ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ສື່ມວນຊົນເທີ​ກີ ສະ​ແດງ​ຄວາມເປັນ​ຫ່ວງກ່ຽວ​ກັບຮ່າງ​ກົດໝາຍ​ ການອອກ​ຂ່າວ​ທີ່​ບິດ​ເບືອນ​ຄວາມ​ຈິງ

ປະທານາທິບໍດີເທີກີ, ທ່ານຣີ Tayyip Erdogan ຖາມ​ສະ​ບາຍ​ດີ​ຕໍ່ສະ​ມາ​ຊິກ​ພັກ AK ຫລື AKP ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ​ຢູ່​ຂອງ​ທ່ານໃນ​ຂະ​ນະ​ທີ່​ຢູ່ກອງ​ປະ​ຊຸມສະ​ພາ​ທີ່​ນະ​ຄອນ​ຫລວງ Ankara ຂອງ​ເທີ​ກີ, ວັນ 18 ພຶດ​ສະ​ພາ, 2022. (ພາບ​ເອົາ​ໃຫ້​ໂດຍ​ຜ່ານ​ອົງ​ການ​ຂ່າວ Reuters)

ຮ່າງ​ກົດໝາຍ​ສະບັບ​ນຶ່ງ​ທີ່​ມີ​ມາ​ເປັນ​ເວລາ​ຫຼາຍ​ປີ ​ທີ່​ພະຍາຍາມ​ຫາ​ທາງເຮັດ​ໃຫ້​ການ​ເຜີຍ​ແຜ່ຂໍ້​ມູນ​ບໍ່​ຈິງກາຍ​ເປັນ​ເລື້ອງ​ຜິດ​ກົດ​ໝາຍ​ອາ​ຍາ​ນັ້ນ ພວມ​ກ້າວ​ໄປ​ສູ່​ການ​ລົງ​ຄະ​ແນນ​ສຽງ​ໃນ​ລັດຖະສະພາ​ຂອງເທີ​ກີ. ຮ່າງ​ກົດໝາຍ​ດັ່ງກ່າວເຮັດ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ຈາກ​ບັນດາ​ກຸ່ມ​ສິດທິຂອງ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ.

ຖ້າ​ມັນຫາກຖືກ​ຮັບ​ຮອງ​ເອົາ​, ກົດໝາຍ​ອັນ​ທີ່​ເອີ້ນ​ວ່າ “​ອອກຂ່າວ​ບໍ່​ຈິງ” ​ໂດຍ​ສະມາຊິກ​ສະພາ​ສ່ວນ​ຫຼາຍ​ທີ່​ປົກຄອງ​ປະ​ເທດ ຈະເຮັດ​ໃຫ້ມີໂທດ​ຖືກ​ຕັດ​ສິນ​ຈຳ​ຄຸກ​ເຖິງ 3 ປີ ​ໃນ​ຂໍ້​ຫາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ປອມ ຫຼື ​ເຜີຍ​ແຜ່​ຂ່າວບິດ​ເບືອນ​ຄວາມ​ຈິງ ຕາມການ​ກຳນົດ​ຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານ.

ຂໍ້ສະເຫນີທີ່ຮ່າງກົດ​ໝາຍໃຫມ່ທີ່ໄດ້ວາງອອກໃນທົ່ວ 40 ມາດ​ຕາ ລວມມີ ບາງຂໍ້ ທີ່ແນເປົ້າຫມາຍໃສ່ຜູ້ໃຊ້ສື່ສັງຄົມອອນ​ລາຍ ແລະຄວບຄຸມສື່ທາງດິຈິຕອລ. ຖ້າຖືກ​ຮັບ​ຮອງ​ເອົາ ຮ່າງກົດໝາຍດັ່ງກ່າວ ຈະຖື​ວ່າ ບັນດາອົງ​ການ​ຂ່າວ​ທາງດິຈິຕອລ ແມ່ນເປັນອົງ​ການ​ຂ່າວທຳມະດາທົ່ວໄປ ແລະເຮັດ​ໃຫ້​ເຂົາ​ເຈົ້າ ຢູ່ພາຍໃຕ້ສິດ ແລະມີລະບຽບການອັນດຽວກັນ ກັບອົງ​ການ​ຂ່າວ​ທີ່ທຳ​ການພິມ ແລະການອອກອາກາດ, ລວມທັງການມີສິດຂໍເອົາບັດນັກຂ່າວ ແລະ ຂໍ້ກຳນົດກ່ຽວກັບ ການເຂົ້າເຖິງລາຍຮັບໃນ​ການໂຄສະນາຂອງລັດ.

ພວກ​ທີ່​ບໍ່​ເຊື່ອ​ໃນ​ກົດໝາຍ​ທີ່ຖືກສະ​ເໜີສະ​ບັບນີ້​ ກ່າວ​ວ່າ ຮ່າງ​ກົດໝາຍ​ດັ່ງກ່າວ​ສາມາດ​ຖືກ​ໃຊ້​ເພື່ອ​ກົດ​ດັນ​ສື່​ທາງດິຈິ​ຕອລ ກ່ອນ​ການ​ເລືອກ​ຕັ້ງ​ທີ່​ຈະ​ມາ​ເຖິງນີ້​ໃນ​ເທີ​ກີ. ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະລັດຖະສະພາ​ຄັ້ງ​ຕໍ່​ໄປ ​ແມ່ນ​ມີ​ກຳນົດຈະຈັດ​ຂຶ້ນ​ໃນ​ເດືອນ​ມິຖຸນາ 2023, ​ແຕ່​ບັນດາ​ພັກ​ຝ່າຍ​ຄ້ານ​ພວມ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໂດຍ​ໄວ, ຊຶ່ງ​ປະທານາທິບໍດີ​ເທີ​ກີ, ທ່ານ​ຣີ​ເຊັບ ຕາ​ຢິບ ເອີ​ດູ​ອານ (Recep Tayyip Erdogan) ​ໄດ້​ປະຕິ​ເສດ.

