ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​​​​ປະທານາທິບໍດີ​ເທີ​ກີ ຮຽກຮ້ອງ​ໃຫ້​ມີ​ການ​ຢັ່ງ ຫາງສຽງ ຂອງການເລືອກ​ຕັ້ງຂຶ້ນ ກ່ອນກຳນົດ


​​​​ປະທານາທິບໍດີ​ເທີ​ກີ ທ່ານຣີ​ເຊັປ ​ໄຕຢິບ​ ເອີ​ດວນ (Recep Tayyip Erdogan), ຂວາ, ພົບປະກັບທ່ານເດັບເວັຕ ບາຊິລລີ (Devlet Bahceli), ຜູ້ນຳຂອງພັກ ເຄື່ອນໄຫວແຫ່ງຊາດ ແລະພັນທະມິດທາງການເມືອງ ທີ່ທຳນຽບປະທານາທິບໍດີ ອັງກາຣາ, 18 ເມສາ 2018.
​​​​ປະທານາທິບໍດີ​ເທີ​ກີ ທ່ານຣີ​ເຊັປ ​ໄຕຢິບ​ ເອີ​ດວນ (Recep Tayyip Erdogan), ຂວາ, ພົບປະກັບທ່ານເດັບເວັຕ ບາຊິລລີ (Devlet Bahceli), ຜູ້ນຳຂອງພັກ ເຄື່ອນໄຫວແຫ່ງຊາດ ແລະພັນທະມິດທາງການເມືອງ ທີ່ທຳນຽບປະທານາທິບໍດີ ອັງກາຣາ, 18 ເມສາ 2018.

ປະທານາທິບໍດີ​ເທີ​ກີ ທ່ານຣີ​ເຊັປ ​ໄຕຢິບ​ ເອີ​ດວນ ​ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງປະທານາທິບໍດີ ​ແລະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ກ່ອນກຳນົດ ໃນ​ວັນ​ທີ 24 ມິຖຸນາປີ​ນີ້.
ການ​ຢັ່ງ​ຫາງ​ສຽງ ​ແມ່ນ​ມີ​ໝາຍ​ກຳນົດໃສ່​ເດືອນ ພະຈິກ 2019, ​ແຕ່​ວ່າ ທ່ານເອີ​ດວນ ​
ກ່າວ​ວ່າ ການ​ທ້າ​ທາຍ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ທີ່​ປະ​ເທດ​ເຮົາປະ​ເຊີນ​ຢູ່ນີ້ ​ແມ່ນ​ມີ​ຄວາມ​
ຈຳ​ເປັນ​ທີ່​ຈະ​ຕ້ອງໄດ້ຈັດ​ການ​ເລືອກ​ຕັ້ງຂຶ້ນ​ກ່ອນ.

​ທ່ານ​ເອີ​ດວນ ​ໄດ້​ບອກ​ພວກ​ນັກ​ຂ່າວ​ໃນ​ທຳນຽບປະທານາທິບໍດີ​ວ່າ “​ຍ້ອນການ​ເປັນ​ໄປ​
ໃນ ການປະຕິບັດ​ງານ​ຂ້າມ​ຊາຍ​ແດນ​ທາງ​ທະຫານ​ໃນ​ຊີ​ເຣຍ ຫຼື ​ເຫດການ​ທີ່​ເກີດ​ຂຶ້ນ​
ທາງ​ປະຫວັດສາດ​ທີ່​ສຳຄັນ​ໃນ​ຊີ​ເຣຍ ​ແລະ​ອີຣັກ, ພວກເຂົາ ​ໄດ້​ເຮັດ​ໃຫ້​ແບບຫຼີກລ່ຽງ
ບໍ່ໄດ້ ໃຫ້​ເທີ​ກີ ຕ້ອງໄດ້​ກ້າວ​ຜ່ານ​ຄວາມ​ບໍ່​ແນ່ນອນ​ຢ່າງ​ໄວວາ,”

​ໃນເດືອນ​ແລ້ວ​ນີ້ ກອງ​ກຳລັງທະຫານ​ເທີ​ກີ ​ໄດ້​ຂັບ​ໄລ່​ພວກ​ທະຫານ​ບ້ານ​ຊາວ​ເຄີ​ດ ອອກ​
ຈາກ​ເຂດ​ອັຟຣິນ ​ໃນ​ຊີ​ເຣຍ. ອັງກາຣາ ​ໄດ້​ກ່າວ​ຫາ​ພວກ​ທະຫານ​ບ້ານ ວ່າ​ສະໜັບສະໜຸນ​
ກຸ່ມ​ຕໍ່ສູ້​ຊາວ​ເຄີ​ດ​ໃນ​ເທີ​ກີ. ​ໄຊຊະນະ​ໃນເຂດ​ອັຟຣິນ ​ແມ່ນ​ຖືກແນມເຫັນວ່າ​ເປັນ​ການຊຸກຍູ້
​ໃຫ້​ທ່ານ​ເອີ​ດວນ ​ແລະ​ພັກ​ທີ່​ປົກຄອງ​ປະ​ເທດ ກໍ​ຄື​ພັກ AKP ໃຫ້ຈັດການເລືອກຕັ້ງໄວ
ກ່ອນກຳນົດ.

