ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວຽກ​ງານ​ຄູ​ສອນ​ພິ​ເສດ​ ສຳ​ລັບ​ຄົນ​ຊະ​ລາ ແມ່ນ​ກຳ​ລັງ​ເຕີບ​ໂຕ​ໄວ​ ໃນ ຈີນ


ຄູ​ຄົນ​ນຶ່ງ​ສອນ​ຄົນ​ຊະ​ລາ​ໃນ​ລະ​ຫວ່າງ​ການ​ຮຽນ​ໂຢ​ກາ​ຢູ່ສູນ Mama Sunset, ເຊິ່ງ​ແມ່ນ​ສູນ​ສ​ຳ​ລັບ​ປະ​ຊາ​ຊົນ​ໄວ​ກາງ​ຄົນ ແລະ ອາ​ວຸ​ໂສ​ໃນ​ປັກ​ກິ່ງ, ຈີນ, 15 ມັງ​ກອນ, 2024.
ຄູ​ຄົນ​ນຶ່ງ​ສອນ​ຄົນ​ຊະ​ລາ​ໃນ​ລະ​ຫວ່າງ​ການ​ຮຽນ​ໂຢ​ກາ​ຢູ່ສູນ Mama Sunset, ເຊິ່ງ​ແມ່ນ​ສູນ​ສ​ຳ​ລັບ​ປະ​ຊາ​ຊົນ​ໄວ​ກາງ​ຄົນ ແລະ ອາ​ວຸ​ໂສ​ໃນ​ປັກ​ກິ່ງ, ຈີນ, 15 ມັງ​ກອນ, 2024.

ປະ​ຊາ​ກອນ​ທີ່​ເຖົ້າ​ແກ່​ຢ່າງວ່ອງ​ໄວ​ຂອງ ຈີນ ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ແລະ ເຕີບ​ໂຕ​ຢ່າງວ່ອງ​ໄວ​ສຳລັບ​ບັນ​ດາ​ບໍ​ລິ​ສັດ​ທັງຫຼາຍ​ທີ່​ສະ​ໜອງ​ຫ້ອງ​ຮຽນ​ກິ​ດ​ຈະ​ກຳ​ຍາມ​ຫວ່າງ ແລະ ກິດ​ຈະ​ກຳ​ຕ່າງໆ​ສຳ​ລັບ​ຄົນ​ຊະ​ລາ​ຊົນ​ຊັ້ນ​ກາງ, ນັບ​ຈາກ​ການ​ຝຶກ​ໂຢ​ກາ ຫາ​ ການ​ຕີ​ກອງ ອາ​ຟ​ຣິ​ກາ ແລະ ຖ່າຍ​ຮູບ​ດ້ວຍ​ໂທ​ລະ​ສັບ​ມື​ຖື.

ການ​ເຕີບ​ໂຕ​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວ​ ແມ່ນ​ກົງ​ກັນ​ຂ້າ​ມ​ຢ່າງຫຼວງຫຼາຍ​ກັບ​ການຫຼຸດ​ລົງ​ຂອງ​ຝ່າຍ​ຄູ​ສອ​ນ​ພິ​ເສດ ຫຼັງ​ຈາກ​ເລີກ​ໂຮ​ງ​ຮຽນ ລຸນຫຼັງ​ການ​ປາບ​ປາມ​ຂອງ​ລັດ​ຖະ​ບານ ​ໃນ​ປີ 2021 ທີ່​ແນ​ເປົ້າ​ໃສ່​ການ​ຂະ​ຫຍາ​ຍ​ອັດ​ຕາ​ການ​ເກີດ​ລູກ​ທີ່​ຕ່ຳ​ເປັນ​ປະ​ຫວັດການ ດ້ວຍ​ການຫຼຸດ​ຄ່າ​ການ​ສຶກ​ສາ​ລົງ.

