ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ກອງທັບເຮືອຈີນ ຮຽນຮູ້ສອງຢ່າງ ໃນການເຝິກຊ້ອມ ນຶ່ງເດືອນ ໃກ້ນ່ານນໍ້າຍີ່ປຸ່ນ ແລະໄຕ້ຫວັນ


ກຳປັ່ນບັນທຸກເຮືອບິນຈີນ ຫຼຽວໜິງ ເຂົ້າຮ່ວມການສະແດງແສນຍາສຸພາບກອງທັບເຮືອ ໃກ້ກັບເມືອງຈິງດາວ ທີ່ແຂວງຊັງດົງ ທາງພາກຕາເວັນອອກຈີນ ເມື່ອວັນທີ 19 ເມສາ 2019.

ກອງທັບເຮືອຈີນ ຫາກໍໄດ້ຮຽນຮູ້ຈາກການປະຕິບັດງານຊ້ອມລົບ ຂອງກຳປັ່ນ ບັນທຸກເຮືອບິນ ເປັນເວລານານນຶ່ງເດືອນ ເພື່ອຮັກສາກຳລັງ ໃຫ້ປອດໄພຈາກ ພະຍາດໂຄວິດ-19 ແບບໃດ ແລະຈະເປັນແບບໃດ ຖ້າຫາກມີການທະເລາະວິວາດເກີດຂຶ້ນກັບຍີ່ປຸ່ນ ແລະໄຕ້ຫວັນ ນັ້ນຄືຄວາມເຊື່ອຂອງບັນດານັກວິເຄາະ.

ກຳປັ່ນບັນທຸກເຮືອບິນຫຼຽວໜິງໄດ້ກັບຄືນມາສູ່ທ່າເຮືອໃນພາກຕາເວັນອອກຂອງ ຈີນ ໃນວັນທີ 30 ເມສາ ຫຼັງຈາກໄດ້ແລ່ນຜ່ານນ່ານນໍ້າໃນເຂດປາຊິຟິກຕາເວັນຕົກ ໃກ້ກັບໄຕ້ຫວັນ ແລະຍີ່ປຸ່ນ ຊຶ່ງທັງສອງປະເທດ ກໍໄດ້ສັ່ງໃຫ້ຢູ່ໃນທ່າກຽມພ້ອມ ເນື່ອງຈາກຄວາມແຕກຕ່າງທາງດ້ານການເມືອງຂອງເຂົາເຈົ້າກັບປັກກິ່ງ. ເຖິງແມ່ນວ່າ ນີ້ບໍ່ແມ່ນເທື່ອທຳອິດທີ່ກໍາປັ່ນບັນທຸກເຮືອບິນ ຂອງປະເທດທີ່ມີອຳ ທາງທະເລເພີ້ມຂຶ້ນນັ້ນ ຖືກສົ່ງອອກໄປປະຕິບັດງານເປັນເວລາດົນຂຶ້ນໃນປີນີ້ ເພື່ອການຊ້ອມລົບທີ່ເຂັ້ມແຂງ.

ກອງທັບເຮືອ ແລະກອງທັບບົກປົດປ່ອຍປະຊາຊົນຈີນ ບາງທີອາດຈະໄດ້ “ເຝິກຊ້ອມຢ່າງ
ໜັກ”ໃນດ້ານພະລາທິການ ແລະສະໜັບສະໜູນວຽກງານດ້ານການ ແພດ ດ້ວຍການຊ່ວຍ
ເຫຼືອຈາກພົນລະເຮືອນເພື່ອໃຫ້ກອງທັບເຮືອຂອງຕົນ ປອດຈາກການລະບາດຂອງ
ພະຍາດ COVID-19 ນັ້ນຄືຄຳເວົ້າຂອງທ່ານແແອນດຣູ ແຢງ ເລຂາທິການຂອງສະພາ
ຄົ້ນຄວ້າທີ່ກ້າວໜ້າກ່ຽວກັບນະໂຍບາຍຈີນ ຂອງ ກຸ່ມນັກວິໄຈໃນໄຕ້ຫວັນໄດ້ກ່າວໄວ້.

ກອງທັບເຮືອຂອງໄຕ້ຫວັນ ສະຫະລັດ ແລະອີກສາມປະເທດໃນຢູໂຣບໄດ້ເກີິດ ການຕິດແປດຂອງພະຍາດ COVID-19 ໃນປີນີ້. ໄວຮັສໂຄໂຣ ທີ່ເປັນສາເຫດ ໃຫ້ເກີດການລະບາດຂອງໂຄວິດ-19 ຢູ່ເທິງກຳປັ່ນ ເພາະວ່າຄົນທັງຫຼາຍທີ່ປະ ຈຳການຢູ່ທີ່ນັ້ນ ພາກັນແອອັດກັນຢູ່ໃນບ່ອນຢູ່ທີ່ໃກ້ຄຽງກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG