ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ອະນຸມັດ ການຮຽກຮ້ອງຂໍເຂົ້າຮ່ວມອົງການເນໂຕ ຂອງສະວີເດັນ ຊຶ່ງຫົວໜ້າເນໂຕ ຮຽກຮ້ອງຕໍ່ຮັງກາຣີ ໃຫ້ເຮັດຄືກັນ


ບັນດາສະມາຊິກສະພາຂອງເທີກີ ຫຼັງຈາກໄດ້ອະພິປາຍກ່ຽວກັບການຮຽກຮ້ອງຂໍເຂົ້າຮ່ວມອົງການເນໂຕຂອງສະວີດເດັນ ຢູ່ທີ່ຫໍສະພາແຫ່ງຊາດຂອງເທີກີ ໃນນະຄອນຫຼວງອັງກາຣາ ຂອງເທີກີ, ວັນທີ 23 ມັງກອນ 2024.
ບັນດາສະມາຊິກສະພາຂອງເທີກີ ຫຼັງຈາກໄດ້ອະພິປາຍກ່ຽວກັບການຮຽກຮ້ອງຂໍເຂົ້າຮ່ວມອົງການເນໂຕຂອງສະວີດເດັນ ຢູ່ທີ່ຫໍສະພາແຫ່ງຊາດຂອງເທີກີ ໃນນະຄອນຫຼວງອັງກາຣາ ຂອງເທີກີ, ວັນທີ 23 ມັງກອນ 2024.

ຫຼັງຈາກມີການຫລ້າຊ້າມາໄດ້ຫຼາຍກວ່ານຶ່ງປີ ສະພາຂອງເທີກີ ໄດ້ລົງຄະແນນສຽງ ໃນວັນອັງຄານວານນີ້ ເຫັນດີໃນການຮັບເຂົ້າເປັນສະມາຊິກອົງການເນໂຕຂອງສະວີເດັນ. ລະບຽບການໃນການຮັບເຂົ້າເປັນສະມາຊິກຂອງສະວີເດັນ ໄດ້ຖືກອະນຸມັດດ້ວຍຄະແນນສຽງ 287 ເຫັນດີ ແລະ 55 ສຽງຄັດຄ້ານ ແລະ ງົດອອກສຽງ 4 ສຽງ.

ການຕັດສິນດັ່ງກ່າວ ມີຂຶ້ນຫຼັງຈາກຄະນະກຳມາທິການຮັບຜິດຊອບດ້ານການຕ່າງປະເທດຂອງເທີກີ ໄດ້ຮັບຮອງການຮຽກຮ້ອງຂໍເຂົ້າເປັນສະມາຊິກຂອງປະເທດດັ່ງກ່າວ ໃນເດືອນແລ້ວນີ້.

ນາຍົກລັດຖະມົນຕີຂອງສະວີເດັນ ທ່ານອູລຟ໌ ຄຣິສເຕີສັນ ໄດ້ຍິນດີນຳການລົງຄະແນນສຽງນັ້ນ. ທ່ານກ່າວວ່າ “ພວກເຮົາຍັບເຂົ້າໃກ້ເພື່ອທີ່ຈະກາຍເປັນສະມາ ຊິກຢ່າງເຕັມສ່ວນ ຂອງອົງການເນໂຕ ອີກບາດກ້າວນຶ່ງ.”

ເຫຼືອອີກພຽງປະເທດດຽວ ກໍຄື ຮັງກາຣີ ທີ່ຍັງຕ້ອງໄດ້ອະນຸມັດການຮຽກຮ້ອງຂໍເຂົ້າເປັນສະມາຊິກຂອງສະວີດເດັນ ກ່ອນທີ່ຕົນຈະສາມາດເຂົ້າຮ່ວມໃນກຸ່ມພັນ ທະມິດໄດ້.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານເຈກ ຊູລີວັນ ໄດ້ກ່າວສະທ້ອນຕາມຜູ້ນຳຂອງສະວີເດັນ ໂດຍກ່າວວ່າ “ພວກເຮົາຍິນດີນຳການລົງຄະແນນສຽງຂອງສະພາເທີກີ ໃນການຮັບຮອງການຢື່ນຂໍເຂົ້າຮ່ວມອົງການເນໂຕຂອງສະວີເດັນ.”

After more than a year of delays, the Turkish parliament voted Tuesday in favor of Sweden’s entry into NATO. Sweden’s accession protocol was ratified with 287 votes in favor, 55 against and four abstentions.

The decision comes after the Turkish Foreign Affairs Commission approved the country’s bid for membership last month.

Swedish Prime Minister Ulf Kristersson welcomed the vote.

“We are one step closer to becoming a full member of NATO," he said.

Only one country, Hungary, still must ratify Sweden's bid for membership before it can join the alliance.

U.S. National Security Adviser Jake Sullivan echoed the Swedish leader, saying, "We welcome the Turkish parliament's vote approving Sweden's application to join NATO."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG