ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງ ທີ່ສໍາຄັນ 2 ຄົນ ຈາກພັກຣີພັບບລິກັນ ບໍ່ເຫັນພ້ອມນໍາກັນ ໃນເລື້ອງການໄຕ່ສວນ ຄະດີຟ້ອງຮ້ອງ ທ່ານທຣໍາ


ພວກສະໜັບສະໜູນທ່ານເຂົ້າຮ່ວມການໂຮມຊຸມນຸມ ໃນນະຄອນຫລວງວໍຊິງຕັນໃນວັນທີ 6 ມັງກອນ, 2021
ພວກສະໜັບສະໜູນທ່ານເຂົ້າຮ່ວມການໂຮມຊຸມນຸມ ໃນນະຄອນຫລວງວໍຊິງຕັນໃນວັນທີ 6 ມັງກອນ, 2021

ສະມາຊິກສະພາສູງສັງກັດພັກຣີພັບບລິກັນທີ່ສໍາຄັນສອງຄົນ ຄືທ່ານມາຣໂກ ຣູບຽວ (Marco Rubio) ແລະທ່ານ ມິດ ຣອມນີ (Mitt Romney) ບໍ່ເຫັນພ້ອມນຳກັນ ໃນວັນອາທິດວານນີ້ກ່ຽວກັບຄວາມຖືກຕ້ອງໃນການໄຕ່ສວນຄະດີຂອງສະພາສູງທີ່ຈະມາເຖິງນີ້ ໃນການຟ້ອງຮ້ອງອະດີດປະທານາທິບໍດີ ດໍໂນລ ທຣໍາ ທີ່ຖືກກ່າວຫາວ່າ ໄດ້ຍຸຍົງໃຫ້ມີການຈາລະຈົນ ໃນການບຸກເຂົ້າໄປໃນຫໍລັດຖະສະພາຂອງສະຫະລັດ ໂດຍພວກສະໜັບສະໜູນທ່ານ ໃນວັນທີ 6 ມັງ ກອນຜ່ານມາ.

ຢູ່ໃນການໂຮມຊຸມນຸມທີ່ຢູ່ໃກ້ໆກັບທຳນຽບຂາວໃນມື້ນັ້ນ, ທ່ານ ທຣໍາ ໄດ້ຮຽກ ຮ້ອງໃຫ້ພວກສະໜັບສະໜູນທ່ານເດີນຂະບວນໄປຫາຫໍລັດຖະສະພາ ເພື່ອຕໍ່ສູ້ໃຫ້ທ່ານໃນການປະເຊີນໜ້າກັບບັນດາສະມາຊິກສະພາຂະນະທີ່ພວກເພິ່ນກໍາລັງໂຕ້ວາທີກັນວ່າ ຈະຢັ້ງຢືນຄະແນນສຽງຂອງບັນດາຜູ້ແທນລັດທີ່ສະແດງໃຫ້ເຫັນວ່າ ທ່ານໄດ້ເສຍໄຊໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມໃຫ້ແກ່ປະທານາ ທິບໍດີໂຈ ໄບເດັນ ຫລືບໍ່. ທ່ານໄບເດັນ ໄດ້ສາບານຕົວເຂົ້າຮັບຕຳແໜ່ງເປັນປະ ທານາທິບໍດີຄົນທີ 46 ຂອງປະເທດ.

ທ່ານຣູບຽວ, ສະມາຊິກສະພາຈາກລັດຟລໍຣິດາ ໄດ້ກ່າວຢູ່ໃນລາຍການ “Fox News Sunday” ຫລື “ຂ່າວໃນວັນອາທິດ” ວ່າທ່ານທຣໍາ “ມີຄວາມຮັບຜິດ ຊອບບາງສ່ວນ ໃນສິ່ງທີ່ໄດ້ເກີດຂຶ້ນນັ້ນ.” ແຕ່ທ່ານຣູບຽວກໍກ່າວວ່າ ທ່ານຄັດຄ້ານຕໍ່ການໄຕ່ສວນຄະດີຂອງສະພາສູງຫລັງຈາກສະພາຕໍ່າໄດ້ຟ້ອງຮ້ອງທ່ານທຣໍາແລ້ວ.