“ອຸດ​ສາ​ຫະ​ກຳ​ກາ​ນ​ສຶກ​ສາ​ແມ່ນ​ກຳ​ລັງ​ຫັນ​ປ່ຽນ​ໄປ​ເປັນ​ເສດ​ຖະ​ກິດສີ​ເງິນ,” ກ່າວ​ໂດຍ​ທ່ານ​ນາງ ຈິວ ເປ​ລິນ, ຫົວ​ໜ້າ​ຂອງ​ບໍ​ລິ​ສັດ Mama Sunset ໃນ​ນະ​ຄອນຫຼວງ​ປັກ​ກິ່ງ, ເຊິ່ງ​ແມ່ນ​ທຸ​ລະ​ກິດ​ການ​ຮຽນ​ຮູ້​ຂອງ​ຄົນ​ຊະ​ລາ ທີ່​ໄດ້​ເປີດ​ສູນ​ຫ້າ​ແຫ່ງ​ໃນ​ນະ​ຄອນຫຼວງ​ຂອງ​ປັກ​ກິ່ງ ນັບ​ຕັ້ງ​ໄດ້​ເລີ່ມ​ຕົ້ນ​ໃນ​ເດືອນ​ເມ​ສາ 2023.

ບໍ​ລິ​ສັດ​ທີ່​ປຶກ​ສາ Frost & Sullivan ຄາດ​ວ່າ ​ຕະຫຼາດ​ການ​ຮຽນ​ຮູ້​ຂອງ​ຜູ້​ອາ​ວຸ​ໂສ​ຂອງ ຈີນ ຈະ​ເຕີບ​ໂຕ​ເປັນ​ສ່ວນ​ປະ​ກອບ​ຂອງ​ອັດ​ຕາ​ການ​ເຕີບ​ໂຕ​ປະ​ຈຳ​ປີ 34 ເປີ​ເຊັນ​ ພາຍ​ໃນ​ປີ 2027 ເປັນ 16.8 ຕື້​ໂດ​ລາ, ເພີ່ມ​ຂຶ້ນ​ຈາກ 3.8 ຕື້​ໂດ​ລາ​ໃນ​ປີ 2022.

ມັນ​ແມ່ນ​ການ​ແຂ່ງ​ຂັນ​ດ້ານ​ຕົວ​ເລກ.

ໃນ​ນຶ່ງ​ທົດ​ສະ​ວັດ​ຂ້າງ​ໜ້າ, ປະ​ຊາ​ຊົນ ຈີນ ປະ​ມານ 300 ລ້ານ​ຄົນ​ຈະອອກ ວຽກ​ກິນ​ເບ້ຍ​ບຳ​ນານ, ເຊິ່ງ​ເກືອບ​ເທົ່າ​ກັບ​ປະ​ຊາ​ກອນ ສະ​ຫະ​ລັດ ເກືອບ​ທັງ​ໝົດ. ນຶ່ງ​ໃນ​ສອງ​ຄົນ​ທີ່​ມີ​ອາ​ຍຸ​ສູງກວ່າ 65 ປີ​ ໃນ​ພາກ​ພື້ນ​ເອ​ເຊຍ​ປາ​ຊິກ​ດັ່ງ​ກ່າວ​ຈະ​ອາ​ໄສ​ຢູ່​ໃນ​ຈີນ ພາຍ​ໃນ​ປີ 2040, ອີງ​ຕາ​ມ​ການ​ຄາດ​ຄະ​ເນ​ຂອ​ງ​ບໍ​ລິ​ສັດ Euromonitor.

ໃນ​ຂະ​ນະ​ທີ່​ວິ​ກິດ​ການ​ດ້ານ​ປະ​ຊາ​ກອນ​ຂອງ ຈີນ ແມ່ນ​ກຳ​ລັງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຖານ​ອຸດ​ສາ​ຫະ​ກຳ​, ແຫຼ່ງ​ເງິນ​ທຶນ​ລັດ​ຖະ​ບານ ແລະ ກ​ານພະ​ຍາ​ຍາມ​ລົບ​ລ້າງ​ຄວາມ​ທຸກ​ຍາກນັ້ນ, ບັນ​ດາ​ນັກ​ລົງ​ທຶນ​ຈຳ​ນວນ​ນຶ່ງ​ເຫັນ​ວ່າ​ກຸ່ມ​ຂອງ​ຄົນ​ຊະ​ລາ​ທີ່​ກຳ​ລັງ​ຂະ​ຫຍາຍໂຕ​ນັ້ນ​ເປັນສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG