ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເທີກີ ກໍາລັງພະຍາຍາມ ຈະເຂົ້າໄປມີບົດບາດອັນສໍາຄັນ ໃນອັຟການິສຖານ ຫຼັງຈາກການຖອນທະຫານສະຫະລັດອອກ


ຜູ້ໂດຍສານເຮືອບິນຊາວອັຟການິສຖານຍ່າງຜ່ານໜ້າສະໜາມບິນນາໆຊາດ ຮາມິດ ກາຊາຍ ໃນນະຄອນກາບູລ, ປະເທດອັຟການິສຖານ, ວັນທິ 16 ມີນາ ປີ 2016.
ຜູ້ໂດຍສານເຮືອບິນຊາວອັຟການິສຖານຍ່າງຜ່ານໜ້າສະໜາມບິນນາໆຊາດ ຮາມິດ ກາຊາຍ ໃນນະຄອນກາບູລ, ປະເທດອັຟການິສຖານ, ວັນທິ 16 ມີນາ ປີ 2016.

ເທີກີກໍາລັງພະຍາຍາມຈະເຂົ້າໄປມີບົດບາດອັນສໍາຄັນໃນອັຟການິສຖານ ຫຼັງຈາກການຖອນກໍາລັງທະຫານສະຫະລັດອອກໂດຍສະເໜີທີ່ຈະຮັກສາຄວາມປອດໄພຢູ່ທີ່ສະໜາມບິນນາໆຊາດ ໃນນະຄອນຫຼວງກາບູລ, ແຕ່ອັງກາຣາຕ້ອງປະເຊີນກັບອຸປະສັກທີ່ໃຫຍ່ຫຼວງ, ໂດຣຽນ ໂຈນສ໌ (Dorian Jones) ນັກຂ່າວຂອງ VOA ມີລາຍງານຈາກນະຄອນອິສຕັນບູລ ຊຶ່ງທິບສຸດາ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານ ເມັບວ໌ລຸຕ ຄາວູໂຊກລູ (Mevlut Cavusoglu) ກ່າວວ່າ ການປະຕິບັດງານ ແລະຮັກສາຄວາມປອດໄພຂອງສະໜາມບິນກາບູລ ໃນອັຟການິສຖານ ມີຄວາມຈໍາເປັນບໍ່ພຽງແຕ່ຕໍ່ອັຟການິສຖານເທົ່ານັ້ນ ແຕ່ຍັງລວມເຖິງການຢູ່ລອດຂອງບັນດາສະຖານທູດຂອງປະເທດຕ່າງໆທັງໝົດ ລວມເຖິງຂອງເທີກີນໍາດ້ວຍ.

ທ່ານ ຄາວູໂຊກລູ ໄດ້ສະແດງຄວາມຄິດເຫັນດັ່ງກ່າວໃນມື້ວັນອາທິດທີ່ຜ່ານມາຢູ່ກອງປະຊຸມນາໆຊາດ ທີ່ເມືອງຕາກອາກາດແຄມທະເລເອັນທັລຍາຂອງເທີກີ.

ໃນການເຂົ້າຮ່ວມກອງປະຊຸມທີ່ເມືອງເອັນທັລຍານັ້ນ, ລັດຖະມົນຕີການຕ່າງປະ ເທດອັຟການກິສຖານທ່ານໂມຮຳມັດ ຮານີຟ ອັທມາ (Mohammad Haneef Atmar) ກ່າວວ່າ ທ່ານສະໜັບສະໜຸນຂໍ້ສະເໜີຂອງເທີກີ ທີ່ຈະອຳນວຍຄວາມປອດໄພໃຫ້ກັບສະໜາມບິນກາບູລ.

“ພວກເຮົາຍິນດີຕ້ອນຮັບ ແລະພວກເຮົາກໍ່ຈະສະໜັບສະໜຸນ. ພວກເຮົາເຊື່ອວ່າ ນີ້ຈະເປັນສິ່ງຈຳເປັນສຳລັບການສືບຕໍ່ຂອງເທີກີແລະອົງການ NATO, ເຊັ່ນດຽວກັບການສະໜັບສະໜຸນ ຂອງປະຊາຄົມນາໆຊາດ ຕໍ່ອັຟການິສຖານ.”

