ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ໄດ້ກ່າວໃນວັນອັງຄານວານນີ້ວ່າ
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານ ຈອນ ໂບລຕັນ ໄດ້ “ເຮັດ
ຄວາມຜິດພາດທີ່ຮ້າຍແຮງຫຼາຍ” ໃນການຮຽກຮ້ອງໃຫ້ລັດຖະບານ ອັງກາຣາ ຮັບປະ
ກັນຄວາມປອດໄພຂອງພວກນັກຮົບຊາວເຄີດ ໃນພາກຕາເວັນອອກສຽງເໜືອຂອງ
ປະເທດ ຊີເຣຍ ກ່ອນ ສະຫະລັດ ຈະຖອນກອງກຳລັງຂອງເຂົາເຈົ້າອອກຈາກປະເທດ
ດັ່ງກ່າວ.
ໃນການຕ້ອງຕິຕໍ່ຄຳປາໄສຂອງທ່ານ ໂບລຕັນ ໃນຕົ້ນອາທິດນີ້, ທ່ານ ເອີດູອານ ໄດ້
ກ່າວເນັ້ນວ່າ ມັນຈະ “ບໍ່ມີການຍິນຍອມໃຫ້” ໃນການຜັກດັນຂອງ ອັງກາຣາ ຕໍ່ສິ່ງທີ່ຜູ້
ນຳ ເທີກີ ອະທິບາຍວ່າເປັນກຸ່ມກໍ່ການຮ້າຍໃນ ຊີເຣຍ. ເທີກີ ໄດ້ປະຕິເສດການສັນຍາ
ຕໍ່ ສະຫະລັດ ວ່າ ອັງກາຣາ ຈະຮັບປະກັນຄວາມປອດໄພຂອງທະຫານບ້ານດັ່ງກ່າວ
ນັ້ນ, ເຊິ່ງຮູ້ກັນໃນຊື່ ໜ່ວຍພິທັກປະຊາຊົນຊາວ ເຄີດ ຊີເຣຍ, ຫຼື YPG.
ທ່ານ ເອີດູອານ ໄດ້ໃຫ້ຄຳເຫັນຂອງທ່ານຫຼັງຈາກທ່ານ ໂບລຕັນ ເດີນທາງໄປຢ້ຽມ
ຢາມລັດຖະບານ ອັງກາຣາ ໃນການປຶກສາຫາລື ກັບບັນດາເຈົ້າໜ້າທີ່ລັດຖະບານ.
ທ່ານ ເອີດູອານ ບໍ່ໄດ້ພົບປະກັບທ່ານ. ທ່ານ ໂບລຕັນ ໄດ້ພົບປະກັບເຈົ້າໜ້າທີ່ຄົນ
ອື່ນໆແທນ, ລວມທັງໂຄສົກປະທານາທິບໍດີ, ທ່ານ ອີບຣາຮິມ ຄາລິນ, ພ້ອມກັບລັດ
ຖະມົນຕີປ້ອງກັນປະເທດ, ທ່ານ ຮູລູຊີ ອາກາ.
ໂຄສົກຄົນດັ່ງກ່າວໄດ້ບອກບັນດານັກຂ່າວວ່າ, “ບໍ່ມີໃຜຄວນຄາດໃຫ້ ເທີກີ ສະໜອງ
ການປ້ອງກັນໃຫ້ອົງການກໍ່ການຮ້າຍ.”
ເຈົ້າໜ້າທີ່ອາວຸໂສ ສະຫະລັດ ຄົນນຶ່ງໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີ ວ່າທ່ານ ໂບລຕັນ
ບໍ່ໄດ້ພິຈາລະນາວ່າຕົນເອງຖືກປະຕິເສດໂດຍທ່ານ ເອີດູອານ, ໃນຂະນະທີ່ແຜນການ
ສຳລັບການພົບປະລະຫວ່າງ ທັງສອງທ່ານນັ້ນ ຍັງບໍ່ໄດ້ມີການຢືນຢັນເທື່ອ. ອີງຕາມ
ອົງການຂ່າວ ຣອຍເຕີ ນັ້ນ, ເທີກີ ໄດ້ບອກທ່ານ ໂບລຕັນ ວ່າເຂົາເຈົ້າຈະບໍ່ດຳເນີນການ
ໂຈມຕີໃນ ຊີເຣຍ ໃນເວລາທີ່ກອງກຳລັງ ສະຫະລັດ ຍັງຢູ່ທີ່ນັ້ນ.
ລັດຖະບານ ວໍຊິງຕັນ ໄດ້ໜູນຫຼັງກຸ່ມ YPG ໃນສົງຄາມຕໍ່ຕ້ານກຸ່ມລັດອິສລາມ. ເທີກີ
ໄດ້ເຊື່ອມໂຍງກຸ່ມ YPG ໃສ່ພັກກຳມະກອນຊາວ ເຄີດ ຫຼື PKK, ເຊິ່ງແມ່ນກຸ່ມຊາວ
ເຄີດກຸ່ມນຶ່ງ ທີ່ໄດ້ຕໍ່ສູ້ຕ້ານລັດຖະບານມາຫຼາຍທົດສະວັດແລ້ວ ໃນພາກຕາເວັນອອກ
ສຽງໃຕ້ຂອງ ເທີກີ. ເທີກີ, ພ້ອມກັບ ສະຫະລັດ ແລະ ສະຫະພາບ ຢູໂຣບ ໄດ້ພິຈາລະ
ນາວ່າກຸ່ມ PKK ແມ່ນອົງການກໍ່ການຮ້າຍ.
ທ່ານ ໂບລຕັນ ໄດ້ຖືກປະຕິເສດ ຫຼັງຈາກໄດ້ພະຍາຍາມທີ່ຈະເຈລະຈາປະມານ ສອງ
ຊົ່ວໂມງ ກ່ຽວກັບ ຄວາມປອດໄພຂອງພັນທະມິດຊາວ ເຄີດ ໃນພາກຕາເວັນອອກສຽງ
ເໜືອຂອງ ຊີເຣຍ. ໂຄສົກຂອງທ່ານ ໂບລຕັນ, ທ່ານ ກາເຣັດ ມາກີສ, ໄດ້ກ່າວວ່າ
ການເຈລະຈາລະຫວ່າງ ສະຫະລັດ ແລະ ບັນດາເຈົ້າໜ້າທີ່ກອງທັບ ເທີກີ ຈະດຳເນີນ
ຕໍ່ ໃນວັນອັງຄານ. ເທີກີ ແລະ ສະຫະລັດ ແມ່ນພັນທະມິດໃນອົງການ ເນໂຕ.