ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສອງປະເທດເກົາຫຼີ ທັງ ເໜືອ ແລະ ໃຕ້ ເປີດໃຊ້ເສັ້ນທາງ ເຊື່ອມຕໍ່ກັນ ຢູ່ທີ່ເຂດ ປອດທະຫານ ຫຼື DMZ


ພວກທະຫານເກົາຫຼີໃຕ້ ຢືນຢູ່ ເຂດທີ່ເອີ້ນວ່າ Arrowhead Ridge, ເປັນສະຖານທີ່ສູ້ລົບ ໃນຊ່ວງປີ 1950-53 ຂອງ
ສົງຄາມເກົາຫຼີ, ອັນເປັນເສັ້ນທາງ ຍຸດທະສາດ ໃຊ້ເປັນ
ເສັ້ນຂີດໝາຍ ເຂດປອດທະຫານ ຫຼື DMZ ຢູ່ເມືອງ ຊີໂອຣວອນ (Cheorwon) ແຂວງ ກາງວອນ (Gangwon Province), ໃນເກົາຫຼີໃຕ້, ວັນທີ 22 ພະຈິກ 2018.
ພວກທະຫານເກົາຫຼີໃຕ້ ຢືນຢູ່ ເຂດທີ່ເອີ້ນວ່າ Arrowhead Ridge, ເປັນສະຖານທີ່ສູ້ລົບ ໃນຊ່ວງປີ 1950-53 ຂອງ ສົງຄາມເກົາຫຼີ, ອັນເປັນເສັ້ນທາງ ຍຸດທະສາດ ໃຊ້ເປັນ ເສັ້ນຂີດໝາຍ ເຂດປອດທະຫານ ຫຼື DMZ ຢູ່ເມືອງ ຊີໂອຣວອນ (Cheorwon) ແຂວງ ກາງວອນ (Gangwon Province), ໃນເກົາຫຼີໃຕ້, ວັນທີ 22 ພະຈິກ 2018.

ເກົາຫຼີໃຕ້ ກ່າວວ່າ ເສັ້ນທາງສາຍນຶ່ງ ທີ່ເຊື່ອມຕໍ່ ເຂດປອດທະຫານຂອງທັງສອງປະເທດ
ເກົາຫຼີ ໄດ້ເປີດໃຊ້ແລ້ວ ຊຶ່ງເປັນການສະແດງອອກ ເຖິງການປະນີປະນອມກັນ ຄັ້ງຫຼ້າສຸດ
ລະຫວ່າງ ອະດີດຄູ່ປໍລະປັກ ທີ່ເປັນປະເທດໃກ້ຄຽງກັນນັ້ນ.

ກະຊວງປ້ອງກັນປະເທດ ກ່າວວ່າ ໃນວັນພະຫັດມື້ນີ້ ທັງສອງຝ່າຍ ໄດ້ທຳງານ ໃນ
ການກໍ່ສ້າງ ທາງເສັ້ນດັ່ງກ່າວ ຕັ້ງແຕ່ເດືອນຕຸລາ ເປັນຕົ້ນມາ. ເສັ້ນທາງນີ້ ຈະຖືກນຳໃຊ້
ສຳລັບ ການປະຕິບັດງານຮ່ວມກັນ ໃນປີໜ້າ ເພື່ອການກອບກູ້ຊາກກະດູກ ທີ່ຕົກຄ້າງ
ຈາກສົງຄາມເກົາຫຼີ ໃນຊ່ວງປີ 1950 ຫາ 1953.

ເສັ້ນທາງທີ່ມີຄວາມກວ້າງ 12 ແມັດ ຍາວ 3 ກິໂລແມັດ ແມ່ນເປັນນຶ່ງໃນຫຼາຍໆ
ບາດກ້າວທີ່ໄດ້ຕົກລົງກັນ ຢູ່ກອງປະຊຸມສຸດຍອດ ພຽງຢາງ ລະຫວ່າງ ປະທານາທິບໍດີ
ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນເດືອນກັນຍາ
ຜ່ານມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

South Korea says a road connecting the demilitarized zone of the two Koreas has been opened, the latest reconciliation gesture between the formerly hostile neighbors.

The Defense Ministry said Thursday the two sides had worked on constructing the road since October.It will be used for joint operations next year to recover remains from the 1950-53 Korean War.

The 12-meter wide, three kilometer road is one of several steps agreed at the Pyongyang summit between South Korea President Moon Jae-in and North Korean leader Kim Jong Un in September.

XS
SM
MD
LG