ຄວາມໂກລະຫົນວຸ້ນວາຍໄດ້ເຮັດໃຫ້ 5 ຄົນເສຍຊີວິດ, ລວມທັງເຈົ້າໜ້າທີ່ຕຳຫຼວດຄົນນຶ່ງເຊິ່ງການເສຍຊີວິດຂອງທ່ານກຳລັງຖືກສືບສວນວ່າເປັນການຄາດຕະກຳ. ບັນດາຜູ້ສະໜັບສະໜູນທ່ານທຣໍາ -ປະມານ 800 ຄົນ, ອີງຕາມເຈົ້າໜ້າທີ່ເວົ້າ-ໄດ້ບຸກຜ່ານການປ້ອງກັນຂອງພວກເຈົ້າໜ້າທີ່ເຂົ້າໄປຄົ້ນຫ້ອງການຈໍານວນນຶ່ງຂອງລັດສະພາ ແລະຕໍ່ສູ້ກັນກັບຕໍາຫຼວດກ່ອນທີ່ຈະມີການຟື້ນຟູຄວາມເປັນລະບຽບກັບມາ ແລະພວກສະມາຊິກສະພາປະກາດໄຊຊະນະຂອງທ່ານໄບເດັນຢ່າງເປັນທາງການໄດ້ ໃນຕອນເດິກໆຂອງວັນທີ 7 ມັງກອນ.

ທ່ານກ່າວວ່າ "ພວກເຮົາກໍາລັງຈະໂດດກັບໄປຫາສິ່ງທີ່ພວກເຮົາໄດ້ຜ່ານຜ່າໄປໃນໄລຍະ 5 ປີທີ່ຜ່ານມາຈັ່ງຊັ້ນຫວະ ແລະນຳເອົາມັນກັບຄືນມາໂດຍການໄຕ່ສວນຄະດີ ແລະມັນຈະບໍ່ເປັນການດີ ສຳລັບປະເທດເລີຍ". "ມັນບໍ່ດີແທ້ໆ."

ທ່ານຣູບຽວກ່າວເພີ້ມອີກວ່າ “ນີ້ບໍ່ແມ່ນການໄຕ່ສວນຄະດີທາງອາຍາ." “ນີ້ເປັນຂະບວນການທາງການເມືອງ ແລະຈະເຮັດໃຫ້ການແບ່ງແຍກເຫຼົ່ານີ້ ທີ່ເຮັດໃຫ້ປະເທດເປັນອຳມະພາດຢູ່ແລ້ວ ຍິ່ງຮ້າຍແຮງຂຶ້ນ."

ສ່ວນທ່ານຣອມນີ, ສະມາຊິກສະພາສູງຈາກລັດຢູທາ ແລະເຄີຍເປັນຜູ້ສະໝັກເປັນປະທານາທິບໍດີ ຈາກພັກຣີພັບບລິກັນ ທີ່ເສຍໄຊໃນປີ 2012, ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ "ຂ້າພະເຈົ້າເຊື່ອວ່າການຍຸຍົງໃຫ້ເກີດການຈາລະຈົນ ເປັນການກະທໍາຜິດ ທີ່ສາມາດຖືກຟ້ອງຮ້ອງໄດ້. ຖ້າມັນບໍ່ແມ່ນແນວນັ້ນແລ້ວ ມັນແມ່ນຫຍັງ?”

ທ່ານຣອມນີກ່າວວ່າ ທ່ານເຊື່ອວ່າທ່ານທຣໍາ “ສົມຮູ້ຮ່ວມຄິດໃນການໂຈມຕີທີ່ບໍ່ເຄີຍມີມາກ່ອນຕໍ່ປະຊາທິປະໄຕຂອງພວກເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG