ສະຫະລັດແລະກຸ່ມຕາລີບານ ອາດໄດ້ມີການຕົກລົງກັນ ກ່ຽວກັບແຜນການທີ່ຈະຖອນທະຫານອາເມຣິກັນອອກຈາກອັຟການິສຖານ ອີງຕາມແຫຼ່ງຂ່າວທີ່ຮູ້ເລື້ອງດີກ່ຽວກັບການເຈລະຈາ ທີ່ແຈ້ງໃຫ້ວີໂອເອຊາບ ໃນວັນເສົາມື້ນີ້. ເພື່ອເປັນການຕອບແທນ ກຸ່ມກະບົດດັ່ງກ່າວ ໄດ້ໃຫ້ການຄ້ຳປະກັນວ່າ ຕົນຈະບໍ່ປ່ອຍໃຫ້ກຸ່ມກໍ່ການຮ້າຍສາກົນໃດໆໃຊ້ດິນແດນ ອັຟການິສຖານ ຂົ່ມຂູ່ອາເມຣິກາ ຫຼືປະເທດໃດໆ ໃນອະນາຄົດຂ້າງໜ້າ.
ການເຂົ້າໃຈດັ່ງກ່າວ ແມ່ນຜົນຂອງການເຈລະຈາຢ່າງຂຸ້ນຂ້ຽວແລະບໍ່ມີການລົບກວນເປັນເວລາເກືອບນຶ່ງອາທິດ ລະຫວ່າງສະຫະລັດ ແລະຜູ້ແທນຂອງກຸ່ມກະບົດຕາລີບານ ທີ່ນະຄອນໂດຮາ ປະເທດກາຕ້າ. ພວກຜູ້ແທນຂອງລັດຖະບານປະເທດເຈົ້າພາບ ແລະປາກິສຖານ ກໍໄດ້ເຂົ້າຮ່ວມໃນການເຈລະຈານີ້ນຳ.
ແຫຼ່ງຂ່າວ ໄດ້ແຈ້ງໃຫ້ວີໂອເອຊາບ ຊຶ່ງພວກເຂົາເຈົ້າຄາດວ່າ ທັງສອງຝ່າຍທີ່ເຂົ້າຮ່ວມການເຈລະຈາ ຈະປະກາດກ່ຽວກັບແຜນການຖອນທະຫານ ຊຶ່ງອາດຈະມີຂຶ້ນພາຍໃນວັນເສົາມື້ນີ້ ຫຼືຢ່າງຊ້າ ບໍ່ກາຍວັນຈັນຈະມາ ຖ້າທຸກຢ່າງຫາກເປັນໄປຕາມແຜນການທີ່ໄດ້ວາງໄວ້. ແຜນການຖອນທະຫານຂອງສະຫະລັດແມ່ນຈຳເປັນຕ້ອງການໃຫ້ຝ່າຍກະບົດຕາລີບານ ທຳການຢຸດຍິງ. ແຕ່ແນວໃດກໍຕາມ ທັງແຜນການຖອນທະຫານແລະການຢຸດຍິງແມ່ນຈະຢູ່ໃນຂອບເຂດຈຳກັດ ແລະມີເງື່ອນໄຂ. ແຕ່ແນວໃດກໍຕາມ ແຫຼ່ງຂ່າວກໍບໍ່ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ ທີ່ປະທານາທິບໍດີດໍໂນລ ທຣຳ ຈະເປັນຜູ້ປະກາດດ້ວຍຕົວເອງ ກ່ຽວກັບຂໍ້ຕົກລົງຂັ້ນສຸດທ້າຍ ກັບພວກກະບົດຕາລີບານ ຢູ່ໃນຄຳປາໄສຕໍ່ປະເທດຊາດ ແລະລັດຖະສະພາຂອງທ່ານ ຊຶ່ງໃນເວລານີ້ ການປິດລັດຖະບານແມ່ນໄດ້ສິ້ນສຸດລົງແລ້ວ.
ຍັງບໍ່ທັນມີຄວາມເຫັນໃດໆ ທັງຈາກຝ່າຍສະຫະລັດແລະພວກກະບົດຕາລີບານ ກ່ຽວກັບລາຍ ງານຄວາມຄືບໜ້າ ຂອງການເຈລະຈາດັ່ງກ່າວ. ຜູ້ຕາງໜ້າພິເສດ ຂອງສະຫະລັດ ເພື່ອສ້າງຄວາມປອງດອງຊາດໃນອັຟການິສຖານ ທ່ານຊາລເມ ຄາລີລຊາດ ຊຶ່ງເປັນຫົວໜ້ານຳພາຂອງຝ່າຍອາເມຣິກັນ ໃນອັນທີ່ພວກນັກສັງເກດການກ່າວວ່າ ການພົວພັນແບບທີ່ບໍ່ເຄີຍມີມາກ່ອນ ລະຫວ່າງຄູ່ປໍລະປັກທັງສອງ ໃນສົງຄາມທີ່ແກ່ຍາວມາໄດ້ 17 ປີແລ້ວນັ້ນ.
ແຫຼ່ງຂ່າວແຈ້ງໃຫ້ວີໂອເອຊາບວ່າ ຂໍ້ຕົກລົງກ່ຽວກັບການຖອນທະຫານແບບມີເງື່ອນໄຂ ແລະຢູ່ໃນຂອບເຂດຈຳກັດ ແລະການຢຸດຍິງນັ້ນ ຈະອຳນວຍໃຫ້ທັງສອງຝ່າຍມີໂອກາດ ທີ່ຈະຊັ່ງຊາເບິ່ງຄວາມເຫັນ ກ່ອນທີ່ຈະດຳເນີນການຕໍ່ໄປ“ໂດຍບໍ່ຕ້ອງທຳການສ່ຽງດ້ານການເມືອງ ທີ່ໃຫຍ່ເກີນໄປ.”
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