ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະມານ 20 ຄົນ ຢ້ານເສຍຊີວິດ ໃນຂະນະທີ່ ເຮືອອົບພະຍົບຫຼົ້ມ ຢູ່ນອກຝັ່ງລີເບຍ


ຮູບພາບທັງສີ່ນີ້ ສະແດງໃຫ້ເຫັນ ພວກອົບພະບົບພາກັນໂຕນລົງນໍ້າ ໃນຂະນະທີ່ເຮືອກຳລັງຫລົ້ມ
ຮູບພາບທັງສີ່ນີ້ ສະແດງໃຫ້ເຫັນ ພວກອົບພະບົບພາກັນໂຕນລົງນໍ້າ ໃນຂະນະທີ່ເຮືອກຳລັງຫລົ້ມ

ມີ​ຄວາມ​ຢ້ານ​ກົວ​ວ່າ ປະມານ 20 ຄົນ​ອາດ​ຈະ​ເສຍ​ຊີວິດ ຫລັງ​ຈາກ​ເຮືອ​ພວກ​ອົບ​ພະຍົບ ລຳ​ນຶ່ງ​ຫລົ້ມ ຢູ່​ນອກ​ແຄມ​ຝັ່ງ​ທະ​ເລ​ຂອງ​ລີ​ເບຍ​ໃນ​ວັນ​ພະຫັດ​ວານ​ນີ້.

ໜ່ວຍ​ຍາມຝັ່ງ​ຂອງ​ລີ​ເບຍ​ລາຍ​ງານ​ວ່າ ມີ 4 ສົບ​ໄດ້​ຟູ​ຂຶ້ນ​ໃນ​ທະ​ເລ​ເມ​ດີແຕ​ເຣນຽນ ພ້ອມ ​ກັບ​ເຮືອ​ເປົ່າ 2 ລຳ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາດ​ມີ​ຜູ້​ຄົນ​ໃນ​ຈຳ ນວນ​ເພີ້ມຕື່ມ ​ໄດ້​ຈົມ​ນ້ຳ ​ຕາຍ​ ​ໃນ​ຂະນະ​ທີ່​ພວກ​ລັກ​ລອບສວຍ​ໂອກາດ​ໃນ​ຂະນະ ທີ່​ອາກາດ​ອົບ​ອຸ່ນພາກັນ​ຂົນ​ສົ່ງ​ ພວກ​ອົ​ບພະຍົບ​ເປັນ​ຈຳນວນ​ຫລວງຫລາຍ​ໄປ​ຍັງ ຢູ​ໂຣບ ​ໂດຍ​ເຮືອ​ທີ່​ບໍ່​ປອດ​ໄພ​.

​ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ​ໂຄສົກ​ຂອງ​ກອງທັບ​ເຮືອ​ລີ​ເບຍ ກ່າວ​ຕໍ່​ອົງການ​ຂ່າວ​ເອພີ​ວ່າ ໜ່ວຍ ​ຍາມ​ຝັ່ງ​ຂອງ​ຕົນ​ໄດ້​ຊ່ວຍ​ພວກ​ອົບ​ພະຍົບຫລາຍ​ກວ່າ 760 ຄົນ ທີ່​ໄດ້​ຖືກ ພົບ​ເຫັນ​ຢູ່​ໃນ 2 ກຸ່ມ​ດ້ວຍ​ກັນ ຄື​ກຸ່ມ​ນຶ່ງ​ແມ່ນ​ຢູ່​ໃກ້ໆ​ກັບ​ເມືອງ Sabratha ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ແລະ​ອີ​ກກຸ່ມ​ນຶ່ງ ຢູ່​ນອກ​ແຄມ​ຝັ່ງ​ເມືອງ Zwara.

ສ່ວນ​ກອງທັບ​ເຮືອ​ອີ​ຕາ​ລີ ກໍ​ໄດ້​ນຳ​ຮູບ​ພາບ​ການ​ປະ​ຕິ​ບັດ​ງານ​ກູ້​ໄພ​ອອກ​ເຜີຍ​ແຜ່ ກ່ຽວ​ກັບ ​ການ​ຊ່ວຍ​ເຫລືອ​ພວກ​ຜູ້​ໂດຍສານ ​ທີ່​ເຮື​ອຫລົ້ມ​ໃນ​ວັນ​ພຸດ​ແລ້ວ ຢູ່​ນອກ​ເຂດ​ແຄມ​ຝັ່ງ​ຂອງ ​ລີ​ເບຍ​ຄື​ກັນທີ່​ມີ​ອົບ​ພະຍົບປະມານ 500 ຄົນ. ອີ​ຕາ​ລີ​ໃຫ້ການ​ຢືນຢັນ​ວ່າ ຕົນ​ໄດ້​ພົບ​ເຫັນ 5 ຄົນ​ເສຍ​ຊີວິດ.

ກຳ​ປັ່ນ​ລາດຕະ​ເວນ Bettica ຂອງ​ກອງທັບ​ເຮືອ​ອີ​ຕາ​ລີ ​ໄດ້​ນຳ​ເອົາ​ພວກ​ທີ່​ລອດ​ຊີວິດ​ມາ​ ໄດ້​ໄປ​ຍັງ​ທ່າ​ກຳ​ປັ່ນ​ໃນ​ເກາະ​ຊີ​ຊີ​ລີ ບ່ອນ​ທີ່ເຈົ້າໜ້າ​ທີ່​ກາ​ແດງ​ອີ​ຕາ​ລີ​ໄດ້​ໃຫ້ການ​ຊ່ວຍ ​ເຫລືອ​ພວກ​ເຂົາ​ເຈົ້ານັ້ນ.

​ໃນ​ຂະນະ​ດຽວ​ກັນ ​ເຈົ້າໜ້າ​ທີ່​ກຣີສ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຕົນ​ໄດ້​ເສັດ​ສິ້ນການ​ ຍົກຍ້າຍ​ອົບ​ພະຍົບ​ ໄປ​ຈາກ​ເມືອງ Idomeni ຊຶ່ງ​ເປັນ​ສູນ​ອົບ​ພະຍົບທີ່​ບໍ່​ເປັນທາງ​ການ​ ໃຫຍ່​ທີ່​ສຸດຂອງ​ປະ​ເທດ​ໃກ້​ກັບ​ຊາຍ​ແດນ​ມາ​ເຊ​ໂດ​ເນຍ.

ຕຳຫລວດ​ກຣີສກ່າວ​ວ່າ ​ໄດ້​ມີ​ການ​ຂົນ​ສົ່ງ​ອົບ​ພະຍົບປະມານ 800 ຄົນ​ໂດຍ​ທາງ​ລົດ​ເມ ​ໄປ​ຍັງ​ບ່ອນ​ອາ​ໄສ​ແຫ່ງ​ໃໝ່​ຢູ່​ໃນ​ພາກ​ເໜືອ​ຂອງ​ກຣີສ.

ກ່ອນ​ທີ່​ມີ​ການ​ຍົກຍ້າຍ​ນັ້ນ ​ເມືອງ Idomeni ມີອົບ​ພະຍົບ 8,400 ຄົນອີງ​ຕາມ ​ໂຕ​ໂລກ ​ຂອງ​ທາງ​ການ ​ແລະ​ເຄີຍ​ໃຫ້​ບ່ອນ​ພັກ​ພາ​ອາ​ໄສ​ແກ່​ຜູ້​ຄົນ​ຫລາຍສຸດ​ເຖິງ 14 ພັນ​ຄົນ ຫລັງ​ ຈາກ​ໄດ້​ມີການ​ປິດ​ຊາຍ​ແດນ​ໃນ​ແຫຼມ Balkan.

Europe Migrants
please wait
Embed

No media source currently available

0:00 0:00:56 0:00

Around 20 people are feared dead after a migrant boat capsized Thursday off Libya's coast. Officials say more than 80 people were rescued in the second such incident in two days.

The Libyan coast guard reported that four bodies were found floating in the Mediterranean along with two empty boats, suggesting that more people drowned as smugglers take advantage of the warm weather to transport a larger number of migrants to Europe on unsafe vessels.

Separately, a Libyan navy spokesman tells the Associated Press that the coast guard rescued more than 760 migrants who were found in two groups, one of which was near the western city of Sabratha and the other off Zwara.

For its part, the Italian navy released images of another rescue mission of passengers from an overturned shipwreck Wednesday, also off Libya's coast, with about 500 migrants. The Italians confirmed that five people were found dead.

The Italian navy’s patrol ship Bettica brought the survivors to the Sicilian port, where Italian Red Cross crews assisted them.

Meanwhile, Greek authorities said Thursday that they have completed the evacuation of Idomeni, the country's biggest informal refugee and migrant camp on the Macedonian border.

Greek police said about 800 people were transported by bus to official shelters in other parts of northern Greece.

Just before the evacuation, Idomeni had 8,400 migrants, according to official figures, and hosted some 14,000 people at its peak, after Balkan border closures.

XS
SM
MD
LG