ທ່ານ​ເອີ​ດວນ ​ໄດ້​ກ່າວ​ວ່າ ​ສະຖານະ​ການ​ທາງ​ການ​ເມືອງ​ຂອງເທີ​ກີ ຍັງ​ຢູ່​ໃນສະພາບ​ທີ່​ບໍ່​ໄປ​ບໍ່​ມາ ຫຼັງ​ຈາກ​ປະຊາ​ມະຕິ ປີ 2017 ​ເວລາປະ​ເທດ​ຢາກ​ປ່ຽນ​ຈາກ​ລະບົບ​ລັດຖະສະພາ ​ໄປ​ເປັນ​ແບບດຳລັດ​ຝ່າຍ​ບໍລິຫານ​ຂອງ​ປະທານາທິບໍດີ. ປະຊາ​ມະ​ຕິ​ທີ່​ວ່າ​ນີ້ ​ແມ່ນ​ມີ​ຂຶ້ນ​ພຽງແຕ່​ເພື່ອ​ຈະ​ມີ​ຜົນ​ບັງຄັບ​ໃຊ້ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ຂອງ​ປະທານາທິບໍດີ ຕໍ່​ໄປ.

“​ເຖິງ​ແມ່ນ​ວ່າ​ປະທານາທິບໍດີ ​ແລະ​ລັດຖະບານ ​ຈະ​ເຮັດ​ວຽກ​ແບບສອດຄ່ອງກັນ ພະຍາດຂອງລະບົບ​ເກົ່າ ​ກໍແມ່ນ​ຍັງຈະມາປະ​ເຊີນ​ໜ້າ​ກັບ​ພວກ​ເຮົາຢູ່ ​ໃນ​ທຸກໆ​ບາດກ້າວ​ທີ່​ພວກ​ເຮົາ​ເດີນ​ໄປ”.

ພວກ​ນັກວິ​ໄຈ ​ເ​ເນະ​ນຳ​ວ່າ ການ​ຈະ​ເລີ​ນ​ເຕີບໂຕດ້ານເສດຖະກິດ​ຂອງ​ເທີ​ກີ ໃນ​ປັດຈະ​ບັນ ​ແມ່ນ​ຢູ່​ໃນ​ລະດັບ 7 ​ເປີ​ເຊັນ ສະ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ທ່ານ​ເອີ​ດວນ ຮຽກຮ້ອງ​ໃຫ້​ມີ​ການຢັ່ງ​ຫາງ​ສຽງ​ກ່ອນ. “ນີ້​ກໍ​ຖື​ວ່າ ມັນ​ດີ ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ສຳ​ລັບ​ປະທານາທິບໍດີ ກັບ​ເສດຖະກິດ​ແບບ​ນີ້. ສິ່ງ​ຈະ​ເຮັດ​ໄດ້​ໃນ​ອານາ​ຄົດ ​ແມ່ນ​ຈະ​ເປັນ​ການ​ຍາກ ​ແລະ​ຍາກ​ຂຶ້ນ​ນັບ​ມື້. ວັນ​ເວລາ​ເທົ່າ​ນັ້ນ ຈະ​ເປັນ​ເຄື່ອງ​ພິສູດ ກ່ອນ​ທີ່​ທ່ານ​ຈະ​ຮູ້​ຕົວ,” ຊຶ່ງ​ນັກວິ​ເຄາະ​ທາງ​ການ​ເມືອງ ທ່ານ ອາ​ຕີ​ຢາ ​ເຢຊິ​ລາ​ດາ ຈາກ ພາຄີ​ແຫຼ່ງຂ່າວ​ທົ່ວ​ໂລກ ຫຼື Global Source Partners.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານນາງ ເປີວິນ ໂບເດນ (Pervin Buldan), ຂວາ, ຜູ້ນຳຮ່ວມຂອງພັກຫຼັn ທີ່ສະໜັບສະໜຸນ (HDP), ຖ່າຍຮູບຮ່ວມກັບຜູ້ມາສະໜັບສະໜຸນ ໃນວັນແມ່ຍິງສາກົນ ມຮານະຄອນອິສຕັນໂບ, ເທີກີ, 4 ເມສາ 2018.
ທ່ານນາງ ເປີວິນ ໂບເດນ (Pervin Buldan), ຂວາ, ຜູ້ນຳຮ່ວມຂອງພັກຫຼັn ທີ່ສະໜັບສະໜຸນ (HDP), ຖ່າຍຮູບຮ່ວມກັບຜູ້ມາສະໜັບສະໜຸນ ໃນວັນແມ່ຍິງສາກົນ ມຮານະຄອນອິສຕັນໂບ, ເທີກີ, 4 ເມສາ 2018.

XS
SM
MD
LG