ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນ ບັນທຸກນ້ຳມັນ ສອງລຳ ຖືກໂຈມຕີ ຢູ່ທີ່ອ່າວ ໂອມານ


ກຳປັ່ນບັນທຸກນ້ຳມັນ ທີ່ເຫັນພວມ​ແລ່ນຢູ່ນອກຝັ່ງ ​ຂອງອ່າວໂອມານ, ວັນທີ 25 ກຸມພາ 2019.
ກຳປັ່ນບັນທຸກນ້ຳມັນ ທີ່ເຫັນພວມ​ແລ່ນຢູ່ນອກຝັ່ງ ​ຂອງອ່າວໂອມານ, ວັນທີ 25 ກຸມພາ 2019.

ກອງ​ທັບ​ເຮືອ​ສະ​ຫະ​ລັດ ກ່າວ​ວ່າ ຕົນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ວັນ​ພະ​ຫັດ​ມື້ນີ້ ຫຼັງ​ຈາກ​
ມີ​ລາຍ​ງານ​ວ່າ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນສອງ​ລຳ ຖືກ​ໂຈມ​ຕີ ​ຢູ່​ໃນ​ອ່າວ​ໂອມານ.

ກອງ​ທັບ​ເຮືອ​ທີ​ 5 ຂອງ​ສະ​ຫະ​ລັດ ທີ່​ຕັ້ງ​ຢູ່​ໃນ​ບາຫ໌​ເຣນ ກ່າວ​ວ່າ ຕົນ​ໄດ້​ຮັບການ​ຮ້ອງ​ຂໍ​
ຄວາມ​ຊ່ວຍ​ເຫຼືອ​ຈາກ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ທັງ​ສອງ ຫ່າງ​ກັນ​ຄົນ​ລະ ນຶ່ງຊົ່ວ​ໂມງ.

ອົງ​ການ​ຂ່າວ IRNA ຂອງ​ທາງ​ການ​ອີ​ຣ່ານ ​ລາຍ​ງານ​ວ່າ ກອງ​ທັບ​ເຮືອ​ອີ​ຣ່ານ​ໄດ້​ຊ່ວຍ​
ພວກ​ລູກ​ເຮືອ 44 ຄົນ ຈາກ​ກຳ​ປັ່ນ​ດັ່ງ​ກ່າວ ແລະ​ເວ​ລາ​ນີ້ກຳ​ປັ່ນ​ທັງ​ສອງ​ລຳ​ ພວມ​ລຸກ
​ໄໝ້​ເປັນ​ໄຟ.

ອ່າວ​ໂອ​ມານ​ແມ່ນ​ຕັ້ງ​ຢູ່​ໃກ້ໆ​ກັບ​ແຫຼມຮໍ​ມຸດ (Hormuz) ຊຶ່ງ​ເປັນ​ນ່ານ​ນ້ຳ​ຍຸດ​ທະສາດ
ທີ່​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ເສັ້ນ​ທາງເດີນ​ເຮືອ​ຂົນ​ນ້ຳ​ມັນ​ດິບ.

ໃນ​ເດືອນ​ແລ້ວນີ້ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ໄດ້​ກ່າວ​ຫາ​ອີ​ຣ່ານ​ວ່າ ໃຊ້​ລະ​ເບີດໂຈມ​ຕີ
​ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ 4 ລຳ ຢູ່ນອກ​ແຄມ​ຝັ່ງ​ຂອງ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີເຣັ​ສ.

ອີ​ຣ່ານ​ກ່າວ​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວ​ພັນ​ໃດໆ.

The U.S. Navy said it was providing assistance Thursday after two tankers were reportedly attacked in the Gulf of Oman.

The Bahrain-based U.S. Fifth Fleet said it received distress calls from both tankers about an hour apart.

Iran's state-run IRNA news agency reported Iran's navy rescued 44 crew members from the tankers, and that both vessels were on fire.

The Gulf of Oman is near the strait of Hormuz, the strategic waterway that serves as a vital shipping lane for crude oil.

Last month, the United States accused Iran of using mines to attack four oil tankers off the coast of the United Arab Emirates.

Iran denied involvement.

XS
SM
MD
LG