ແຕ່ວ່າທ່ານ ອັທມາ ບໍ່ໄດ້ກ່າວເຖິງບົດບາດທາງທະຫານສຳລັບປາກິສຖານ ໃນການປະຕິບັດງານຂອງເທີກີ.

ເມື່ອອາທິດທີ່ຜ່ານມາປະທານາທິບໍດີຂອງເທີກີທ່ານ ຣີເຊັປ ຕາຍຢິບ ເອີດວານ (Recep Tayyip Erdogan) ໄດ້ຖະແຫລງຢູ່ໃນກອງປະຊຸມສຸດຍອດຂອງອົງ ການ NATO ໂດຍກ່າວວ່າ ກອງກໍາລັງທະຫານຂອງຮັງກາຣີ ແລະປາກິສຖານ ຈະໃຫ້ການຊ່ວຍເຫຼືອແກ່ເທີກີ ໃນການຮັກສາຄວາມປອດໄພໃຫ້ກັບສະໜາມບິນກາບູລ.

ກຸ່ມຕາລິບານໄດ້ກ່າວວ່າ ຕົນຄັດຄ້ານຕໍ່ການມີກໍາລັງທະຫານຕ່າງຊາດໃດໆທັງໝົດຢູ່ໃນອັຟການິສຖານ, ແຕ່ອັງກາຣາເຊື່ອວ່າ ຕົນສາມາດເອົາຊະນະການຄັດຄ້ານດັ່ງກ່າວໄດ້.

ໃນຂະນະທີ່ກອງທະຫານເທີກີເປັນສ່ວນນຶ່ງຂອງກຳລັງອົງການ NATO ພາຍໃຕ້ການນຳພາຂອງສະຫະລັດ ທີ່ປະຕິບັດງານຢູ່ໃນອັຟການິສຖານ ແຕ່ເທີກີກໍສາມາດຫລີກລ່ຽງການປະທະກັນດ້ວຍກຳລັງອາວຸດ.

ທ່ານ ຮິກເມັທ ເຊຕິນ (Hikmet Cetin) ທີ່ຮັບໜ້າທີ່ເປັນຜູ້ຕາງໜ້າ ພົນລະເຮືອນອາວຸໂສຂອງອົງການ NATO ໃນອັຟການິສຖານກ່າວວ່າ ເທີກີປະສົບຄວາມສໍາເລັດໃນການຮັກສາຄວາມສໍາພັນອັນດີກັບທຸກຝ່າຍຢູ່ໃນບັນຫາຂັດແຍ້ງດັ່ງກ່າວ. ທ່ານເຊຕິນກ່າວກ່ຽວກັບເລື້ອງນີ້ວ່າ:

“ແນ່ນອນ, ຕອນທີ່ຂ້າພະເຈົ້າຢູ່ທີ່ນັ້ນ ບາງຄັ້ງຂ້າພະເຈົ້າໄດ້ເວົ້າກັບຄົນຮຸ້ນໃໝ່ຂອງຕາລິບານ. ພວກເຂົາເຄົາລົບເທີກີຫລາຍ ເພາະຄວາມສໍາພັນລະຫວ່າງເທີກີ ແລະອັຟການິສຖານເລີ້ມຕົ້ນຂຶ້ນຕັ້ງແຕ່ຊຸມປີ 1920, ແຕ່ກຸ່ມຕາລິບານບໍ່ເຫັນດີກັບເທີກີ ເພາະເທີກີເປັນສ່ວນນຶ່ງຂອງກອງກໍາລັງທະຫານຕ່າງຊາດ ເປັນສ່ວນນຶ່ງຂອງອົງການ NATO.”

ເທີກີກໍາລັງຊອກຫາບັນດາປະເທດພັນທະມິດທີ່ໃກ້ຊິດເຊັ່ນ ປາກິສຖານ ແລະກາຕ້າ ເພື່ອໃຊ້ອິດທິພົນຂອງປະເທດເຫລົ່ານີ້ ກົດດັນໃຫ້ພວກຕາລິບານຫລຸດຜ່ອນການຄັດຄ້ານຂອງພວກເຂົາຕໍ່ແຜນການຂອງເທີກີ.

ເມື່ອວັນຈັນແລ້ວນີ້, ລັດຖະມົນຕີການຕ່າງປະເທດຂອງປາກິສຖານທ່ານ ເມມຸດ ກູເຣຊີ (Mehmood Qureshi) ກ່າວວ່າ ທ່ານ ເອີດວານໄດ້ເຊີນນາຍົກລັດຖະ ມົນຕີຂອງປາກິສຖານທ່ານ ອິມຣານ ຄານ (Imran Khan) ເພື່ອໄປໂອ້ລົມກັນກ່ຽວກັບເລື້ອງອັຟການິສຖານ. ທ່ານກູເຣຊີ ເຕືອນວ່່າ ຂັ້ນຕອນສັນຕິພາບຢູູ່ໃນ ອັຟການິສຖານກຳລັງຢູ່ໃນຂັ້ນທີ່ຫຼໍ່ແຫຼມສຳຄັນ. ກຸ່ມຕາລິບານກໍາລັງເລັ່ງການປະຕິບັດງານທາງທະຫານໃນທົ່ວປະເທດ ໃນຂະນະທີ່ກອງກໍາລັງທະຫານສະຫະລັດໄດ້ເລີ້ມຖອນອອກຈາກປະເທດດັ່ງກ່າວແລ້ວ ເຊິ່ງຂັ້ນຕອນດັ່ງກ່າວຈະສໍາເລັດພາຍໃນວັນທີ 11 ກັນຍານີ້.

ເຈົ້າໜ້າທີ່ຂອງເທີກີໄດ້ໂອ້ລົມເຈລະຈາກັບເຈົ້າໜ້າທີ່ຂອງວໍຊິງຕັນ ເພື່ອຂໍຄວາມຊ່ວຍເຫລືອທາງດ້ານການເງິນ ແລະການສົ່ງກໍາລັງບໍາລຸງທາງທະຫານ. ໃນຂະນະທີ່ຄວາມສໍາພັນຂອງເທີກີ ກັບບັນດາປະເທດພັນທະມິດຕາເວັນຕົກກໍາລັງເຄັ່ງຕຶງ ແລະຕ້ອງການທີ່ຈະປັບປຸງໃຫ້ດີຂຶ້ນຢູ່ນັ້ນ, ການເລີ້ມຕົ້ນກ່ຽວກັບສະໜາມບິນຂອງປະເທດດັ່ງກ່າວ ອາດຈະເປັນພື້ນຖານທີ່ສໍາຄັນ, ນັ້ນຄືຄຳເວົ້າຂອງທ່ານ ຮູເຊອິນ ບັກຊີ (Huseyin Bagci) ຫົວໜ້າສະຖາບັນດ້ານນະໂຍບາຍການຕ່າງປະເທດ ທີ່ນະຄອນຫຼວງອັງກາຣາ ໄດ້ກ່າວໄວ້.

“ມັນມີຄວາມສ່ຽງຫລາຍ ແຕ່ບໍ່ມີຫຍັງດີໄປກວ່ານີ້ແລ້ວສໍາລັບຄວາມສໍາພັນລະຫວ່າງອາເມຣິກາ ແລະເທີກີທີ່ຈະໃຫ້ກອງກໍາລັງທະຫານຂອງເທີກີເຂົ້າໄປປະຈໍາການຢູ່ສະໜາມບິນນະຄອນຫຼວງກາບູລ. ບັນຫາສໍາຄັນ ກໍ່ຄືກຸ່ມຕາລິບານ, ແຕ່ພວກເຂົາສາມາດເຮັດຂໍ້ຕົກລົງໄດ້.”

ບັນດານັກວິເຄາະໄດ້ເຕືອນວ່າ ໂດຍມີອຸບປະສັກອັນໃຫຍ່ຫຼວງຍັງຂວາງທາງຢູ່ໃນແຜນປະຕິບັດພາລະກິດທີ່ສະໜາມບິນກາບູລຂອງເທີກີ, ເວລາກໍາລັງຈະໝົດລົງກ່ອນວັນທີ 11 ກັນຍາ ເຊິ່ງເປັນມື້ສຸດທ້າຍໃນການຖອນກໍາລັງທະຫານສະຫະລັດອອກໄປຈາກອັຟການິສຖານນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG