal with our generation is to deal with the young man that represents it, that's Bobi Wine.Blocking my musical shows, blocking me from any public interactions.Trying to make it hard for me to speak to the people out there. In my opinion, he seems to be fighting with a ghost he cannot touch."
Wine and his supporters describe Museveni, who has been president since 1986, as a dictato
For his part, Museveni calls Wine an enemy of progress because he asks foreigners not to invest in Uganda until there is a change in leadership.
The government has used police beatings and pepper spray, known as kamulali, to shut down Wine's concerts and break up protests by his supporters.
Museveni said authorities need more muscle.
"We now need manpower for the riot police to deal with some of our customers here in town. Because we want just to kamulali (pepper spray) without killing anybody."
But Museveni is also trying to connect with young people and slum-dwellers, a constituency that critics say he has ignored.
In October, he appointed Wine's fellow musician, Mark Bugembe, known as Buchaman, as his presidential advisor on ghetto affairs.
Buchaman, who took over the unofficial title of ghetto president when Wine became a lawmaker, rejects critics who say Museveni is using him.
"So, the ghetto president has no party, the development has no color. It is for all Ugandans. I stood up just to save Uganda. Yes, am just there to connect the government with the ghetto people."
Analysts say Bobi Wine's quick rise in politics is due to young people tiring of false promises.
"So, this wave we are seeing is a strong statement from the young persons. That means, there's a raw deal. There is a raw deal in this, you're telling us. And, I think, we're gonna confront it."
Uganda's electoral commission has scheduled presidential nominations for August 20 of this coming year, with both Wine and Museveni expected to be their party's choice for the general election in 2021.