​ພວກ​ປະ​ທ້ວງ​ຮ້ອງ​ຄຳ​ຂວັນ​ໃນ​ຂະ​ນະ​ທີ່​ທຳ​ການ​ປະ​ທ້ວງຄັດ​ຄ້ານ​ການ​ຈັບ​ກຸມ​ນັກ​ເຄື່ອນ​ໄຫວ 3 ຄົນ ທີ່​ສະ​ໜັບ​ສະ​ໜຸນ​ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວໃນ​ນະ​ຄອນ​ອິ​ສ​ຕາ​ນ​ບູ​ລ, ວັນ​ທີ 21 ມິ​ຖຸ​ນາ, 2016.
​ພວກ​ປະ​ທ້ວງ​ຮ້ອງ​ຄຳ​ຂວັນ​ໃນ​ຂະ​ນະ​ທີ່​ທຳ​ການ​ປະ​ທ້ວງຄັດ​ຄ້ານ​ການ​ຈັບ​ກຸມ​ນັກ​ເຄື່ອນ​ໄຫວ 3 ຄົນ ທີ່​ສະ​ໜັບ​ສະ​ໜຸນ​ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວໃນ​ນະ​ຄອນ​ອິ​ສ​ຕາ​ນ​ບູ​ລ, ວັນ​ທີ 21 ມິ​ຖຸ​ນາ, 2016.

ທ່ານ​ຟາ​ຣຸກ ເອີ​ແຣນ (Faruk Eren), ຫົວໜ້າສະຫະພາບດ້ານຂ່າວສານ ຂອງສະຫະພັນກຳມະບານໃນອົງ​ການ​ສະ​ຫະ​ພັນຄວາມກ້າວໜ້າຂອງເທີ​ກີ ກ່າວຕໍ່ວີ ໂອເອວ່າ "ພວກເຮົາມີຄວາມເປັນຫ່ວງວ່າ ຖ້າຮ່າງກົດໝາຍສະບັບນີ້ ໄດ້ກາຍເປັນກົດໝາຍກ່ອນການເລືອກຕັ້ງ ມັນຈະຖືກໃຊ້ເປັນເຄື່ອງມືທີ່​ປາບບໍ່​ໃຫ້​ມີ​ການອອກ​ປາກ​ອອກສຽງໄດ້." "ມີຂໍ້ກໍານົດທີ່ບໍ່ຊັດເຈນເຊັ່ນ 'ຂ່າວປອມ ແລະຂ່າວທີ່ບໍ່ຖືກຕ້ອງ' ຢູ່ໃນຮ່າງ​ກົດ​ໝາຍນັ້ນ. ລັດຖະບານໄດ້ເອີ້ນທຸກ ຂ່າວທີ່ລົບກວນຕົວ​ເອງວ່າ [a] 'ຂີ້ຕົວະ' ຫຼື 'ບໍ່ມີມູນ​ຄວາມ​ຈິງຢູ່​ແລ້ວ. ດຽວນີ້ພວກເຂົາຈະພະຍາຍາມປິດ​ປາກປິດສຽງສື່ທາງດິຈິຕອລໂດຍໃຊ້ກົດ ໝາຍນີ້.”

ພາບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Tayyip Erdogan ໃນ​ບັນ​ຊີ Twitter ຖືກ​ຖ່າຍ​ຢູ່​ທີ່​ນະ​ຄອນ Istanbul, ວັນ​ທີ 21 ມີ​ນາ 2014.
ພາບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Tayyip Erdogan ໃນ​ບັນ​ຊີ Twitter ຖືກ​ຖ່າຍ​ຢູ່​ທີ່​ນະ​ຄອນ Istanbul, ວັນ​ທີ 21 ມີ​ນາ 2014.

ແຕ່ຢ່າງໃດກໍຕາມ, ຜູ້ລົງນາມໃນການສະເຫນີຮ່າງ​ກົດ​ໝາຍ​ນີ້ກ່າວວ່າ, ຮ່າງ ກົດຫມາຍແມ່ນຈໍາເປັນຕ້ອງ​ມີເພື່ອປົກປ້ອງປະຊາຊົນບໍ່​ໃຫ້ "ຖືກໃສ່ຮ້າຍປ້າຍສີ, ຖືກດູຖູກ, ຫມິ່ນປະຫມາດ, ຖືກໃສ່ຮ້າຍ, ກຽດຊັງ ແລະຈໍາແນກ." ເຂົາເຈົ້າຍັງ ໂຕ້ແຍ້ງອີກວ່າ ລະບຽບການດັ່ງກ່າວກ່ຽວກັບການເຜີຍແຜ່ຂໍ້ມູນ ບໍ່ຖືກຕ້ອງແມ່ນ ໄດ້ຖືກບັງຄັບໃຊ້ໂດຍບັນດາປະເທດຕາເວັນຕົກ, ລວມທັງສະຫະລັດ ແລະບັນ ດາປະເທດຢູ​ໂຣບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິ

XS
SM
MD
LG