ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເທີກີ ກົດດັນກຸ່ມຕາລີບານ ເພື່ອໃຫ້ພວກແມ່ຍິງ ໄດ້ຮັບການສຶກສາ ແລະ ສ້າງຕັ້ງລັດຖະບານ ທີ່ປະກອບດ້ວຍທຸກພັກຝ່າຍ


ພາບທີ່ຖືກເປີດເຜີຍໂດຍຫ້ອງການສື່ມວນຊົນຂອງກະຊວງການຕ່າງປະເທດ ເທີກີ ສະແດງໃຫ້ເຫັນ ລັດຖະມົນຕີການຕ່າງປະເທດ ທ່ານ ເມລລຸດ ຊາວູຊອກກລູ, ຊ້າຍ, ຈັບມືກັບວ່າການລັດຖະມົນຕີການຕ່າງປະເທດ ຕາລີບານ ອາເມຍ ຄານ ມຸດຕາກີ, ນະຄອນຫຼວງ ອັງກາຣາ, 14 ຕຸລາ, 2021.
ພາບທີ່ຖືກເປີດເຜີຍໂດຍຫ້ອງການສື່ມວນຊົນຂອງກະຊວງການຕ່າງປະເທດ ເທີກີ ສະແດງໃຫ້ເຫັນ ລັດຖະມົນຕີການຕ່າງປະເທດ ທ່ານ ເມລລຸດ ຊາວູຊອກກລູ, ຊ້າຍ, ຈັບມືກັບວ່າການລັດຖະມົນຕີການຕ່າງປະເທດ ຕາລີບານ ອາເມຍ ຄານ ມຸດຕາກີ, ນະຄອນຫຼວງ ອັງກາຣາ, 14 ຕຸລາ, 2021.

ປະເທດ ເທີກີ ໄດ້ຕ້ອນຮັບພວກຜູ້ນຳລັດຖະບານຕາລີບານຂອງ ອັຟການິສຖານ ເປັນຄັ້ງທຳອິດໃນວັນພະຫັດວານນີ້, ໂດຍກ່າວຢໍ້າເຖິງຄຳແນະນຳຂອງເຂົາເຈົ້າຕໍ່ກຸ່ມອິສລາມດັ່ງກ່າວ ກ່ຽວກັບ ຄວາມຈຳເປັນທີ່ຈະຕັ້ງລັດຖະບານທີ່ກວມເອົາທຸກພັກຝ່າຍໃນປະເທດເອເຊຍໃຕ້ ທີ່ຖືກທຳລາຍໂດຍສົງຄາມນັ້ນ ແລະ ເພື່ອຮັບປະກັນແມ່ຍິງ ອັຟການິສຖານ ເຂົ້າຮ່ວມໃນການສຶກສາເຊັ່ນດຽວກັບຊີວິດໃນສາທາລະນະ.

ຫຼັງຈາກການປະຊຸມກັບບັນດາແຂກຢ້ຽມຢາມໃນວັນພະຫັດວານນີ້, ລັດຖະມົນຕີການຕ່າງປະເທດ ທ່ານ ເມລລຸດ ຊາວູຊອກກລູ ໄດ້ກ່າວ ຕໍ່ກອງປະຊຸມຖະ ແຫຼງຂ່າວທີ່ຖືກຖ່າຍທອດອອກໂທລະ ພາບໃນນະຄອນຫຼວງ ອັງກາຣາວ່າ ກຸ່ມຕາລີບານ ໄດ້ຂໍການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການສືບຕໍ່ລົງທຶນ ຂອງ ເທີກີ ໃນ ອັຟການິຖານ.

ວ່າການລັດຖະມົນຕີຕ່າງປະເທດຂອງກຸ່ມຕາລີບານ ອາເມຍ ຄານ ມຸດຕາກີ ແລະ ພວກຜູ້ແທນຂອງລາວໄດ້ເດີນທາງຮອດໃນ ເທີກີ ສຳລັບການເຈລະຈາລຸນຫຼັງກອງປະຊຸມຢູ່ປະເທດ ກາຕ້າ ໃນອາທິດນີ້ກັບບັນດາທູດພິເສດຈາກ ສະຫະລັດ ແລະ ບັນດານັກການທູດ ຢູໂຣບ. ໃນການເຈລະຈາທີ່ວ່ານັ້ນ, ທ່ານ ມຸດຕາກີ ໄດ້ເຕືອນວ່າການພະຍາຍາມທີ່ຈະກົດດັນລັດຖະບານຂອງລາວຜ່ານ ມາດຕະການລົງໂທດຈະທຳລາຍຄວາມປອດໄພທີ່ບໍ່ແມ່ນພຽງແຕ່ຂອງ ອັຟການິສຖານ ເທົ່ານັ້ນ ແຕ່ແມ່ນໂລກໂດຍທົ່ວໄປ ແລະ ຈະກໍ່ໃຫ້ເກີດ ການອົບພະຍົບຂອງຜູ້ຍົກຍ້າຍຖິ່ນຖານເສດຖະກິດ ອັຟການິສຖານ.

ທ່ານ ຊາວູຊອກກລູ ໄດ້ກ່າວວ່າ “ພວກເຮົາໄດ້ບອກປະຊາຄົມສາກົນ ກ່ຽວກັບ ຄວາມສຳຄັນຂອງການພົວພັນກັບລັດຖະບານ ຕາລີບານ. ໂດຍແທ້ຈິງແລ້ວ, ການຮັບຮູ້ ແລະ ການພົວພັນແມ່ນສອງຢ່າງແຕກຕ່າງກັນ.”

ກຸ່ມຕາລີບານ ໄດ້ພະຍາຍາມຊອກຫາການຖືກຮັບຮູ້ໂດຍສາກົນ ສຳລັບຄະນະລັດຖະບານທີ່ມີແຕ່ຜູ້ຊາຍລ້ວນຂອງເຂົາເຈົ້າໃນນະຄອນຫຼວງ ກາບູລ ນັບຕັ້ງແຕ່ໄດ້ກັບຄືນສູ່ອຳນາດເມື່ອສອງເດືອນທີ່ຜ່ານມາຫຼັງຈາກໄດ້ກໍ່ກະບົດຕໍ່ຕ້ານລັດຖະບານ ອັຟການິສຖານ ທີ່ຖືກໜູນຫຼັງໂດຍປະເທດຕາ ເວັນຕົກເປັນເວລາ 20 ປີ. ສະມາຊິກຂອງຄະນະລັດຖະບານ ຕາລີບານ ຫຼາຍຄົນແມ່ນໄດ້ຖືກລະບຸຊື່ໃນບັນຊີດຳຂອງອົງການສະຫະປະຊາຊາດ.

ທ່ານ ຊາວູຊອກກລູ ໄດ້ກ່າວວ່າໃນການເຈລະຈາກັບພວກຜູ້ແທນ ຕາລີບານ ນັ້ນ, ຝ່າຍ ເທີກີ ໄດ້ກ່າວຢໍ້າເຖິງຄວາມສຳຄັນ ກ່ຽວກັບ ການສຶກສາຂອງເດັກຍິງ ອັຟການິສຖານ ແລະ ການເຮັດວຽກໃນອາຊີບທຸລະກິດຂອງແມ່ຍິງ.

ໃນຂະນະທີ່ເດັກຊາຍ ໄດ້ຮັບອະນຸຍາດໃຫ້ກັບຄືນໄປໂຮງຮຽນມັດທະຍົມເມື່ອເດືອນແລ້ວນີ້, ການເຄື່ອນໄຫວທີ່ຍຶດໝັ້ນໃນຫຼັກການດັ່ງກ່າວ ແມ່ນບໍ່ໄດ້ອະນຸຍາດໃຫ້ເດັກຍິງໃນລະດັບດຽວກັນ ສືບຕໍ່ການສຶກສາຂອງເຂົາເຈົ້າ, ໂດຍຢືນຢັດວ່າເຂົາເຈົ້າຕ້ອງໄດ້ສ້າງນະໂຍບາຍ ກ່ຽວກັບ “ສິ່ງແວດ ລ້ອມການຮໍ່າຮຽນ ທີ່ປອດໄພໃໝ່” ກ່ອນພວກນັກສຶກສາຍິງຈະສາມາດກັບຄືນໄປ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG