ທ່ານ ບັນລື ຊູສິນ ໄດ້ເຝົ້າຕິດຕາມສະຖານະການທະເລຮອບຈັງຫວັດ ພັງງາ ທາງພາກໃຕ້ຂອງປະເທດ ໄທ ມາເກືອບ 2 ທົດສະວັດແລ້ວ. ຜູ້ຊາຍອາຍຸ 59 ປີຄົນນີ້ເຄີຍເປັນຊາວປະມົງມາກ່ອນ ແລະ ດ້ວຍປະສົບການ ແລະ ຄວາມຮູ້ກ່ຽວກັບ ທະເລຂອງລາວ, ຊຸມຊົນຊາຍຝັ່ງຂອງລາວໃນໝູ່ບ້ານນ້ຳເຄັມ ຈຶ່ງໄວ້ວາງໃຈໃຫ້ລາວເຝົ້າຕິດຕາມສະຖານະການນ້ຳບໍລິເວນໃກ້ຄຽງ ຫຼັງເກີດແຜ່ນດິນໄຫວ.
ບ້ານນ້ຳເຄັມໄດ້ຮັບຄວາມເສຍຫາຍຈາກຄື້ນ ຊຸນາມິ ໃນມະຫາສະໝຸດ ອິນເດຍ ທີ່ເກີດຂຶ້ນເມື່ອວັນບັອກຊິງເດ ຫຼື 26 ທັນວາໃນປີ 2004, ຊຶ່ງເກີດຂຶ້ນຈາກແຜນດິນໄຫວຂະໜາດ 9.1 ນອກຊາຍຝັ່ງຈັງຫວັດ ອາເຈະ ຂອງອິນໂດເນເຊຍ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 230,000 ຄົນໃນ ອິນໂດເນເຊຍ, ສີລັງກາ, ອິນເດຍ, ໄທ ແລະ ອີກ 9 ປະເທດ.
ຈັງຫວັດ ພັງງາ ເປັນນຶ່ງໃນຈັງຫວັດທີ່ໄດ້ຮັບຜົນກະທົບໜັກທີ່ສຸດຂອງ ໄທ ໂດຍໄພພິບັດຄັ້ງນີ້ໄດ້ເອົາຊີວິດຜູ້ຄົນໄປ 5,400 ຄົນ ລວມທັງນັກທ່ອງທ່ຽວຊາວຕ່າງຊາດຈຳນວນຫຼາຍ.
“ມັນເໝືອນກັບກຳແພງໝອກທີ່ສູງຫຼາຍ, ຄ້າຍຝຸ່ນທີ່ປົກຄຸມພື້ນທີ່ທັງໝົດ ມັນເຕັມທ້ອງຟ້າຂະນະທີ່ຂ້ອຍເບິ່ງຈາກທີ່ນີ້,” ທ່ານ ບັນລື ກ່າວໂດຍອະທິບາຍເຖິງຄືນ ຊຸນາມິ ທີ່ພັດຄອບຄົວຂອງລາວໄປ ແລະ ແມ່ຍ່າຂອງລາວເສຍຊີວິດ.
ຫຼັງຈາກເກີດໄພພິບັດ ບ້ານນ້ຳເຄັມທີ່ຕັ້ງຢູ່ແຄມຝັ່ງທະເລ ອັນດາມັນ ກໍໄດ້ອອກແບບ ແລະ ນຳລະບົບບັນເທົາຄວາມສ່ຽງໃນທ້ອງຖິ່ນຂອງຕົນເອງມາໃຊ້ ເພື່ອຕຽມຮັບມືກັບຄື້ນ ຊຸນາມິ ທີ່ອາດເກີດຂຶ້ນໃນອະນາຄົດ.
ຊຶ່ງລວມເຖິງທີ່ພັກພິງຄອນກີດ, ລະບົບເຕືອນໄພ 2 ລະບົບ, ເສັ້ນທາງອົບພະຍົບທີ່ປອດໄພ ແລະ ທ່ານ ບັນລື ອາສາສະໝັກທີ່ເຝົ້າສັງເກດສະຖານະການທະເລຢ່າງໃກ້ຊິດຫຼັງເກີດແຜ່ນດິນໄຫວໃນພາກພື້ນ ແລະ ລາຍງານກັບໄປຫາສຳນັກງານລັດຖະບານປະຈຳຈັງຫວັດ, ທ່ານ ບັນລື ຍັງກະຕຸ້ນໃຫ້ຊາວບ້ານ 2,000 ຄົນໃນບ້ານນ້ຳເຄັມ ຕຽມ “ຖົງລວມ” ທີ່ບັນຈຸເອກະສານສຳຄັນສຳລັບການອົບພະຍົບຢ່າງວ່ອງໄວອີກດ້ວຍ.
ບາງສ່ວນຂອງລະບົບນີ້ໄດ້ຮັບການທົດສອບເປັນປະຈຳ ຕົວຢ່າງເຊັ່ນທຸກເຊົ້າວັນພຸດ ລະບົບເຕືອນໄພ ຊຸນາມິ 2 ລະບົບຈະຫຼິ້ນເພງຊາດ ເພື່ອກວດສອບວ່າທຸກຢ່າງຮຽບຮ້ອຍດີຫຼືບໍ່.
ໃນວັນຄຣິສມາສນີ້ ທ່ານ ບັນລື ຈະມີອາຍຸໃກ້ 60 ປີແລ້ວ, ລາວຈຶ່ງໝັ້ນໃຈໃນຄວາມພ້ອມຂອງຊຸມຊົນຂອງລາວ ໃນການຮັບມືກັບຄື້ນຊຸນາມິທີ່ອາດເກີດຂຶ້ນອີກ.
ອ່ານລາຍງານນີ້ເປັນພາສາອັງກິດ
BAN NAM KHEM, Thailand, Dec 19 (Reuters) - Banlue Choosin has been monitoring the seas around Thailand's southern Phang Nga province for signs of abnormality for nearly two decades.
The 59-year-old is a former fisherman, and his experience and knowledge of the sea are why his coastal community in Ban Nam Khem village relies on him to monitor nearby waters after earthquakes.
Ban Nam Khem was devastated by the Indian Ocean tsunami that hit on Boxing Day in 2004, triggered by a 9.1 magnitude quake off the coast of Indonesia's Aceh province, killing some 230,000 people across Indonesia, Sri Lanka, India, Thailand, and nine other countries.
Phang Nga was one of Thailand's hardest-hit provinces, with the disaster claiming 5,400 lives there, including many foreign tourists.
"It was like a very, very tall wall of mist, like dust covering the whole area. It filled up the sky as I watched from here," Banlue said, describing the tsunami that swept away his family, killing his mother-in-law.
Following the disaster, Ban Nam Khem, on the Andaman Sea coast, designed and implemented its own local risk mitigation system to prepare for any future tsunami.
That includes a concrete shelter, two alarm systems, clear evacuation routes - and Banlue, a volunteer who closely watches the sea after any regional earthquake and reports back to a provincial government office.
Ban Nam Khem's 2,000 residents have also been encouraged to prepare a "grab bag" containing essential documents for quick evacuation, said Banlue.
Some parts of this system are regularly tested. Every Wednesday morning, for instance, two tsunami alarm systems play the national anthem to check that everything is in order.
Approaching his 60th birthday this Christmas, Banlue is confident in his community's preparedness for a potential tsunami.
ຟໍຣັມສະແດງຄວາມຄິດເຫັນ