ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄູ່ແຂ່ງສອງຝ່າຍ ໃນເກາະ ຊາມົວ ຕ່າງກໍອ້າງເອົາຕຳແໜ່ງ ນາຍົກລັດຖະມົນຕີ ໃນຂະນະທີ່ວິກິດການ ດ້ານການເມືອງ ຮຸນແຮງຂຶ້ນ


ນາຍົກລັດຖະມົນຕີ ຕຸຍເລປາ ໄອໂອໂນ ໄຊເລເລ ມາລີລາກາອອຍ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ, ນະຄອນຫຼວງ ລອນດອນ, ອັງກິດ. 20 ເມສາ, 2018.
ນາຍົກລັດຖະມົນຕີ ຕຸຍເລປາ ໄອໂອໂນ ໄຊເລເລ ມາລີລາກາອອຍ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ, ນະຄອນຫຼວງ ລອນດອນ, ອັງກິດ. 20 ເມສາ, 2018.

ວິກິດການດ້ານການເມືອງ ໃນເກາະຊາມົວ ໄດ້ຮຸນແຮງຂຶ້ນ ໃນຂະນະທີ່ຄູ່ແຂ່ງຂັນສອງຄົນຕ່າງກໍອ້າງວ່າ ຕົນເອງເປັນນາຍົກລັດຖະມົນຕີຂອງປະເທດທີ່ຕັ້ງຢູ່ມະຫາສະໝຸດປາຊີຟິກຕອນໃຕ້ນັ້ນ. ເກາະຊາມົວຕັ້ງຢູ່ເຄິ່ງທາງລະຫວ່າງ ລັດ ຮາວາຍ ກັບປະເທດ ນິວຊີແລນ, ແລະ ມີປະຊາກອນປະ ມານ 200,000 ຄົນ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະຊາຊົນ ຊາມົວ ໄດ້ລົງຄະແນນສຽງໃນການເລືອກຕັ້ງທົ່ວໄປໃນຕົ້ນເດືອນເມສາທີ່ຜ່ານມາ. ຜົນການນັບຄະແນນແມ່ນໃກ້ຄຽງກັນຫຼາຍ, ແລະ ສອງພັກການເມືອງທີ່ສຳຄັນຕ່າງກໍໄດ້ອ້າງວ່າຕົນ ເອງເປັນຜູ້ຊະນະເລີດ.

ພັກ FAST ທີ່ເປັນຝ່າຍຄ້ານ, ເຊິ່ງນຳພາໂດຍທ່ານນາງ ຟຽມເມ ນາວໂອມີ ມາຕາອາຟາ ໄດ້ກ່າວວ່າເຂົາເຈົ້າໄດ້ຮັບການສະໜັບສະໜູນທີ່ສຳຄັນຈາກສະມາຊິກສະພາອິດສະຫຼະຄົນນຶ່ງ ເພື່ອຕັ້ງລັດຖະບານຂຶ້ນດ້ວຍຄະແນນສຽງສ່ວນຫຼາຍ 26 ຕໍ່ 25 ໃນສະພາແຫ່ງຊາດ.

ແນວໃດກໍຕາມ, ຜູ້ນຳທີ່ດຳລົງຕຳແໜ່ງມາດົນນານຂອງ ຊາມົວ, ທ່ານ ຕຸຍລາອີປາ ຊາອີເລເລ ມາລີເລກາອອຍ, ຜູ້ທີ່ໄດ້ກຳອຳນາດມາຕັ້ງແຕ່ປີ 1998 ນັ້ນ, ໄດ້ຄັດຄ້ານຜົນການນັບຄະແນນ. ການປະຕິເສດທີ່ຈະຖອນຕົວຂອງທ່ານໄດ້ຖືກອະທິບາຍວ່າເປັນ “ການກໍ່ລັດຖະປະຫານ” ໂດຍຄູ່ແຂ່ງຂອງທ່ານ.

ໃນວັນຈັນທີ່ຜ່ານມາ, ສະພາແຫ່ງຊາດ ຊາມົວ ໄດ້ວາງແຜນທີ່ຈະສາບານຕົວ ທ່ານນາງ ຟຽມເມ ນາໂອມີ ມາຕາອາຟາ ເຂົ້າຮັບຕຳແໜ່ງເປັນນາຍົກລັດຖະມົນຕີເພດຍິງຄົນທຳອິດຂອງປະເທດ. ແຕ່ແນວໃດກໍຕາມ, ທ່ານນາງ ແລະ ເພື່ອນຮ່ວມງານໄດ້ຖືກອັດປະຕູຕັນບໍ່ໃຫ້ເຂົ້າຕຶກໂດຍພວກເຈົ້າໜ້າທີ່ທີ່ຈົງຮັກພັກດີຕໍ່ລັດຖະບານກ່ອນໜ້ານີ້ ແມ່ນກະທັ້ງສານສູງສຸດໄດ້ຕັດສິນວ່າໃຫ້ດຳ ເນີນການສາບານຕົວ.

ສະນັ້ນ, ກົງກັນຂ້າມ, ຜູ້ທີ່ຖືກເລືອກເປັນນາຍົກລັດຖະມົນຕີ ທ່ານນາງ ຟຽມເມ ນາໂອມີ ມາຕາອາຟາ ຜູ້ທີ່ຍັງເປັນລູກສາວຂອງນາຍົກລັດຖະມົນຕີ ຄົນທຳອິດຂອງປະເທດນັ້ນ, ໄດ້ທຳການສາບານຕົວເຂົ້າຮັບຕຳແໜ່ງໃນພິທີພິເສດຢູ່ຕູບຜ້າຂ້າງນອກ, ຫຼັງຈາກພັກການເມືອງຂອງທ່ານນາງໄດ້ຖືກກັ້ນບໍ່ໃຫ້ເຂົ້າໄປໃນສະພາແຫ່ງຊາດ. ຄູ່ແຂ່ງດ້ານການເມືອງຂອງທ່ານນາງເວົ້າວ່າ ການສາບານຕົວດັ່ງກ່າວແມ່ນບໍ່ຖືກຕ້ອງຕາມລັດຖະທຳມະນູນ.

ການຄັດຄ້ານຢູ່ໃນສານແມ່ນຄາດວ່າຈະມີຂຶ້ນຕາມພາຍຫຼັງ.

ທ່ານ ຈອຣ໌ຈ ຄາເຕີ, ຫົວໜ້າສະຖາບັນປາຊີຟິກ ຂອງມະຫາວິທະຍາໄລແຫ່ງຊາດ ອອສເຕຣເລຍ ໄດ້ຮຽກຮ້ອງໃຫ້ທັງສອງຝ່າຍແກ້ໄຂຄວາມຂັດແຍ້ງຂອງເຂົາເຈົ້າຢ່າງສະຫງົບ.

ທ່ານ ຈອຣ໌ຈ ຄາເຕີ ກ່າວວ່າ “ໃນເວລານີ້ ປະເທດດັ່ງກ່າວ ແມ່ນຍັງສະຫງົບເຖິງແມ່ນຈະມີຄວາມແຕກຕ່າງໃນດ້ານແນວຄິດ ແລະ ອຸດົມຄະຕິຂອງ ຊາມົວ ກໍຕາມ. ແຕ່ນີ້ແມ່ນສ່ວນນຶ່ງຂອງຂະບວນ ການດ້ານການເມືອງໃນ ຊາມົວ ແລະ ສ່ວນນຶ່ງໃນນັ້ນແມ່ນຄວາມອົດທົນເພື່ອອະນຸຍາດໃຫ້ສິ່ງນີ້ເກີດຂຶ້ນ.”

ປະເທດທຳອິດທີ່ຮັບຮູ້ທ່ານນາງ ຟຽມເມ ນາໂອມີ ມາຕາອາຟາ ເປັນນາຍົກລັດຖະມົນຕີຢ່າງເປັນທາງການແມ່ນລັດໝູ່ເກາະ ໄມໂຄຣນີເຊຍ.

ໂຄສົກຄົນນຶ່ງ ຂອງເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຮຽກຮ້ອງ ຊາມົວ “ໃຫ້ຊອກຫາການແກ້ໄຂຕໍ່ສະຖານະການດ້ານການເມືອງໃນປັດຈຸບັນຜ່ານການເຈລະຈາດ້ວຍຜົນປະໂຫຍດທີ່ດີທີ່ສຸດຂອງປະຊາຊົນ ແລະ ສະຖາບັນຕ່າງໆຂອງ ຊາມົວ.”

ອອສເຕຣເລຍ ແລະ ນິວ ຊີແລນ ໄດ້ຢືນຢັດວ່າ ປະຊາທິປະໄຕໃນ ຊາມົວ ຕ້ອງຖືກເຄົາລົບ.

ເສດຖະກິດຂອງ ຊາມົວ ໂດຍພື້ນຖານແລ້ວໄດ້ເພິ່ງພາອາໄສການຊ່ວຍເຫຼືອຈາກຕ່າງປະເທດ ແລະ ການໂອນເງິນຈາກປະຊາຊົນທີ່ອາໄສຢູ່ຕ່າງປະເທດພ້ອມກັບການທ່ອງທ່ຽວ, ກະສິກຳ ແລະ ການຫາປາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG