ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ເທີກີ ບັນລຸການຫຼຸດລົງຢ່າງຫຼວງຫຼາຍ ຈຳນວນຂອງຊາວ ອົບພະຍົບ ຊີເຣຍ


ນາຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ Angela Merkel, ກາງ, ຮ່ວມກັບປະທານສະພາສະຫະພາບຢູໂຣບ ທ່ານ Donald Tusk, ຂວາ, ລົມກັບແມ່ຍິງໄວໜຸ່ມ ໃນລະ
ຫວ່າງການເດີນທາງຢ້ຽມຢາມຄ້າຍອົບພະຍົບ Nizip ໃນແຂວງ Gaziantep ພາກຕາເວັນອອກສຽງໃຕ້ຂອ ເທີກີ, 23 ເມສາ, 2016.
ນາຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ Angela Merkel, ກາງ, ຮ່ວມກັບປະທານສະພາສະຫະພາບຢູໂຣບ ທ່ານ Donald Tusk, ຂວາ, ລົມກັບແມ່ຍິງໄວໜຸ່ມ ໃນລະ ຫວ່າງການເດີນທາງຢ້ຽມຢາມຄ້າຍອົບພະຍົບ Nizip ໃນແຂວງ Gaziantep ພາກຕາເວັນອອກສຽງໃຕ້ຂອ ເທີກີ, 23 ເມສາ, 2016.

ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ກ່າວວ່າ ຄວາມພະຍາຍາມກີດກັນ ຊາວຊີເຣຍ ຈາກການເຂົ້າໄປຍັງປະເທດກຣິສ ໂດຍທາງທະເລ ຂອງປະເທດຕົນນັ້ນ ໄດ້ ເຮັດໃຫ້ ຈຳນວນ ຂອງພວກຍົກຍ້າຍຖິ່ນຖານທີ່ໄດ້ເດີນທາງອອກໄປ ຫລຸດລົງ ຈາກ 6,000 ຄົນໃນເດືອນ ພະຈິກປີກາຍນີ້ ເປັນຕ່ຳສຸດເຖິງ 130 ຄົນ ນັບແຕ່ຕົ້ນເດືອນເມສາ ນີ້ມາ.

ທ່ານ Davutoglu ໄດ້ຖະແຫລງ ໃນວັນເສົາວານນີ້ ທີ່ເມືອງ Gaziantep ຂອງເທີກີ ທີ່ ຕັ້ງຢູ່ໃກ້ກັບຊາຍແດນຂອງຊີເຣຍ ໂດຍມີ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານສະພາສະຫະພາບຢູໂຣບ ທ່ານ Donald Tusk ຢືນຢູ່ ຄຽງຂ້າງ.

ຜູ້ນຳຂອງສະຫະພາບຢູໂຣບ ທັງສອງທ່ານ ພວມຫາຊ່ອງທາງເພື່ອບັງຄັບໃຫ້ປະຕິບັດ ຕາມເງື່ອນໄຂຕ່າງໆ ຂອງຂໍ້ຕົກລົງ ຊຶ່ງພາຍໃຕ້ສັນຍາດັ່ງກ່າວ ພວກຍົກຍ້າຍຖິ່ນຖານ ທີ່ ໄປຮອດ ກຣິສ ຈະຖືກສົ່ງກັບຄືນໄປຍັງເທີກີ ແລະເພື່ອເປັນການແລກປ່ຽນ ສະຫະພາບ ຢູໂຣບ ຈະໃຫ້ການຊ່ອຍເຫຼືອ ມູນຄ່າເກືອບ 7 ຕື້ໂດລາ.

ນອກນັ້ນ ທ່ານ Davutoglu ຍັງໄດ້ຫາທາງທີ່ຈະກຳຈັດການກ່າວຫາຕ່າງໆ ຈາກບັນດາ ອົງການເພື່ອມະນຸດສະທຳ ທີ່ເວົ້າວ່າ ການປາບປາມຂອງເທີກີ ໄດ້ກົດດັນໃຫ້ພວກຊາວ ຊີເຣຍ ທີ່ກຳລັງຫລົບໜີສົງຄາມ ກັບຄືນໄປບ້ານເກີດ ຊຶ່ງຕ້ານກັບຄວາມຕັ້ງໃຈຂອງພວກ ເຂົາເຈົ້າ. ທ່ານ Davutoglu ກ່າວວ່າ “ບໍ່ມີອົບພະຍົບຜູ້ໃດ ທີ່ໄດ້ຖືກສົ່ງກັບຄືນໄປຍັງ ຊີເຣຍ ຈາກເທີກີ ແມ່່ນຕ້ານກັບຄວາມຕັ້ງໃຈຂອງພວກເຂົາເຈົ້າ.”

ທ່ານນາງ Merkel ໄດ້ອະທິບາຍວ່າ ການຢ້ຽມຢາມນີ້ ແມ່ນເປັນໂອກາດເພື່ອປຶກສາຫາລື ບັນຫາຕ່າງໆຂອງການຍົກຍ້າຍຖິ່ນຖານ ກັບບັນດາຜູ້ນຳຂອງເທີກີ ພ້ອມກັນກັບ ເລື້ອງ ຂອງສິດທິມະນຸດ “ໃນແບບເປີດເຜີຍ ແລະ ກົງໄປກົງມາ.”

ສ່ວນທ່ານ Tusk ນັ້ນ ເພິ່ນໄດ້ອະທິບາຍວ່າ ເທີກີເປັນ “ແບບຢ່າງທີ່ດີທີ່ສຸດ ໃຫ້ແກ່ໂລກ ທັງມວນເຫັນວ່າຄວນປະຕິບັດແນວໃດຕໍ່ພວກອົບພະຍົບ” ແລະທ່ານກ່າວວ່າບໍ່ມີຜູ້ໃດ ມີສິດທີ່ຈະ “ສັ່ງສອນ” ລັດຖະບານ Ankara ກ່ຽວກັບວິທີຮັບມືກັບສະຖານະການຂອງ ອົບ ພະຍົບນີ້. ທ່ານຍັງໄດ້ກ່າວອີກວ່າ ມູນຄ່າເງິນ ຊ່ອຍເຫຼືອຂອງສະຫະພາ ຢູໂຣບ ຈະ ກາຍ 1 ຕື້ໂດລາ ໃນບໍ່ເທົ່າໃດເດືອນຈະມາເຖິງນີ້ ໃນທັນທີທັນໃດ.

ໃນວັນສຸກຜ່ານມາ ອົງການນິລະໂທດກຳສາກົນ ໄດ້ຮຽກຮ້ອງໃຫ້ຄະນະຜູ້ແທນສະຫະ ພາບ ຢູໂຣບ ບໍ່ໃຫ້ “ປິດຕາຂອງພວກເພິ່ນໄວ້ ຕໍ່ການລະເມີດສິດທິມະນຸດທີ່ພວກອົບ ພະຍົບໄດ້ປະເຊີນ ທີ່ບັນທຶກໄວ້” ຢູ່ໃນເທີກີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ພວກຍົກຍ້າຍຖິ່ນຖານຢືນຢູ່ທາງຫຼັງຮົ້ວທີ່ຄ້າຍອົບພະຍົບ Nizip ໃນແຂວງ Gaziantep, ທາງພາກຕາເວັນອອກສຽງໃຕ້ຂອງ ເທີກີ. 23 ເມສາ 2016.
ພວກຍົກຍ້າຍຖິ່ນຖານຢືນຢູ່ທາງຫຼັງຮົ້ວທີ່ຄ້າຍອົບພະຍົບ Nizip ໃນແຂວງ Gaziantep, ທາງພາກຕາເວັນອອກສຽງໃຕ້ຂອງ ເທີກີ. 23 ເມສາ 2016.

EU Turkey
please wait
Embed

No media source currently available

0:00 0:01:50 0:00

XS
SM
MD
LG